(VOVWORLD) -ຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຄົມເຜົ່າຢ້າວໃນແຂວງ ເຊີນລາ ພວມໄດ້ຮັບການປົວແປງເທື່ອລະກ້າວ. ພ້ອມກັບການພັດທະນາເສດຖກິດ, ພໍ່ແມ່ປະຊາຊົນຍາມໃດກໍ່ອະນຸລັກເສີມຂະຫຍາຍບັນດາຄຸນຄ່າທາງດ້ານວັດທະນະທຳພື້ນເມືອງເພື່ອໃຫ້ຄວາມງາມທາງດ້ານວັດທະນະທຳຂອງເຜົ່າຕົນບໍ່ຖືກສູນຫາຍໄປ
ລະບົບຕົວໜັງສືເປັນເອກະລັກທີ່ມີມາແຕ່ດົນນານ ຖືກນຳໃຊ້ໃນບັນດາເອກະສານບັນທຶກກ່ຽວກັບປະຫວັດສາດ. ການເຫຼື້ອມໃສ ແລະ ພິທີກຳພື້ນເມືອງຂອງຊາວເຜົ່າຢ້າວ |
ນັກສິລະປະການ ບ່ານວັນດຶກ ຢູ່ບ້ານ ສວຍລີນ ຕາແສງ ເວິນໂຮ່ ເມືອງ ເວິນໂຮ່ ແຂວງ ເຊີນລາ ແມ່ນຜູ່ທີ່ໄດ້ສະຫງວນເວລາຫຼາຍປີ ເພື່ອຮັກສາ ແລະ ພັດທະນາຕົວໜັງສືຢ້າວເດີມ. ນັບແຕ່ປີ 2012 ມາຮອດປັດຈຸບັນ ທ່ານ ດຶກ ໄດ້ເປີດເກືອບ 20 ຊຸດຮຽນ ແລະ ໄດ້ສິດສອນໃຫ້ນັກຮຽນຫຼາຍກວ່າ 700 ຄົນກ່ຽວກັບພາສາ ແລະ ຄຸນຄ່າປະຫວັດສາດ, ວັດທະນະທຳ ອັນໄດ້ປະກອບສ່ວນຊ່ວຍປະຊາຄົມເຜົ່າຢ້າວ ໄດ້ເຂົ້າເຖິງຕົວໜັງສືມີມາແຕ່ດົນນານ. ທ່ານ ດຶກ ໃຫ້ຮູ້ວ່າ ໜຶ່ງໃນບັນດາມໍລະດົກວັດທະນະທຳອັນລ້ຳຄ່າຕິດພັນກັບຊີວິດວັດທະນະທຳການເຫຼື້ອມໃສຂອງພໍ່ແມ່ປະຊາຊົນເຜົ່າຢ້າວ ກໍ່ແມ່ນຕົວໜັງສືຢ້າວເດີມ, ລະບົບຕົວໜັງສືເປັນເອກະລັກທີ່ມີມາແຕ່ດົນນານ ຖືກນຳໃຊ້ໃນບັນດາເອກະສານບັນທຶກກ່ຽວກັບປະຫວັດສາດ. ການເຫຼື້ອມໃສ ແລະ ພິທີກຳພື້ນເມືອງຂອງຊາວເຜົ່າຢ້າວ. ທາ່ນ ດຶກ ເປີດເຜີຍວ່າ:
“ໂດຍແມ່ນຊາວເຜົ່າຢ້າວ ເຮົາກໍ່ມີຄວາມເຂົ້າໃຈກ່ຽວກັບລະບົບຕົວອັກສອນເຜົ່າຢ້າວ ຖືວ່ານີ້ແມ່ນສິ່ງທີ່ດີທີ່ສຸດເພື່ອສິດສອນຖ່າຍທອດໃຫ້ໄວໜຸ່ມຮ່ຳຮຽນ ທັງເປັນການຮັກສາສີສັນວັດທະນະທຳຂອງເຜົ່າຢ້າວໃນອະນາຄົດ”.
ສິລະປະຟ້ອນລຳທຳເພງຂອງຊາວເຜົ່າຢ້າວກໍ່ແມ່ນບັນດາຈຸດວັດທະນະທຳທີ່ຂາດບໍ່ໄດ້ໃນຊີວິດປະຈຳວັນ. ບັນດາທຳນອງເພງຂັບປ໊າວຢຸງ, ວາດຟ້ອນທີ່ມີມາແຕ່ດົນນານ ໄດ້ຊຶມລຶກເຂົ້າໃນຈິດວິນຍານຂອງຊາວເຜົ່າຢ້າວ ແລະ ໄດ້ກາຍເປັນສ່ວນໜຶ່ງທີ່ຂາດບໍ່ໄດ້ໃນບັນດາໂອກາດງານບຸນ, ພິທີສູ່ຂໍ ງານດອງ ແລະ ບັນດາເຫດການທາງດ້ານວັດທະນະທຳ. ຈຸດຄວາມງາມທາງດ້ານວັດທະນະທຳນີ້ ຍາມໃດກໍ່ໄດ້ຮັບການຮັກສາ ແລະ ເສີມຂະຫຍາຍໂດຍຜ່ານກອງສິລະປະກອນຂອງໝູ່ບ້ານຕາແສງ. ອ້າຍ ບ່ານວັນຟອງ ຢູ່ຕາແສງ ເວິນໂຮ່ ເປີດເຜີຍວ່າ:
“ຂ້າພະເຈົ້າ ແລະ ພໍ່ແມ່ພີ່ນ້ອງຊາວບ້ານສວຍລີນ ກໍ່ມີຄວາມຊົມຊອບຈຸດວັດທະນະທຳຂອງເຜົ່າຢ້າວ. ຈາກວາດຟ້ອນ ທຳນອງເພງ, ຕົວໜັງສືຂອງເຜົ່າຕົນ, ເຮົາກໍ່ພະຍາຍາມຮຽນຮູ້ເພື່ອຮັກສາໃຫ້ລູກຫຼານໃນອະນາຄົດ”.
