ຮ່າ​ໂນ້ຍ ສ້າງ​ເຂດ​ປ່ອຍ​ອາ​ເສຍ​ຕ່ຳ, ມາດ​ຕະ​ການ​ທີ່​ແນ່ນອນ​ເພື່ອ​ປົວ​ແປງ​ສິ່ງ​ແວດ​ລ້ອມ

(VOVWORLD) - ຮ່າໂນ້ຍ ພວມຕ້ອງປະເຊີນໜ້າກັບຄວາມກົດດັນທີ່ນັບມື້ນັບຫຼາຍຂຶ້ນ ຈາກການເພີ່ມຈຳນວນພາຫະນະຄົມະນາຄົມສ່ວນຕົວຢ່າງໄວວາ ໃນຂະນະທີ່ລະບົບພື້ນຖານໂຄງລ່າງເກີນກຳລັງທີ່ຈະຮັບໄດ້, ສະພາບລົດຕິດ ແລະ ມົນລະພິດສິ່ງແວດລ້ອມມີການຜັນແປຢ່າງສັບສົນ. ໃນສະພາບການດັ່ງກ່າວ, ການພັດທະນາພາຫະນະຄົມມະນາຄົມສາທາລະນະ ດ້ວຍບັນດາປະເພດຄື: ລັດເມ, ລົດໄຟໃນຕົວເມືອງ (metro), ລົດເມດ່ວນ (BRT), ການສ້າງເຂດປ່ອຍອາຍເສຍຕ່ຳຖືກຖືວ່າແມ່ນມາດຕະການທີ່ດີທີ່ສຸດເພື່ອແກ້ໄຂສະພາບການນີ້.
ຮ່າ​ໂນ້ຍ ສ້າງ​ເຂດ​ປ່ອຍ​ອາ​ເສຍ​ຕ່ຳ, ມາດ​ຕະ​ການ​ທີ່​ແນ່ນອນ​ເພື່ອ​ປົວ​ແປງ​ສິ່ງ​ແວດ​ລ້ອມ - ảnh 1

(ພາບ: nhandan.vn)

    ແຕ່ລະມື້, ອ້າຍ ຫງວຽນກົງບິ່ນ ຢູ່ຕາແສງ ອຽນເຫງັ້ຍ, ຮ່າໂນ້ຍ ອອກຈາກເຮືອນໄປຮອດຫ້ອງການຕ້ອງເສຍເວລາປະມານ 1 ຊົ່ວໂມງ ໃນສະພາບລົດທີ່ຄັບຄາໜ້າແໜ້ນ. ອ້າຍມີຄວາມປາດຖະໜາວ່າ: ຮ່າໂນ້ຍ ຈະຫລຸດຜ່ອນເວລາປະຕິບັດການຜັນຂະຫຍາຍເຂດປ່ອຍອາຍເສຍຕ່ຳຍິ່ງໄວກໍ່ຍິ່ງດີ:

   ຂີ່ລົດໄປຕາມທາງແມ່ນຕ້ອງດົມຄວັນ, ຂີ້ຝຸ່ນຫຼາຍທີ່ສຸດ, ອາຍເສຍໄດ້ສົ່ງຜົນສະທ້ອນຕໍ່ສຸຂະພາບ. ເລື່ອງສ້າງເຂດປ່ອຍອາຍເສຍຕ່ຳແມ່ນສຳຄັນທີ່ສຸດ, ຊ່ວຍໃຫ້ ປຊຊ ມີຄວາມເອົາໃຈໃສ່ກວ່າອີກ.

