ເຊີດຊູຈິດໃຈສະມາຊິກພັກໃນການເຄື່ອນໄຫວເພື່ອວົງຄະນາຍາດ.

(VOVWORLD) -ໃນການດຳລົງຊີວິດປັດຈຸບັນມີຫຼາຍບຸກຄົນທີ່ມີຄວາມມານະອົດທົນຕໍ່ວຽກງານ ໄດ້ສ້າງບັນດາເລື່ອງລາວທີ່ດີງາມກ່ຽວກັບຄວາມເມດຕາປານີ ແລະ ຄວາມຮັບຜິດຊອບຕໍ່ວົງຄະນາຍາດ. ນາງ ເທິນທິທູຖຸ໋ຍ ປະທານສະຫະພັນແມ່ຍິງຕາແສງ ດາມາຍ ແຂວງ ບັກນິງ ແມ່ນໜຶ່ງໃນບັນດາແບບຢ່າງດີເດັ່ນເຊັ່ນນັ້ນ. ນາງໄດ້ເຊີດຊູຈິດໃຈສະມາຊິກພັກໃນການເຄື່ອນໄຫວ ເພື່ອວົງຄະນາຍາດ.
ເຊີດຊູຈິດໃຈສະມາຊິກພັກໃນການເຄື່ອນໄຫວເພື່ອວົງຄະນາຍາດ. - ảnh 1ນາງ ເທິນທິທູຖຸ໋ຍ ປະທານສະຫະພັນແມ່ຍິງຕາແສງ ດາມາຍ ແຂວງ ບັກນິງ

    ດ້ວຍຄວາມຄິດທີ່ລຽບງ່າຍ ແຕ່ເຕັມໄປດ້ວຍວັດທະນະທຳມະນຸດ ຖ້າຫາກມີສຸຂະພາບພຽງພໍກໍ່ສາມາດບໍລິຈາກເລືອດ ເພື່ອກອບກູ້ເອົາຊີວິດມະນຸດ ມາຮອດປັດຈຸບັນນາງ ເທິນທິທູຖຸ໋ຍ ໄດ້ເຂົ້າຮ່ວມບໍລິຈາກເລືອດໂດຍສະໝັກໃຈເປັນ 103 ຄັ້ງ ກາຍເປັນຜູ້ທີ່ມີຈຳນວນການແຜ່ບໍລິຈາກເລືອດຫຼາຍເທື່ອກວ່າໝູ່ຢູ່ແຂວງ ບັກນິງ ບໍ່ພຽງແຕ່ຢຸດຢູ່ໃນການກະທຳນີ້ເທົ່ານັ້ນ ນາງຍັງແມ່ນແກ່ນສານຕັ້ງໜ້າເຂົ້າໃນວຽກງານໂຄສະນາຂົນຂວາຍພະນັກງານສະມາຊິກສະຫະພັນແມ່ຍິງ ແລະ ປະຊຊົນເຂົ້າຮ່ວມບໍລິຈາກເລືອດໂດຍສະໝັກໃຈ ຈາກແບບຢ່າງຂອງນາງໃນບັນດາອົງການສະນັກງານທ້ອງຖິ່ນໂດຍນາງຮັບຜິດຊອບ ກໍ່ໄດ້ມີແບບຢ່າງຕື່ມອີກຫຼາຍຄົນບໍລິຈາກເລືອດມະນຸດສະທຳ ແຕ່ 35 ຫາ 50 ເທື່ອຜ່ານນັ້ນແຜ່ກະຈາຍສານບໍລິຈາກເລືອດ ກອບກູ້ເອົາຊີວິດເຊິ່ງແມ່ນການກະທຳອັນສູງສົ່ງໃນຊຸມຊົນ ນາງ ເທິນທິທູຖຸ໋ຍ ໃຫ້ຮຸ້ວ່າ:

 “ເລືອດທີ່ເຮົາບໍລິຈາກ ແມ່ນມີຜົນປະໂຫຍດຕໍ່ຜູ້ໃດຜູ້ໜຶ່ງພວມຕ້ອງການ. ໃນຈິດໃຈຂອງເຮົາຍາມໃດກໍ່ຄຳນຶງເຖິງເລືອດຂອງຕົນທີ່ບໍລິຈາກ ແມ່ນມີຄວາມໝາຍ ແມ່ນເຮົາພວມມີສຸຂະພາບພຽງພໍເຮົາໄດ້ຮູ້ສຶກມີຄວາມສຸກ”.

ໃນບັ້ນເຄື່ອນໄຫວບໍລິຈາກເລືອດປີ 2026 ດ້ວຍຫົວຂໍ້ບໍລິຈາກເລືອດລະດູບານໃໝ່ເພີ່ມຄວາມຜາສຸກ ຮູບພາບນາງປະທານສະຫະພັນແມ່ຍິງຕາແສງ ດາມາຍ ເທິນທິທູຖຸ໋ຍ ດ້ວຍການບໍລິຈາກເລືອດ 103 ຄັ້ງ ບໍ່ພຽງແຕ່ແມ່ນຄວາມເອກອ້າງທະນົງໃຈຂອງສະຫະພັນແມ່ຍິງເທົ່ານັ້ນ ຫາກຍັງແມ່ນແຫຼ່ງບັນດານໃຈຢ່າງແຂງແຮງປະກອບສ່ວນແຜ່ກະຈາຍສານຄາວມເມດຕາປານີ ຄວາມຮັບຜິດຊອບ ແລະ ຄວາມຮັກແພງກັນໃນຊຸມຊົນ ນາງ ເລແທັງຮັ່ງ ພະແນກໂຄສະນາສື່ສານ ສະຖາບັນເລືອດສາດສົ່ງເລືອດສູນກາງ ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າມີຄວາມເຄົາລົບນັບຖືຕໍ່ຈິດໃຈຂອງເຂົາເຂົ້າ ຍ້ອນວ່າບໍ່ພຽງແຕ່ແມ່ນການສັບຊ້ອນເວລາເຫື່ອແຮງຂອງຕົນເທົ່ານັ້ນ ສິ່ງທີ່ສຳຄັນກວ່ານັ້ນ ແມ່ນເຂົາເຈົ້າກໍ່ມີສະຕິເພື່ອຮັກສາສຸຂະພາບຂອງຕົນ ເພື່ອບໍລິຈາກເລືອດຢ່າງສະເໜີ. ນາງ ຖຸ໋ຍ ມີສຸຂະພາບທີ່ດີ. ຍ້ອນແນວນັ້ນນາງໄດ້ແບ່ງປັນ ແລະ ແຜ່ກະຈາຍໃນວົງຄະນາຍາດ”.

