(vovworld) - ໃນວາລະປະຊຸມຂອງ UNESCO ເຊິ່ງຫາກໍ່ດຳເນີນຢູ່ ບາງກອກ, ປະເທດໄທ, ຊຸດແມ່ພິມດ້ວຍໄມ້ຢູ່ວັດວິ້ງງຽມ, ແຂວງບັກຢາງຂອງຫວຽດນາມ ໄດ້ຮັບການຮັບຮອງເປັນມໍລະດົກເອກະສານ, ພາກພື້ນອາຊີ - ປາຊິຝິກ ຢ່າງເປັນທາງການ. ນີ້ແມ່ນມໍລະດົກທີ 3 ຂອງຫວຽດນາມ, ຖັດຈາກແມ່ພິມດ້ວຍໄມ້ໃນສະໄໝລາຊະວົງ ຫງວຽນ ແລະ ສີລາວັນມ໋ຽວ - ກວົກຕືຢ໋າວ ທີ່ໄດ້ຮັບການເຊີດຊູ. ນີ້ແມ່ນແມ່ພິມຄຳພີຂອງພຸດທະສາສະໜາຊຸດໜຶ່ງດຽວ ກ່ຽວກັບນິກາຍຈຸກເລິມ - ເຊິ່ງແມ່ນນິກາຍທີ່ພົ້ນເດັ່ນກວ່າໝູ່ຂອງພຸດທະສາສະໜາຫວຽດນາມ.
ສາງແມ່ພິມຄຳພີອັນລ້ຳຄ່າຢູ່ວັດວິ້ງງຽມ
(ພາບ: http://dantri.com.vn)
ຕາມເອກະສານບູຮານແລ້ວ, ວັດວິ້ງງຽມ ໄດ້ຮັບການກໍ່ສ້າງແຕ່ສະໄໝລາດຊະວົງ ຫຼີ, ໃນສະຕະວັດທີ 11, ຮອດສະໄໝລາດຊະວົງ ເຈິ່ນ (ໃນສະຕະວັດທີ 13) ບັນພະບຸລຸດຂອງນິກາຍຈຸກເລິມ 3 ອົງຄື (ເຈິ່ນເຍິນຕົງ, ຟາບລວາ, ຮ່ວຽນກວາງ) ໄດ້ອະນຸຍາດໃຫ້ເປີດກວ້າງວັດອອກ ເພື່ອເປັນບ່ອນບຳລຸງສ້າງສົງ ຜູ້ມີຄວາມສາມາດ. ພະອາຈານ ທິກແທງຕິ້ງ, ຮອງເຈົ້າອາວາດວັດວີ້ງງຽມ ໃຫ້ຮູ້ວ່າ, ວັດຖຸບູຮານຂອງວັດວີ້ງງຽມ ເຊິ່ງໄດ້ຮັບການອະນຸລັກຮັກສາໄວ້ນັ້ນ ແມ່ນອຸດົມສົມບູນທີ່ສຸດ, ດ້ວຍພະພຸດທະຮູບນັບ 100 ອົງ, ລະບົບສີລາລວມ 7 ແຜ່ນ, ພິເສດແມ່ນແມ່ພິມຄຳພີບູຮານ ໃຫຍ່ທີ່ສຸດຢູ່ຫວຽດນາມ.