ຮ່າ​ໂນ້ຍ ສ້າງ​ເຂດ​ປ່ອຍ​ອາ​ເສຍ​ຕ່ຳ, ມາດ​ຕະ​ການ​ທີ່​ແນ່ນອນ​ເພື່ອ​ປົວ​ແປງ​ສິ່ງ​ແວດ​ລ້ອມ - ảnh 2

(ພາບ: nhandan.vn)

    ປະຈຸບັນ, ນະຄອນ ຮ່າໂນ້ຍ ມີປະມານ 9,2 ລ້ານພາຫະນະປະເພດຕ່າງໆ, ໃນນັ້ນລວມມີລົດໂອໂຕ 1,1 ລ້ານຄັນ, ລົດຈັກ 6,9 ລ້ານຄັນ ແລະ ປະມານ 1,2 ລ້ານພາຫະນະຈາກແຂວງຕ່າງໆທີ່ສັນຈອນເປັນປະຈຳ. ຮ່າໂນ້ຍ ໄດ້ຜັນຂະຫຍາຍບັນດາມາດຕະການຄື: ພັດທະນາຄົມມະນາຄົມຕົວເມືອງ, ນຳໃຊ້ລະບົບລົດເມໄຟຟ້າ, ພະລັງງານສີຂຽວ, ປະກອບສ່ວນຫລຸດຜ່ອນກຳລັງກົດດັນທາງດ້ານຄົມມະນາຄົມໃຫ້ແກ່ນະຄອນຫຼວງ, ຊຸກຍູ້ການນຳໃຊ້ພະລັງງານສະອາດ, ຫລຸດຜ່ອນມົນລະພິດສິ່ງແວດລ້ອມ.    ທ່ານປະລິນຍາເອກ ຮວ່າງເຢືອງຕຸ່ງ, ປະທານເຄືອຂ່າຍອາກາດສະອາດ ຫວຽດນາມ ໄດ້ວິເຄາະວ່າ:

     ແຫຼ່ງມົນລະພິດຢູ່ໃສ? ທຳອິດແມ່ນຢູ່ໃນການຄົມມະນາຄົມ, ຍ້ອນມີຈຳນວນລົດໂອໂຕ, ລົດຈັກຫຼາຍທີ່ສຸດ. ທີສອງແມ່ນຈາກການກໍ່ສ້າງບັນດາກິດຈະກຳໃນບໍລິເວນນະຄອນ, ກໍ່ໃຫ້ເກີດຂີ້ຝຸ່ນຫຼາຍ. ຕໍ່ມາແມ່ນຈາກບັນດາໂຮງຈັກໂຮງງານ, ບັນດາຮາກຖານຜະລິດອຸດສາຫະກຳ… ບໍ່ມີບັນດາເຄື່ອງບຳບັດ.

    ເພື່ອແນໃສ່ບຳບັດສິ່ງແວດລ້ອມ, ຄະນະກຳມະການ ປຊຊ ນະຄອນ ຮ່າໂນ້ຍ ພວມຮັບເອົາຄຳເຫັນປະກອບຈາກ ປຊຊ ກ່ຽວກັບຮ່າງຂໍ້ກຳນົດການປະຕິບັດເຂດປ່ອຍອາຍເສຍຕ່ຳໃນບໍລິເວນ. ຮ່າງຂໍ້ກຳນົດສະບັບໃໝ່ໄດ້ຫລຸດຜ່ອນເວລາປະຕິບັດ 5 ປີ ແລະ ເປີດກ້ວາງຂອບເຂດ ພ້ອມທັງສົ່ງເສີມບັນດາຕາແສງຜັນຂະຫຍາຍເຂດປ່ອຍອາຍເສຍຕ່ຳ. ທ່ານນາງ ເລແທັງຖຸຍ, ຮອງຫົວໜ້າຫ້ອງການຄຸ້ມຄອງສິ່ງແວດລ້ອມ, ພະແນກກະສິກຳ ແລະ ສິ່ງແວດລ້ອມ ຮ່າໂນ້ຍ ຕີລາຄາວ່າ:

   ບໍ່ວ່ານະໂຍບາຍໃດ ເມື່ອຫາກໍ່ປະກາດໃຊ້ ກໍ່ຈະມີບັນດາສິ່ງທ້າທາຍ. ໜຶ່ງໃນບັນດາສິ່ງທ້າທາຍທຳອິດແມ່ນການສ້າງເຂດປ່ອຍອາຍເສຍຕ່ຳ, ບໍ່ທັນເຄີຍໄດ້ປະຕິບັດຢູ່ ຫວຽດນາມ. ດັ່ງນັ້ນ, ພວກເຮົາຍັງບໍ່ທັນເຫັນໄດ້ວ່າ ຖ້າປະກາດໃຊ້ນະໂຍບາຍນີ້ ຈະເຂົ້າສູ່ຊີວິດໄດ້ຢ່າງແທ້ຈິງຫຼືບໍ່, ພວກເຮົາຈະປະຕິບັດໄດ້ຫຼືບໍ່? ມາດຖານຈຳນວນໜຶ່ງເພື່ອກວດກາຕີລາຄາຄຸນນະພາບລົດຈັກຂອງພວກເຮົາແມ່ນບໍ່ທັນມີ.

