(vovworld)- ກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດຫາກໍພົ້ນເດັ່ນຂຶ້ນ (BRICS) ຄັ້ງທີ 5 ໄດ້ຖືກໄຂຂຶ້ນໃນວັນທີ 26/3 ຢູ່ນະຄອນທ່າກຳປັ່ນ Durban ຂອງ ອາຟຼິກາໃຕ້. BRICS ເຄີຍໄດ້ຮັບຖືວ່າແມ່ນອົງການເອກະລາດ ແລະ ມີພື້ນຖານເສດຖະກິດແຂງແຮງ, ໃນຕະຫລອດ 2 ທົດສະວັດຜ່ານມາ, ຍາມໃດພື້ນຖານເສດຖະກິດຂອງບັນດາປະເທດສະມາຊິກຂອງ BRICS ກໍນຳຫນ້າໂລກກ່ຽວກັບການເຕີບໂຕເສດຖະກິດ, ສວມບົດບາດອັນໃຫຍ່ຫລວງໃນໂລກທີ່ເປັນຫລາຍຂົ້ວ, ມີສິ່ງທ້າທາຍຫລາຍຢ່າງຄືປະຈຸບັນ, BRICS ຄວນສົມທົບການກະທຳລວມ, ແຕ່ລະປະເທດສະມາຊິກບໍ່ຄວນເຫັນແກ່ຜົນປະໂຫຍດສ່ວນຕົວ ເພື່ອຜົນປະໂຫຍດລວມຂອງກຸ່ມ. BRICS ມີໂສມຫນ້າໃຫມ່ນັ້ນ, ແມ່ນສິ່ງທີ່ຫາງສຽງລໍຄອຍທີ່ກອງປະຊຸມສຸດຍອດຄັ້ງນີ້.
![BRICS: ຫັນກຳລັງແຮງສະເພາະເປັນກຳລັງແຮງລວມ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2013_03_26/nga_copy.jpg)
ປະທານາທິບໍດີ ລັດເຊຍ Vladimir Putin ຄຳຮຽກຮ້ອງປະຕິຮູບ BRICS
ພາບ:internet
|
ໂດຍມີປະຊາກອນ ແລະ ການສະສົມເງິນຕາຕ່າງປະເທດເປັນຈຳນວນເກືອບເຄິ່ງຫນຶ່ງຂອງໂລກ, ກຳລັງການເຕີບໂຕແມ່ນແຂງແຮງ, ກຸ່ມ 5 ປະເທດຊຶ່ງລວມມີ: ບຣາຊີນ, ລັດເຊຍ, ອິນເດຍ, ຈີນ ແລະ ອາຟຼິກາໃຕ້, BRICS ພວມໄດ້ຮັບການຕີລາຄາວ່າແມ່ນປັດໄຈຟື້ນຟູພື້ນຖານເສດຖະກິດຂອງທົ່ວໂລກຄືນໃຫມ່. ໄລ່ສະເພາະໃນປີ 2012, ລະດັບຈະເລີນເຕີບໂຕສະເລ່ຍ GDP ບັນລຸ 4% ໃນຂະນະທີ່ກຸ່ມບັນດາພື້ນຖານເສດຖະກິດພັດທະນາ (G7) ພຽງບັນລຸ 0,7%. ຕາມການຄົ້ນຄ້ວາຫວ່າງແລ້ວນີ້ຂອງບັນດາຜູ້ຊ່ຽວຊານເສດຖະກິດໂລກໄດ້ຄາດຄະເນວ່າ: ບັນດາປະເທດສະມາຊິກຂອງ BRICS ສືບຕໍ່ຮັກສາລະດັບຈະເລີນເຕີບໂຕສູງ ແລະ ໝັ້ນຄົງໃນຮອບເວລາ 15 ປີຈະມາເຖິງ. ນີ້ແມ່ນຕົວເລກທີ່ຫນ້າປະທັບໃຈໃນສະພາບວິກິດການການເງິນທົ່ວໂລກພວມເກີດຂຶ້ນຢູ່ຫລາຍປະເທດ. ເຖິງຢ່າງໃດກໍຕາມ, ເມື່ອເວົ້າເຖິງ BRICS, ແຕ່ດົນນານມາແລ້ວຜູ້ຄົນທັງຫຼາຍ ຍັງຮູ້ຈັກເຖິງການເຕີບໂຕເສດຖະກິດທີ່ເປັນຫນ້າປະທັບໃຈຂອງສະເພາະແຕ່ລະປະເທດສະມາຊິກເທົ່ານັ້ນ ຫາກບໍ່ແມ່ນຂອງກຸ່ມທີ່ເປັນເອກະພາບ, ເຂັ້ມແຂງ, ມີບົດບາດທີ່ຕັ້ງໃນເວທີສາກົນ. ສາຍເຫດພາວະວິໄສນັ້ນແມ່ນ ຍ້ອນ BRICS ຫາກໍໄດ້ຮັບການສ້າງຕັ້ງໃນໄລຍະສັ້ນໆນີ້, ແຕ່ວ່າ ວົງການໄຈ້ແຍກໄດ້ຮັບຮູ້ສາຍເຫດຕົ້ນຕໍນັ້ນແມ່ນ ຍ້ອນ BRICS ຂາດແຜນການດຳເນີນງານຮ່ວມ. ຄວາມສະຫນິດຕິດພັນລະຫວ່າງບັນດາປະເທດສະມາຊິກ BRICS ແມ່ນຕາມຮູບແບບການພົວພັນສອງຝ່າຍເປັນຕົ້ນ, ເພື່ອນຳມາເຊິ່ງຜົນປະໂຫຍດຂອງປະເທດຕົນຢ່າງສູງສຸດ. ເຖິງວ່າ ມີບາງທັດສະນະລວມກ່ຽວກັບບັນຫາທົ່ວໂລກກໍຕາມ ແຕ່ບັນດາປະເທດເຫລົ່ານັ້ນ ພວມມີຄວາມແຕກຕ່າງກັນກ່ຽວກັບຜົນປະໂຫຍດສະເພາະ. ຍ້ອນຄວາມແຕກຕ່າງກັນນັ້ນ ເຮັດໃຫ້ການຮ່ວມມືລະຫວ່າງບັນດາປະເທດ BRICS ພັດທະນາຢ່າງຊັກຊ້າພໍສົມຄວນ, ກົງກັນຂ້າມກັບການພັດທະນາຢ່າງວ່ອງໄວຂອງບັນດາປະເທດສະມາຊິກ. ບັນຫາພິສູດແກ່ສິ່ງດັ່ງກ່າວ ນັ້ນແມ່ນຄວາມບໍ່ລົງລອຍກັນໃນຫລາຍບັນຫາທີ່ແກ່ຍາວໃນໄລຍະຫນຶ່ງ. ກ່ອນອື່ນໝົດແມ່ນການປຶກສາຫາລືສ້າງຕັ້ງທະນາຄານພັດທະນາຮ່ວມ. ຕໍ່ມາແມ່ນເລື່ອງບັນດາປະເທດສະມາຊິກ BRICS ເຖິງວ່າບໍ່ພໍໃຈກ່ຽວກັບຂໍ້ກຳນົດໂດຍຖືສະກຸນເງິນ USD ແມ່ນເງິນສະສົມຂອງໂລກ ແຕ່ພັດບໍ່ເຫັນດີນຳກັນກ່ຽວກັບວິທິແກ້ໄຂບັນຫານີ້. ຍາມໃດຈີນກໍເດີນຕາມຈຸດໝາຍເຮັດໃຫ້ສະກຸນເງິນ ຢວນກາຍເປັນສະກຸນເງິນໄດ້ນຳໃຊ້ຢ່າງກວ້າງຂວາງໃນທົ່ວໂລກ, ແກ້ງແຍ່ງກັບສະກຸນເງິນ USD ແລະ ສະກຸນເງີນ ເອີໂຣ ແລະ ມີແຜນການເປີດກວ້າງບ້ວງເງິນໃຫ້ກູ້ຢືມດ້ວຍສະກຸນເງິນຢວນໃຫ້ແກ່ບັນດາປະເທດສະມາຊິກອື່ນຂອງ BRICS. ແຕ່ສິ່ງດັ່ງກ່າວຖືກຜົນສະທ້ອນຢ່າງຫຍໍ້ທໍ້ເຖິງຕະຫລາດການຜະລິດຢູ່ບັນດາປະເທດອື່ນຂອງ BRICS. ນັບພາຍໃນກຸ່ມ BRICS ກໍ່ບໍ່ມີຄວາມເອກະພາບກ່ຽວກັບຜົນປະໂຫຍດ. ບຣາຊີນ ແລະ ລັດເຊຍ ຫວັງວ່າ ລາຄາພະລັງງານ ແລະ ວັດຖຸດິບເພີ່ມຂຶ້ນເພື່ອຮັບຜົນປະໂຫຍດ, ແຕ່ຈີນ ແລະ ອິນເດຍ ຊື່ງແມ່ນສອງປະເທດໃຫຍ່ກ່ຽວກັບການຜະລິດສິນຄ້າ ພັດຢາກໃຫ້ລາຄາພະລັງງານ ແລະ ວັດຖຸດິບຫລຸດລົງ. ນີ້ແມ່ນຄວາມຂັດແຍ່ງກ່ຽວກັບຜົນປະໂຫຍດລະຫວ່າງບັນດາປະເທດສະມາຊິກ BRICS. ຫລື ບຣາຊີນ ປະເທດອຸດສາຫະກຳມີກຳລັງການແກ້ງແຍ່ງຢ່າງແຂງແຮງກວ່າໝູ່ຢູ່ໃນໂລກ ແຕ່ບໍ່ສາມາດສຳພັດກັບຕະຫລາດຜະລິດຕະພັນກະເສດຂອງອິນເດຍໄດ້ ຍ້ອນ NewDehli ເອົາໃຈໃສ່ການປົກປ້ອງພົນລະເມືອງ 300 