ແຂວງ ແຄັງ​ຮ່​ວາ ຫັນ​ເປັນ​ດີ​ຈີ​ຕອນ ເພື່ອ​ຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ

(VOVWORLD) - ພ້ອມກັບບັນດາແຂວງ, ນະຄອນໃນທົ່ວປະເທດ, ຂະແໜງທ່ອງທ່ຽວແຂວງ ແຄັງຮ່ວາ ພວມຍູ້ແຮງການຫັນເປັນດີຈີຕອນໃນການທ່ອງທ່ຽວ, ຊ່ວຍໃຫ້ແຂກທ່ອງທ່ຽວມີເວລາພັກຜ່ອນທີ່ດີທີ່ສຸດ. ນີ້ຖືກຖືວ່າ ແມ່ນທ່າອ່ຽງທີ່ແນ່ນອນຊື່ງຂະແໜງທ່ອງທ່ຽວແຂວງ ໄດ້ດັດປັບໃຫ້ເໝາະສົມກັບການປ່ຽນແປງຂອງຕະຫຼາດໂດຍໄວ ແລະ ຍົກສູງການລົງຕົວຈິງໃຫ້ແກ່ແຂກ.
ແຂວງ ແຄັງ​ຮ່​ວາ ຫັນ​ເປັນ​ດີ​ຈີ​ຕອນ ເພື່ອ​ຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ - ảnh 1

    ຢູ່ເຂດພັກຜ່ອນຕາກອາກາດ Vinpearl ຍາຈາງ, ຫົວໜ່ວຍນຳໜ້າໃນຮູບແບບການເຄື່ອນໄຫວຕາມທິດການທ່ອງທ່ຽວອັດສະລິຍະ, ແຕ່ດົນນາມາແລ້ວໄດ້ຜັນຂະຫຍາຍການໝູນໃຊ້ໂປຼແກຼມ VinWonders, ແຜນທີ່ອາຫານການກິນດີຈີຕອນຢູ່ເກາະ ດອນແຈ. ບັນດາໂປຼແກຼມນີ້ສາມາດຊ່ວຍແຂກສ້າງລາຍການທ່ອງທ່ຽວເອງ; ຄົ້ນຫາເວລາທີ່ຈະລໍຖ້າຢູ່ສະຖານທີ່ລະຫຼີ້ນ; ນຳໃຊ້ແຜນທີ່ດີຈີຕອນພາຍໃນເຂດ; ຈອງບໍລິການຕ່າງໆ; ຊຳລະແບບບໍ່ໃຊ້ເງິນສົດ…

ແຂວງ ແຄັງ​ຮ່​ວາ ຫັນ​ເປັນ​ດີ​ຈີ​ຕອນ ເພື່ອ​ຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ - ảnh 2

   ໃນຂະນະນັ້ນ, ຢູ່ແຮງແຮມ Annova, ຕາແສງ ຍາຈາງ ຊື່ງມີຫ້ອງນອນເກືອບ 470 ຫ້ອງ ໄດ້ໝູນໃຊ້ເຄືອຂ່າຍອິນເຕີເນັດ, ພື້ນຖານດີຈີຕອນເພື່ອສຳຫຼວດລູກຄ້າ ແລະ ບັນດາຊ່ອງຂາຍເຄື່ອງທາງອອນໄລເພື່ອເຂົ້າເຖິງກຸ່ມແຂກໄດ້ຢ່າງຖືກຕ້ອງ. ຈາກນັ້ນ, ທາງໂຮງແຮມຈະເປັນເຈົ້າການໃນການສ້າງການບໍລິການ, ຮັບຟັງຜ່ານການສຳຫຼວດທາງອອນໄລ, ວິເຄາະຂໍ້ມູນ, ຍົກສູງຄຸນນະພາບ… ທ່ານນາງ ຫງວຽນທິເທືອງ, ຜູ້ຈັດການໃຫຍ່ ໂຮງແຮມ Annova, ໃຫ້ຮູ້ວ່າ:

