(VOVWORLD) - ຖ້າເບິ່ງນະຄອນທັນສະໄໝຢູ່ແຂວງ ກ່າເມົາ, ແຫ່ງທີ່ມີການຄົມມະນາຄົມທີ່ສະດວກສະບາຍ, ມີໜ້ອຍຄົນທີ່ຄິດວ່າ, ຢູ່ທາງຫຼັງບັນດາເຮືອນທີ່ໃຫ່ຍໂຕ ແລະ ສວຍງາມນັ້ນ ພັດມີບັນດາທ່າເຮືອທີ່ຍັງມີເຮືອນ້ອຍຫຼາຍລຳໄດ້ຂົນສົ່ງແຂກໂດຍສານຂ້າມຟາກແມ່ນ້ຳຕາມແຕ່ລະວັນຢູ່.
ລຸງ ຈິ້ງດຶກຟອງ (ພາບ: ຮ່ວຽນຈາງ/VOV5)
|
ຢູ່ລຽບຕາມສອງຟາກຝັ່ງແມ່ນ້ຳ ກ່າເມົາ ຂຶ້ນກັບນະຄອນ ກ່າເມົາ ເກົ່າ, ປະຈຸບັນແມ່ນຕາແສງຈຳນວນໜຶ່ງໃນໃຈກາງແຂວງ ກ່າເມົາ, ຖ້າເບິ່ງດີໆກໍ່ຈະເຫັນວ່າ ມີທ່າເຮືອຫຼາຍແຫ່ງ ຊື່ງແມ່ນຢູ່ທາງຫຼັງຂອງເຮືອນຜູ້ພາຍເຮືອ, ເມື່ອກ່ອນ, ປຊຊ ໄດ້ຂ້າມຟາກແມ່ນ້ຳດ້ວຍເຮືອນ້ອຍເປັນຕົ້ນ. ແຕ່ເຖິງແນວນັ້ນກໍ່ຕາມ, ເມື່ອທາງນະຄອນມີການພັດທະນາແລ້ວ, ຂົວ, ເສັ້ນທາງແຫ່ງຕ່າງໆກໍ່ໄດ້ຮັບການກໍ່ສ້າງຂຶ້ນເພື່ອເຊື່ອມຕໍ່ທຸກແຫ່ງ, ແຕ່ ປຊຊ ຜູ້ດຳລົງຊີວິດຢູ່ມໍ່ກັບແມ່ນ້ຳ ຍັງເລືອກເອົາການໄປມາດ້ວຍເຮືອນ້ອຍຍ້ອນໄວ ແລະ ສະດວກສະບາຍ. ປ້າ ເລິມບິກຖຸຍ ໃຫ້ຮູ້ວ່າ:
ຖ້າຍ່າງໄປກໍ່ເມື່ອຍ, ເຂົາເຈົ້າມັກຂີ່ເຮືອນ້ອຍຖ້າຢາກຂ້າມແມ່ນ້ຳ ເສຍເງິນແຕ່ປະມານ 0.18 USD ເທົ່ານັ້ນ, ລາຄາຖືກທີ່ສຸດ.
ລຸງ ໂງແທັງເຈົາ (ພາບ: ຮ່ວຽນຈາງ/VOV5)
|
ທ້າວ ຫງວຽນວັນເຟີ້ນ ຜູ້ທີ່ໄດ້ຕິດພັນກັບການພາຍເຮືອສົ່ງແຂກຂ້າມແມ່ນ້ຳມາເປັນເວລາກ່ວາ 20 ປີໄດ້ເລົ່າສູ່ຟັງວ່າ ລາວໄດ້ເຫັນປະຈັກຕາຫຼາຍການປ່ຽນແປງໃນເຂດດິນແດນແຫ່ງນີ້, ປະຈຸບັນ, ການໄປມາດ້ວຍເຮືອນ້ອຍບໍ່ຄັບຄາໜາແໜ້ນຄືເມືອກ່ອນແລ້ວ, ແຕ່ບັນດາແມ່ຍິງ, ຜູ້ມີອາຍຸສູງ, ຜູ້ຍ່າງ ຫຼືຂີ່ລົບຖີບຍັງເລືອກເອົາການຂ້າມແມ່ນ້ຳດ້ວຍເຮືອຍນ້ອຍ. ມື້ໜຶ່ງລາວກໍ່ສາມາດຫາເງິນໄດ້ປະມານ 4 USD. ເຖິງວ່າຈຳນວນບໍ່ຫຼາຍກໍ່ຕາມແຕ່ລາວກໍ່ມີເງິນໃຊ້ໃນຊີວິດປະຈຳວັນຢ່າງພຽງພໍ. ທ້າວ ຫງວຽນວັນເຟີ້ນ ໃຫ້ຮູ້ວ່າ:
ເມື່ອກ່ອນ, ທ່າເຮືອນີ້ກໍ່ຄືທ່າເຮືອຕະຫຼາດນ້ຳ ເກີນເທີ. ເຮືອນ້ອຍມີຫຼາຍ, ປະຈຸບັນກໍ່ໜ້ອຍລົງຫຼາຍແລ້ວ, ຖ້າບໍ່ສາມາດຂີ່ລົດຈັກໄດ້, ເຂົາເຈົ້າຈະຂີ່ເຮືອນ້ອຍ. ຂີ່ເຮືອນ້ອຍຈະໄວ, ບໍ່ເສຍເວລາຫຼາຍຄືຂີ່ລົດຈັກ.
