ນະ​ຄອນ​ໂຮ່​ຈີມ​ິນ ສ້າງ​ທິດ​ເດີນ​ສະ​ເພາະ​ ໃຫ້​ແກ່​ຜະ​ລິດ​ຕະ​ພັນ OCOP ຕົວ​ເມືອງ​ທັນ​ສະ​ໄໝ

(VOVWORLD) -  ໂຄງການແຫ່ງຊາດ ໜຶ່ງຕາແສງ ໜຶ່ງຜະລິດຕະພັນ (OCOP)  ແມ່ນໜຶ່ງໃນບັນດາຈຸດພົ້ນເດັ່ນກ່ຽວກັບດ້ານກະສິກຳຂອງນະຄອນ ໂຮ່ຈີມິນ. ໃນສະພາບການຫັນເປັນຕົວເມືອງຢ່າງໄວວານັ້ນ, ບັນດາເຈົ້າກຳ OCOP ໄດ້ເລືອກທິດເດີນສະເພາະໃຫ້ຕົນເອງ, ພັດທະນາຜະລິດຕະພັນທີ່ພິເສດ ຕິດພັນກັບແບບແຜນການດຳລົງຊີວິດທັນສະໄໝ, ມາດຖານສູງ ແລະ ຕະຫຼາຫຼາຍຮູບແບບ.
ນະ​ຄອນ​ໂຮ່​ຈີມ​ິນ ສ້າງ​ທິດ​ເດີນ​ສະ​ເພາະ​  ໃຫ້​ແກ່​ຜະ​ລິດ​ຕະ​ພັນ OCOP ຕົວ​ເມືອງ​ທັນ​ສະ​ໄໝ - ảnh 1ທ່ານ ເຈິ່ງແທັງແອວງ, ຜູ້ອຳນວຍການບໍລິສັດ ABZ ຈຳກັດ (ພາບ: ນະຄອນ ໂຮ່ຈີມິນ)

     ໂດຍເລີ່ມຕົ້ນຈາກຮູບແບບການປູກຜັກໃນນ້ຳຢູ່ນະຄອນ ໂຮ່ຈີມິນ, ອ້າຍ ເລິມງອກຕວັນ ພ້ອມກັບເພື່ອຮ່ວມງານ 4 ຄົນ ໄດ້ພັດທະນາສະຫະກອນ ຕວັນງອກ ກາຍເປັນແບບຢ່າງປະດິດຄິດສ້າງໃນກະສິກຳຕົວເມືອງ ຍ້ອນໄດ້ເດັດດ່ຽວເດີນຕາມການເຮັດກະສິກຳປອດສານພິດ. ເມື່ອໄດ້ຮັບການຮັບຮູ້ຈາກຕະຫຼາດ, ອ້າຍ ຕວັນ ໄດ້ກ້າກູ້ຢືມທຶນເປີດກ້ວາງເນື້ອທີ່ຂຶ້ນເຖິງ 10.000 ຕາລາງແມັດ. ສະຫະກອນ ຕວັນງອກ ໄດ້ເລືອກຕະຫຼາດທີ່ຮຽກຮ້ອງຄຸນນະພາບສູງຄື: ຮ້ານອາຫານ, ໂຮງແຮມ, ຕຶກອາຄານ… ອ້າຍ ເລິມງອກຕວັນ ຫ້ຮູ້ວ່າ:

   ແຜນການວາງອອກແມ່ນ ເມື່ອປະຕິບັດລາຍການຢູ່ບັນດາຕຶກອາຄານ, ບໍ່ພຽງແຕ່ຜັກຂອງພວກຂ້າພະເຈົ້າເທົ່ານັ້ນ, ຫາກຍັງມີຫຼາຍຫົວຫຼ່ວຍ OCOP ອື່ນຢູ່ພາຍໃນ ແລະ ນອກບໍລິເວນອີກດ້ວຍ. ເພື່ອໃຫ້ສິນຄ້າມີຫຼາຍຮູບແບບ, ພວກຂ້າພະເຈົ້າໄດ້ເຊື້ອເຊີນລະບົບຈຳໜ່າຍສະຫະພັນສະຫະກອນການຄ້ານະຄອນ ໂຮ່ຈິມິນ (Saigon Co.op) ເພື່ອສະໜອງບັນດາປະເພດສິນຄ້າເຄື່ອງໃຊ້ທີ່ຈຳເປັນ ເພື່ອໃຫ້ ປຊຊ ຢູ່ບັນດາຕຶກອາຄານໃນບໍລິເວນ ສາມາດຊື້ເຄື່ອງໄດ້ຢ່າງສະດວກ, ສະສົມໃຫ້ແກ່ຄວາມຕ້ອງການໃນອາທິດ.

