(VOVWORLD) - “ຮ້ານກາເຟອະນາຄົດ” ຢູ່ຖະໜົນ ຫວູ້ຟ້າມຮ່າມ, ເມືອງ ເກົາໄຢ ແມ່ນຮູບແບບຮ້ານກາເຟ ໂດຍ robot ຮັບໃຊ້ ໄດ້ປະກົດຢູ່ ຮ່າໂນ້ຍ ເປັນຄັ້ງທຳອິດ.
(ຮ້ານກາເຟອະນາຄົດ ຢູ່ ຮ່າໂນ້ຍ ໄດ້ນຳຫຸ່ນຍົນ robot 4 ໂຕເຂົ້າເຄື່ອນໄຫວ) |
Robot ແລະ AI ຮັບໜ້າທີ່ຄືກັບມະນຸດໃນຂົງເຂດຮ້ານອາຫານ, ໂຮງແຮມ, ການບໍລິການສະໜາມບິນ ໄດ້ກາຍເປັນສິ່ງທີ່ລຶ້ງເຄີຍຢູ່ຫຼາຍປະເທດໃນໂລກ. ບໍ່ຕ້ອງເອີ້ນພະນັກງານ, ບໍ່ຕ້ອງລຽນແຖວຖ້າ, ພຽງແຕ່ກົດເອົາ, ເຕັກໂນໂລຊີທັນສະໄໝກໍ່ຈະເປີດອອກຢູ່ຕໍ່ໜ້າເຮົາແລ້ວ. “ຮ້ານກາເຟອະນາຄົດ” ຢູ່ຖະໜົນ ຫວູ້ຟ້າມຮ່າມ, ເມືອງ ເກົາໄຢ ແມ່ນຮູບແບບຮ້ານກາເຟ ໂດຍ robot ຮັບໃຊ້ ໄດ້ປະກົດຢູ່ ຮ່າໂນ້ຍ ເປັນຄັ້ງທຳອິດ.
ມາຮ້ານກເຟແມ່ນຄວາມຮັກມັກຂອງພວກຂ້າພະເຈົ້າ. ໃນເວລາມໍ່ໆມານີ້, ບັນດາຮ້ານການເຟກໍ່ມີການປ່ຽນແປງອັນຕັ້ງໜ້າກ່ວາ, ທັນສະໄໝກ່ວາ, ມີເຄື່ອງຈັກ ເຕັກໂນໂລຊີທີ່ເປັນມິດ ແລະ ທັນສະໄໝກ່ວາ ຊື່ງໄດ້ຊ່ວຍໃຫ້ລູກຄ້າສາມາດເຂົ້າເຖິງການບໍລິການເປັນຢ່າງດີກ່ວາອີກ, ເພື່ອນ robot ກໍ່ສາມາດປຸງແຕ່ງກາເຟເປັນຢ່າງດີ.
ນັ້ນແມ່ນຄຳແບ່ງປັນຂອງເພື່ອນ ຖາວແອັງ ເມື່ອມາຮ້ານກາເຟໝູນໃຊ້ເຕັກໂນໂລຊີ robot.
ຮ້ານກາເຟອະນາຄົດ ຢູ່ ຮ່າໂນ້ຍ ໄດ້ນຳຫຸ່ນຍົນ robot 4 ໂຕເຂົ້າເຄື່ອນໄຫວ ເພື່ອຮັບປະກັນຫຼາຍບົດບາດທີ່ແຕກຕ່ງກັນຄື: ປຸງແຕ່ງເຄື່ອງດື່ມ, ເສີບເຄື່ອງດື່ມໃຫ້ແຂກ, ຖ່າຍຮູບ… ບໍລິສັດໜຶ່ງຂອງ ຫວຽດນາມ ໄດ້ອອກແບບ ແລະ ສ້າງໂປຼແກຼມບັນດາຫຸ່ນຍົນ robot ຕາມຄຳຮຽກຮ້ອງທີ່ສອດຄ່ອງກັບການໝູນໃຊ້ຕົວຈິງ.
