ວັນທີ 24/1, ກອງທຶນເງິນຕາສາກົນ IMF ໄດ້ຫລຸດລະດັບຄາດຄະເນການຈະເລີນເຕີບໂຕເສດຖະກິດໂລກລົງລະດັບ 3,3%, ຕ່ຳກ່ວາ 0,7% ເມື່ອທຽບກັບລະດັບຄາດຄະເນປະກາດເມື່ອເດືອນກັນຍາປີກາຍ. IMF ກ່າວເຕືອນວ່າ ເສດຖະກິດໂລກປີນີ້ ຈະຟື້ນຕົວຢ່າງຊັກຊ້າ ຍ້ອນຜົນສະທ້ອນຈາກວິກິດການໜີ້ສິນຂອງລັດໃນພາກພື້ນໃຊ້ສະກຸນເງິນເອີໂຣ ກໍຄືບັນດາປັດໃຈກໍ່ຄວາມຂາດສະຖຽນລະພາບອື່ນໆ. IMF ຮັບຮູ້ວ່າ ສະພາບເສດຖະກິດໂລກປີ 2012 ພວມມີທ່າຊົ່ວຮ້າຍລົງ ແລະບັນດາໄພນາບຂູ່ນັບມື້ນັບເພີ່ມຂຶ້ນ.