ນະ​ຄອນ​ໂຮ່​ຈີມ​ິນ ສ້າງ​ທິດ​ເດີນ​ສະ​ເພາະ​  ໃຫ້​ແກ່​ຜະ​ລິດ​ຕະ​ພັນ OCOP ຕົວ​ເມືອງ​ທັນ​ສະ​ໄໝ - ảnh 2(ພາບ: ນະຄອນ ໂຮ່ຈີມິນ)

    ກໍ່ຄ້ານຄືກັນກັບສະຫະກອນ ຕວັນງອກ, ທ່ານ ເຈິ່ງແທັງແອວງ, ຜູ້ອຳນວຍການບໍລິສັດ ABZ ຈຳກັດ ໄດ້ເລືອກທິດເດີນຢ່າງມີຫົວຄິດປະດິດສ້າງໃຫ້ແກ່ຜະລິດຕະພັນ OCOP ແມ່ນເຫຼົ້າຕົ້ນເລັບຄຸດ  ສະໝູນໄພ. ແທນທີ່ໄດ້ແຈກຢາຍຜະລິດຕະພັນແບບທຳມະດາ, ວິສາຫະກິດຂອງທ່ານ ໄດ້ສົ່ງຜະລິດຕະພັນເຂົ້າໃນບັນດາລະບົບຂາຍຍ່ອຍຢູ່ສະໜາມບິນຕ່າງໆຄື: ເຕິນເຊີເຍີດ, ໂນ້ຍບ່າຍ, ດ່ານັງ, ກາມແຣັງ ແລະ ຝູກວັກ. ເພື່ອບັນລຸໄດ້ສິ່ງດັ່ງກ່າວ, ບໍລິສັດ ABZ ໄດ້ໝູນໃຊ້ບັນດາການໜູນຊ່ວຍຢ່າງສຸດຂີດຈາກໂຄງການ OCOP ຄື: ການບຳລຸງສ້າງ, ການສື່ສານ ແລະ ການເຊື່ອມຕໍ່ດ້ານການຄ້າ. ທ່ານ ເຈິ່ງແທັງແອວງ ກ່າວວ່າ:

   ຂ້າພະເຈົ້າປາດຖະໜາວ່າ ສະມາຄົມຊາວກະສິກອນ ນະຄອນ ໂຮ່ຈີມິນ ຫຼືອົງການອື່ນຂອງນະຄອນ ຈະມີມາດຕະການເພື່ອເຊື່ອມຕໍ່ບັນດາເຈົ້າຂອງ, ຫາກບໍ່ຕ້ອງສ້າງຕັ້ງສະໂມສອນຄືເມື່ອກ່ອນ. ພຽງແຕ່ມີຂົວຕໍ່ຊ່ວຍ ແມ່ນພວກເຮົາຈະພ້ອມກັນແລກປ່ຽນບົດຮຽນປະສົບການ, ທັງແກ້ໄຂດ້ານຄຸນນະພາບ, ປະລິມານການຜະລິດຕ້ອງສະໝ່ຳສະເໝີ.

    ພາຍຫຼັງໄດ້ຜັນຂະຫຍາຍມາເປັນເວລາ 5 ປີ, ປະຈຸບັນ, ຜະລິດຕະພັນ OCOP ນະຄອນ ໂຮ່ຈິມິນ ໄດ້ເປີດກ້ວາງ ຈາກອານຫານ, ເຄື່ອງຫັດຖະກຳສິລະປະ, ຕະຫຼອດຮອດຢາສະໝູນໄພ, ເຄື່ອງດື່ມ, ການປຸງແຕ່ງເລິກ ແລະ ການທ່ອງທ່ຽວເຂດຊຸມຊົນ. ຫຼາຍວິສາຫະກິດຂະໜາດນ້ອຍ ແລະ ກາງ ທັງໄດ້ເປັນເຈົ້າການໝູນໃຊ້ເຕັກໂນໂລຊີດີຈີຕອນເຂົ້າໃນການຜະລິດ,    ການຄົ້ນຫາຕົ້ນກຳເນີດ, ການຂາຍເຄື່ອງ ແລະ ເບິ່ງແຍງດູແລລູກຄ້າ.

