WB ອະນຸມັດບ້ວງເງິນເພື່ອໜູນຊ່ວຍຄົມມະນາຄົມ ແລະ ຄວບຄຸມນ້ຳແກ່ງຖ້ວມຢູ່ຫວຽດນາມ
![WB ອະນຸມັດບ້ວງເງິນເພື່ອໜູນຊ່ວຍຄົມມະນາຄົມ ແລະ ຄວບຄຸມນ້ຳແກ່ງຖ້ວມຢູ່ຫວຽດນາມ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2016_05_01/cau dan sinh.jpg)
ໂຄງການກໍ່ສ້າງຂົວຮັບໃຊ້ຊີວິດປະຈຳວັນໃຫ້ປະຊາຊົນແຂວງບັກກ້ານ |
(vovworld)- ຄະນະອຳນວຍການທະນາຄານໂລກຫາກໍອະນຸມັດຜ່ານບ້ວງເງິນທີ່ມີມູນຄ່າກວ່າ 500 ລ້ານ USD ເພື່ອຮັບໃຊ້ການບູລະນະກໍ່ສ້າງຂົວຮັບໃຊ້ຊີວິດປະຈຳວັນ , ທາງຄົມມະນາຄົມ ແລະ ການຄວບຄຸມນ້ຳແກ່ງຖ້ວມ, ປົວແປງເງື່ອນໄຂອະນາໄມຢູ່ຫວຽດນາມ. ໃນນັ້ນ, ມີໂຄງການກໍ່ສ້າງຂົວຮັບໃຊ້ຊີວິດປະຈຳວັນໃຫ້ປະຊາຊົນ ແລະ ຄຸ້ມຄອງທາງຄົມມະນາຄົມຢູ່ທ້ອງຖິ່ນລວມມູນຄ່າ 385 ລ້ານ USD , ໂຄງການຄວບຄຸມນ້ຳແກ່ງຖ້ວມ ແລະ ຊົນລະປະທານແຂວງວິ້ງຟຸກ ໄດ້ຮັບການເຊັນອະນຸມັດດ້ວຍບ້ວງເງິນ 150 ລ້ານ USD . ໂຄງການນີ້ຈະສາມາດປ້ອງກັນໃຫ້ຊາວທ້ອງຖິ່ນ 255.000 ຄົນ ຢູ່ບັນດາເທດສະບານເມືອງທີ່ເຄີຍປະສົບກັບໄພນ້ຳຖ້ວມໃນຮອບ 10 ປີຂ້າງໜ້າ.