ຮ່າ​ໂນ້ຍ ຫ້າມ​ລົດທີ່​ໃຊ້​ນ້ຳ​ມັນຂີ່​ເຂົ້າ​ຕົວ​ເມືອງ-ບາ​ດ​ກ້າວ​ໃໝ່​ເພື່ອການ​ຫັນ​ເປັນ​ສີ​ຂຽວ

(VOVWORLD) -  ແຕ່ວັນທີ 1 ກໍລະກົດ ປີ 2026, ຮ່າໂນ້ຍ ຈະເລີ່ມຫ້າມລົດຈັກ ແລະ ລົດໂອໂຕແລ່ນດ້ວຍນ້ຳມັນເຂົ້າເຂດຕົວເມືອງຈຳນວນໜຶ່ງ. ຂໍ້ຕົກລົງນີ້ ເປັນຂີດໝາຍແຫ່ງບາດລ້ຽວໃຫຍ່ ໃນຄວາມມານະພະຍາຍາມຫລຸດຜ່ອມົນລະພິດອາກາດ ແລະ ປົວແປງຄຸນນະພາບການດຳລົງຊີວິດໃຫ້ແກ່ຊາວນະຄອນຫຼວງ. ສຳລັບປະຊາຄົມສາກົນ, ນີ້ແມ່ນສັນຍານທີ່ສະແດງໃຫ້ເຫັນວ່າ ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍອາຍເສຍຕ່ຳ ແລະ ຕົວເມືອງສີຂຽວແບບຍືນຍົງ.

 
ຮ່າ​ໂນ້ຍ ຫ້າມ​ລົດທີ່​ໃຊ້​ນ້ຳ​ມັນຂີ່​ເຂົ້າ​ຕົວ​ເມືອງ-ບາ​ດ​ກ້າວ​ໃໝ່​ເພື່ອການ​ຫັນ​ເປັນ​ສີ​ຂຽວ - ảnh 1(ພາບປະກອບ: VOV)

      ຕາມການສະຖິຕິຫຼ້າສຸດ, ຖ້າຫາກວ່າ ຈຳນວນລົດໃຊ້ນ້ຳມັນໃນເຂດຕົວເມືອງໄດ້ຫລຸດ 50 %, ຮ່າໂນ້ຍ ອາດຈະຫລຸດຜ່ອນຂີ້ຝຸ່ນ PM2.5 ໄດ້ປະມານແຕ່ 20-30% ແລະ ຫລຸດຜ່ອນສຽງວົນແຊວຫຼາຍພສົມຄວນ. ທ່ານປະລິນຍາເອກ ຟານເລບິນ ຫົວໜ້າຫ້ອງການຜູ້ຕາງໜ້າອົງການທິ່ປຶກສາ OCG ຍີ່ປຸ່ນ, ຫົວໜ່ວຍທີ່ປຶກສາທົ່ວໂລກໃນການສ້າງ, ຄົ້ນຄ້ວາລັກສະນະເປັນໄປໄດ້, ຄຸ້ມຄອງໂຄງການຄົມມະນາຄົມ ໄດ້ສະແດງທັດສະນະທີ່ວ່າ:

  ມາຮອດປະຈຸບັນ, ອຳນາດການປົກຄອງນະຄອນ ຮ່າໂນ້ຍ ໄດ້ຍົກອອກຂັ້ນຕອນແຜນການ, ມີຄວາມຄືບໜ້າ ແຕ່ບໍ່ແມ່ນນຳໃຊ້ໃນທົ່ວນະຄອນໂດຍທັນທີ. ກ່ອນອື່ນໝົດ ຮ່າໂນ້ຍ ຈະນຳໃຊ້ໃນແລວເສັ້ນທາງອ້ອມຕົວເມືອງເລກ 1 ແມ່ນຂອບເຂດນ້ອພໍສົມຄວນ. ອຳນາດການປົກຄອງກໍ່ພວມຮີບເຮັ່ງກະກຽມບັນດາກົນໄກເພື່ອໜູນຊ່ວຍ ປຊຊ ຫັນປ່ຽນພາຫະນະ ແລະ ພິເສດໄດ້ເອົາໃຈໃສ່ຕໍ່ຄອບຄົວທີ່ມີລາຍຮັບຕ່ຳ, ອາດຈະໄດ້ຮັບຈຳນວນເງິນໜູນຊ່ວຍຫຼາຍກວ່າບັນດາຄອບຄົວອື່ນ.

ຮ່າ​ໂນ້ຍ ຫ້າມ​ລົດທີ່​ໃຊ້​ນ້ຳ​ມັນຂີ່​ເຂົ້າ​ຕົວ​ເມືອງ-ບາ​ດ​ກ້າວ​ໃໝ່​ເພື່ອການ​ຫັນ​ເປັນ​ສີ​ຂຽວ - ảnh 2ທ່ານປະລິນຍາເອກ ຟານເລບິນ ຫົວໜ້າຫ້ອງການຜູ້ຕາງໜ້າອົງການທິ່ປຶກສາ OCG ຍີ່ປຸ່ນ (ພາບ: vovgiaothong.vn)

    ຕາມແຜນການ, ຮອດປີ 2030, ລົດເມໄຟຟ້າຈະກວມເອົາສ່ວນຫຼາຍໃນລະບົບຂົນສົ່ງສາທາລະນະຂອງນະຄອນຫຼວງ. ສິ່ງດັ່ງກ່າວໄດ້ປະກອບສ່ວນນຳ ຮ່າໂນ້ຍ ກ້າວເຂົ້າໃກ້ກັບບັນດາມາດຖານຕົວເມືອງສີຂຽວໃນພາກພື້ນ ອາຊຽນ. ອ້າຍ ຫງວຽນບາວິງ, ຊາວນະຄອນຫຼວງ ຮ່າໂນ້ຍ ແບ່ງປັນວ່າ:

    ອາຍເສຍຂອງລົດໄຟຟ້າເກືອບວ່າແມ່ນສູນ, ດັ່ງນັ້ນຈະດີຕໍ່ສຸຂະພາບຂອງ ປຊຊ ທີ່ສຸດ.