ລ້ານຄົນໃນເຂດຜະລິດກະສິກຳທີ່ມີກຳລັງແກ້ງແຍ່ງຕ່ຳສຸດຂອງເຂົາເຈົ້າ. ນັບທັງໃນບັນຫາສາກົນ, ພາຍໃນກຸ່ມ BRICS ກໍ່ບໍ່ມີຄວາມເປັນເອກະພາບ. ໃນຂະນະນັ້ນ ຈີນ ຄັດຄ້ານເລື່ອງເປີດກວ້າງທີ່ນັ່ງສະມາຊິກຂອງສະພາຄວາມໝັ້ນຄົງ ສປຊ, ສ່ວນ ອິນເດຍ ມີທັດສະນະກົງກັນຂ້າມເມື່ອຖືວ່າ ບໍ່ອາດມີພຽງປະເທດອາຊີຫນຶ່ງດຽວ ນັ້ນແມ່ນຈີນ ຍາດໄດ້ທີ່ນັ່ງປະຈຳໃນສະພາຄວາມໝັ້ນຄົງ ສປຊ ໄດ້. ສິ່ງກີດຂວາງທັງໝົດດັ່ງກ່າວໄດ້ເຮັດໃຫ້ການຮ່ວມມື BRICS ບໍ່ທັນຄືດັ່ງຄວາມຫວັງຂອງແຕ່ລະປະເທດສະມາຊິກ ລ້ວນແຕ່ແມ່ນບັນດາປະເທດມະຫາອຳນາດດ້ານເສດຖະກິດ. BRICS ພຽງແຕ່ໄດ້ຮັບຄວາມສົນໃຈ ເພາະອິດທິພົນຊື່ສຽງ. ເຖິງຢ່າງໃດກໍຕາມ, ທີ່ກອງປະຊຸມຄັ້ງນີ້ ວົງການນັກໄຈ້ແຍກໄດ້ໃຫ້ຂໍ້ສັງເກດວ່າ ມີສັນຍານຫລາຍຢ່າງສະແດງໃຫ້ເຫັນວ່າ BRICS ພວມຕັດສິນໃຈລົບລ້າງຄວາມບໍ່ລົງລອຍກັນເພື່ອບັນລຸຜົນງານຫລາຍກວ່າໃນໄລຍະຈະມາເຖິງ. ກ່ອນດຳເນີນກອງປະຊຸມ, ປະທານາທິບໍດີ ລັດເຊຍ Vladimir Putin ໄດ້ຍົກອອກຄຳຮຽກຮ້ອງປະຕິຮູບ BRICS. ທັດສະນະຂອງ ມົດສະກູ ແມ່ນ ຄວນຊອກຫາມາດຕະການໃຫ້ແກ່ບັນດາບັນຫາສຳຄັນຂອງໂລກ. ການນຳບັນດາປະເທດສະມາຊິກ BRICS ກໍເຫັນດີຮັບຮອງເອົາເລື່ອງສ້າງຕັ້ງທະນາຄານພັດທະນາໃຫມ່ ແລະ ຖືວ່າ ກຸ່ມຄວນມີເຄື່ອງມືດ້ານການເງິນທີ່ມີກຳລັງແຮງຢ່າງພຽງພໍເພື່ອສ້າງກາລະໂອກາດດ້ານການຄ້າຫລາຍຢ່າງ ກໍຄືຮ່ວມສຳພັນໃນການສະສົມເງິນຕາຕ່າງປະເທດ ເພື່ອປົກປ້ອງບັນດາປະເທດຕໍ່ໜ້າວິກິດການທົ່ວໂລກ. ຄາດວ່າ BRICS ອອກຖະແຫລງການຮ່ວມກ່ຽວກັບບັນດາບັນຫາສະຖານະການຄື: ວິກິດການການເມືອງຢູ່ ຊີຣີ, ບັນຫານິວເຄຼຍຂອງ ອີຣານ, ການປອດນິວເຄຼຍໃນແຫລມເກົາຫລີ.
ພາຍຫລັງ 5 ປີ ນັບແຕ່ເມື່ອສ້າງຕັ້ງມາຮອດປະຈຸບັນ, ເປັນທີ່ຈະແຈ້ງແລ້ວວ່າການຈະເລີນເຕີບໂຕຢ່າງແຂງແຮງຂອງ BRICS ໄດ້ປະກອບສ່ວນສຳຄັນເພື່ອກຳນົດພື້ນຖານເສດຖະກິດທົ່ວໂລກ. ແຕ່ ເພື່ອໃຫ້ກາຍເປັນອົງການແຂງແຮງໃນພື້ນຖານເສດຖະກິດໂລກ, BRICS ຄວນສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຂງແຮງກວ່າອີກໃນການກະທຳ ຫາກບໍ່ແມ່ນຄຳໝັ້ນສັນຍາລວມ. ການພົບປະຢູ່ ອາຟຼິກາໃຕ້ຄັ້ງນີ້ ໄດ້ຮັບຄວາມຫວັງວ່າຈະນຳມາເຊິ່ງໂສມຫນ້າໃຫມ່ໃຫ້ແກ່ BRICS.