ອົງການ​ຮ່ວມ​ມື ຊຽງ​ໄຮ້ ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່ ແລະ ບົດ​ບາດ​ດ້ານ​ຄວາມ​ໝັ້ນ​ຄົງ

(VOVWORLD) -  ໂດຍໄດ້ດຳເນີນແຕ່ວັນທີ 03  04 ກໍລະກົດ, ຢູ່ນະຄອນຫຼວງ Astana ຂອງ ກາຊັກສະຖານ, ກອງປະຊຸມສຸດຍອດ ອົງການຮ່ວມມື ຊຽງໄຮ້ (SCO) ປີນີ້ ໄດ້ສຸມໃສ່ປຶກສາຫາລືໃນການເພີ່ມທະວີການເຊື່ອມຕໍ່ດ້ານການຄ້າພາຍໃນກຸ່ມ, ປັບປຸງການຮ່ວມມືພະລັງງານ, ຄວາມໝັ້ນຄົງ ແລະ ຂະຫຍາຍສະມາຊິກ ໃນສະພາບການທີ່ຄວາມຂາດສະຖຽນລະພາບດ້ານພູມີສາດການເມືອງມີທ່າອ່ຽງເພີ່ມຂຶ້ນໃນໂລກ.

ໂດຍໄດ້ຮັບການສ້າງຕັ້ງເມື່ອປີ 2001 ຢູ່ ຊຽງໄຮ້ (ຈີນ), ອົງການຮ່ວມມື ຊຽງໄຮ້ (SCO) ໃນປັດຈຸບັນ ມີ 9 ປະເທດສະມາຊິກ, ເຊິ່ງລວມມີ: ຈີນ, ລັດເຊຍ, ກາຊັກສະຖານ, ກຽກກີສະຖານ, ຕັກຈີກິດສະຖານ, ອູເບກິດສະຖານ, ປາກິດສະຖານ, ອິນເດຍ ແລະ ອີຣານ. SCO ກວມເອົາກວ່າ 60% ເນື້ອທີ່ທະວີບ ອາຊີ - ເອີຣົບ (Eurasia), ເກືອບ 50% ປະຊາກອນທົ່ວໂລກ ແລະ 32% GDP ທົ່ວໂລກ.

ອົງການ​ຮ່ວມ​ມື ຊຽງ​ໄຮ້ ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່ ແລະ ບົດ​ບາດ​ດ້ານ​ຄວາມ​ໝັ້ນ​ຄົງ - ảnh 1ສຳນັກງານຂອງອົງການ SCO (ພາບ: AFP/TTXVN)

       ເພີ່ມທະວີການເຊື່ອມຕໍ່

        ໃນບົດບາດເປັນປະທານໝູນວຽນ SCO, ນັບແຕ່ຕົ້ນປີ, ກາຊັກສະຖານ ໄດ້ຈັດເກືອບ 180 ເຫດການ, ໂດຍສຸມໃສ່ບັນດາຫົວຂໍ້ເພີ່ມທະວີຄວາມໝັ້ນຄົງ, ສະຖຽນລະພາບຢູ່ບັນດາປະເທດສະມາຊິກ ແລະ ພາກພື້ນ, ພ້ອມທັງຊຸກຍູ້ບັນດາຍຸດທະສາດຍາວນານກ່ຽວກັບການເຊື່ອມຕໍ່ດ້ານການຄ້າ, ການລົງທຶນ, ຄົມມະນາຄົມ ແລະ ພະລັງງານ. ໂດຍອີງໃສ່ທ່າໄດ້ປຽບລວມຂອງຫຼາຍປະເທດສະມາຊິກ SCO ນັ້ນແມ່ນ ມີແຫຼ່ງຊັບພະຍາກອນທຳມະຊາດ, ແຮ່ທາດ ແລະ ພະລັງງານທີ່ອຸດົມສົມບູນ, ກາຊັກສະຖານ ຖືການຮ່ວມມືດ້ານພະລັງງານແມ່ນບຸລິມະສິດແຖວໜ້າ ເພື່ອປຶກສາຫາລືໃນກອງປະຊຸມສຸດຍອດ SCO ປີນີ້. ໃນກອງປະຊຸມລັດຖະມົນຕີກະຊວງພະລັງງານບັນດາປະເທດ SCO ເຊິ່ງຖືກຈັດຂຶ້ນໃນວັນທີ 26 ມິຖຸນາ ຢູ່ນະຄອນຫຼວງ Astana, ລັດຖະບານ ກາຊັກສະຖານ ໄດ້ປະກາດ “ຍຸດທະສາດພັດທະນາການຮ່ວມມືດ້ານພະລັງງານລະຫວ່າງບັນດາປະເທດ SCO ຮອດປີ 2030” ຢ່າງເປັນທາງການ ເພື່ອໃຫ້ປະມຸກລັດບັນດາປະເທດ SCO ໃຫ້ສັດຕະຍາບັນໃນກອງປະຊຸມສຸດຍອດຄັ້ງນີ້. ທ່ານ Almasadam Satkaliyev ລັດຖະມົນຕີກະຊວງພະລັງງານ ກາຊັກສະຖານ ໃຫ້ຮູ້ວ່າ:

        “ເອກະສານສະບັບນີ້ ໄດ້ຍົກອອກບາງທິດທາງຍຸດທະສາດພື້ນຖານ. ທຳອິດ, ແມ່ນຮັບປະກັນຄວາມໝັ້ນຄົງດ້ານພະລັງງານ, ລວມມີການສ້າງບັນດາໂຄງການລົງທຶນທີ່ມີຂອບຂະໜາດໃຫຍ່ໃນບັນດາຂົງເຂດ, ຄື: ຜະລິດພະລັງງານໄຟຟ້າ, ຂຸດຄົ້ນບັນດາແຫຼ່ງພະລັງງານທົດແທນ, ພັດທະນາຕາໜ່າງໄຟຟ້າແຫ່ງຊາດ ແລະ ສ້າງບັນດາສາຍສົ່ງໄຟຟ້າຂ້າມຊາຍແດນ, ສ້າງລະບົບສະສົມພະລັງງານ, ລົງທຶນເຂົ້າການພັດທະນາ ແລະ ການຜະລິດບັນດາແຫຼ່ງພະລັງງານອື່ນ, ລວມທັງ hydrocarbon”.

        ໄປຄຽງຄູ່ກັບການຮ່ວມມື, ການເຊື່ອມຕໍ່ດ້ານພະລັງງານ, ເຊື່ອມຕໍ່ພື້ນຖານໂຄງລ່າງ, ຄົມມະນາຄົມ (ທາງບົກ ແລະ ທາງລົດໄຟ), ທ່າກ່ຳປັ່ນ, ເຕັກໂນໂລຢີ ກໍແມ່ນບັນດາຂົງເຂດບຸລິມະສິດທີ່ໄດ້ນຳມາປຶກສາຫາລືໃນກອງປະຊຸມສຸດຍອດ SCO ປີນີ້, ໃນນັ້ນ ພົ້ນເດັ່ນແມ່ນໂຄງການເສັ້ນທາງຂົນສົ່ງສາກົນລະຫວ່າງທະເລ Caspi (TITR), ໂດຍເລີ່ມຈາກ ຈີນ ແລະ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ຜ່ານ ກາຊັກສະຖານ, ທະເລ Caspi, ອາເຊັກໄບຢານ ແລະ ສິ້ນສຸດຢູ່ເຂດພາກໃຕ້ Caucasus. ຫວ່າງມໍ່ໆມານີ້, ຈີນ, ອູເບກິດສະຖານ ແລະ ກຽກຈີສະຖານ ກໍໄດ້ລົງນາມໃນຂໍ້ຕົກລົງສ້າງແລວລົດໄຟເຊື່ອມຕໍ່ 3 ປະເທດ ຄືດັ່ງສ່ວນໜຶ່ງຂອງຂໍ້ລິເລີ່ມ “ໜຶ່ງແລວ ແລະ ໜຶ່ງເສັ້ນທາງ” (BRI), ແນໃສ່ເຊື່ອມຕໍ່ເສດຖະກິດດີຈີຕອນ, ຫັນການຄ້າເອເລັກໂຕນິກ, ພາສີເອເລັກໂຕນິກໃຫ້ຄົບຊຸດເທື່ອລະກ້າວ… ສິ່ງທີ່ໜ້າສົນໃຈແມ່ນ, SCO ກໍພວມເພີ່ມລະດັບຄວາມໄວໃນການດຳເນີນແຜນການສ້າງໂຄງປະກອບດ້ານການເມືອງສະເພາະ, ລວມມີກົນໄກຊຳລະ ແລະ ການນຳໃຊ້ສະກຸນເງິນພາຍໃນຂອງບັນດາປະເທດສະມາຊິກ SCO ໃນການທຳທຸລະກຳການຄ້າພາຍໃນກຸ່ມ.

