“ພະແນກຄົມມະນາຄົມຂົນສົ່ງ ໄດ້ສ້າງແຜນຮ່າງຫັນປ່ຽນພາຫະນະນຳໃຊ້ພະລັງງານ diezen ທີ່ກໍ່ມົນລະພິດຕໍ່ສິ່ງແວດລ້ອມ ມານຳໃຊ້ພະລັງງານໄຟຟ້າ, ພະລັງງານສີຂຽວດ້ວຍເປົ້າໝາຍ 100% ພາຫະນະນຳໃຊ້ພະລັງງານສີຂຽວ, ພະລັງງານສະອາດ, ພະລັງງານໄຟຟ້າ”.
ປະຈຸບັນ ນະຄອນ ຮ່າໂນ້ຍ ມີລົດເມ ປະມານ 370 ຄັນທີ່ໄດ້ນຳໃຊ້ພະລັງງານສີຂຽວພວມເຄື່ອນໄຫວ ລວມມີ ລົດຂະຫນາດໃຫຍ່, ຂະຫນາດກາງ ແລະ ນ້ອຍ. ກວມເອົາ 19,7% ໃນຍອດຈຳນວນລົດເມເກືອບ 2.000 ຄັນທີ່ມີໃນປະຈຸບັນ ຢູ່ນະຄອນ ຮ່າໂນ້ຍ. ເຖິງວ່າ ນຳເຂົ້າໃຊ້ງານຍັງບໍ່ທັນຍາວນານ ແຕ່ລະບົບລົດເມໄຟຟ້າ, ນຳໃຊ້ພະລັງງານສີຂຽວ ລ້ວນແຕ່ໄດ້ຮັບຄວາມນິຍົມເລືອກເຟັ້ນຈາກຊາວ ນະຄອນຫລວງ. ທ່ານ ນິງວັນແຄງ ຢູ່ ຕາແສງ ໂອເຈີ້ເຢື່ອ ເມືອງ ດົງດາ ຜູ້ເຄີຍໄປມາດ້ວຍລົດເມເປັນປະຈຳ ໃຫ້ຮູ້ວ່າ:
“ລົດເມໄຟຟ້າ ຂ້າພະເຈົ້າ ຫາກໍ່ໄດ້ຂີ່ ແຕ່ເຫັນວ່າ ມັນສະອາດ, ທັນສະໄຫມ, ວິທີການປະພຶດຂອງພະນັກງານບໍລິການເທິງລົດຕໍ່ກັບຜູ້ໂດຍສານແມ່ນມີມາລະຍາດດີ, ຮອດບ່ອນຈອດແຕ່ລະປ້າຍ ລ້ວນແຕ່ມີການປະກາດກ່ອນ ແລະ ມີປ້າຍເອເລັກໂຕນິກໃຫ້ອ່ານຈຸດຈອດຢ່າງຈະແຈ້ງ”.
ຕາມທ່ານ ທາຍໂຮ່ເຟືອງ, ຜູ້ອຳນວຍການສູນຄຸ້ມຄອງ ແລະ ບັນຊາຄົມມະນາຄົມ ນະຄອນ ຮ່າໂນ້ຍ ແລ້ວ, ຮູບແບບຂົນສົ່ງຜູ້ໂດຍສານ ພິເສດ ແມ່ນພາຫະນະນຳໃຊ້ພະລັງງານສີຂຽວ, ພະລັງງານສະອາດ ແມ່ນທ່າອ່ຽງທີ່ຈຳເປັນຢ່າງແນ່ນອນຂອງຫລາຍປະເທດໃນໂລກ. ຈາກບັນດາຄຸນລັກສະນະໂດດເດັ່ນຂອງປະເພດລົດເມໄຟຟ້າ, ໃຊ້ພະລັງງານສີຂຽວ, ຮ່າໂນ້ຍ ຍັງສຸມໃສ່ພັດທະນາ, ທະວີຄູນຢ່າງກວ້າງຂວາງຢູ່ບໍລິເວນ ນະຄອນ.
“ຮ່າໂນ້ຍ ແມ່ນທ້ອງຖິ່ນທຳອິດທີ່ມີລົດເມໄຟຟ້າຄົບ 3 ຂະຫນາດ: ນ້ອຍ, ກາງ ແລະໃຫຍ່. ພວກຂ້າພະເຈົ້າຈະສົມທົບຢ່າງແຫນ້ນແຟ້ນກັບບັນດາຫົວຫນ່ວຍໃຫ້ຄຳປຶກສາເພື່ອສ້າງປະມວນລາຄາໃຫ້ລົດເມຂະຫນາດນ້ອຍ ແລະ ກາງ ເປັນພື້ນຖານເພື່ອເປີດກວ້າງບັນດາພາຫະນະຂົນສົ່ງສາທາລະນະຢູ່ບໍລິເວນ ນະຄອນ ຜ່ານນັ້ນ ກໍ່ຍູ້ແຮງເລື່ອງຫັນລະບົບລົດເມເປັນສີຂຽວ”.
