ຕຳຫລວດ ໂຮນລັງ ປະຕິບັດໜ້າທີຢູ່ Oudedijk, ເມືອງ
Kralingen, Rotterdam ໃນວັນທີ 30/3
(ພາບ: AFP/TTXVN)
(vovworld) - ວັນທີ 05/04 ກຸ່ມກໍ່ການຮ້າຍ “ລັດອິດສະລາມ” (IS) ອ້າງຊື່ເອງ ໄດ້ນຳຂຶ້ນເຄືອຂ່າຍອິນເຕີແນັດແທບວີດີໂອ ດ້ວຍເນື້ອໃນນາບຂູ່ ຈະດຳເນີນບັນດາເຫດບຸກໂຈມຕີຢູ່ບັນດາປະເທດຝ່າຍທິດຕາເວັນຕົກ, ໃນນັ້ນຊີ້ແຈ້ງບັນດາຈຸດໝາຍບຸກໂຈມຕີ ເຊັ່ນ: ນະຄອນຫລວງ ລອນດອນ (ອັງກິດ), Berlin (ເຢຍລະມັນ), Rome (ອີຕາລີ). ຄຳນາບຂູ່ ໂດຍສະມາຊິກ IS ໄດ້ກ່າວດ້ວຍພາສາອັງກິດ, ພາຍຫລັງເຕື້ອງເຖິງບັນດາເຫດບຸກໂຈມຕີຢູ່ນະຄອນຫລວງ Paris (ຝະລັ່ງ) ແລະ Brussels (ແບນຊິກ). ເທບວີດີໂອໄດ້ແຜ່ພາບກ່ຽວກັບຜົນຮ້າຍຂອງບັນດາເຫດບຸກໂຈມຕີກ່ອນນັ້ນ.