(VOVWORLD) -ສະໜາມຫຼວງ ດ້າຍດວ່ານເກັດ ໝາຍເຖິງສະໜາມຫຼວງມະຫາສະມັກຄີຖືກຕັ້ງຢູ່ໃຈກາງນະຄອນ ປະໄລກູ ແຂວງ ຢາລາຍ ແມ່ນໜຶ່ງໃນບັນດາກິດຈະກຳສະຖາປັດຕະຍາກຳທີ່ພົ້ນເດັ່ນຂອງແຂວງ ຢາລາຍ ແມ່ນສະຖານທີ່ດູດດື່ມສຳລັບແຂກທ່ອງທ່ຽວທາງຢູ່ໃກ້ ແລະ ໄກ ແລະ ທັງແມ່ນສັນຍາລັກແຫ່ງມະຫາສາມັກຄີບັນດາເຜົ່າ ຫວຽດນາມ.
ສະໜາມຫຼວງ ດ້າຍດວ່ານເກັດ ມີເນື້ອທີ່ 12 ກວ່າເຮັກຕາ |
ທ່ານ ເຈິ່ນຫງອກຢຸງ ຫົວໜ້າພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວແຂວງ ຢາລາຍ ໃຫ້ຮູ້ວ່າ:
“ສະໜາມຫຼວງ ດ້າຍດວ່ານເກັດ ໄດ້ຮັບການກໍ່ສ້າງນັບແຕ່ປີ 2007 ມາຮອດປີ 2012 ຈຶ່ງສຳເລັດ. ຢູ່ທີ່ນີ້ແມ່ນບ່ອນຈັດຕັ້ງຫຼາຍເຫດການວັດທະນະທຳການເມືອງ ແລະ ກິລາທີ່ສຳຄັນ. ສະໜາມຫຼວງມີເຂດປູກຕົ້ນໄມ້ຂຽວ ດ້ວຍຕົ້ນໄມ້ປະມານ 1.800 ຕົ້ນພ້ອມກັບຫຍ້າ 205 ກະໂຣ, ມີ 54 ເສົາຫີນ ເຊື່ອມຈອດເຂົ້າກັນ ສະແດງໃຫ້ເຫັນ 54 ຊົນເຜົ່າອ້າຍນ້ອງ ຫວຽດນາມ”.
ສະໜາມຫຼວງ ດ້າຍດວ່ານເກັດ ມີເນື້ອທີ່ 12 ກວ່າເຮັກຕາ ເຊິ່ງໄດ້ເຊື່ອມຈອດກັບບັນດາກິດຈະກຳຫໍພິພິທະພັນບູຮານ, ຫໍພິພິທະພັນແຂວງ ຢາລາຍ, ຫໍພິພິທະພັນ ໂຮ່ຈີມິນ -ສາຂາແຂວງ ຢາລາຍ ແລະ ກອນຕູມ; ຮູບປັ້ນວິລະຊົນ ນຸກ; ໂງ່ນຫີນຄວັດສະຫຼັກເນື້ອໃນຈົດໝາຍຂອງປະທານ ໂຮ່ຈີມິນ ສົ່ງເຖິງກອງປະຊຸມໃຫຍ່ບັນດາເຜົ່າສ່ວນໜ້ອຍພາກໃຕ້ ຖືກຈັດຂຶ້ນຢູ່ນະຄອນ ປະໄລກູ ເມື່ອວັນທີ 19 ເມສາ ປີ 1946. ຈຸດທີ່ພົ້ນເດັ່ນຢູ່ກາງສະໜາມຫຼວງ ແມ່ນຮູບຫຼໍ່ປະທານ ໂຮ່ຈີມິນສູງ 10,8 ແມັດ ຖືກຫຼໍ່ດ້ວຍທອງ ຕັ້ງບົນຖານຫີນສູງ 4,5 ແມັດ ແລະ ມີນ້ຳໜັກປະມານ 16 ໂຕນ. ທາງຫຼັງຮູບຫຼໍ່ປະທານ ໂຮ່ຈີມິນ ແມ່ນຮູບແກະຄວັດສະຫຼັກຫີນກ່ຽວກັບຮູບພາບເຂດພູຜາປ່າໄມ້ ເຕິຍງວຽນ ທີ່ໃຫຍ່ໂຕມະໂຫຖານ. ອ້າຍ ຫງວຽໜຫິວຮຶງ ແຂກທ່ອງທ່ຽວມາຈາກແຂວງ ກວ໋າງນາມ ເປີດເຜີຍວ່າ:
“ຂ້າພະເຈົ້າກໍ່ໄດ້ໄປຢາມແຂວງ ຢາລາຍ ສອງສາມເທື່ອແລ້ວ ແຕ່ນີ້ເປັນເທື່ອມທຳອິດໄດ້ມາຢ້ຽມຊົມສະໜາມຫຼວງ. ສະໜາມຫຼວງກວ້າງຂວາງທີ່ສຸດ ແລະ ງົດງາມທີ່ສຸດ. ຮູບຫຼໍ່ປະທານ ໂຮ່ຈີມິນ ສູງ ແລະ ງາມບັນລຸລະດັບສິຖີຕິຂອງ ຫວຽດນາມ ກ່ຽວກັບຮູບຫຼໍ່ປະທານ ໂຮ່ຈີມິນ ທີ່ໃຫຍ່ກວ່າໝູ່ຢູ່ ຫວຽດນາມ. ສວນສາທາລະນະກໍ່ໄດ້ວາດພາບເຖິງຈຸດວັດທະນະທຳບັນດາເຜົ່າເຂດ ເຕິນງວຽນ ຄືສາລາບ້ານ, ເຫຼົ້າໄຫ, ງານບຸນຄ້ອງ”.
