(VOVWORLD) - ເພື່ອແນໃສ່ສ້າງໂອກາດໃຫ້ບັນດານັກສຶກສາ ຫວຽດນາມ ແລະ ລາວ ສາມາດຊອກຮູ້, ທຳຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ແລະ ມີສາຍຜູກພັນກັນຢ່າງເລິກເຊິ່ງກວ່າ, ຕອນບ່າຍວັນທີ 14 ທັນວາ, ນັກສຶກສາ ຫວຽດນາມ - ລາວ ຂອງຄະນະສື່ສານ ແລະ ວັດທະນະທຳການຕ່າງປະເທດ, ສະຖາບັນການຕ່າງປະເທດ (ທີ່ ຮ່າໂນ້ຍ, ຫວຽດນາມ) ໄດ້ສົມທົບກັນຈັດງານແລກປ່ຽນວັດທະນະທຳນັກສຶກສາ ຫວຽດນາມ - ລາວ (LaoSao Fest) ຂຶ້ນ. ພາຍໃຕ້ທຸງຊາດຂອງສອງປະເທດ, ເຂົາເຈົ້າໄດ້ເຮັດໃຫ້ງານພົບປະແລກປ່ຽນເຕັມໄປດ້ວຍສີສັນຊາດຂອງສອງຊາດ ແລະ ເຂັ້ມຂຸ້ນໄປດ້ວຍສາຍຈິດມິດໃຈຖານສະຫາຍອ້າຍນ້ອງ, ບ່ອນທີ່ບັນດາເລື່ອງລາວ, ສາຍໃຈໄມຕີຈິດມິດຕະພາບໄດ້ຫວນຄືນ ແລະ ແຜ່ກະຈາຍ.
ບັນດານັກສຶກສາລາວ ກຽມພ້ອມຕ້ອນຮັບ ແລະ ແນະນຳວັດທະນະທຳລາວ ສູ່ນັກສຶກສາ ຫວຽດນາມ |
“ນ້ອງແມ່ນສາວເຜົ່າເມື່ອງ ຢູ່ທາງທິດຕາເວັນຕົກຂອງແຂວງ ແທັງຮວ໋າ. ນ້ອງເຄີຍໄດ້ຊີມບັນດາສິນພິເສດຂອງລາວ ໃນງານຕະຫຼາດນັດຊາຍແດນ ລາວ - ຫວຽດ ນັບແຕ່ຄາວຍັງເປັນນັກຮຽນໂຮງຮຽນກິນນອນເຊົາເຜົ່າແລ້ວ. ເມື່ອເຂົ້າຮຽນຢູ່ທີ່ນີ້, ນ້ອງຮູ້ສຶກໄດ້ຄວາມມານະພະຍາຍາມຂອງພວກເພື່ອນນັກສຶກສາລາວ ໃນການໂຄສະນາເຜີຍແຜ່ວັດທະນະທຳລາວ ຜ່ານກິດຈະກຳຕ່າງໆຂອງໂຮງຮຽນ. ບັນດາວັດທະນະທຳ, ເຍື່ອງອາຫານເຫຼົ່ານັ້ນ ເປັນເອກະລັກພິເສດ ແລະ ເປັນກຳລັງໜູນຊ່ວຍໃຫ້ນ້ອງກາຍເປັນສ່ວນໜຶ່ງໃນຄະນະຈັດຕັ້ງ ແລະ ຂຽນອຄຳບັນຍາຍໃຫ້ແກ່ລາຍການ ເພື່ອຜູກພັນໄມຕີຈິດມິດຕະພາບ ແລະ ແລກປ່ຽນວັດທະນະທຳລະຫວ່າງສອງຊາດ”.
ນັ້ນແມ່ນຄໍາແບ່ງປັນຂອງເພື່ອນ ເລງອກແອວງ - ຮອງຄະນະເນື້ອໃນຂອງງານບຸນ LaoSao Fest. ແອວງ ໄດ້ພ້ອມກັບເພື່ອນທັງ ຫວຽດນາມ ແລະ ລາວ ຫຼາຍໃຊ້ເວລາ 2 ເດືອນເພື່ອກະກຽມໃຫ້ແກ່ງານບຸນດັ່ງກ່າວ.