ຍາມໃດໂຮງແຮມພວກຂ້າພະເຈົ້າກໍ່ມີຜູ້ຈອງຫ້ອງນອນເຕັມ, ເພື່ອເຮັດໄດ້ຄືແນວນັ້ນ, ພວກຂ້າພະເຈົ້າຕ້ອງຍົກລະດັບຄຸນນະພາບຜະລິດຕະພັນການບໍລິການ. ຜ່ານການຍົກສູງການຫັນເປັນສ່ວນຕົວ, ການລົງຕົວຈິງຂອງແຂກເມື່ອມາພັກເຊົາ. ສຳລັບແຂກທ່ອງທ່ຽວລາຍຍ່ອຍກໍ່ມີພື້ນທີ່ ແລະ ການລົງຕົວຈິງສະເພາະ ທີ່ຕ່າງກັບແຂກໄປຕາມຂະບວນ.

          ຫຼາຍວິສາຫະກິດໃນບໍລິເວນຕາແສງ ຍາຈາງ ກໍ່ເຫັນວ່າ ໃນສະພາບການທີ່ການທ່ອງທ່ຽວນັບມື້ນັບມີການແກ້ງແຍ້ງ, ການຫັນເປັນດີຈີຕອນ ບໍ່ພຽງແຕ່ໄດ້ຊ່ວຍປະຢັດຄ່າໃຊ້ຈ່າຍເທົ່ານັ້ນ, ຫາກຍັງໄດ້ຍົກສູງປະສິດທິຜົນການຄຸ້ມຄອງອີກດ້ວຍ, ຈາກການຈອງຫ້ອງນອນທາງອອນໄລ ຕະຫຼອດຮອດການຄຸ້ມຄອງຂໍ້ມູນລູກຄ້າແບບອັດສະລິຍະ. ເຕັກໂນໂລຊີໄດ້ຊ່ວຍໃຫ້ວິສາຫະກິດເພີ່ມລາຍຮັບແບບຍືນຍົງ. ທ່ານ ເລຊວັນເທີມ ຜູ້ອຳນວຍການໃຫ່ຍບໍລິສັດ ຫາຍດັງ ຈຳກັດ, ຕາແສງ ຍາຈາງ ໃຫ້ຮູ້ວ່າ:

ເຮົາຕ້ອງປ່ຽນແປງດ້ວຍຕົນເອງ. ຖ້າບໍ່ຫັນເປັນດີຈີຕອນ ພວກເຮົາຈະຕົກຢູ່ໃນສະພາບຖອຍຫຼັງ. ທຸກວຽກງານຄື: ການຈົດທະບຽນຂອງໂຮງແຮມຕ້ອງເອົາລົງລະບົບຂໍ້ມູນ, ພວກເຮົາມີຊອບແວ, ມີເຊີເວີສະເພາະ, ຂໍ້ມູນບໍ່ເສຍ. ທຸກຢ່າງລ້ວນແຕ່ເຮັດຜ່ານເຄືອຂ່າຍອິນເຕີເນັດ, ເມື່ອແຂກມາ, ຂໍ້ມູນລ້ວນແຕ່ໄດ້ສົ່ງໄປຍັງອົງການພາສີອາກອນ, ຕຳຫຼວດກວດຄົນເຂົ້າເມືອງ…

   ແຂວງ ແຄງຮ່ວາ ພວມຕັ້ງໜ້າຫັນຕະຫຼາດແຂກສາກົນເປັນຫຼາຍຮູບຫຼາຍແບບ. ໄປຄຽງຄູ່ກັບບັນດາຕະຫຼາດເກົ່າຄື: ສ.ເກົາຫຼີ, ລັດເຊຍ, ຈີນ… ດ້ວຍວິທີເປີດກ້ວາງໄປຍັງບັນດາພາກພື້ນທີ່ມີຄວາມສາມາດບົ່ມຊ້ອນຄື: ອາຊີຕາເວັນອອກສ່ຽງໃຕ້, ເອີລົບ, ອາເມລິກາ. ຍ້ອນເຫດນັ້ນ, ການໝູນໃຊ້ປັນຍາປະດິດ (AI) ແມ່ນບາດກ້າວເດີນສຳຄັນໃນຍຸດທະສາດການພັດທະນາ. ທ່ານນາງ ຫງວຽນທິຖຸກກວຽນ, ຜູ້ຕາງໜ້າວິສາຫະກິດສະໜອງຜະລິດຕະພັນ AI ຢູ່ ແຄັງຮ່ວາ ໃຫ້ຮູ້ວ່າ:

