AIPA – 45: ຊຸກ​ຍູ້​ການ​ເຊື່ອມຕົວ ແລະ ການ​ເຕີບ​ໂຕ​​ແບບກວມລວມ​ຂອງ ອາ​ຊຽນ

(VOVWORLD) -  ກອງປະຊຸມສະມັດຊາໃຫ່ຍລັດຖະສະພາລະຫວ່າງຊາດອາຊີຕາເວັນອອກສ່ຽງໃຕ້ (AIPA-45) ຈັດຂຶ້ນຢູ່ ວຽງຈັນ-ລາວ ແຕ່ວັນທີ 17-23 ຕຸລາ. ດ້ວຍຫົວຂໍ້ “ບົດບາດຂອງລັດຖະສະພາໃນການຊຸກຍູ້ການເຊື່ອມຈອດ ແລະ ການເຕີບໂຕແບບກວມລວມຂອງ ອາຊຽນ”, AIPA-45 ໄດ້ສະແດງສານລຸລ່ວງຂອງ AIPA ນັ້ນແມ່ນເພີ່ມທະວີການສະໜິດຕິດພັນລະຫວ່າງບັນດາພື້ນຖານເສດຖະກິດໃນພາກພື້ນ ແລະ ລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມືພາຍນອກ, ຮັດແຄບຊ່ອງວ່າງການພັດທະນາ, ມຸ່ງໄປເຖິງປະຊາຄົມ ອາຊຽນ ໝັ້ນແກ່ນ, ສະໜິດຕິດພັນ, ວັດຖະນາຖາວອນ ແລະ ຖືມະນຸດເປັນໃຈກາງ.
 
AIPA – 45: ຊຸກ​ຍູ້​ການ​ເຊື່ອມຕົວ ແລະ ການ​ເຕີບ​ໂຕ​​ແບບກວມລວມ​ຂອງ ອາ​ຊຽນ - ảnh 1(ພາບ:VOV)

     AIPA-45  ຈັດຂຶ້ນໃນສະພາບການທີ່ ອາຊຽນ ສືບຕໍ່ສະຫງວນບຸລິມະສິດປັບປຸງວິວັດການສ້າງປະຊາຄົມ, ມານະພະຍາຍາມສຳເລັດບັນດາແຜນການລວມ 2025, ສ້າງ 4 ຍຸດທະສາດຮ່ວມມືດ້ານການເມືອງ, ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທຳ, ສັງຄົມ ແລະ ເຊື່ອມຈອດໃຫ້ແກ່ໄລຍະຕໍ່ໄປ.

ປັບປຸງທີ່ຕັ້ງ, ບົດບາດໃຈກາງຂອງ ອາຊຽນ

  ເລື່ອງຄັດເລືອກຫົວຂໍ້ຂອງ AIPA-45 ແມ່ນ ““ບົດບາດຂອງລັດຖະສະພາໃນການຊຸກຍູ້ການເຊື່ອມຈອດ ແລະ ການເຕີບໂຕແບບກວມລວມຂອງ ອາຊຽນ” ແມ່ນເໝາະສົມກັບ ຫົວຂໍ້ລວມຂອງ ອາຊຽນ ປີນີ້ ຄື: “ອາຊຽນ: ຊຸກຍູ້ການເຊື່ອມຈອດ ແລະ ສ້າງຄວາມເຂັ້ມແຂງ ອາຊຽນ”, ເນັ້ນໜັກການໂອ້ລົມສົນທະນາ ແລະ ໃຫ້ຄຳປຶກສາ ອາຊຽນ, ໄອປາ, ລັດຖະສະພາບັນດາປະເທດສັງເກດການ ແລະ ຄູ່ຮ່ວມມືຂອງ ໄອປາ, ຊ່ວຍເພີ່ມທະວີການຮ່ວມມື ຄູ່ຮ່ວມມື ແລະ ປັບປຸງທີ່ຕັ້ງ, ບົດບາດໃຈກາງຂອງ ອາຊຽນ.

