(VOVWORLD) - ຫວຽດນາມ ໄດ້ສວມບົດບາດຢ່າງໃຫຍ່ຫຼວງ ເພື່ອໜູນຊ່ວຍບົດບາດປະທານ ອາຊຽນ, ກໍຄືການໜູນຊ່ວຍລວມໃຫ້ແກ່ການນຳພາຂອງ ອາຊຽນ ຄືດັ່ງປະຊາຄົມ ແລະ ເພີ່ມທະວີການພົວພັນຕ່າງປະເທດຂອງ ອາຊຽນ.
ທ່ານເລຂາທິການໃຫຍ່ ອາຊຽນ Kao Kim Hourn
(ພາບ: TTXVN)
|
ຫວຽດນາມ ໄດ້ຮັບດຳລົງຕຳແໜ່ງປະທານ ອາຊຽນ ເປັນ 3 ຄັ້ງ ໃນປີ 1998, 2010 ແລະ 2020. ເລື່ອງເສີມຂະຫຍາຍບົດບາດແກ່ນສານ, ນຳພາ, ປະສານງານໃນຖານະຕຳແໜ່ງປະທານ ອາຊຽນ; ພ້ອມກັບການເປັນປະທານ ແລະ ເປັນເຈົ້າພາບຈັດກອງປະຊຸມ, ເຫດການສຳຄັນຫຼາຍຄັ້ງ ກໍຄືມີຫຼາຍຂໍ້ລິເລີ່ມທີ່ໄດ້ຫັນເປັນຕົວຈິງນັ້ນ ໄດ້ສ້າງເປັນບັນດາຂີດໝາຍພິເສດຂອງ ຫວຽດນາມ ໃນສາຍຕາຂອງບັນດາປະເທດສະມາຊິກຢູ່ພາຍໃນ ແລະ ນອກພາກພື້ນ.
“ຫວຽດນາມ ໄດ້ສວມບົດບາດຢ່າງໃຫຍ່ຫຼວງ ເພື່ອໜູນຊ່ວຍບົດບາດປະທານ ອາຊຽນ, ກໍຄືການໜູນຊ່ວຍລວມໃຫ້ແກ່ການນຳພາຂອງ ອາຊຽນ ຄືດັ່ງປະຊາຄົມ ແລະ ເພີ່ມທະວີການພົວພັນຕ່າງປະເທດຂອງ ອາຊຽນ. ສິ່ງສຳຄັນກວ່າອີກ, ຫວຽດນາມ ໄດ້ສວມບົດບາດຕັ້ງໜ້າຊ່ວຍຮັບປະກັນບົດບາດໃຈກາງຂອງ ອາຊຽນ. ສິ່ງດັ່ງກ່າວແມ່ນມີຄວາມຈຳເປັນເພື່ອຮັບປະກັນວ່າ ພວກເຮົາຈະປະຕິບັດຂໍ້ສະເໜີໃຫ້ໄດ້ ໃນສະພາບບັນດາຂອບເຂດທີ່ພວກເຮົາມີຢູ່ແລ້ວ, ລວມມີບັນດາຂອບເຂດດ້ານເສດຖະກິດ, ຂອບເຂດຄວາມໝັ້ນຄົງທາງການເມືອງ ແລະ ຂອບເຂດວັດທະນະທຳ ສັງຄົມ, 3 ເສົາຄ້ຳຂອງປະຊາຄົມ ອາຊຽນ ກໍຄືການເຊື່ອມຕໍ່ ອາຊຽນ”.
ນັ້ນແມ່ນຄຳແບ່ນປັນຂອງທ່ານເລຂາທິການໃຫຍ່ ອາຊຽນ Kao Kim Hourn ເມື່ອຕີລາຄາກ່ຽວກັບບົດບາດແກ່ນສານຂອງ ຫວຽດນາມ ພາຍຫຼັງ 30 ປີທີ່ເຂົ້າເປັນສະມາຊິກ ອາຊຽນ. ທ່ານກໍໃຫ້ຮູ້ວ່າ, ສິ່ງທີ່ໜ້າປະທັບໃຈທີ່ສຸດແມ່ນຢູ່ກອງປະຊຸມຂັ້ນສູງແຕ່ລະຄັ້ງລ້ວນແຕ່ມີນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມ, ດ້ວຍບັນດາແນວຄວາມຄິດປະກອບສ່ວນສຳຄັນ ເພື່ອປັບປຸງບົດບາດໃຈກາງຂອງ ອາຊຽນ.