ນີ້ແມ່ນເຄື່ອງມືໜູນຊ່ວຍບັນດາຜູ້ນຳທ່ຽວສະເພາະກິດ, ຊ່ວຍໃຫ້ເຂົາເຈົ້າສາມາດຕ້ອນຮັບແຂກດ້ວຍ 105 ພາສາທີ່ແຕກຕ່າງກັນ. ພາສາເກົາຫຼີ, ແອດສະປາຍ, ຍີ່ປຸ່ນ… ລ້ວນແຕ່ສາມາດເວົ້າພາສາຂອງແຂກໄດ້. ຄົນ ຫວຽດນາມ ເວົ້າອອກມາ, AI ຈະແປແບບອັດຕະໂນມັດ, ຕອບດ້ວຍພາສາຂອງແຂກເລີຍ.

  ເປົ້າໝາຍຂອງ ແຄັງຮ່ວາ ໃນປີນີ້ແມ່ນດຶງດູດແຂກທ່ອງທ່ຽວປະມານ 12 ລ້ານເທື່ອຄົນ. ການຫັນເປັນດີຈີຕອນບໍ່ພຽງແຕ່ໄດ້ຊ່ວຍໂຄສະນາພາບພົດ ຍາຈາງ-ແຄັງຮ່ວາ ຢ່າງກ້ວາງຂວາງເທົ່ານັ້ນ ຫາກຍັງໄດ້ຍົກສູງຄຸນນະພາບການບໍລິການ, ສ້າງລະບົບຊີວະພາບທ່ອງທ່ຽວແບບອັດສະລິຍະ, ສ້າງການເຊື່ອມຕໍ່ຢ່າງມີປະສິດທິຜົນກ່ວາລະຫວ່າງບັນດາວິສາກິດທ່ອງທ່ຽວ, ອົງການຄຸ້ມຄອງ ແລະ ແຂກທ່ອງທ່ຽວ ອີກດ້ວຍ. ທ່ານ ຟ້າມມິນຍຶດ ປະທານສະຫະສະມາຄົມທ່ອງທ່ຽວ ຍາຈາງ-ແຄັງຮ່ວາ ໃຫ້ຮູ້ວ່າ:

  ຍູ້ແຮງວຽກງານຫັນເປັນດີຈີຕອນເຂົ້າໃນຂະແໜງການທ່ອງທ່ຽວ, ນຳບັນດາເຕັກໂນໂລຊີອັດສະລິຍະປະຈຸບັນ ເພື່ອສົ່ງສານໄປເຖິງແຂກທ່ອງທ່ຽວໃຫ້ໄວທີ່ສຸດ. ການບໍ່ໃຊ້ເງິນສົດກໍ່ໄດ້ໝູນໃຊ້ມາແຕ່ດົນແລ້ວ, ອັດຕາສ່ວນກໍ່ສູງຫຼາຍແລ້ວ. ການນຳໃຊ້ face ID ກໍ່ໄດ້ເຮັດແຕ່ດົນແລ້ວ. ປະຈຸບັນ, ຍັງໄດ້ໝູນໃຊ້ຫຼາຍເຕັກໂນໂລຊີໃໝ່ຄື AI ເຂົ້າໃນວຽກງານ, ທຸກຜະລິດຕະພັນ, ການນຳທ່ຽວຢູ່ສະຖານທີ່ທ່ອງທ່ຽວ…

   ທະເລ ຍາຈາງ-ແຄັງຮ່ວາ ສະຖານທີ່ທ່ອງທຽວທີ່ດຶງດູດໃຈແຂກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ ນັບມື້ນັບໄດ້ຕ້ອນຮັບຈຳນວນແຂກທ່ອງທ່ຽວຢ່າງຫຼວງຫຼາຍ ນີ້ແມ່ນການພິສູດໃຫ້ແກ່ໝາກຜົນຂອງການຫັນເປັນດີຈີຕອນຂອງຂະແໜງການທ່ອງທ່ຽວແຂວງ ແຄັງຮ່ວາ./.

ຕອບກັບ

ຂ່າວ/ບົດ​ອື່ນ