(VOVWORLD) -ບັນດາໝູ່ບ້ານຂອງຊາວເຜົ່າໄຕ່ຢູ່ອ້ອມແອ້ມນະຄອນ ຮ່າຢາງ ແຂວງ ຮ່າຢາງ ແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມຂອງແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ. ບັນດາເຮືອນຮ້ານທີ່ເປັນປະເພນີຖຶກມຸ່ງຫຍ້າ ຖືກອ້ອມຮອບໄປດ້ວຍເນື້ອທີ່ນາຂັ້ນໄດຍາວຢຽດອີງຫຼັງໃສ່ພູ… ບັນດາໝູ່ບ້ານຢູ່ແຫ່ງນີ້ກໍ່ເປັນສະຖານທີ່ຄົ້ນຫາທີ່ເປັນໜ້າຈັບໃຈໃນຊຸມວັນຕົ້ນລະດູບານໃໝ່
ໝູ່ບ້ານວັດທະນະທຳທ່ອງທ່ຽວຊຸມຊົນ ເລິມດົ່ງ |
ໝູ່ບ້ານວັດທະນະທຳທ່ອງທ່ຽວຊຸມຊົນ ເລິມດົ່ງ ຖືກຕັ້ງຢູ່ຄຽງຂ້າງທາງຫຼວງເລກສອງ ຈາກນະຄອນ ຮ່າຢາງ ຫາດ່ານຊາຍແດນ ແທັງຖຸ໋ຍ. ຫຼຽວເບິ່ງຈາກບ່ອນສູງ, ໝູ່ບ້ານ ເລິມດົ່ງ ມີຄວາມສະຫງົບສຸກດ້ວຍເນື້ອທີ່ນາຂັ້ນໄດຂຽວອຸ່ມທຸ່ມ ພ້ອມກັບເນື້ອທີ່ພືດພັນຢູ່ອ້ອມເຮືອນຮ້ານ. ກ່ອນນີ້ 11 ປີ ຄືປີ 2014, ໝູ່ບ້ານ ເລິມດົ່ງ ໄດ້ເລີ່ມສ້າງບ້ານວັດທະນະທຳທ່ອງທ່ຽວຊຸມຊົນ. ເສັ້ນທາງເບຕົງຈາກທາງຫຼວງເລກສອງ ຫາຫໍວັດທະນະທຳບ້ານ ດ້ວຍລວງກວ້າງກວ່າ 3 ແມັດ, ລວງຍາວ 500 ແມັດ ພ້ອມກັບບັນດາເສັ້ນທາງນ້ອຍແລ່ນຮອດບັນດາຄອບຄົວ. ພໍ່ແມ່ພີ່ນ້ອງຢູ່ແຫ່ງນີ້ໄດ້ມານະພະຍາຍາມຮັກສາເຮືອນຮ້ານຮີດຄອງປະເພນີ ພ້ອມກັບບັນດາຮີດຄອງປະເພນີ ແລະ ທຳນອງເພງພື້ນເມືອງຄື ຂັບແທນ ຂັບເລື້ອນ ແລະ ຂັບກ້ອຍ. ທ່ານ ມາຍແທັງນາມ ເລຂາໜ່ວຍພັກບ້ານ ເລິມດົ່ງ ໃຫ້ຮູ້ວ່າ:
“ຮີດຄອງປະເພນີຍາມໃດກໍ່ໄດ້ຮັບການຮັກສາໄວ້. ແຂກມາພັກເຊົາຢູ່ທີ່ນີ້ ພວກຂ້າພະເຈົ້າກໍ່ມີກອງສິລະປະກອນເພື່ອຮັບໃຊ້. ກອງສິລະປະກອນນີ້ ຕົ້ນຕໍແມ່ນເຄີຍຂັບຮ້ອງທຳນອງເພງພື້ນເມືອງຂອງເຜົ່າຕົນ. ຫຼື ແຂກຢາກໄປຄົ້ນຫາ ໄປເຮັດວຽກພ້ອມກັບພໍ່ແມ່ພີ່ນ້ອງບັນດາເຜົ່າຢູ່ທີ່ນີ້”.