ເພື່ອບັນລຸໄດ້ສອງເສົາຄ້ຳ “ເຊື່ອມຈອດ” ແລະ “ເຕີບໂຕແບບກວມລວມ” ຄືຫົວຂໍ້ຂອງ AIPA-45, ນັ້ນ, ບັນດາລັດຖະສະພາທີ່ເປັນສະມາຊິກຂອງ AIPA ຄວນສ້າງກຳລັງແຮງສັງລວມ, ຮ່ວມເດີນທາງພ້ອມກັບລັດຖະບານບັນດາປະເທດ ອາຊຽນ ເພື່ອເປົ້າໝາຍເຕີບໂຕຮອບດ້ານຂອງ ອາຊຽນ.

ບົນພື້ນຖານນັ້ນ, ທີ່ AIPA-45,  ບັນດາຜູ້ແທນໄດ້ເຂົ້າຮ່ວມກອງປະຊຸມ 12 ຄັ້ງ, ພິຈາລະນາ ແລະ ຮັບຮອງເອົາຮ່າງມະຕິ 38 ສະບັບ ກ່ຽວກັບຫຼາຍຂົງເຂດຄື: ການເມືອງ, ເສດຖະກິດ, ສັງຄົມ, ແມ່ຍິງ, ຊາວໜຸ່ມ…

ການປະກອບສ່ວນຢ່າງຕັ້ງໜ້າຂອງ ຫວຽດນາມ ໃນ AIPA ໄດ້ຮັບການຕີລາຄາສູງ

ເລື່ອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິນແທັງເໝີ້ນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມ AIPA-45 ມີຄວາມໝາຍສຳຄັນ, ດ້ານໜຶ່ງແມ່ນສະແດງໃຫ້ເຫັນການເຂົ້າຮ່ວມຢ່າງເປັນເຈົ້າການ, ຕັ້ງໜ້າ, ປະກອບຄວາມຮັບຜິດຊອບຂອງສະພາແຫ່ງຊາດ ຫວຽດນາມ ພ້ອມກັບບັນດາລັດຖະສະພາປະເທດຕ່າງໆ ປັບປຸງບົດບາດໃຈກາງ ແລະ ເປັນເອກະພາບໃນ ອາຊຽນ, ຊຸກຍູ້ການຮ່ວມມືພາຍໃນກຸ່ມ ແລະ ນອກພາກພື້ນ, ດ້ານໜຶ່ງແມ່ນໄດ້ສະແດງການສະໜັບສະໜູນຂອງສະພາແຫ່ງຊາດ ຫວຽດນາມ ຕໍ່ສະພາແຫ່ງຊາດ ລາວ ປະຕິບັດສຳເລັດບັນດາໜ້າທີ່ສາກົນໃນປີ 2024, ໃນນັ້ນມີການຮັບປະກັນບົດບາດເປັນປະທານ ASEAN/AIPA ເປັນຢ່າງດີ ແລະ ຈັດກອງປະຊຸມສະມັດຊາໃຫ່ຍ AIPA-45 ຢ່າງສຳເລັດຜົນ. ທ່ານຮອງປະທານກຳມາທິການການຕ່າງປະເທດ ສະພາແຫ່ງຊາດ ຫວຽດນາມ ນາງ ເລທູຮ່າ ໃຫ້ຮູ້ວ່າ:

  ບົນພື້ນຖານຫົວເລື່ອງລວມຂອງສະມັດຊາໃຫ່ຍ, ບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ສອດຄ່ອງກັບທ່າອ່ຽງຂອງພາກພື້ນ, ຫວຽດນາມ ສະເໜີ 4 ຂໍ້ລິເລີ່ມຕາມຮູບແບບຮ່າງມະຕິ ທີ່ກອງປະຊຸມສະມາຊິກລັດຖະສະພາໜຸ່ມ AIPA, ກຳມາທິການສັງຄົມ, ກອງປະຊຸມສະມາຊິກລັດຖະສະພາຍິງ AIPA, ກຳມະທິການເສດຖະກິດ. ຄະນະຜູ້ແທນ ຫວຽດນາມ ກໍ່ພິຈາລະນາ, ຮ່ອມອຸປະຖຳມະຕິອື່ນ 6 ສະບັບ.