“ຍ້ອນຄວາມເອກອ້າງທະນົງໃຈ, ຄວາມເຊື່ອໝັ້ນ ແລະ ສະຕິຄວາມຮັບຜິດຊອບຂອງຕົນໃນການຮັກສາ, ເພີ່ມພູນຄູນສ້າງສາຍພົວພັນ ຫວຽດນາມ - ລາວ ໃຫ້ “ຂຽວສົດງົດງາມ, ໝັ້ນຄົງທະນົງແກ່ນໄປຊົ່ວກາລະນານ” ນັ້ນ ໄດ້ສ້າງກຳລັງໜູນອັນໃຫຍ່ຫຼວງເພື່ອໃຫ້ພວກນ້ອງຈັດງານບຸນນີ້. ພວກນ້ອງໄດ້ພ້ອມກັນອອກແນວຄວາມຄິດ, ພ້ອມກັນກະກຽມ ແລະ ປະຕິບັດງານແລກປ່ຽນວັດທະນະທຳນັກສຶກສາ ຫວຽດນາມ - ລາວ ດ້ວຍຊື່ເອີ້ນທີ່ມີຄວາມໝາຍວ່າ: LaoSao Fest”
"ພວກນ້ອງໄດ້ຕື່ນແຕ່ເຊົ້າເພື່ອກະກຽມພາຂວັນ, ລາບ, ຕຳໝາກຮຸ່ງ ເພື່ອແນະນຳວັດທະນະທຳລາວໃຫ້ແກ່ນັກສຶກສາ ຫວຽດນາມ. ນ້ອງຮູ້ສຶກດີໃຈ ແລະ ພາກພຸມໃຈທີ່ສຸດເມື່ອໄດ້ເຂົ້າຮ່ວມງານ LaoSao Fest, ທັງໄດ້ເຜີຍແຜ່ວັດທະນະທຳຂອງບ້ານເຮົາ ແລະ ທັງໄດ້ຮຽນຮູ້ວັດທະນະທຳຂອງ ຫວຽດນາມ ອີກດ້ວຍ".
“ໃນເບື້ອງຕົ້ນພວກນ້ອງພົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ແຕ່ຄວາມຫຍຸ້ງຍາກເຫຼົ່ານັ້ນກໍໄດ້ຮັບການແກ້ໄຂຢ່າງວ່ອງໄວເມື່ອມີການເຂົ້າຮ່ວມຂອງບັນດານັກສຶກສາລາວ. ສຸດທ້າຍພວກນ້ອງກໍສາມາດເລືອກໄດ້ບັນດາຊຸດອາພອນທີ່ສະແດງໃຫ້ເຫັນສີສັນທີ່ເປັນເອກະລັກສະເພາະຂອງສອງຊາດ ເພື່ອສະແດງໃນລາຍການ “ແພໄໝ - ສາຍສຳພັນສອງຊາດ”.
ປັ້ນຕໍ່ແຮ - ການລະຫຼີ້ນພື້ນເມືອງຂອງ ຫວຽດນາມ ກໍໄດ້ນຳມາແນະນຳໃຫ້ແກ່ນັກສຶກສາລາວໃນງານບຸນ
|
ການກະກຽມຢ່າງລອບຄອບຖີ່ຖ້ວນຂອງພວກເພື່ອນນັກສຶກສາສອງປະເທດໄດ້ເຮັດໃຫ້ເດີ່ນສະຖາບັນການຕ່າງປະເທດມີຄວາມຄຶກຄື້ນມ່ວນຊື່ນ ແລະ ອົບອຸ່ນກວ່າແຕ່ລະມື້. ທຸງຊາດຂອງ ຫວຽດນາມ ແລະລາວ ປິວສະບັດ, ບັນດາຮ້ານວາງສະແດງເພື່ອໃຫ້ນັກສຶກສາເຮັດອາຊີບພື້ນເມືອງຕົວຈິງ; ບັນດາເຍື່ອງອາຫານຂອງທັງສາມພາກເໜືອ, ກາງ, ໃຕ້ ເຊັ່ນ: ເຂົ້າໜົມ ແບງບໍ່; ເຂົ້າໜົມ ແບງນ້ຳ, ເຂົ້າໜົມ ແບງຄອດ… ຂອງ ຫວຽດນາມ; ຕຳໝາກຮຸ່ງ, ລາບ, ເຂົ້າໜຽວລາວ ໄດ້ດຶງດູດ ນັກສຶກສາທັງ ຫວຽດນາມ ແລະ ລາວ ນັບຮ້ອຍຄົນທີ່ພວມຮ່ຳຮຽນຢູ່ ຮ່າໂນ້ຍເຂົ້າຮ່ວມ. ພວກເພື່ອນມີຄວາມຈັບອົກຈັບໃຈຫຼາຍເມື່ອໄດ້ເຂົ້າຮ່ວມການເຮັດພາບ ດົງໂຮ່, ປັ້ນຕໍ່ແຮ ຫຼື ຊອກຮູ້ກ່ຽວກັບຄວາມໝາຍຂອງເສັ້ນຝ້າຍແຕ່ລະເສັ້ນໃນພິທີມັດແຂນ, ບາສີສູ່ຂວັນຂອງຄົນລາວ.