”ດ້ວຍບົດບາດແມ່ນສູນບຳລຸງສ້າງສົງໃນສະໄໝລາດຊະວົງເຈິ່ນ, ດັ່ງນັ້ນເລື່ອງພິມຄຳພີ, ຄວັດແມ່ພິມຈຶ່ງໄດ້ຮັບການຜັນຂະຫຍາຍມາແຕ່ກ່ອນຢູ່ວັດວິ້ງງຽມ, ນັ້ນແມ່ນໃນຕົ້ນສະຕະວັດທີ 15. ປະຈຸບັນ, ວັດວິ້ງງຽມ ຍັງຄົງຮັກສາແມ່ພິມໄດ້ກວ່າ 3000 ແຜ່ນ. ຄຸນຄ່າຂອງແມ່ພິມແມ່ນສະແດງອອກຜ່ານເນື້ອໃນຂອງແມ່ພິມ, ສ່ວນສິລະປະພິມຄຳພີ ແລະ ຄວັດແມ່ພິມຂອງສະໄໝລາດຊະວົງເຈິ່ນ, ສະໄໝທ້າຍຂອງລາດຊະວົງ ເລ ແລະ ສະໄໝລາດຊະວົງຫງຽນ ແມ່ນລະອຽດລະອໍທີ່ສຸດ”
ແມ່ພິມດ້ວຍໄມ້ 3000 ແຜ່ນ ມີເນື້ອໃນເວົ້າເຖິງແນວຄິດຂອງພຸດທະສາສະໜາມະຫາຍານຈາກບັນພະບຸລຸດນິກາຍຈຸກເລິມ 3 ອົງຄື (ເຈິ່ນເຍິນຕົງ, ຟາບລວາ, ຮ່ວຽນກວາງ). ຕາມບັນດານັກວິທະຍາສາດແລ້ວ, ນີ້ແມ່ນສາງແມ່ພິມຄຳພີແຫ່ງໜຶ່ງດຽວຂອງນິກາຍຈຸກເລິມ, ເຊິ່ງແມ່ນນິກາຍທີ່ພົ້ນເດັ່ນຂອງພຸດທະສາສະໜາຫວຽດນາມ, ທີ່ຍັງຄົງຮັກສາໄວ້ຈົນຮອດປະຈຸບັນ. ການກຳເນີດຂອງນິກາຍຈຸກເລິມໃນສະຕະວັດທີ 13 ບໍ່ພຽງແຕ່ແມ່ນເຫດການທີ່ມີຄວາມໝາຍອັນໃຫຍ່ຫຼວງສຳຫຼັບຫວຽດນາມ ເທົ່ານັ້ນ, ຫາກຍັງສົ່ງຜົນສະທ້ອນເຖິງພາກພື້ນ ແລະ ສາກົນອີກດ້ວຍ. ສິ່ງທີ່ໄດ້ຮັບການເຊີດຊູນັ້ນແມ່ນ ຈິດໃຈກຸ້ມຕົນເອງ, ຖືພະພູດແມ່ນຕົວເອງ, ເຊື່ອໝັ້ນຕົນເອງ, ບໍ່ອິງໃສ່ກຳລັງດ້ານຈິດວີນຍານ, ມີຄວາມປະເອີບໃຈຕໍ່ຊີວິດ… ແນວ ຄິດຂອງນິກາຍຈຸກເລິມໄດ້ເປັນຂີດໝາຍແຫ່ງຂະບວນວິວັດຫັນພຸດທະສາສະໜາຂອງອີນເດຍ ແລະ ຈີນ ມາເປັນພຸດທະສາສະໜາຫວຽດນາມ. ທ່ານ ເຈິ່ນວັນລ້າງ, ຜູ້ອຳນວຍການຫໍພິພິດທະພັນແຂວງບັກຢາງ, ໃຫ້ຮູ້ວ່າ, ເນື້ອໃນຂອງນິກາຍຈຸກເລິມ ແມ່ນນອນໃນຊຸດ “ອຽນຕືເຍິດຈິ່ງ” ທີ່ມີມາແຕ່ທ້າຍສະຕະວັດທີ 16.
”ພວກຂ້າພະເຈົ້າໄດ້ລົງຮາກຖານຈຳນວນໜຶ່ງທີ່ຍັງຄົງຮັກສາຊຸດແມ່ພິມດ້ວຍໄມ້ຄືວັດໂບດ່າ, ເວິນຮ່າແລ້ວ, ແຕ່ບໍ່ມີຊຸດປື້ມນີ້, ພຽງແຕ່ມີຄຳພີເທົ່ານັ້ນ. ກ່ຽວກັບຄວາມໝາຍຂອງມັນ, ເມື່ອນິກາຍຈຸກເລິມ ໄດ້ຮັບການກຳເນີດ ແມ່ນຕ້ອງມີພະທຳຕາມແນວຄິດຂອງນິກາຍຈຸກເລິມ. ເພື່ອຢັ້ງຢືນນິກາຍຂອງຕົນແມ່ນຕ້ອງມີປື້ມເພື່ອເຜີຍແຜ່ໃນໝູ່ມະຫາຊົນ.”
