ໄປ​ຕະຫຼາດ​ຍາມ​ເຊົ້​າ​ທີ່ປະ​ຢັດ​ຢູ່​ໃຈ​ກາງ​ນະ​ຄອນ ຮ່າ​ໂນ້ຍ

(VOVWORLD) - 

ໃນເວລາ 4 ໂມງເຊົ້າຂອງທຸກໆວັນ, ຊາວກະສິກອນຢູ່ຊານນະຄອນຫຼວງ ຮ່າໂນ້ຍ ໄດ້ສົ່ງຜະລິດຕະພັນກະເສດເຂົ້າໄປຍັງເຂດຕະຫຼາດຢູ່ຖະໜົນ ເກົາເມີຍ ຕາແສງ ງ້າຕືເສີ ຢູ່ໃຈກາງຕົວເມືອງ. ແຕ່ຫຼາຍປີມານີ້, ຕະຫຼາດ ເກົາເມີຍ ໄດ້ຮັບໃຊ້ລູກຄ້າແມ່ນຜູ້ທີ່ຕື່ນແຕ່ເຊົ້າ ເພື່ອຊື້ອາຫານສົດ, ແຊບ, ດ້ວຍລາຄາທີ່ເໝາະສົມ.

ໄປ​ຕະຫຼາດ​ຍາມ​ເຊົ້​າ​ທີ່ປະ​ຢັດ​ຢູ່​ໃຈ​ກາງ​ນະ​ຄອນ ຮ່າ​ໂນ້ຍ - ảnh 1

(ພາບ: hanoionline.vn)

    ບໍ່ວ່າຈະຝົນຕົກ ຫຼື ແດດອອກ, ແຕ່ລະມື້, ປຊຊ ຜູ້ມີລາຍຮັບຕ່ຳລ້ວນແຕ່ໄປຕະຫຼາດ ເກົາເມີຍ ນັບແຕ່ຍາມຮຸ່ງເຊົ້າ ເພື່ອເລືອກຊື້ອາຫານ, ຜັກ, ໝາກໄມ້…ໃຫ້ແກ່ຄອບຄົວ ດ້ວຍລາຄາທີ່ຖືກ. ຜູ້ອາຍຸສູງທີ່ດຳລົງຊີວິດດ້ວຍເງິນບຳນານແມ່ນຜູ້ມາຕະຫຼາດ ເກົາເມີຍ ຫຼາຍກ່ວາໝູ່. ສຳເລັບເຂົາເຈົ້າແລ້ວ, ການຍາດເວລາໄປຕະຫຼາດນັບແຕ່ຍາມຮຸ່ງເຊົ້າໄດ້ກາຍເປັນຄວາມລຶ້ງເຄີຍ, ແມ່ນທາງເລືອກທີ່ເໝາະສົມ. ປ້າ ໂງທິເບື້ອຍ ຢູ່ຕາແສງ ດົງດາ, ຮ່າໂນ້ຍ ໃຫ້ຮູ້ວ່າ:

   ຂ້າພະເຈົ້າໄປຫັດກາຍແຕ່ເວລາ 4 ໂມງ, ແລ້ວ 5 ໂມງຈຶ່ງໄປຕະຫຼາດ. ບໍ່ມັກຊື້ອາຫານຢູ່ຮ້ານສັບພະສິນຄ້າຍ້ອນວ່າມັນແພງກວ່າຊື້ຢູ່ຕະຫຼາດ. ເບິ່ງລວມແລ້ວ, ລາຄາຢູ່ຕະຫຼາດຖືກກວ່າຫຼາຍ. ແຕ່ລະມື້ກໍ່ສາມາດປະຢັດໄດ້ 10.000 ດົງ. ມື້ໃດກໍ່ປະຢັດໄດ້ຄືແນວນັ້ນກໍ່ດີແລ້ວ.  

ໄປ​ຕະຫຼາດ​ຍາມ​ເຊົ້​າ​ທີ່ປະ​ຢັດ​ຢູ່​ໃຈ​ກາງ​ນະ​ຄອນ ຮ່າ​ໂນ້ຍ - ảnh 2

(ພາບ: hanoionline.vn)

    ເມື່ອໄປຮຽນຢູ່ ຮ່າໂນ້ຍ, ຕ້ອງເຊົ່າເຮືອນຢູ່, ເພື່ອຮັບມືກັບລາຈາຍທີ່ແພງຢູ່ ຮ່າໂນ້ຍ, ນັກສຶກສາຫຼາຍຄົນຕ້ອງຄິດໄລ່, ຊັ່ງຊາຄ່າໃຊ້ຈາຍໃນການດຳເນີນຊີວິດ, ກິນຢູ່ແນວໃດໃຫ້ເໝາະສົມ. ດັ່ງນັ້ນ, ຕ້ອງຕື່ນແຕ່ຍາມເຊົ້າໄປຕະຫຼາດຊື້ອາຫານ, ແຕ່ງກິນດ້ວຍຕົນເອງແມ່ນວິທີທີ່ດີ ຊ່ວຍໃຫ້ບັນດາເພື່ອນັກສຶກສາສາມາດປະຢັດເງິນໄດ້ສ່ວນໃດສ່ວນໜຶ່ງໃນແຕ່ລະເດືອນ. ເພື່ອນ ຫວູຫາຍດັງ, ນັກສຶກສາມາຈາກ ນິງບິ່ງ ແບ່ງປັນວ່າ:

   ນ້ອງ ແລະ ເພື່ອນເຊົ່າເຮືອນຢູ່ຖະໜົມ ໄຕເຊີນ, ສອງຄົນພ້ອມກັນໄປຕະຫຼາດແຕ່ເວລາ 5 ໂມງເຊົ້າເພື່ອຊື້ຂອງກິນໄວ້ໃຫ້ສຳລັບທັງອາທິດ. ພວກນ້ອງຕື່ນແຕ່ເຊົ້າອອກໄປຕະຫຼາດເພື່ອສາມາດຊື້ອາຫານສົດ, ປະຢັດຄ່າໃຊ້ຈ່າຍ. ຕ້ອງຄິດໄລ່ປະລິມານຊີ້ນ, ຜັກໃນອາທິດໜຶ່ງ ຈະຊື້ເທົ່າໃດ, ຈາກນັ້ນຈຶ່ງຈະສາມາດຄິດໄລ່ບ້ວງໃຊ້ຈ່າຍໃນເດືອນໜຶ່ງໄດ້ຢ່າງແນ່ນອນ.

   ແຕ່ລະມື້, ການໄປຕະຫຼາດເພື່ອຊື້ອາຫານ, ສິນຄ້າປະເພດຕ່າງໆ ຮັບໃຊ້ຄວາມຕ້ອງການໃນຊີວິດ ໄດ້ກາຍເປັນຄວາມເລິ້ງເຄີຍມາແຕ່ດົນນານຂອງຊາວ ຫວຽດນາມ ແລ້ວ. ຕະຫຼາດແມ່ນແຫ່ງເພື່ອຊື້ຂາຍສິນຄ້າ ກໍ່ຄືແມ່ນສະຖານທີ່ເພື່ອໃຫ້ທຸກຄົນສາມາດພົບປະ, ໂອ້ລົມກັນ, ຕະຫຼາດຈຳນວນໜຶ່ງຍັງໄດ້ຕິດພັນກັບປະຫວັດສາດ ແລະ ຈຸດທີ່ພົນເດັ່ນຂອງທ້ອງຖິ່ນອີກດ້ວຍ.

   ລາຄາສິນຄ້າເພີ່ມຂຶ້ນ, ບາງປະເພດມີລາຄາແພງໄດ້ເຮັດໃຫ້ຫຼາຍຄົນຕ້ອງປ່ຽນແປງວິທີໃຊ້ຈ່າຍ, ໃຊ້ສອຍ, ການດຳເນີນຊີວິດໃນແຕ່ລະມື້. ບາງຄົນຕ້ອງໄປຊື້ເຄື່ອງຢູ່ຕະຫຼາດເຂດຕ່າງໆທີ່ຂາຍຕາມເວລາຈຳກັດ ແທນທີ່ໄປຊື້ຢູ່ບັນດາຮ້ານສະສະດວກຊື້ດ້ວຍລາຄາສູງກວ່າ... ບາງຄົນພັດໄປຕະຫຼາດເທື່ອໜຶ່ງເພື່ອເອົາໄວ້ກິນໃນຕະຫຼອດໃນອາທິດ, ຫຼີກລ້ຽງການຟູມເຟືອຍ. ເອື້ອຍ ກາບມາຍລຽນ, ຊາວ ຮ່າໂນ້ຍ ຜູ້ໜຶ່ງແບ່ງປັນວ່າ:

ຕາມປົກກະຕິ, ຂ້າພະເຈົ້າຈະໄປຕະຫຼາດແຕ່ 2-3 ເທື່ອ/ອາທິດ. ຢູ່ທີ່ນີ້ມີຊາວກະສິກອນຫຼາຍຄົນໄດ້ຂາຍຜະລິດຕະພັນກະເສດຂອງເຂົາເຈົ້າທີ່ໄດ້ປູກເອງ. ອາຫານ, ຜະລິດຕະພັນກະເສດທັງສົດ, ທັງມີຄວາມອຸດົມສົມບູນ ແລະ ລາຄາຖືກ.

     ໃນຈຸດເວລາທີ່ເສດຖະກິດປະສົບກັບຄວາມຫຍຸ້ງຍາກນັ້ນ, ແມ່ຄົວຫຼາຍຄົນໃນຄອບຄົວ ໄດ້ເລືອກການໄປຕະຫຼາດຂາຍສົ່ງເພື່ອຊື້ສິນຄ້າ, ປະຢັດຄ່າໃຊ້ຈາຍໃຫ້ທັງຄອບຄົວ. ນອກຈາກການຊື້ສິນຄ້າຢູ່ບັນດາຕະຫຼາດຂາຍສົ່ງແລ້ວ, ເຂົາເຈົ້າຍັງໄດ້ຊອກຫາບັນດາໂປຼໂມຊັ່ນ ແລະ ຂອງແຖມໃນໂປຼແກຼມ ແລະ ເວັບໄຊຕ່າງໆ ເພື່ອປະຢັດຄ່າໃຊ້ຈາຍ. ເຖິງວ່າສິນຄ້າແຕ່ລະປະເພດມີລາຄາຖືກກວ່າປະມານໝື່ນດົ່ງຈະແມ່ນຕົວເລກທີ່ນ້ອຍກໍ່ຕາມ, ແຕ່ເມື່ອໄດ້ປະຢັດຕາມແຕ່ລະເດືອນອາດຈະໄດ້ເຖິງລ້ານດົ່ງໃຫ້ແກ່ຄອບຄົວໜຶ່ງ. ຍ້ອນແນວນັ້ນ, ບັນດາເຂດຕະຫຼາດຄື ຕະຫຼາດ ເກົາເມີຍ ຈຶ່ງນັບມື້ນັບມີຄົນມາຊື້ຂາຍຢ່າງຄັບຄາໜາແໜ້ນ./.

ຕອບກັບ

ຂ່າວ/ບົດ​ອື່ນ