   ຜະລິດຕະພັນ OCOP ບໍ່ພຽງແຕ່ໄດ້ສ້າງວຽກເຮັດງານທຳ, ຍົກສູງລາຍຮັບໃຫ້ແກ່ ປຊຊ ເທົ່ານັ້ນ, ຫາກຍັງໄດ້ເຊື່ອມຕໍ່ການຜະລິດຢູ່ເຂດຊົນນະບົດ ກັບຕະຫຼາດໃນຕົວເມືອງອີກດ້ວຍ. ທ່ານ ເຈິ່ນຝູລື້, ຜູ້ອຳນວຍການ ນະຄອນ ITPC ໂຮ່ຈິມິນ ເນັ້ນໜັກເຖິງບົດບາດຂອງການໂຄສະນາ, ສົ່ງເສີມການຄ້າຢູ່ຫຼາຍຊ່ອງ, ພິເສດແມ່ນໃນບັນດາພື້ນຖານດີຈີຕອນ ແລະ ຕະຫຼາດສາກົນ. ແຕ່ເຖິງແນວນັ້ນກໍ່ຕາມ, OCOP ບໍ່ຄວນຢຸດຢູ່ເຄື່ອງໝາຍການຄ້າເທົ່ານັ້ນ, ຖ້າຢາກແກ່ງແຍ້ງໄດ້, ບັນດາເຈົ້າຂອງ OCOP ຕ້ອງຍົກສູງຄຸນນະພາບຜະລິດຕະພັນ, ປະຕິບັດບັນດາມາດຖານຄື: ປະຕິບັດການຜະລິດກະສິກຳດີຢູ່ ຫວຽດນາມ (VietGAP), ປະຕິບັດກະສິກຳດີທົ່ວໂລກ (GlobalGAP). ທ່ານ ລື້ ໄດ້ສົ່ງເສີມບັນດາວິສາຫະກິດ OCOP ຈົ່ງກ້າສົມທົບກັບຮູບແບບການທ່ອງທ່ຽວເຂດຊຸມຊົນ, ທ່ອງທ່ຽວລົງຕົວຈິງເພື່ອເພີ່ມການຕອບຮັບ, ການຮັບຮູ້ຂອງເຄື່ອງໝາຍການຄ້າ ແລະ ສ້າງເຂດແນະນຳຜະລິດຕະພັນຢ່າງມີຊີວິດຊີວາ, ແທດຈິງກ່ວາ:

   ບັນດາຜະລິດຕະພັນຂອງວິສາຫະກິດ ຫວຽດນາມ ນັບມື້ນັບໄດ້ຍົກສູງຂຶ້ນ, ໄດ້ຄົ້ນຄ້ວາເພື່ອຕອບສະໜອງທ່າອ່ຽງຄວາມນິຍົມຂອງຜູ້ບໍລິໂພກ. ບັນຫາທີ່ຍັເຫຼືອແມ່ນພວກເຮົາຄວນເພີ່ມທະວີບັນດາການເຄື່ອນໄຫວໂຄສະນາ, ສົ່ງເສີມເພື່ອໃຫ້ຫຼາຍຄົນຮູ້ຈັກເຖິງຜະລິດຕະພັນທີ່ມີຄຸນນະພາບສູງຂອງ ຫວຽດນາມ. ພ້ອມກັນນັ້ນ, ກໍ່ເຊື່ອມຕໍ່ກັບລະບົບຈຳໜ່າຍ, ພິເສດແມ່ນລະບົບຂອງບັນດາກຸ່ມບໍລິສັດນາໆຊາດ. ຍ້ອນວ່ານີ້ແມ່ນທ່າອ່ຽງທັນສະໄໝ ຮັບໃຊ້ການສົ່ງອອກຢູ່ກັບທີ່ຜ່ານບັນດາກຸ່ມບໍລິສັດໃຫ່ຍ. ເມື່ອໝູນໃຊ້ໄດ້ເປັນຢ່າງດີ, ຂ້າພະເຈົ້າຄິດວ່າ ນີ້ກໍ່ແມ່ນໂອກາດເພື່ອໃຫ້ພວກເຮົາສົ່ງສິນຄ້າໄປຍັງຕະຫຼາດປະເທດຕ່າງໆ.

   ໃນ 5 ປີທີ່ຜ່ານມາ, ນະຄອນ ໂຮ່ຈີມິນ, ບໍ່ພຽງແຕ່ແມ່ນແຫ່ງເລີ່ມສ້າງ OCOP ຫຼາຍຮູບແບບທີ່ມີຫົວຄິດປະດິດສ້າງເທົ່ານັ້ນ, ຫາກຍັງແມ່ນບ່ອນອີງອັນໜັກແໜ້ນ, ໜູນຊ່ວຍທຶນ, ເຊື່ອມຕໍ່ຕະຫຼາດ ແລະ ໂຄສະນາເຄື່ອງໝາຍການຄ້າອີກດ້ວຍ. ການຮ່ວມເດີນທາງນີ້ ແມ່ນພື້ນຖານເພື່ອໃຫ້ບັນດາເຈົ້າຂອງ OCOP ພັດທະນາແບບຍືນຍົງ, ປະກອບສ່ວນຍົກລະດັບຄຸນຄ່າເຄື່ອງໝາຍການຄ້າ ຫວຽດນາມ./.

ຕອບກັບ

ຂ່າວ/ບົດ​ອື່ນ