ທັງບ້ານມີຫຼາຍກວ່າ 200 ຄອບຄົວ, ໃນນັ້ນກໍ່ມີ 15 ຄອບຄົວຂຶ້ນທະບຽນເຮັດທ່ອງທ່ຽວຊຸມຊົນ, ເຄີຍຕ້ອນຮັບແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດມາພັກເຊົາຄົ້ນຫາທິວທັດທຳມະຊາດ. ທ່ານ ດ່າມກ໊ວນໂຮ່ຍ ນາຍບ້ານໆ ເລິມດົ່ງ ໃຫ້ຮູ້ວ່າ:
“ປັດຈຸບັນໝູ່ບ້ານພວມສ້າງເຮືອນຮ້ານປະເພນີ ແລະ ລະບົບຊົນລະປະທານ. ແຂກຕ່າງປະເທດນີ້ເຂົາເຈົ້າກໍ່ມັກຄົ້ນຫາ ແລະ ຢາກເຂົ້າຮ່ວມເຄື່ອນໄຫວພ້ອມກັບພໍ່ແມ່ພີ່ນ້ອງຄື ສີເຂົ້າ ປັກດຳ..”
ຈາກໝູ່ບ້ານວັດທະນະທຳທ່ອງທ່ຽວຊຸມຊົນເລິມດົ່ງ ຕາມທາງຫຼວງເລກສອງໄປຍັງດ່ານຊາຍແດນແຫ່ງຊາດ ແທັງຖຸ໋ຍ, ແຂກທ່ອງທ່ຽວກໍ່ຈະຮອດບ້ານ ແທັງເຊີນ ຕາແສງ ເຟືອງຕ໊ຽນ ເມືອງ ວິຊຽນ. ນາງ ເຈິ່ນກວິ່ງຈາງ ຜູ້ນຳທ່ຽວຢູ່ນະຄອນ ຮ່າຢາງ ເປີດເຜີຍວ່າ:
“ໝູ່ບ້ານວັດທະນະທຳທ່ອງທ່ຽວ ແທັງເຊິນ ຫ່າງຈາກນະຄອນ 15 ກິໂລແມັດ, ນີ້ແມ່ນໝູ່ບ້ານວັດທະນະທຳເຜົ່າໄຕ່ ລວມມີ 76 ຄອບຄົວ. ປັດຈຸບັນສາມາດດຶງດູດແຂກທ່ອງທ່ຽວມາຢາມເປັນຈຳນວນຫຼາຍ”.
ມາຮອດບ້ານ ແທັງເຊີນ, ແຂກທ່ອງທ່ຽວຈະເຫັນປະຈັກຕາເຮືອນຮ້ານຂອງຊາວເຜົ່າໄຕ່ ໂອບອ້ອມດ້ວຍເນື້ອທີ່ນາ, ສາລີຂຽວອຸ່ມທຸ່ມ, ບັນດາສະປາທີ່ກວ້າງໃຫຍ່ຢູ່ໜ້າບ້ານ. ທິວທັດທຳມະຊາດທີ່ຮົກເຮື້ອດ້ວຍພູຫີນສະຫຼັບສັບຊ້ອນ, ເນື້ອທີ່ປ່າຖືກປົກຄຸມໄປດ້ວຍສີຂຽວ ພ້ອມກັບຫ້ວຍນ້ຳ, ທົ່ງໄຮ່ທົງນາຂຽວອຸ່ມທຸ່ມໃນທາມກາງອາກາດປອດໂປ່ງ. ທ່ານ ຫງວຽນວັນລ່ຽນ ນາຍບ້ານໆ ແທັງເຊີນ ເປີດເຜີຍວ່າ:
“ແຂກຕ່າງປະເທດມາແຫ່ງນີ້ ກໍ່ລ້ວນແຕ່ຮູ້ສຶກມີອາກາດເຢັນສະບາຍ. ເຂົາເຈົ້າໄດ້ກິນໄດ້ຢູ່ ພ້ອມກັບຄອບຄົວ ເພື່ອຊອກຮູ້ຮີດຄອງປະເພນີ”.
ນອກຈາກການຄົ້ນຫາຄວາມງາມຢູ່ ແທັງເຊີນ, ແຂກທ່ອງທ່ຽວຍັງຈະໄດ້ຊີມບັນດາເຍື່ອງອາຫານ ພິເສດສະເພາະຂອງຊາວເຜົ່າໄຕ່. ພ້ອມກັນນັ້ນກໍ່ໄດ້ຮັບຟັງທຳນອງເພງວາດຟ້ອນພື້ນເມືອງໂດຍບັນດານັກສິລະປິນໃນກອງສິລະກອນໃນໝູ່ບ້ານສະແດງ.ສະນັ້ນການເດີນທາງຄົ້ນຫາບັນດາໝູ່ບ້ານທີ່ງົດງາມເປັນໜ້າຈັບໃຈຂອງພໍ່ແມ່ພີ່ນ້ອງເຜົ່າໄຕ່ໃນແຂວງ ຮ່າຢາງ ກໍ່ເພີ່ມຄວາມດູດດື່ມຫຼາຍຂຶ້ນ.