ໂດຍແມ່ນຜູ້ສ້າງແນວຄວາມຄິດ ກໍ່ຄືໝູນໃຊ້ລະບົບ robot ນີ້, ເອື້ອຍ ຮ່າເຟືອງ, ຜູ້ຈັດການຮ້ານກາເຟ ແບ່ງປັນວ່າ:
ພວກຂ້າພະເຈົ້າຄິດວ່າ ເປັນຫຍັງເຕັກໂນໂລຊີບໍ່ໄດ້ນຳໃຊ້ເຂົ້າໃນບັນດາຮ້ານກາເຟ, ດັ່ງນັ້ນຈຶ່ງໄດ້ຕົກລົງເຮັດສິ່ງທີ່ສາມາດໝູນໃຊ້ເຕັກໂນໂລຊີ, ຍາມໃດກໍ່ພັດທະນາທັງວັດທະນະທຳທ້ອງຖິ່ນ ແລະ ການປະດິດຄິດສ້າງ. ເຕັກໂນໂລຊີກໍ່ມີຄວາມໃກ້ຊິດກັບມະນຸດ ແລະ ເກືອບຄືວ່າພັດທະນາໄປຄຽງຄູ່ກັບມະນຸດ.
(ບາວ, ຈີ, ທື ແມ່ນຊື່ຂອງຫຸ່ນຍົນ robot 4 ໂຕ “ເຄື່ອນໄຫວດ້ວຍໄຟຟ້າ”) |
ຕູ, ບາວ, ຈີ, ທື ແມ່ນຊື່ຂອງຫຸ່ນຍົນ robot 4 ໂຕ “ເຄື່ອນໄຫວດ້ວຍໄຟຟ້າ” ຂອງຮ້ານກາເຟອະນາຄົດ. ພິເສດ, ບັນດາພະນັກງານນີ້ແມ່ນຫຸ່ນຍົນ robot ໂດຍ ຫວຽດນາມ ຜະລິດ. ຍ້ອນເຫດນັ້ນ, ບໍ່ພຽງແຕ່ຮູ້ເຮັດວຽກເທົ່ານັ້ນ, ຫຸ່ນຍົນ robot ຍັງຮູ້ຮັບໃຊ້ຖືກກັບສະພາບການ, ມະນຸດ, ວັດທະນະທຳຢູ່ ຫວຽດນາມ. ຖັນແຖວຄວບຄຸມການເຄື່ອນໄຫວຕ້ອງສ້າງໂປຼແກຼມແຕ່ລະການເຄື່ອນເໜັງຂອງແຂນ robot ຄື: ຈັບບ່ວງ, ເອົານ້ຳຮ້ອນ, ໃສ່ນ້ຳກ້ອນໃຫ້ຊັດເຈນ. ການອອກແບບທາງໄປ, ລະດັບຄວາມໄວໃນການເຄື່ອນໄຫວໄປມາ ແລະ ການຮັບໃຊ້ກໍ່ໄດ້ຄິດໄລ່ຢ່າງລະອຽດເພື່ອຮັບປະກັນຄວາມປອດໄພ.
ໂດຍໄດ້ເຮັດວຽກໂດຍກົງກັບບັນດາຫຸ່ນຍົນ robot ໃນຮ້ານ, ເອື້ອຍ ຮວ່າງທິກຸຍ ໃຫ້ຮູ້ວ່າ:
ໃນເບື້ອງຕົ້ນ, ເມື່ອບັນດາຫຸ່ນຍົນ robot ມາຮ້ານຂອງຕົນ, ຂ້າພະເຈົ້າເຫັນວ່າມີການເຄື່ອນໄຫວຢ່າງລະອຽດທີ່ສຸດ, ລອບຄອບຖີ່ຖ້ວນ, ຊັດເຈນ. ຫຼັງຈາກນັ້ນ, ເມື່ອມີແຂກຫຼາຍ, ບັນດາຫຸ່ນຍົນ robot ໄດ້ຊ່ວຍວຽກຂ້າພະເຈົ້າຫຼາຍທີ່ສຸດ. ບັນດາຫຸ່ນຍົນ robot ກໍ່ຄືກັນກັບພະນັກງານທຳມະດາດ້ວຍບັນດາຂັ້ນຕອນຊ້ຳໄປຊ້ຳມາເປັນຫຼາຍເທື່ອ.