“ນ້ອງມາຈາກມະຫາວິທະຍາໄລຊົນລະປະທານ. ນ້ອງຮູ້ສຶກວ່າ ງານບຸນມື້ນີ້ເປັນເອກະລັກສະເພາະ ແລະ ມີຄວາມໝາຍຄວາມສຳຄັນທີ່ສຸດຕໍ່ໄມຕີຈິດມິດຕະພາບຂອງສອງຊາດ. ພາຍຫຼັງໄດ້ຮັບຟັງການແນະນຳຈາກເພື່ອນລາວ, ນ້ອງເຫັນວ່າ ວັດທະນະທຳລາວ ຈັບອົກຈັບໃຈຫຼາຍ ແລະ ພິທີມັດແຂນ ກໍ່ມີຄວາມໝາຍສຳຄັນທີ່ສຸດໃນຊີວິດທາງດ້ານວັດທະນະທຳຂອງລາວ”.
"ນ້ອງກໍຮູ້ສຶກດີໃຈ ແລະ ພຸມໃຈ ທີ່ໄດ້ເປັນສ່ວນໜຶ່ງໃນງານ LaoSao Fest ເພາະວ່າມັນເປັນງານແລກປ່ຽນວັດທະນະທຳຂອງສອງຊາດໃຫ້ແກ່ນັກສຶກສາໄດ້ຮູ້ ບໍ່ວ່າພຽງແຕ່ນັກສຶກສາສະຖາບັນການຕ່າງປະເທດເທົ່ານັ້ນ, ຫາກຍັງມີນັກສຶກສາຈາກບັນດາມະຫາວິທະຍາໄລຢູ່ອ້ອມຂ້າງກໍໄດ້ເຂົ້າຮ່ວມ. ມັນເປັນຄວາມຊົງຈຳທີ່ດີສຳລັບນ້ອງ. ຜ່ານງານ LaoSao Fest ມື້ນີ້ ນ້ອງກໍໄດ້ຮັບຮູ້ຫຼາຍຢ່າງ ເຊັ່ນ: ການແຕ້ມຮູບພາບ ດົງໂຮ່, ບັ້ນຕໍ່ແຮ..."
“ມື້ນີ້, ນ້ອງຮູ້ສຶກມ່ວນ ແລະ ມີຄວາມໝາຍທີ່ສຸດ. ພວກອ້າຍເອື້ອຍໄດ້ແບ່ງປັນໃຫ້ນ້ອງເຂົ້າໃຈກ່ຽວກັບຄວາມໝາຍຂອງເສັ້ນຝ້າຍໃນພິທີມັດແຂນ, ເຊັ່ນ: ເສັ້ນສີບົວແມ່ນມີຄວາມໂຊກດີໃນການຮ່ຳຮຽນ, ສີຂາວ ແມ່ນມີຄວາມໂຊກດີໃນຊີວິດ…”
ບົດເພງມິດຕະພາບລາວ - ຫວຽດນາມ ໄດ້ຮັບການສະແດງດ້ວຍດົນຕີພື້ນເມືອງຂອງ ຫວຽດນາມ |
ທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ຕີລາຄາສູງຕໍ່ຈິດໃຈຂອງນັກສຶກສາສອງປະເທດ ເມື່ອຮັບຊົມລາຍການສະແດງຊຸດອາພອນປະຈຳຊາດ - ແພໄໝ - ສາຍສໍາພັນສອງຊາດ; ງານວາງສະແດງພາບຖ່າຍ “ໄມຕີຈິດມິດຕະພາບ ຫວຽດນາມ - ລາວ” ແລະ ອາຫານການກິນ. ທ່ານນາງແບ່ງປັນວ່າ:
ທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ
ໄດ້ທຳຄວາມລຶ້ງເຄີຍກັບສິລະປະເຮັດພາບ ດົງໂຮ່ ໃນງານບຸນ
|
ໄປຄຽງຄູ່ກັນນັ້ນ, ດ້ວຍຫົວຄິດປະດິດສ້າງ, ພວກເພື່ອນມີຄວາມຄ່ອງແຄ້ວ ເມື່ອປ່ຽນເກມ ໂລໂຕ - ເຊິ່ງເປັນເກມໜຶ່ງທີ່ເປັນເອກະລັກຂອງພາກໃຕ້ ຫວຽດນາມ ເປັນເກມຊອກຮູ້ກ່ຽວກັບ ຫວຽດນາມ - ລາວ ຫຼື ຜະລິດບັນດາສື່ສິ່ງພິມຄື ປຶ້ມຂຽນ, ພວງກຸນແຈ, ຖົງພາຍ ທີ່ມີຮູບເປັນສັນຍະລັກຂອງສອງປະເທດ ເພື່ອໃຫ້ນັກສຶກສາເມື່ອເຂົ້າຮ່ວມງານບຸນສາມາດຊື້ເປັນຂອງທີ່ລະນຶກໄດ້. LaoSao Fest ໄດ້ກາຍເປັນເວທີ, ເປັນຂົວຕໍ່ວັດທະນະທຳ ແລະ ແຜ່ກະຈາຍນ້ຳໃຈໄມຕີຈິດມິດຕະພາບ ຫວຽດນາມ - ລາວ ຢ່າງແທ້ຈິງ./.