(ພາບ: ຮ່ວຽນຈາງ/VOV5) |
ຄອບຄົວ ລຸງ ຈິ້ງດຶກຟອງ ໄດ້ດຳລົງຊີວິດມໍ່ກັບແມ່ນນ້ຳ ກ່າເມົາ, ລາວມີຮ້ານຂາຍເຄື່ອງປະມົງ. ແຕ່ລະເດືອນ, ລາວຕ້ອງໄປຊື້ສິນຄ້າຢູ່ບັນດາຕາແສງທີ່ຢູ່ຫ່າງຈາກບ້ານປະມານນັບສີບ ຫຼືຮ້ອຍ ກມ. ແຕ່ລະເທື່ອ, ລາວໄດ້ໃຊ້ເຮືອນ້ອຍທີ່ມີເຄື່ອງຈັກເພື່ອຂົນສິນຄ້າ ຊື່ງໄດ້ຊ່ວຍໃຫ້ຄອບຄົວລາວປະຢັດຄ່າໃຊ້ຈ່າຍໄດ້ຫຼາຍກ່ວາ. ລຸງ ຈິ້ງດຶກຟອງ ໃຫ້ຮູ້ວ່າ:
ສິນຄ້າຫຼາຍປະເພດຕ້ອງຂົນສົ່ງດ້ວຍເຮືອນ້ອຍຈະສະດວກສະບາຍກ່ວາ. ບາງເທື່ອກໍ່ຂົນສົ່ງດ້ວຍລົດ, ບາງເທື່ອກໍ່ຂົນສົ່ງດ້ວຍເຮືອນ້ອຍ.
ການໄປມາທາງແມ່ນ້ຳດ້ວຍເຮືອນ້ອຍໄດ້ກາຍເປັນສິ່ງທີ່ຈັບໃຈສຳລັບແຂກທ່ອງທ່ຽວເມື່ອມາຢ້ຽມຢາມ ກ່າເມົາ, ທັງແມ່ນສຳລັບຊາວ ກ່າເມົາ ຜູ້ບໍ່ໄດ້ຢູ່ໃກ້ກັບແມ່ນ້ຳນຳອີກ. ຢູ່ທ່າມກາງເຂດຖະໜົນທີ່ທັນສະໄໝ, ຜູ້ຄົນທັງຫຼາຍກໍ່ສາມາດຊອກເຫັນເຮືອນ້ອຍຢູ່ບໍ່ວ່າແຫ່ງໃດ ເພື່ອສາມາດມີໂອກາດເຫັນປະຈັກຕາຄວາມຄຶກຄັກຢູ່ມູມໜຶ່ງຂອງແມ່ນ້ຳ. ຜູ້ພາຍເຮືອກໍ່ມີຄວາມຈູບຈ້າວຫ້າວຫັນ ເມື່ອເລົ່າບັນດາເລື່ອງລາວທີ່ຕິດພັນກັບແມ່ນ້ຳ, ຈາກນັ້ນ, ທຸກຄົນກໍ່ສາມາດເຂົ້າໃຈຕື່ມອີກກ່ຽວກັບເຂດດິນແດນຂອງບັນດາຜູ້ໃຈດີ ແລະ ເປັນມິດ. ທ່ານ ໂງແທັງເຈົາ ໃຫ້ຮູ້ວ່າ:
ຫຼາຍຄົນມັກຂີ່ເຮືອນ້ອຍຂ້າມແມ່ນ້ຳ, ໂດຍສະເພາະແມ່ນຕອນເຊົ້າ ມີຄົນຫຼາຍທີ່ສຸດ, ຕອນແລງຈະໜ້ອຍກ່ວາ. ຍາມຕອນເຊົ້າເຂົາເຈົ້າມັກໄປຕະຫຼາດ, ໄປຊື້ຂອງກິນ. ບາງເມື່ອມີແຂກຕ່າງປະເທດໄປເລາະຫຼີ້ນ 2, 3 ຮອບເພື່ອຖ່າຍຮູບ, ມີນ້ອງນ້ອຍມາຈາກ ໄຊງ່ອນ ຢາກຮຽນພາຍເຮືອອີກ.
ໃນທ່າມກາງເຂດຖະໜົນທີ່ອຶກກະທຶກຄຶກໂຄມ, ສຽງເອີ້ນເຮືອນ້ອຍ ຄືວ່າໄດ້ປຸກລຸກຄວາມລື້ງເຄີຍຂອງຫຼາຍຄົນ, ພາເຂົາເຈົ້າກັບຄືນມາເຂດດິນແດນທາງທິດຕາເວັນຕົກຂອງພາກໃຕ້ ຫວຽດນາມ, ສະຖານທີ່ທີ່ມີຊີວິດການເປັນຢູ່ໄດ້ຕິດພັນກັບແມ່ນ້ຳ./.