ດ້ວຍບັນດາຂີດໝາຍພົ້ນເດັ່ນຂອງໄລຍະ 30 ປີແຫ່ງການຮ່ວມເດີນທາງພ້ອມກັບ ອາຊຽນ, ອາດເຫັນໄດ້ວ່າ ຫວຽດນາມ ພວມຢືນຢັນບົດບາດ ແລະ ອິດທິພົນຊື່ສຽງຂອງຕົນຢູ່ພາກພື້ນ ແລະ ບົນເວທີສາກົນ. ນັ້ນກໍ່ແມ່ນຂໍ້ສັງເກດຂອງທ່ານ Dato' Tan Yang Thai ເອກອັກຄະລັດຖະທູດ ມາເລເຊຍ ປະຈຳ ຫວຽດນາມ, ປະເທດທີ່ພວມດຳລົງຕຳແໜ່ງປະທານ ອາຊຽນ 2025.
“ໃນວິວັດການ ອາຊຽນ ປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງນັ້ນ, ຍາມໃດ ຫວຽດນາມ ກໍ່ສວມບົດບາດເປັນໃຈກາງ. ພິເສດ, ເມື່ອດຳລົງຕຳແໜ່ງປະທານ ອາຊຽນ ໃນປີ 2010, ຫວຽດນາມ ໄດ້ສວມບົດບາດນຳໜ້າໃນການຫັນບັນດາເວທີປາໄສໃໝ່ເປັນລະບອບລະບຽບການ, ຄື: ກອງປະຊຸມລັດຖະມົນຕີປ້ອງກັນຊາດເປີດກວ້າງ (ADMM+), ປະຈຸບັນແມ່ນກົນໄກຄວາມໝັ້ນຄົງຫຼັກແຫຼ່ງຂອງພາກພື້ນ. ສິ່ງທີ່ໜ້າສົນໃຈທີ່ສຸດແມ່ນໃນປີ 2020, ເມື່ອໂລກລະບາດໂຄວິດ - 19 ແຜ່ຂະບາດ, ຫວຽດນາມ ໄດ້ສະແດງໃຫ້ເຫັນກຳລັງຄວາມສາມາດໃນການນຳພາ ແລະ ແກ້ໄຂວິກິດການຢ່າງມີປະສິດທິຜົນ ໃນຖານະຕຳແໜ່ງປະທານ ອາຊຽນ. ພ້ອມກັນນັ້ນ, ຫວຽດນາມ ຍັງຕັ້ງໜ້າເຂົ້າຮ່ວມການແກ້ໄຂບັນດາບັນຫາພົ້ນເດັ່ນຂຶ້ນ ຄືທະເລຕາເວັນອອກ, ປະກອບສ່ວນສ້າງຫຼັກໝັ້ນລວມຂອງ ອາຊຽນ, ຊຸກຍູ້ການແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ພິເສດແມ່ນ UNCLOS 1982, ຊຸກຍູ້ວິວັດທະນາການສ້າງ ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC)”.
ໃນວິວັດການເຊື່ອມໂຍງ, ຍາມໃດ ຫວຽດນາມ ກໍ່ເສີມຂະຫຍາຍບົດບາດເປັນແກ່ນສານເພື່ອຊຸກຍູ້ຄວາມສາມັກຄີ, ເປັນເອກະພາບ, ປະກອບສ່ວນຫັນແນວຄິດກ່ຽວກັບ ອາຊຽນ ໃຫ້ປະກົດຜົນເປັນຈິງ ລວມທັງໝົດ 10 ປະເທດ ອາຊີຕາເວັນອອກສ່ຽງໃຕ້, ສ້າງການຫັນປ່ຽນໃໝ່ກ່ຽວກັບຄຸນນະພາບສຳລັບ ອາຊຽນ. ປະຈຸບັນ, ຫວຽດນາມ ສືບຕໍ່ຊຸກຍູ້ເພື່ອໃຫ້ Timor-Leste ເຂົ້າເປັນສະມາຊິກຂອງ ອາຊຽນ ໃນເດືອນ ຕຸລາ ຈະມາເຖິງ. ທ່ານເອກອັກຄະລັດຖະທູດ Timor-Leste ປະຈຳ ຫວຽດນາມ Joao Pereira ໃຫ້ຮູ້ວ່າ:
“ໃນໄລຍະກຽມເຂົ້າເປັນສະມາຊິກ ອາຊຽນ, ກ່ຽວກັບດ້ານຍຸດທະສາດ, ຫວຽດນາມ ໄດ້ດັດປັບນະໂຍບາຍພົວພັນຕ່າງປະເທດເພື່ອໃຫ້ສອດຄ່ອງກັບບັນດາຫຼັກການຂອງ ອາຊຽນ ຄື ບໍ່ແຊກແຊງ, ສ້າງຄວາມເຫັນດີເຫັນພ້ອມ ແລະ ຮ່ວມມືໃນພາກພື້ນ. ໃນຈຸດເວລານັ້ນ, ເຖິງວ່າສະພາບການເສດຖະກິດ - ສັງຄົມຂອງ ຫວຽດນາມ ຍັງບໍ່ທັນພັດທະນາຄືໃນປະຈຸບັນ, ແຕ່ ຫວຽດນາມ ໄດ້ສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງຈະແຈ້ງ ແລະ ເຂັ້ມແຂງວ່າ ຈະເປັນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ. ສຳລັບ Timor-Leste, ພວກຂ້າພະເຈົ້າປາດຖະໜາຢາກຮໍ່າຮຽນເອົາວິວັດທະນາການພັດທະນາຂອງ ຫວຽດນາມ - ນັບແຕ່ວິທີ ຫວຽດນາມ ເຊື່ອມໂຍງ, ສ້າງລະບົບນິຕິກຳໃຫ້ສົມບູນແບບ ຕະຫຼອດຮອດການເຄົາລົບປະຕິບັດຕາມກົດບັດ ອາຊຽນ…”.
