(VOVWORLD) -ມາຢາມແຂວງ ຖາຍ ງວຽນ ເຊິ່ງແມ່ນສະຖານທີ່ບໍ່ຄວນພາດໂອກາດແວ່ຢາມສຳລັບແຂກທ່ອງທ່ຽວ ນັ້ນແມ່ນບັນດາໂນນຊາງາມດັ່ງໃນຝັນຢູ່ຕາແສງ ເຕິນເກືອງ ແຫ່ງທີ່ຖືກຂະໜານນາມວ່າ ລາຊາອະນາຈັກຂອງຊາຂຽວ ໃນແຂວງ ຖາຍງວຽນ. ຢູ່ແຫ່ງນີ້ ບັນດາໂນນຊາຂຽວອຸ່ມທຸ່ມກວ້າງໃຫຍ່ຈົນສຸດສາຍຕາ ອັນໄດ້ສ້າງທັດຊະນີຍະພາບງົດງາມເປັນໜ້າຈັບໃຈ ແລະ ສະຫງົບສຸກ.
ໂນນຊາເກົາດາ ງາມທີ່ສຸດໃນແຂວງຖາຍງວຽນ |
ເຕິນເກືອງ ກໍ່ບໍ່ຫ່າງໄກຈາກນະຄອນ ຖາຍງວຽນ, ໄປທາງທິດຕາເວັນຕົກພຽງ 10 ກິໂລເມັດ ກໍ່ຈະຮອດບັນດາໂນນຊານີ້. ຂີ່ລົດຈັກ ຫຼື ລົດຖີບຈະຊ່ວຍແຂກທ່ອງທ່ຽວສາມາດຢ້ຽມຊົມບັນດາໂນນຊາ ເພື່ອຖ່າຍຮູບທີ່ລະນຶກ. ສະພາບພູມມີສັນຖານຢູ່ ເຕິນເກືອງ ຕົ້ນຕໍແມ່ນໂນນພູຕ່ຳ, ສ່ວນດິນຢູ່ ເຕິນເກືອງ ກໍ່ແທດເໝາະກັບການປູກເຂົ້າ, ພືດອຸດສາຫະກຳ ພິເສດແມ່ນຕົ້ນຊາ. ນາງ ຫຼີທິຈຽນ ຊາວເຜົ່າໄຕ່ ຫົວໜ້າສະຫະກອນ ATK ຢໍ໊ງ່ານ ຢູ່ບ້ານ ບຸກ ຕາແສງ ດົ່ງທິ້ງ ເມືອງ ດິ້ງຮວ໊າ ແຂວງ ຖາຍງວຽນ ໃຫ້ຮູ້ວ່າ:
“ອາດຈະເວົ້າໄດ້ວ່າ ຄວາມງາມທີ່ດູດດື່ມທີ່ສຸດຢູ່ແຫ່ງນີ້ ແມ່ນຕ້ອງເວົ້າເຖິງ ດ້າຍຕື່ ແລະ ດິ້ງຮວ໊າ. ແຕ່ ເຕິນເກືອງ ກໍ່ມີຊາຫອມພ້ອມກັບຄວາມງາມຂອງເຂດພູພຽງ ແລະ ທົ່ງພຽງ. ມາຢາມແຂວງ ຖາຍງວຽນ ຈະໄດ້ຊຶມລົດຫອມຂອງຊາ ແລະ ໄປຢ້ຽມຊົມຕົ້ນຊາທີ່ມີຊື່ສຽງຂອງແຂວງ ຖາຍງວຽນ”.
ບັນດາໂນນຊາຢູ່ ເຕິນເກືອງ ໄດ້ມີມາແຕ່ດົນນານ ແລະ ຢູ່ແຫ່ງນີ້ ເກືອບທຸກໆຄອບຄົວໃດກໍ່ປູກຊາ. ອ້າຍ ໂງວັນວັນ ສັງກັດສະຫະກອນຊາ ເກວແອມ ຢູ່ບ້ານ ຮົ່ງຖາຍ ຕາແສງ ເຕິນເກືອງ ແຂວງ ຖາຍງວຽນ ໃຫ້ຮູ້ວ່າ:
“ຮູບແບບຊາ ເກວແອມ ແມ່ນເນື່ອງຈາກໝາກຜົນການຮ່ວມມືລະຫວ່າງຂ້າພະເຈົ້າກັບສະຫະພັນສະຫະກອນຂອງ ເຕິນເກືອງ. ຂ້າພະເຈົ້າຢູ່ບ້ານ ຮົ່ງຖາຍ ຕາແສງ ເຕິນເກືອງ ນະຄອນຖາຍງວຽນ. ເຂດເຮືອນຂ້າພະເຈົ້າຖືກແບ່ງເປັນສອງສາມສ່ວນ. ສ່ວນໜຶ່ງຢູ່ແຄມແມ່ນນ້ຳ ຂ້າພະເຈົ້າກໍ່ໄດ້ປູກຊາ 2.000 ຕາແມັດ ຕໍ່ຈາກນັ້ນກໍ່ແມ່ນໂນນ ແລະ ເນື້ອທີ່ໄຮ່ຂອງຄອບຄົວຂ້າພະເຈົ້າກໍ່ກວ້າງຂວາງສະອາດງາມຕາເປັນໜ້າປະທັບໃຈ”.