   ເລື່ອງຫ້າມໃຊ້ລົດແລ່ນດ້ວຍນ້ຳມັນ ບໍ່ພຽງແຕ່ແມ່ນການປ່ຽນພາຫະນະເທົ່ານັ້ນ, ນີ້ຍັງແມ່ນການຫັນປ່ຽນໃນຈິນຕະນາການຄຸ້ມຄອງຕົວເມືອງອີກດ້ວຍ: ເອົາຄຸນນະພາບການດຳລົງຊີວິດເປັນໃຈກາງ. ທາງນະຄອນບໍ່ພຽງແຕ່ໄດ້ມຸ່ງໄປເຖິງການຫລຸດຜ່ອນສະພາບລົດຕິດເທົ່ານັ້ນ, ຫາກຍັງໄດ້ຍົກສູງສຸຂະພາບປະຊາຄົມອີກດ້ວຍ. ຕາມບັນດາການຄົ້ນຄ້ວາດ້ານການແພດແລ້ວ, ຂີ້ຝຸ່ນຈາກເຄື່ອງຈັກລົດທີ່ໃຊ້ນ້ຳມັນ ແມ່ນໜຶ່ງໃນບັນດາສາຍເຫດຕົ້ນຕໍທີ່ພາໃຫ້ຜູ້ອາຍຸສູງ ແລະ ເດັກນ້ອຍເກີດພະຍາດທາງເດີນຫາຍໃຈ. ເມື່ອປະລິມານອາຍເສຍຫລຸດລົງ, ຄວາມສ່ຽງເກີດພະຍາດຈະຫລຸດລົງໄປຕາມ. ປ້າ ຈິ້ງທິເວິນ, ຊາວນະຄອນ ຮ່າໂນ້ຍ ໄດ້ແບ່ງປັນກ່ຽວກັບປະໂຫຍດຂອງການໃຊ້ລົດໄຟຟ້າວ່າ:

     ຂ້າພະເຈົ້າເຫັນວ່າ ຂີ່ລົດໄຟຟ້າດີກວ່າລົດໃຊ້ນ້ຳມັນ. ລົດໄຟຟ້າບໍ່ສ້າງສຽງວົນແຊວ, ບໍ່ສ້າງມົນລະພິດຕໍ່ສິ່ງແວດລ້ອມ. ຂ້າພະເຈົ້າສະໜັບສະໜູນແຜນນະໂຍບາຍຂອງອຳນາດການປົກຄອງ ແຕ່ກໍ່ຕ້ອງຄົ້ນຄ້ວາບ່ອນສາກໄຟຟ້າ.

  ການຫັນໄປໃຊ້ພາຫະນະໄຟຟ້າບໍ່ພຽງແຕ່ໄດ້ສ້າງໃຫ້ມີສິ່ງແວດລ້ອມທີ່ສະອາດກວ່າເທົ່ານັ້ນ, ຫາກຍັງໄດ້ນຳມາເຊິ່ງໂອກາດພັດທະນາບັນດາພື້ນຖານໂຄງລ່າງອັດສະລີຍະຄື: ສະຖານທີ່ຈອດລົດອັດສະລີຍະ, ລະບົບສາກໄຟຟ້າໄວ, ລົດເມໄຟຟ້າ, ແທັກຊີໄຟຟ້າ… ຮ່າໂນ້ຍ ພວມໄປທັນກັບທ່າອ່ຽງຂອງບັນດາຕົວເມືອງທີ່ກ້າວໜ້າໃນໂລກເທື່ອລະກ້າວ. ໂດຍແມ່ນຕົວເມືອງທີ່ມີປະຫວັດສາດນັບກວ່າພັນປີ, ຮ່າໂນ້ຍ ພວມມານະພະຍາຍາມຫັນປ່ຽນເພື່ອສ້າງເປັນນະຄອນທັນສະໄໝກວ່າ, ມີສີຂຽວຫຼາຍກວ່າ, ເຊື່ອມໂຍງກັບໂລກຢ່າງເລິກເຊິ່ງກວ່າອີກ. ບັນດາການຫັນປ່ຽນນັ້ນເອງ ໄດ້ຊ່ວຍໃຫ້ເພື່ອນມິດສາກົນ ເຂົ້າໃຈແຈ້ງກວ່າກ່ຽວກັບຄວາມມານະພະຍາຍາມຂອງ ຮ່າໂນ້ຍ ໃນພາລະກິດແຫ່ງການປົກປັກຮັກສາສິ່ງແວດລ້ອມທົ່ວໂລກ./.

ຕອບກັບ

ຂ່າວ/ບົດ​ອື່ນ