(ທ່ານນາງ Tiffany McDonald ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ອາຊຽນ) |
ດ້ວຍຖານະເປັນປະເທດປະສານງານການພົວພັນລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມືສຳຄັນ, ຄື: ຈີນ, ລັດເຊຍ, ອາເມລິກາ, ອົດສະຕາລີ, ສະຫະພາບ ເອີລົບ (ອີຢູ)…, ຫວຽດນາມ ໄດ້ເຂົ້າຮ່ວມໃນບັນດາກົນໄກໂດຍ ອາຊຽນ ລິເລີ່ມ ແລະ ນຳພາຢ່າງຕັ້ງໜ້າ, ຄື: ASEAN+3, EAS, ARF, ADMM+... ເຊິ່ງທັງ ອາຊຽນ ແລະ ບັນດາປະເທດຄູ່ສົນທະນາເຈລະຈາໄດ້ຕີລາຄາສູງ. ທ່ານນາງ Tiffany McDonald ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ອາຊຽນ, ແບ່ງປັນວ່າ:
“ອົດສະຕາລີ ໄດ້ສົມທົບກັບ ຫວຽດນາມ ຢ່າງແໜ້ນແຟ້ນໃນພາກພື້ນ ກໍຄືຜ່ານ ອາຊຽນ. ປີ 2025 ນີ້, ພວກເຮົາຈະເຫັນປະຈັກຕາຖະແຫຼງການ ຮ່າໂນ້ຍ ຂອງ ອາຊຽນ, ເຊິ່ງເປັນຂໍ້ລິເລີ່ມໂດຍ ຫວຽດນາມ ລິເລີ່ມປະຕິບັດ, ດ້ວຍເລື່ອງຮັບຮອງເອົາວິໄສທັດ ອາຊຽນ 2045 ກາຍເປັນຈິງ. ສິ່ງດັ່ງກ່າວສະແດງໃຫ້ເຫັນຄວາມສຳຄັນ ແລະ ບົດບາດທີ່ບໍ່ອາດຂາດໄດ້ຂອງ ຫວຽດນາມ ໃນໂຄງການດຳເນີນງານຂອງພາກພື້ນ”.
ເຖິງວ່າຍັງມີສິ່ງທ້າທາຍຫຼາຍຢ່າງລະຫວ່າງການຜັນແປຂອງສະພາບການໂລກ ແລະ ພາກພື້ນກໍຕາມ, ແຕ່ດ້ວຍວິໄສທັດພັດທະນາຮອດປີ 2045, ອາຊຽນ ໄດ້ກາຍເປັນປະຊາຄົມຢ່າງຮອບດ້ານ, ຫວຽດນາມ ຈະສືບຕໍ່ແມ່ນໜຶ່ງໃນບັນດາກຳລັງໜູນຫຼັກແຫຼ່ງເພື່ອຊຸກຍູ້ໃຫ້ ອາຊຽນ ຮັກສາບົດບາດເປັນໃຈກາງໃນໂຄງສ້າງພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ , ສືບຕໍ່ປະກອບສ່ວນໃຫ້ແກ່ ອາຊຽນ ທີ່ເຂັ້ມແຂງດ້ວຍຕົນເອງ, ເຊື່ອມໂຍງ ແລະ ຖືປະຊາຊົນເປັນໃຈກາງ.