ຢູ່ຄຽງຂ້າງຮູບຫຼໍ່ປະທານ ໂຮ່ຈີມິນ, ສະໜາມຫຼວງກໍ່ຍັງມີຮູບແກະຄວັດສະຫຼັກຖືກປະກອບດ້ວຍ 54 ເສົາຫີນ ສະແດງໃຫ້ເຫັນ 54 ຊົນເຜົ່າຢູ່ ຫວຽດນາມ. ມາຢ້ຽມຊົມສະໜາມຫຼວງ ດ້າຍດວ່ານເກັດ ມີແຂກທ່ອງທ່ຽວຄົນໜຶ່ງມາຈາກ ຮ່າໂນ້ຍ ໃຫ້ຂໍ້ສັງເກດວ່າ:
“ນີ້ແມ່ນເທື່ອທຳອິດທີ່ຂ້າພະເຈົ້າໄດ້ມາຢ້ຽມຊົມສະໜາມຫຼວງ ດ້າຍດວ່ານເກັດ ຢູ່ນະຄອນ ປະໄລກູ. ຂ້າພະເຈົ້າກໍ່ມີຄວາມປະທັບໃຈ ນັ້ນແມ່ນສະໜາມຫຼວງກວ້າງໃຫຍ່ປຽບເໝືອນສະໜາມຫຼວງ ບາດິ່ງ ຢູ່ ຮ້າໂນ້ຍ. ຢູ່ທີ່ນີ້ມີຫຍ້າຫຼາຍກວ່າ 200 ກະໂຣ, ມີຮູບຫຼໍ່ປະທານ ໂຮ່ຈີມິນ ຖືກຫຼໍ່ດ້ວຍທອງ, ຢູ່ອ້ອມແອ້ມກໍ່ຖືກວາດພາບເຖິງທິວທັດທຳມະຊາດ ແລະ ຊາວເຕິຍງວຽນ. ຂ້າພະເຈົ້າກໍ່ມີຄວາມປະທັບໃຈທີ່ສຸດຕໍ່ 54 ໂງ່ນຫີນ ຖືກເຊື່ອມຈອດເຂົ້າກັນ ເຊິ່ງເປັນສັນຍາກໃຫ້ແກ່ 54 ຊົນເຜົ່າ ຫວຽດນາມເສົາຫີນນີ້ຖືກເຮັດດ້ວຍຫີນບາຊານ ເຊິ່ງແມ່ນຫີນປະເພດທີ່ເປັນເອກະລັກຂອງເຂດ ເຕິຍງວຽນ”
ຄາວຍັງມີຊີວິດຢູ່ນັ້ນ ປະທານ ໂຮ່ຈີມິນ ຍັງບໍ່ທັນມີໂອກາດລົງໄປຢ້ຽມຢາມເຂດ ເຕິຍງວຽນ, ແຕ່ເຂດ ເຕິຍງວຽນ ຍາມໃດກໍ່ຢູ່ໃນຫົວໃຈຂອງເພິ່ນ. ພໍ່ແມ່ພີ່ນ້ອງບັນດາເຜົ່າເຂດ ເຕິຍງວຽນ ກໍ່ມີຄວາມເຄົາລົບຮັກ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ເພິ່ນຢ່າງສຸດຊື້ງ. ເພື່ອເປັນການສະແດງນ້ຳໃຈຄວາມເຊື່ອໝັ້ນຂອງພໍ່ແມພີ່ນ້ອງບັນດາເຜົ່າເຂດ ເຕິຍງວຽນ ທີ່ມີຕໍ່ພັກ ຕໍ່ປະທານ ໂຮ່ຈີມິນ ນັ້ນ, ກິດຈະກຳສະໜາມຫຼວງ ດ້າຍດວ່ານເກັດ ໄດ້ຖືກກໍ່ສ້າງ ແລະ ໄດ້ກາຍເປັນສະຖານທີ່ໂຮມຍອດຍິ່ງທາງດ້ານວັດທະນະທຳ ປະຫວັດສາດ ແລະ ການເມືອງ ບໍ່ພຽງແຕ່ຂອງເຂດ ເຕິຍງວຽນ ເທົ່ານັ້ນ ຫາກຍັງແມ່ນຂອງປະເທດຊາດ ຫວຽດນາມ ອີກດ້ວຍ.