ດິນຟ້າອາກາດຢູ່ ເຕິນເກືອງ ກໍ່ປອດໂປງຕະຫຼອດປີ ສ້າງຄວາມສະຫວາດສະເຫວີຍໃຫ້ບໍ່ວ່າຜູ້ໃດທີ່ມາຢາມ. ຢືນຢູ່ບ່ອນສູງມຸ່ງສາຍຕາໄປໄກ ແຂກທ່ອງທ່ຽວຈະເຫັນຮູບພາບສີຂຽວອຸ່ມທຸ່ມຂອງຊາສົດ. ນາງ ຫຼີທິຈຽນ ໃຫ້ຮູ້ຕື່ມອີກວ່າ:
“ຊາໄດ້ສ້າງເປັນບັນດາເນື້ອທີ່ສວນຊາຊົນນະບົດ ເຊິ່ງຍາວຢຽດຈົນສຸດສາຍຕາດ້ວຍຄວາມງາມທີ່ລຽບງ່າຍ. ຖ້າຫາກວ່າພວກຂ້າພະເຈົ້າໄປທ່ອງທ່ຽວກໍ່ຈະພະຍາຍາມໄປແຄມທະເລເພື່ອຖ່າຍຮູບເປັນທີ່ລະນຶກ”.
ໃນຊ່ວງເວລານີ້ ອາກາດຢູ່ ຖາຍງວຽນ ແມ່ນງາມທີ່ສຸດມີແດດ ແລະ ເຢັນສະບາຍຊ່ວຍນັກທ່ອງທ່ຽວມາຖ່າຍຮູບເປັນທີ່ລະນຶກ. ນາງ ຫຼີທິຈຽນ ໃຫ້ຮູ້ວ່າ:
“ແຂກທ່ອງທ່ຽວເມື່ອມີໂອກາດມາຢາມ ແລະ ຄົ້ນຫາບັນດາໂນນຊາ ກໍ່ຈະມີໂອກາດເດັດຊາສົດ ແລະ ຈະໄດ້ລົງມືເຮັດບັນດາຂັ້ນຕອນຜະລິດຊາ ແລະ ຈະມີໂອກາດຮັບປະທານອາຫານກັບຄອບຄົວຕ່າງໆຢູ່ແຫ່ງນີ້”.
ມາຢາມຕາແສງ ເຕິນເກືອງ ແຂກທ່ອງທ່ຽວຈະໄດ້ຮັບການແນະນຳວິທີບົວລະບັດ ເກັບກູ້ຊາ ແລະ ໄດ້ຊອກຮູ້ບັນດາຂັ້ນຕອນປູກຊາ ແລະ ປຸງແຕ່ງຊາ. ອ້າຍ ໂງວັນວັນ ເປີດເຜີຍວ່າ:
“ມາຢາມເຮືອນຂ້າພະເຈົ້າໃຜໆກໍ່ສາມາດເດັດຊາ, ຂົ້ວຊາ ແລະ ດື່ມຊາພ້ອມກັບການຮັບປະທານອາຫານຕ່າງໆ. ຄອບຄົວຂ້າພະເຈົ້າກໍ່ມີເຂດສະເພາະໃຫ້ແຂກທ່ອງທ່ຽວມາດື່ມນ້ຳຊາ ແລະ ຮັບປະທານອາຫານແລ້ວກໍ່ໄປຢ້ຽມຊົມເຂດທ່ອງທ່ຽວໜອງ ໜຸຍກົກ ໃນແຂວງ ຖາຍງວຽນ”.
ປັດຈຸບັນຊາວທ້ອງຖິ່ນໄດ້ຜູກຮັດຜະລິດຕະພັນຊາ ເຕິນເກືອງ ກັບການດຳເນີນທຸລະກິດທ່ອງທ່ຽວທຳມະຊາດ, ທ່ອງທ່ຽວກະສິກຳ. ເຕິນເກືອງ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມສຳລັບແຂກທ່ອງທ່ຽວທັງຢູ່ໃກ້ ແລະ ໄກມາຢ້ຽມຊົມທັດສະນະສຶກສາ ແລະ ຄົ້ນຫາປະກອບສ່ວນພັດທະນາເຄື່ອງໝາຍຊາ ເຕິນເກືອງ ເຊິ່ງແມ່ນຊາອັນດັບໜຶ່ງຢູ່ໃນຕະຫຼາດພາຍໃນປະເທດ ແລະ ສາກົນ.