ຕາມບັນດາຜູ້ຊ່ຽວຊານແລ້ວ, ເລື່ອງນຳໃຊ້ລົດເມໄຟຟ້າ ໄດ້ປະກອບສ່ວນຫລາຍສົມຄວນໃນການຫລຸດຜ່ອນອາຍພິດ ກອກບອນ ປ່ອຍອອກສູ່ສິ່ງແວດລ້ອມ, ຖ້າຫາກຫັນມານຳໃຊ້ລົດເມໄຟຟ້າ ແທນໃຫ້ລົດເມໃຊ້ນ້ຳມັນ diesel ຄືປະຈຸບັນ, ປະລິມານ ອາຍພິດ ກອກບອນ ທີ່ປ່ອຍອອກສູ່ສິ່ງແວດລ້ອມອາດຈະໄດ້ຫລຸດລົງປະມານ 170.480 ໂຕນຕໍ່ປີ.
ນອກຈາກຜົນປະໂຫຍດຕໍ່ສິ່ງແວດລ້ອມ, ລົດເມໄຟຟ້າ ຍັງມີຫລາຍຈຸດໂດດເດັ່ນກ່ຽວກັບດ້ານເສດຖະກິດ. ລາຍຈ່າຍພະລັງງານໄຟຟ້າແມ່ນຕ່ຳກວ່າຫລາຍສົມຄວນນເມື່ອທຽບໃສ່ພະລັງງານ diesel, ໃນຂະນະນັ້ນ ສະມັດຕະພາບການເຄື່ອນໄຫວແມ່ນສູງກວ່າ. ທ່ານ ຫງວຽນຮວ່າງຫາຍ, ຮອງປະທານ ສະຫະສະມາຄົມການຂົນສົ່ງຜູ້ໂດຍສານສາທາລະນະ ໄດ້ວິເຄາະວ່າ:
“ພວກຂ້າພະເຈົ້າຖືວ່າ ນີ້ແມ່ນການຫັນປ່ຽນທີ່ເໝາະສົມກັບທ່າອ່ຽງ ແລະ ເໝາະສົມກັບແຜນນະໂຍບາຍພັດທະນາຂົນສົ່ງສາທາລະນະຂອງນະຄອນ ຮ່າໂນ້ຍ. ເປັນຄັ້ງອິດ ພວກເຮົານຳໃຊ້ລະບົບປິ້ລົດອັດສະລິຍະ, ສະດວກໃຫ້ທັງຜູ້ໃຊ້ ແລະ ທັງຜູ້ຄຸ້ມຄອງ. ສຸດທ້າຍ ແມ່ນລະບົບບໍລິຫານທັນສະໄຫມ, ເຊື່ອມຕໍ່ກັບສູນບັນຊາຂອງພະແນກຄົມມະນາຄົມ”.
ເລື່ອງນຳເອົາລົດເມໄຟຟ້າແທນໃຫ້ລົດເມທຳມະດາ ແມ່ນການສ້າງຂີດໝາຍແຫ່ງບາດກ້າວໃຫມ່ໃນວິວັດການກໍ່ສ້າງຕົວເມືອງສີຂຽວ ແລະ ຍືນຍົງ. ການກະທຳນີ້ ບໍ່ພຽງແຕ່ຕອບສະຫນອງຄວາມຕ້ອງການໃນການໄປມາທາງສາທາລະນະທີ່່ນັບມື້ນັບຫລາຍຂຶ້ນຂອງ ນະຄອນຫລວງ ເທົ່ານັ້ນ ຫາກຍັງສົ່ງເສີມປະຊາຊົນປ່ຽນແປງຄວາມຊິນເຄີຍໃນການໄປມາ, ປະກອບສ່ວນຫລຸດຜ່ອນຄວາມກົດດັນທາງຄົມມະນາຄົມ ແລະ ມົນລະພິດຕໍ່ສິ່ງແວດລ້ອມ. ແລະ ຕາມແຜນການຜັນຂະຫຍາຍແຜນຮ່າງພັດທະນາລະບົບຄົມມະນາຄົມຂົນສົ່ງສາທາລະນະດ້ວຍລົດເມໄຟຟ້າ, ພະລັງງານສີຂຽວ ໂດຍຄະນະກຳມະການປະຊາຊົນ ນະຄອນ ຮ່າໂນ້ຍ ປະກາດໃຊ້ໃນວັນທີ 28 ພຶດສະພາ ຜ່ານມາ, ຊ້າສຸດແມ່ນຮອດປີ 2030 ຮ່າໂນ້ຍ ຈະສຳເລັດການຫັນປ່ຽນລົດເມໃຊ້ນ້ຳມັນ diesel ມາເປັນລົດເມໃຊ້ໄຟຟ້າ, ພະລັງງານສີຂຽວ”.