ຮ່າ​ໂນ້ຍ ​ແຜ່​ກະ​ຈາຍ​ວັດ​ທະ​ນະ​ທຳ​ການ​​ປະຢັດ​ພະ​ລັງ​ງານ

(VOVWORLD) -   ຮ່າໂນ້ຍ ພວມຫັນປ່ຽນຢ່າງແຮງໃນການປະຕິບັດການນຳໃຊ້ພະລັງງານຢ່າງປະຢັດ, ບັນລຸປະສິດທິຜົນ. ບໍ່ພຽງແຕ່ແມ່ນໝາກຜົນຂອງບັນດາໂຄງການໂຄສະນາເທົ່ານັ້ນ, ການຫັນປ່ຽນຍັງມາຈາກສະຕິຄວາມຮັບຮູ້ທີ່ນັບມື້ນັບສູງຂອງປະຊາຄົມ, ຈາກແຕ່ລະຄອບຄົວ, ເຂດຊຸມຊົນຕະຫຼອດຮອດໂຮງຮຽນ, ສຳນັກງານອີກດ້ວຍ.

ຮ່າ​ໂນ້ຍ ​ແຜ່​ກະ​ຈາຍ​ວັດ​ທະ​ນະ​ທຳ​ການ​​ປະຢັດ​ພະ​ລັງ​ງານ - ảnh 1(ພາບ: nguoihanoi.vn)

           ນ້ຳໃຈປະຢັດພະລັງງານຄ່ອຍໆໄດ້ກາຍເປັນຈຸດຄວາມງາມໃນວິຖີຊີວິດເຂດຕົວເມືອງ, ຄວາມລຶ້ງເຄີຍຢ່າງສີວິໄລຂອງຊາວ ຮ່າໂນ້ຍ ໃນທຸກວັນນີ້. ບັນດາຄຳຂວັນປະຢັດໄຟຟ້າ, ປະຢັດພະລັງງານໄດ້ຫັນເປັນລະອຽດຜ່ານບັນດາການກະທຳໃນຊີວິດປະຈຳວັນ ແຕ່ມີຄວາມແທດຈິງຄື: ມອດໄຟເມື່ອອອກຈາກຫ້ອງ, ນຳໃຊ້ເຄື່ອງອຸປະກອນປະຢັດໄຟຟ້າ, ໃຊ້ພາຫະນະຄົມມະນາຄົມສີຂຽວ, ໝູນໃຊ້ເຕັກໂນໂລຊີໃໝ່ໃນການຜະລິດ.

    ໃນໄລຍະ 2021-2025, ມີກວ່າ 340.000 ຄອບຄົວໄດ້ຮັບການແນະນຳ, ຝຶກອົມຮົມກ່ຽວກັບການນຳໃຊ້ພະລັງງານປະຢັດ, ໝາຍຄວາມວ່ານັບແສນຄອບຄົວໄດ້ເຂົ້າເຖິງຄວາມຮັບຮູ້, ທັກສະເພື່ອຫລຸດຜ່ອນການໃຊ້ໄຟຟ້າ, ອາຍແກັດ, ນ້ຳມັນ… ປະກອບສ່ວນຫລຸດຜ່ອນຄ່າໃຊ້ຈ່າຍໃນການດຳເນີນຊີວິດ ແລະ ຜົນກະທົບຕໍ່ສິ່ງແວດລ້ອມ.

ຮ່າ​ໂນ້ຍ ​ແຜ່​ກະ​ຈາຍ​ວັດ​ທະ​ນະ​ທຳ​ການ​​ປະຢັດ​ພະ​ລັງ​ງານ - ảnh 2(ພາບ: nguoihanoi.vn)

    ເມື່ອແບ່ງປັນກ່ຽວກັບການກຳນົດທິດຊຸກຍູ້ວັດທະນະທຳປະຢັດພະລັງງານ, ທ່ານນາງ ເລທິແທັງຖຸຍ, ຮອງຫົວໜ້າຫ້ອງການຄຸ້ມຄອງສິ່ງແວດລ້ອມ, ພະແນກກະສິກຳ ແລະ ສິ່ງແວດລ້ອມ ຮ່າໂນ້ຍ ເນັ້ນໜັກວ່າ:

