IS ເພີ່ມທະວີກຳລັງ ບຸກໂຈມຕີເທດສະບານ Kobane
![IS ເພີ່ມທະວີກຳລັງ ບຸກໂຈມຕີເທດສະບານ Kobane - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2014_10_13/12102014ti_nan_nguoi_kurd.jpg)
ຊາວເກີດລົບໄພຢູ່ຕວກກີ
(ພາບ: rte.ie )
(vovworld) –ວັນທີ 12/10, ກຳລັງ “ລັດອິດຊະລາມ“ (IS) ໄດ້ເພີ່ມຈຳນວນທະຫານເພື່ອປິດລ້ອມເທດສະບານ Kobane ຕໍ່ໜ້າການຕ້ານຄືນຢ່າງແຮງຂອງກຳລັງຊາວເກີດຢູ່ເທດສະບານນີ້. ບັນດາມືປືນ IS ໄດ້ຄວບຄຸມກ່ວາ 30% ເທດສະບານ Kobane ແລ້ວ. IS ພວມສົ່ງບັນດາມືປືນເພີ່ມເຕີມຈາກບັນດາເຂດອື່ນຊື່ງກຸ່ມນີ້ໄດ້ຄວບຄຸມຢູ່ຊີຣີ ໃນສະພາບການທີ່ IS ຍຶດຄອງສຳນັກບັນຊາຂອງຊາວເກີດ ທີ່ Kobane ເມື່ອວັນທີ 10/10 ແຕ່ຍັງບໍ່ທັນສ້າງບາດຄ້ອນບັດຕາຍໄດ້ເທື່ອ. ເທດສະບານ Kobane ຕັ້ງຢູ່ມໍ່ກັບເຂດຊາຍແດນຕິດກັບຕວກກີ ແມ່ນເປົ້າໝາຍຍຶດຄອງຂອງ IS ໃນຕະຫຼອດ 3 ອາທິດຜ່ານມາ, ເຮັດໃຫ້ປະຊາຊົນປະມານ 300.000 ຄົນຕ້ອງອອກຈາກເຮືອນຊານໄປລີ້ໄພຢູ່ບ່ອນອື່ນ./.