ນອກຈາກສິລະປະຟ້ອນລຳທຳເພງທີ່ປະກອບສ່ວນເຮັດໃຫ້ວັດທະນະທຳຂອງແຂວງ ເຊີນລາ ເພີ່ມຄວາມອຸດົມສົມບູນນັ້ນ ກໍ່ຍັງມີບັນດາງານບຸນຂອງຊາວເຜົ່າຢ້າວຄືງານບຸນໄຫວ້ບູຊາເຈົ້າປ່າ, ງານບຸນປຸງຮຽງ, ພິທີປະດັບຍົດ… ໃນນັ້ນປັດໄຈວັດທະນະທຳພື້ນເມືອງເກືອບທັງໝົດກໍ່ຄືຄວາມສຳນຶກກ່ຽວກັບໂລກແຫ່ງຈິດວິນຍານ, ການເຄື່ອນໄຫວສາສະໜາເຫຼື້ອມໃສ, ການດຳເນີນຊີວິດສິລະປະວັນນະຄະດີພື້ນເມືອງ… ກໍ່ລ້ວນແຕ່ຖືກສະແດງຢ່າງຈະແຈ້ງ. ທ່ານ ຫຼີຈ້ອງຊິງ ຢູ່ບ້ານ ສວຍແຄມ ຕາແສງ ພຽງລວງ ເມືອງ ໝົກເຈົາ ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າມີງານບຸນ ປຸງຮຽງ ຊຶ່ງແມ່ນງານບຸນໃຫຍ່ກວ່າໝູ່, ພວກຂ້າພະເຈົ້າມີຄວາມເອກອ້າງທະນົງໃຈ ເມື່ອເຫັນວ່າ ພວກຂ້າພະເຈົ້າຍັງພວມຮັກສາ ແລະ ອະນຸລັກ. ໃນງານບຸນນີ້ ພວກຂ້າພະເຈົ້າໄດ້ວາດພາບ ຖ່າຍທອດ ບັນດາບົດເພງ ວາດຟ້ອນແຊ ແລະ ວິທີຕິກອງຕີຄ້ອງທີກ່ຽວຂ້ອງເຖິງສີສັນວັດທະນະທຳເຜົ່າຢ້າວ”.
ໃນຊຸມປີທີ່ຜ່ານມາ ມີຫຼາຍໂຄງການໜູນຊ່ວຍໄດ້ຮັບການຜັນຂະຫຍາຍຈາກແຂວງ ເຊີນລາ ເພື່ອອະນຸລັກສຽງເວົ້າ ຕົວໜັງສື ແລະ ບັນດາພິທີງານບຸນອັນປະເພນີຂອງເຜົ່າຢ້າວ. ພ້ອມກັນນັ້ນກໍ່ໄດ້ລົງທຶນຍົກລະດັບບັນດາຫໍໂຮງວັດທະນະທຳ ຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນສະແດງສິລະປະວັດທະນະທຳ ແລະ ຈັດຕັ້ງກອງປະຊຸມສຳມະນາ ແນໃສ່ເຊີດຊູບັນດາຄຸນຄ່າທາງດ້ານວັດທະນະທຳພື້ນເມືອງ. ທ່ານ ນາງ ຫງວຽນທິຮວາ ຮອງປະທານຄະນະກຳມະການປະຊາຊົນເມືອງ ໝົກເຈົາ ແຂວງ ເຊີນລາ ໃຫ້ຮູ້ວ່າ:
“ປັດຈຸບັນ ເມືອງ ໝົກເຈົາ ມີ 11 ງານບຸນຖືກຈັດເຂົ້າບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ ໃນນັ້ນມີ 7 ງານບຸນຮ່ວມກັບແຂວງ ເຊີນລາ ແລະ 4 ງານບຸນຂອງເມືອງ ໝົກເຈົາ. ຂ້າພະເຈົ້າຈະສະໜັບສະຫນູນປະຊາຊົນສືບຕໍ່ຟື້ນຟູ ເພື່ອໃຫ້ພໍ່ແມ່ພີ່ນ້ອງມີຄວາມເອກອ້າງທະນົງໃຈ ຕໍ່ສີສັນວັດທະນະທຳຂອງເຜົ່າຕົນ”.
ການຮັກສາເສີມຂະຫຍາຍຄຸນຄ່າວັດທະນະທຳເຜົ່າຢ້າວ ໄດ້ປະກອບສ່ວນຍົກສູງຊີວິດທາງດ້ານວັດທະນະທຳ ແລະ ຈິດໃຈ ເຮັດໃຫ້ສີສັນວັດທະນະທຳເພີ່ມຄວາມອຸດົມສົມບູນ ປະກອບສ່ວນສ້າງສາບ້ານເມືອງໃຫ້ຮັ່ງມີສວຍງາມ ສີວິໄລ