ບັນດາເພື່ອນໜຸ່ມແທນທີ່ຈະໄປຮ້ານກາເຟແບບເກົ່າ, ເຂົາເຈົ້າໄດ້ເລືອກມາຮ້ານກາເຟອະນາຄົດ ເພື່ອຊົມໃຊ້ຄວາມແຕກຕ່າງກັນ. ຮູບແບບຮັບໃຊ້ລະຫວ່າງເຕັກໂນໂລຊີ ແລະ ມະນຸດ ແມ່ນບາດກ້າວກະໂດດຂັ້ນໃນຊີວິດຕົວເມືອງທັນສະໄໝ. ທຸກຄົນລ້ວນແຕ່ມີຄວາມຈັບໃຈ ແລະ ດັດປັບເຂົ້າຢ່າງງ່າຍດາຍກັບການປ່ຽນແປງດັ່ງກ່າວ. ເພື່ອນ ຫງວຽນກວິ່ງແອັງ, ລູກຄ້າໜຸ່ມຜູ້ໜຶ່ງແບ່ງປັນດ້ວຍຄວາມຕື່ນເຕັ້ນວ່າ:
ເປັນຄັ້ງທຳອິດນ້ອງມາຮ້ານກາເຟທີ່ມີຫຸ່ນຍົນ robot ຮັບໃຊ້, ບໍ່ແມ່ນໂຕໜຶ່ງ ຫາກແມ່ນມີທັງ 4 ໂຕ. ຫຼາຍຄົນອາດຈະບໍ່ຄິດບໍ່ອອກວ່າ ມີຫຸ່ນຍົນ robot ສາມາດຮັບໃຊ້ຄືຄົນທຳມະດາໄດ້, ແລະ ເຂົາເຈົ້າກໍ່ເຮັດໄດ້, ນີ້ແມ່ນຄວາມຈັບໃຈທີ່ສຸດ.
(ເມື່ອມາແຫ່ງນີ້, ແຂກຈະສາມາດຊິມລົດຊາດກາເຟແຊບ ແລະ ເຊື່ອມຕົວເຂົ້າກັບນະຄອນຫຼວງ ຮ່າໂນ້ຍ ທີ່ແຕກຕ່າງ) |
ເພື່ອນ ຮວ່າງຮຸຍ, ຢູ່ ຮວ່າງມາຍ, ຮ່າໂນ້ຍ, ໃຫ້ຮູ້ວ່າ:
ເປັນຄັ້ງທຳອິດທີ່ຂ້າພະເຈົ້າເຫັນມີຫຸ່ນຍົນ Robot ຮັບໃຊ້, ມັນໄດ້ປະຕິດບັດການເຄື່ອນໄຫວຢ່າງຄ່ອງແຄ້ວທີ່ສຸດ, ມັນກໍ່ສາມາດຮ້ອງເພງ, ສົ່ງຄຳສະບາຍດີ, ຖາມຕອບແບບມ່ວນຊື່ນ ເຮັດໃຫ້ເຮົາມີຄວາມປະທັບໃຈຫຼາຍ.
ຮ້ານກາເຟອະນາຄົດແມ່ນບັນຍາກາດຂອງຮ້ານກາເຟເຕັກໂນໂລຊີ-ຈຸດນັດພົບສຳລັບຜູ້ທີ່ຮັກມັກການເຂົ້າເຖິງສິ່ງທີ່ໃໝ່ອ່ຽມໃນໃຈກາງນະຄອນ. ເມື່ອມາແຫ່ງນີ້, ແຂກຈະສາມາດຊິມລົດຊາດກາເຟແຊບ ແລະ ເຊື່ອມຕົວເຂົ້າກັບນະຄອນຫຼວງ ຮ່າໂນ້ຍ ທີ່ແຕກຕ່າງ, ຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ ແລະ ຫັນປ່ຽນຢ່າງບໍ່ຢຸດຢັ້ງໃນຍຸກສະໄໝເຕັກໂນໂລຊີ./.