       ຍົກສູງບົດບາດດ້ານຄວາມໝັ້ນຄົງ

        ເຖິງວ່າເລີ່ມຕົ້ນແມ່ນອົງການຈັດຕັ້ງວາງໜ້າທີ່ຈຸດສຸມເຂົ້າໃນການປັບປຸງການສົນທະນາດ້ານເຈລະຈາວັດທະນະທຳ ແລະ ເພີ່ມທະວີການຮ່ວມມືດ້ານເສດຖະກິດຢູ່ພາກພື້ນ ອາຊີກາງ, ແຕ່ດ້ວຍການເຂັ້ມແຂງຂອງບັນດາປະເທດສະມາຊິກແຖວໜ້າ ແລະ ການຂະຫຍາຍສະມາຊິກໃໝ່ຕື່ມອີກນັ້ນ, SCO ພວມນັບມື້ນັບເປີດກວ້າງຜົນກະທົບຂອງຕົນ, ກາຍເປັນໜຶ່ງໃນບັນດາອົງການລະດັບພາກພື້ນທີ່ມີບົດບາດສຳຄັນແຖວໜ້າໂລກ ໃນດ້ານເສດຖະກິດ, ພະລັງງານ (ນ້ຳມັນບໍ່, ອາຍແກັດ, uranium…), ພ້ອມດຽວກັນນັ້ນ ທີ່ຕັ້ງບົດບາດດ້ານຄວາມໝັ້ນຄົງ ແລະ ພູມສາດການເມືອງກໍນັບມື້ນັບໄດ້ຮັບການຍົກສູງຂຶ້ນ. ພາຍຫຼັງຮັບ ອີຣານ ເຂົ້າເປັນສະມາຊິກໃໝ່ ໃນປີ 2023, SCO ຄາດວ່າ ຈະຮັບ ເບລາຣຸດ ເຂົ້າເປັນສະມາຊິກປະເທດທີ 10 ໃນກອງປະຊຸມສຸດຍອດ SCO ປີ 2024 ນີ້, ຜ່ານນັ້ນ ກໍເປີດກວ້າງຂອບຂະໜາດພູມສາດ ແລະ ຜົນກະທົບ ໄປຍັງພາກພື້ນ ເອີຣົບຕາເວັນອອກ. ວັນທີ 25 ມິຖຸນາ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ໃຫ້ຮູ້ວ່າ:

ອົງການ​ຮ່ວມ​ມື ຊຽງ​ໄຮ້ ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່ ແລະ ບົດ​ບາດ​ດ້ານ​ຄວາມ​ໝັ້ນ​ຄົງ - ảnh 2ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov  (ພາບ: AFP)

“ກ່ຽວຂ້ອງເຖິງ SCO, ທຸກເລື່ອງທີ່ໄດ້ຕົກລົງກັນແລ້ວ ແລະ ຂໍ້ຕົກລົງທຸກສະບັບກໍ່ໄດ້ຮັບການຮັບປະກັນແລ້ວ. ການເຄື່ອນໄຫວທຳອິດຂອງກອງປະຊຸມສຸດຍອດ SCO ຢູ່ Astana ແມ່ນເລື່ອງຮັບ ເບລາຣຸດ ເຂົ້າເປັນສະມາຊິກສົມບູນຂອງ SCO ແລະ ຫຼັງຈາກນັ້ນ, ເບລາຣຸດ ກໍ່ສາມາດເຂົ້າຮ່ວມກອງປະຊຸມ ດ້ວຍຖານະເປັນສະມາຊິກສົມບູນຄືກັບທຸກປະເທດສະມາຊິກອື່ນໆ”.

        ຕາມນັກຊ່ຽວຊານ Maxim Kramarenko, ຜູ້ນຳໜ້າສູນຂໍ້ມູນຂ່າວສານ ແລະ ການໄຈ້ແຍກຂອງ “ສະຖາບັນນະໂຍບາຍ ອາຊີ - ເອີຣົບ” (ກາຊັກສະຖານ), ກອງປະຊຸມສຸດຍອດ SCO ປີ 2024 ອາດຈະເລີ່ມຕົ້ນໂຄງປະກອບຄວາມໝັ້ນຄົງລວມໝູ່ໃໝ່ ຢູ່ພາກພື້ນ ອາຊີ - ເອີຣົບ. ລະອຽດ, ນອກຈາກການຮັບ ເບລາຣຸດ ເຂົ້າເປັນສະມາຊິກນັ້ນ, ກອງປະຊຸມສຸດຍອດ SCO ຢູ່ Astana ກໍອາດຈະເປັນຈຸດເວລາປະກາດການສ້າງຕັ້ງສູນຮັບມືກັບສິ່ງທ້າທາຍ ແລະ ໄພນາບຂູ່ດ້ານຄວາມໝັ້ນຄົງແຫ່ງໃໝ່.

        ເປົ້າໝາຍຂອງສູນແຫ່ງໃໝ່ນີ້ ແມ່ນປົກປ້ອງອະທິປະໄຕຂອງບັນດາປະເທດສະມາຊິກ SCO ບໍ່ໃຫ້ຖືກກະທົບຈາກພາຍນອກ, ໃນສະພາບການປະທະກັນ ແລະ ຂາດສະຖຽນລະພາບດ້ານພູມີສາດການເມືອງໃນໂລກ ທີ່ນັບມື້ນັບສັບສົນ. ການກະທຳນີ້ ກໍເໝາະສົມກັບຖະແຫຼງການໂດຍທ່ານ Tokayev ໄດ້ຍົກອອກມາກ່ອນໜ້ານັ້ນ ເຊິ່ງມີເນື້ອໃນວ່າ SCO ຕ້ອງຕໍ່ສູ້ດັບສູນ “3 ກຳລັງຊົ່ວຮ້າຍ”, ລວມມີ: ລັດທິກໍ່ການຮ້າຍ, ລັດທິແຍກຕົວ, ລັດທິຫົວຮຸນແຮງ ແລະ ຕ້ອງກາຍເປັນກົນໄກຮ່ວມມືຫຼາຍຝ່າຍດ້ານຄວາມໝັ້ນຄົງທີ່ມີປະສິດທິຜົນກວ່າເກົ່າ./.

ຕອບກັບ

ຂ່າວ/ບົດ​ອື່ນ