  ໃນໄລຍະຜ່ານມາ, ນະຄອນ ຮ່າໂນ້ຍ ໄດ້ເອົາໃຈໃສ່ຫຼາຍຕໍ່ການຄຸ້ມຄອງປະສິດທິຜົນພະລັງງານ, ຍົກອອກຫຼາຍມາດຕະການ, ໃນນັ້ນ, ດ້ວຍບົດບາດຂອງພະແນກກະສິກຳ ແລະ ສິ່ງແວດລ້ອມ, ພວກ້າພະເຈົ້າຍາມໃດກໍ່ເອົາໃຈໃສ່ຕໍ່ັນມາດມາດຕະການກ່ຽວກັບການນຳໃຊ້ພະລັງງານທົດແທນ ກໍ່ຄືປະສິດທິຜົນໃນການຄຸ້ມຄອງສິ່ງເສດເຫຼືອແຂງ, ຫລຸດຜ່ອນມົນລະພິດບັນຍາກາດຈາກບັນດາແຫຼ່ງພະລັງງານທີ່ຕ່າງກັນໃນລະດັບຕ່ຳສຸດ.

   ບັນດາບໍລິສັດໄຟຟ້າໃນບໍລິເວນກໍ່ໄດ້ຮ່ວມເດີນທາງພ້ອມກັບ ປຊຊ ໃນຂະບວນການນີ້.  EVNHANOI ໄດ້ຜັນຂະຫຍາຍການໂຄສະນາ, ຝາກຂໍ້ຄວາມສະເໜີແນະການນຳໃຊ້ໄຟຟ້າຢ່າງເໝາະສົມເຖິງລູກຄ້າ, ແນະນຳການໃຊ້ເຄື່ອງອຸປະກອນປະຢັດພະລັງງານ ພ້ອມທັງໜູນຊ່ວຍຄອບຄົວທຸກຍາກ, ຄອບຄົວນະໂຍບາຍ ປ່ຽນເຄື່ອງອຸປະກອນໃຊ້ໄຟຟ້າທີ່ກິນໄຟຫຼາຍ. ອ້າຍ ຟ້າມຊວັນມິນຈີ ເລຂາຄະນະຊາວໜຸ່ມ EVN, ແບ່ງປັນວ່າ:

   ພວກເຮົາພວມພະຍາຍາມບັນລຸ NET ZERO ໃນປີ 2050, ພວກຂ້າພະເຈົ້າໄດ້ເຜີຍແຜ່ເຖິງສະມາຊິກຄະນະຊາວໜຸ່ມໃນກຸ່ມບໍລິສັດໄຟຟ້າ ແລະ ຜ່ານເຂົາເຈົ້າ ກໍ່ໄດ້ໂຄສະນາໃນວົງຄະນາຍາດເພື່ອພ້ອມກັນສ້າງປະຊາຄົມທີ່ປອດໄພ, ປະຢັດ ແລະ ມີປະສິດທະຜົນ.

   ລະບົບໄຟເຍືອງທາງສາທາລະນະຢູ່ຕາມຖະໜົນຫົນທາງນັບພັນສາຍໄດ້ປ່ຽນແທນດ້ວຍໄຟ LED, ຫຼາຍເຂດຊຸມຊົນໄດ້ຕິດຕັ້ງລະບົບໄຟຟ້າໃຊ້ພະລັງງານແສງຕາເວັນເພື່ອຮັບໃຊ້ການດຳເນີນຊີວິດລວມ. ເຂດຕົວເມືອງໃໝ່ຈຳນວນໜຶ່ງຍັງໄດ້ນຳໃຊ້ຮູບແບບຄຸ້ມຄອງພະລັງງານອັດສະລີຍະ, ບັນຊາແສງໄຟ, ອູນຫະພູມແບບອັດຕະໂນມັດເພື່ອຫລຸດຜ່ອນການຟູມເຟືອຍພະລັງງານ. ທ່ານ ຫງວຽນວັນລອງ, ຮອງປະທານສະມາຄົມວິທະຍາສາດ ແລະ ເຕັກໂນໂລຊີນຳໃຊ້ພະລັງງານປະຢັດ ແລະ ມີປະສິດທິຜົນ ຫວຽດນາມ ໃຫ້ຮູ້ວ່າ:

          ຮ່າໂນ້ຍ ແມ່ນນະຄອນໃຊ້ພະລັງງານຫຼາຍ, ຮ່າໂນ້ໄດ້ປະຕິບັດຈຸດສຸມຂອງໂຄງການແຫ່ງຊາດກ່ຽວກັບການນຳໃຊ້ພະລັງງານປະຢັດ ແລະ ມີປະສິດທິຜົນໄລຍະ 2019-2030. ນີ້ແມ່ນຜົນປະໂຫຍດທີ່ໃຫຍ່ຫຼວງ. ທາງຄະນະກຳມະການ ນະຄອນ ຮ່າໂນ້ຍ, ບັນດາອົງການສຳນັກງານ, ຄະນະ, ຂະແໜງການກໍ່ມີຄວາມເອົາໃຈໃສ່ຕໍ່ບັນຫານີ້

         ໄລຍະ 2026-2030, ໂດຍໄດ້ປະຕິບັດໂຄງການກ່ຽວກັບການນຳໃຊ້ພະລັງງານປະຢັດ ແລະ ມີປະສິດທະຜົນ, ນະຄອນ ຮ່າໂນ້ຍ ສູ້ຊົນບັນລຸລະດັບປະຢັດພະລັງງານແຕ່ 9-10% ຍອດພະລັງງານນຳໃຊ້ທັງໝົດ ແລະ ຫລຸດຜ່ອນຄວາມເສຍຫາຍພະລັງງານໄຟຟ້າລົງຕ່ຳກ່ວາ 4% ໃນທົ່ວບໍລິເວນ. ທ່ານ ຫງວຽນຄັກວັນ, ຮອງຫົວໜ້າຫ້ອງການຄຸ້ມຄອງພະລັງງານ, ພະແນກອຸດສາຫະກຳການຄ້າ ຮ່າໂນ້ຍ ໃຫ້ຮູ້ວ່າ:

   ເພື່ອປະຕິບັດໂຄງການຫລຸດຜ່ອນອາຍເສຍ ແລະ ຊຸກຍຸ້ການນຳໃຊ້ພະລັງງານປະຢັດ, ມີປະສິດຜົນ, ນະຄອນ ຮ່າໂນ້ຍ ໄດ້ຜັນຂະຍຫຼາຍໂຄງການ, ໃນນັ້ນ ໂຄງການນຳໃຊ້ພະລັງງານຢ່າງມີປະສິດທິຜົນ ແມ່ນໜຶ່ງໃນບັນດາໂຄງການແຫ່ງຊາດ.

          ບັນດາມາດຕະການຄົບຊຸດ ແລະ ການຕອບສະໜອງຂອງປະຊາຄົມ, ຮ່າໂນ້ຍ ບໍ່ພຽງແຕ່ບັນລຸໄດ້ ແລະ ລື່ນກາຍຄາດໝາຍໃນໄລຍະ 2021-2025 ເທົ່ານັ້ນ, ຫາກສຳຄັນກວ່າ, ນັ້ນແມ່ນໄດ້ສ້າງຕັ້ງ ແລະ ແຜ່ກະຈາຍວັດທະນະທຳປະຢັດພະລັງງານ, ຊື່ງແມ່ນຄວາມລຶ້ງເຄີຍໃໝ່, ປະກອບສ່ວນສ້າງໂສມໜ້າຕົວເມືອງທີ່ທັນສະໄໝ, ໝັ້ນຄົງໜັກແໜ້ນ ແລະ ມີສີຂຽວກວ່າ./.

ຕອບກັບ

ຂ່າວ/ບົດ​ອື່ນ