ບໍ່ພຽງແຕ່ມີຄວາມກ້າວໜ້າໃນການບໍລິຈາກເລືອດມະນຸດສະທຳເທົ່ານັ້ນ ແຕ່ດ້ວຍບົດບາດເປັນຜູ້ນຳໜ້າສະຫະພັນແມ່ນຍິງ ນາງ ຖຸ່ຍ ຍາມໃດກໍ່ເອົາໃຈໃສ່ເອົາໃຈໃສ່ປ່ຽນແປງໃໝ່ເນື້ອໃນແບບວິທີການເຄື່ອນໄຫວນຳຂະບວນການແມ່ຍິງ ພັດທະນາຢ່າງແທດຈິງມີປະສິດທິຜົນ ເອົາໃຈໃສ່ເຖິງການເບິ່ງແຍງຊີວິດການເປັນຢູ່ ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງແມ່ຍິງ ແລະ ເດັກນ້ອຍ ເປັນຕົ້ນແມ່ນບັນດາຜູ້ທີ່ມີຄວາມສ່ຽງສູງ ນັບແຕ່ປີ 2006 ມາຮອດປັດຈຸບັນ ໄດ້ມີເດັກກຳພ້າ 12 ຄົນ ໄດ້ຮັບອຸປະກາລະໂດຍກົງຈາກນາງ ດ້ວຍເງິນ 300.000 ດົ່ງຕໍ່ເດືອນ ປັດຈຸບັນນາງຍັງໄດ້ຮັບອຸປະກາລະຫຼານ ດິງແທັງຮັ່ງ ຫ້ອງມໍ1 ທີ່ມີແມ່ຖືກຫູໜວກ ປາກກືກ ແລະ ຫຼານ ດັ້ງກວາງຮຸຍ ຮຽນຫ້ອງປໍ3 ເປັນເດັກກຳພ້າ ນອກຈາກນັ້ນ ນາງຍັງຮັບອຸປະກາລະໂດຍທາງອ້ອມໃຫ້ແກ່ເດັກກຳພ້ານັບສິບຄົນ ແລະ ແມ່ຍິງທີ່ມີສະພາບຄອບຄົວຫຍຸ້ງຍາກສົມທົບກັບບັນດາຜູ້ໃຈບຸນ ໃຈກຸສົນ ມອບຂອງຂັວນໃນໂອກາດບຸນປີໃໝ່ປະຈຳຊາດ ໃນໂອກາດໄຂສົກຮຽນໃໝ່ ແລະ ຂົນຂາວຍສະໜັບສະໜູນວັດຖຸເຄື່ອງຂອງເຄື່ອງນຸ່ງໃຫ້ແກ່ປະຊາຊົນເຂດພູສູງ ນາງ ຖຸ໋ຍ ແບ່ງປັນອີກວ່າ:

 “ຢູ່ອ້ອມຂ້າງພວກເຮົາກໍ່ຍັງມີຜູ້ປະສົບກັບຄວາມຫຍຸ້ງຍາກຫຼາຍຄົນ. ເວລາທຳອິດເຮົາກໍ່ໄດ້ເລືອກເອົາແມ່ຍິງມີອາຍຸສູງຢູ່ປ່ຽວ ບໍ່ມີເງິນເດືອນ, ສຸຂະພາບກໍ່ຖືກຈຳກັດ ແລະ ເປັນເດັກກຳພ້າ. ເຮົາໄດ້ຮັບອຸປະກາລະ ດ້ວຍເງິນເດືອນຂອງຕົນ ດັ່ງນັ້ນຈຳນວນເງິນສະໜັບສະໜູນບໍ່ຫຼາຍ ແຕ່ກໍ່ເປັນກຳລັງໜູນທີ່ສຳຄັນທີ່ສຸດ“

 ດ້ວຍບັນດາການປະກອບສ່ວນຢ່າງບໍ່ຮູ້ອິດຮູ້ເມື່ອຍໃຫ້ແກ່ຂະບວນການແມ່ຍິງ ແລະ ວຽກງານມະນຸດສະທຳນາງ ຖຸ໋ຍ ມີຄວາມເປັນກຽດໄດ້ຮັບໃບຍ້ອງຍໍຈາກກະຊວງສາທາລະນະສຸກຂອງສູນກາງ ແລະ ຂອງແຂວງ ພິເສດໃນປີ 2024 ນາງໄດ້ຮັບນາມມະຍົດ ພົນລະເມືອງ ບັກຢາງ ດີເດັ່ນປີ 2024 ເຊິ່ງແມ່ນລາງວັນອັນສູງສົ່ງຢັ້ງຢືນການອຸທິດສ່ວນຢ່າງທົນທານ ແລະ ເຕັມໄປດ້ວຍວັດທະນະທຳມະນຸດຂອງນາງໃຫ້ແກ່ສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