4 ຂໍ້ລິເລີ່ມຕາມຮູບແບບຮ່າງມະຕິ ໂດຍ ຫວຽດນາມ ສະເໜີແມ່ນມະຕິກ່ຽວກັບ “ການເພີ່ມທະວີບົດບາດຂອງສະມາຊິກລັດຖະສະພາໜຸ່ມ ອາຊຽນ ໃນການຜັນຂະຫຍາຍຖະແຫຼງການກອງປະຊຸມສະມາຊິກລັດຖະສະພາໜຸ່ມ ທົ່ວໂລກຄັ້ງທີ 9 ກ່ຽວກັບການຊຸກຍຸ້ການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ ຜ່ານການຫັນເປັນດີຈີຕອນ ແລະ ນະວັດຕະກຳ”; ມະຕິກ່ຽວກັບ “ການເພີ່ມທະວີສິດ, ສະຫວັດດີການສັງຄົມ ແລະ ໂອກາດວຽກເຮັດງານທຳໃຫເກ່ຜູ້ອາຍຸສູງໃນພາກພື້ນ ອາຊຽນ”; ມະຕິກ່ຽວກັບ “ການຊຸກຍູ້ການໃຊ້ຄວາມຮຸນແຮງທີ່ມີຕໍ່ແມ່ຍິງ ແລະ ເດັກຍິງໃນ ອາຊຽນ” ແລະ ມະຕິກ່ຽວກັບ “ການຍົກສູງກຳລັງຄວາມສາມາດສ້າງລະບອບລະບຽບການ ເພື່ອເຊື່ອມຈອດຄົມມະນາຄົມ, ການບິນ, ທ່າກຳປັ່ນທະເລໃນພາກພື້ນ ອາຊຽນ”.

  ຄະນະຜູ້ແທນ ຫວຽດນາມ ກໍ່ຍັງພິຈາລະນາ, ຮ່ວມອຸປະຖຳມະຕິ 6 ສະບັບ, ໃນນັ້ນມີມະຕິກ່ຽວກັບການເພີ່ມທະວີບົດບາດຂອງລັດຖະສະພາ ໃນການຊຸກຍູ້ການເຊື່ອມຈອດ ແລະ ພັດທະນາຢ່າງກົມກຽວໃນ ອາຊຽນ ຜ່ານການຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງ; ບົດບາດຂອງລັດຖະສະພາ ໃນການຊຸກຍູ້ການລະດົມທຶນສີຂຽວ ໃຫ້ແກ່ການພັດທະນາພື້ນຖານໂຄງລ່າງແບບຍືນຍົງ ມຸ່ງໄປເຖິງວິໄສທັດປະຊາຄົມ ອາຊຽນ ຫຼັງປີ 2025… ທ່ານຮອງປະທານສະພາແຫ່ງຊາດ ລາວ, ນາງ ສູນທອນ ໄຊຍະຈັກ ໃຫ້ຮູ້ວ່າ:

 

  AIPA  ແມ່ນແບບຢ່າງດີເດັ່ນໃຫ້ແກ່ການຮ່ວມມືລະຫວ່າງລັດຖະສະພາໃນພາກພື້ນ, ຊຸກຍູ້ການຮ່ວມມືລະຫວ່າງບັນດາອົງຜູ້ຕາງໜ້າໃຫ້ແກ່ເຈດຈຳນົງ ແລະ ຄວາມມຸ່ງຫວັງຂອງ ປຊຊ ບັນດາປະເທດ ອາຊຽນ. ໃນສະພາບການທົ່ວໂລກປະຈຸບັນນີ້, ຄວາມສາມັກຄີ, ການສະໜັບສະໜູນຊ່ວຍເຫຼືອຊື່ງກັນ ແລະ ກັນ ລະຫວ່າງລັດຖະສະພາບັນດາປະເທດ ອາຊຽນ ກໍ່ຄືການປະກອບສ່ວນອັນຕັ້ງໜ້າຂອງລັດຖະສະພາບັນດາປະເທດສະມາຊິກ, ໃນນັ້ນມີ ຫວຽດນາມ, ສຳລັບ AIPA ແມ່ນປັດໄຈສຳຄັນ ມຸ່ງໄປເຖິງ ປະຊາຄົມ ອາຊຽນ ທີ່ໝັ້ນແກ່ນ, ສະໜິດຕິດພັນ, ວັດທະນາຖາວອນ, ສຳເລັດຜົນ./.

ຕອບກັບ

ຂ່າວ/ບົດ​ອື່ນ