ທ່ານຫວູ໋ຫາຍ, ຮອງຜູ້ອຳນວຍການໃຫ່ຍ VOV (ຊ້າຍ)
(ພາບ: vov.vn)
(vovworld)- ເພື່ອມຸ້ງໄປສູ່ພິທີສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດຫວຽດນາມ-ຍີ່ປຸ່ນ, ວັນທີ 19/9, ວິທະຍຸກະຈາຍສຽງຫວຽດນາມ (VOV) ໄດ້ຈັດພິທີສະເຫຼີມສະຫຼອງ 50 ແຫ່ງລາຍການກະຈາຍສຽງພາສາຍີ່ປຸ່ນ ໃນຄື້ນຂອງ VOV. ນະພິທີ, ທ່ານນາງດ່ວານທິຈຸງ, ຜູ້ອຳນວຍການລະບົບລາຍການຈາຍສຽງພາສາຕ່າງປະເທດຂອງ VOV ເນັ້ນໜັກວ່າ: ການພັດທະນາຂອງລາຍການກະຈາຍສຽງພາສາຍີ່ປຸ່ນໃນ 50 ປີຜ່ານມາ ໄດ້ສ້າງເປັນຂົວມິດຕະພາບ, ສ້າງຄວາມເຂົ້າອົກເຂົ້າໃຈຊື່ງກັນ ແລະ ກັນ, ເພື່ອໃຫ້ສອງປະເທດຫວຽດນາມ-ຍີ່ປຸ່ນ ພ້ອມກັນຮ່ວມມື ແລະ ພັດທະນາ. ສ່ວນທ່ານຫວູ໋ຫາຍ, ຮອງຜູ້ອຳນວຍການໃຫ່ຍ VOV ກ່າວວ່າ:
“ຂ້າພະເຈົ້າເຊື່ອໝັ້ນວ່າ, ດ້ວຍມູນເຊື້ອ 50 ປີແຫ່ງການພັດທະນາ, ດ້ວຍຄວາມສຸດຈິດສຸດໃຈ, ນ້ຳໃຈຮັກອາຊີບ ແລະ ຄວາມສາມາດຂອງຕົນ, ດ້ວຍຄວາມຮັກແພງ, ສະໜັບສະໜູນຈາກຜູ້ຟັງຍີ່ປຸ່ນ, ຖັນແຖວນັກຂ່າວ, ບັນນາທິການຂອງລາຍການກະຈາຍສຽງພາສາຍີ່ປຸ່ນ ຈະປະຕິບັດໜ້າທີ່ໃໝ່ສຳເລັດ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ຍີ່ປຸ່ນ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈຊື່ງກັນ ແລະ ກັນລະຫວ່າງ ປຊຊ ສອງປະເທດ“.