        ໃນເຂດປ່ອຍອາຍເສຍຕ່ຳ, ຮ່າໂນ້ຍ ຈະຫ້າມລົດໜັກແລ່ນດ້ວຍນ້ຳມັນ diesel, ຫ້າມລົດຈັກນຳໃຊ້ເຊື້ອເຟີງຟອກຊິວ. ລົດໂອໂຕບໍ່ບັນລຸມາດຖານອາຍເສຍຈຳຖືກຈຳກັດ ຫຼືຫ້າມຈໍລະຈອນຕາມເວລາ ແລະ ຂອບເຂດທີ່ໄດ້ກຳນົດ. ຕາມທ່ານປະລິນຍາເອກ ຈູແມັ້ງຮຸ່ງ, ອະດີດກົມສິ່ງແວດລ້ອມ, ກະຊວງຄົມມະນາຄົມຂົນສົ່ງ ຫວຽດນາມ (ປັດຈຸບັນແມ່່ນກະຊວງກໍ່ສ້າງ) ແລ້ວ, ເລື່ອງຜັນຂະຫຍາຍເຂດປ່ອຍອາຍເສຍຕ່ຳ ແມ່ນບາດກ້າວເດີນບັງຄັບເພື່ອປະຕິບັດເປົ້າໝາຍ Net Zero ຂອງ ຫວຽດນາມ:

   ຫວຽດນາມ ໄດ້ມີຄຳໝັນສັນຍາປະຕິບັດຮອດປີ 2050 ແມ່ນ Net Zero. ໝາຍຄວາມວ່າ ປະລິມານອາຍເສຍຈະຕ້ອງຫລຸດຜ່ອນໃນລະດັບຕ່ຳສຸດ. ນີ້ແມ່ນວິວັດການທີ່ຂ້ຽວຂາດທີ່ສຸດ ຮຽກຮ້ອງໃຫ້ພວກເຮົາຕ້ອງປະຕິບັດ. ເລື່ອງຫລຸດຜ່ອນອາຍເສຍ, ປົວແປງສະພາບມົນລະພິດອາກາດຢູ່ເຂດຕົວເມືອງ ກໍ່ແມ່ນຄວາມຮຽກຮ້ອງອັຈຳເປັນ.

   ຕາມບັນດາຜູ້ຊ່ຽວຊານ, ບັນດາມາດຕະການຊື່ງ ຮ່າໂນ້ຍ ໄດ້ສ້າງຂຶ້ນ ໄດ້ຕິດພັນຢ່າງທັນການ ກັບຄຳສັ່ງເລກທີ 20 ຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບບາງໜ້າທີ່ອັນຮີບດ່ວນ, ຂ້ຽວຂາດສະກັດກັ້ນ, ແກ້ໄຂສະພາບມົນລະພິດສິ່ງແວດລ້ອມ. ເພື່ອຈຳກັດ ແລະ ຫ້າມລົດທີ່ບໍ່ນຳໃຊ້ເຊື້ອເພີງສີຂຽວ, ສະອາດ, ຮ່າໂນ້ຍ ຈະຕິດພັນວິວັດການຜັນຂະຫຍາຍເຂດປ່ອຍອາຍເສຍຕ່ຳ ກັບການພັດທະນາລະບົບຄົມມະນາຄົມສາທາລະນະຢ່າງໄວວາ, ເໝາະສົມ ແລະ ກົມກຽວ./.

 

ຕອບກັບ

ຂ່າວ/ບົດ​ອື່ນ