ບັນດາແມ່ພິມສ່ວນຫຼາຍແມ່ນທີ່ເຮັດດ້ວຍໄມ້ຈັນທີ່ປູກໃນສວນຂອງວັດ. ໄມ້ຈັນເໝາະສົມໃຫ້ແກ່ການຄວັດ. ບັນດາແມ່ພິມຖືກຄວັດເປັນພາສາຈີນຫຼືພາສານົມ (ພາສາຫວຽດບູຮານ). ມີແມ່ພິມຫຼາຍແຜ່ນຍັງຄວັດຮູບພາບປະກອບຕື່ມອີກ, ສິລະປະການຄວັດຢ່າງລະອຽດລະອໍ. ເມື່ອເຫັນປະຈັກຕາບັນດາແມ່ພິມທີ່ມີອາຍຸນັບຮ້ອຍປີ, ຈຶ່ງນັບຖືຄວາມເກັ່ງກ້າສາມາດ, ຄວາມອົດທົນ ແລະ ຈິດໃຈຂອງນາຍຊ່າງ. ທ່ານ ຫງວຽນວັນຟອງ, ນັກຄົ້ນຄ້ວາຈີນ-ນົມ, ຮອງຜູ້ອຳນວຍການຫໍພິພິດທະພັນແຂວງບັກຢາງ, ໃຫ້ຮູ້ວ່າ:
”ຢູ່ຫວຽດນາມບ້ານເຣັດອາຊີບຄວັດແມ່ພິມບໍ່ມີຫຼາຍ. ບ້ານຄວັດແມ່ພິມມີຊື່ສຽງທີ່ສຸດແມ່ນຢູ່ແຂວງຫາຍເຢືອງ. ນາຍຊ່າງເກັ່ງແມ່ນຜູ້ທີ່ມີສີມືການຊ່າງ ແລະ ມີປັນຍາ. ໃນເມື່ອກ່ອນ, ເມື່ອເຮັດອາຊີບນີ້ແລ້ວ, ນາຍຊ່າງຕ້ອງມີຈິດໃຈ ແລະ ຕ້ອງມີຄວາມຮູ້ຢ່າງເລິກເຊິ່ງ. ນາຍຊ່າງຜູ້ໃດເຮັດອາຊີບນີ້ກໍ່ມີຄວາມຮັບຜິດຊອບ. ນາຍຊ່າງມີຫຼາຍຢູ່, ແຕ່ປື້ມຫົວໃດກໍ່ບັນລຸມາດຕະຖານ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ, ເຂົາເຈົ້າແມ່ນບັນດານາຍຊ່າງທີ່ມີສີມືດີ ແລະ ເຮັດວຽກດ້ວຍຄວາມຮັບຜິດຊອບສູງ”
ຂະບວນວິວັດແຫ່ງການພິມຄຳພີ, ຄວັດແມ່ພິມດ້ວຍໄມ້ນັ້ນ ແມ່ນຖືກດຳເນີນໃນຕະຫຼອດໄລຍະເວລາເກືອບ 100 ປີ. ເຖິງວ່າບາງຄັ້ງບາງຄາວມັນກໍ່ຖືກຢຸດໄວ້, ແຕ່ມັນໄດ້ຮັບການສືບທອດຜ່ານເຈົ້າອາວາດວັດເຖິງ 59 ລຸ້ນແລ້ວ. ເພື່ອຄວັດແມ່ພິມໃຫ້ໄດ້ແຜ່ນໜຶ່ງ, ຊ່າງທີ່ມີສີມືດີ 1 ຄົນ ຄ້ອງເສຍເວລາເຖິງ 2 ເດືອນຈຶ່ງຄວັດສຳເລັດ. ເມື່ອຄວັດແມ່ພິມໃຫ້ໄດ້ຊຸດໜຶ່ງ ດ້ວຍ 200 ແຜ່ນ, ຕ້ອງເສຍເວລາກວ່າ 70 ປີ. ຍ້ອນເຫດນັ້ນ, ມີບາງຄົນເຮັດອາຊີບຄວັດແມ່ພິມຕະຫຼອດຊີວິດ, ນັບແຕ່ນ້ອຍຈົນຮອດເວລາເສຍຊີວິດ, ແຕ່ຍັງບໍ່ທັນຄວັດໃຫ້ສຳເລັດຊຸດໜຶ່ງ. ມີບາງຊຸດຕ້ອງຜ່ານ 3 ລຸ້ນຄົນແຕ່ກໍ່ບໍ່ທັນສຳເລັດເທື່ອ. ແມ່ພິມຄຳພີແຕ່ລະແຜ່ນແມ່ນຜະລິດຕະພັນດ້ານສິລະປະຄວັດສະຫຼັກຢ່າງລະອຽດລະອໍ, ທີ່ສະແດງໃຫ້ເຫັນຄວາມສາມາດຂອງນາຍຊ່າງຫວຽດນາມໃນເມື່ອກ່ອນ ທັງແມ່ນແຫຼ່ງເອກະສານ ເພື່ອຊອກຮູ້ກ່ຽວກັບສິລະປະຄວັດໄມ້ຂອງຫວຽດນາມ ໃນສະໄໝລາດຊະວົງເລ - ຫງວຽນ.