ພາບ: Minh Tuan
|
Vovworld - ດ້ວຍຈິດໃຈເພື່ອການກຸສົນ ແລະ ແບ່ງເບົາບັນດາຄວາມຫຍຸ້ງຍາກ, ຂາດເຂີິນກັບພໍ່ແມ່ປະຊາຊົນບັນດາເຜົ່າເຂດຊາຍແດນ, ວັນທີ 14 ແລະ 15/1, ລະບົບລາຍການກະຈາຍສຽງພາສາຕ່າງປະເທດແຫ່ງຊາດ (VOV5), ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຈັດຕັ້ງການລົງໄປມອບຂອງຂວັນໃຫ້ນັກຮຽນ ແລະ ບັນດາຄອບຄົວທຸກຍາກຢູ່ຕາແສງ ເກີ່ນນົງ, ເມືອງ ທົງນົງ, ແຂວງ ກາວບັ່ງ. ນັກຮຽນ 253 ຄົນ, ຄູສອນ 50 ຄົນ ແລະ 120 ຄົບຄົວທຸກຍາກຂອງ 5 ບ້ານໄດ້ຮັບຂອງຂວັນໃນຄັ້ງນີ້.
ຂອງຂວັນເຊິ່ງລວມມີ: ຜ້າຫົ່ມ, ຜ້າພັນຄໍ, ເສື້ອກັນໜາວ… ດ້ວຍຍອດມູນຄ່າເກືອບ 90 ລ້ານດົ່ງ. ນີ້ແມ່ນຈຳນວນເງິນຈາກພະນັກງານ, ນັກຂ່າວ, ບັນນາທິການຂອງ VOV5 ແລະ ບັນດານັກອຸປະຖຳ. ຈຳນວນເງິນບໍ່ຫຼາຍແຕ່ສະແດງນ້ຳໃຈຂອງພະນັກງານ, ນັກຂ່າວ, ບັນນາທິການ VOV5 ທີ່ມີຕໍ່ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍຢູ່ພາກເໜືອຂອງປະເທດຊາດ.