ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ແກ້ໄຂຫຼາຍບັນຫາສຳຄັນຂອງປະເທດຊາດ

(VOVWORLD) - ກອງປະຊຸມໄດ້ພິຈາລະນາ, ຕົກລົງ ແລະ ປະຕິບັດສຳເລັດຫຼາຍເນື້ອໃນສຳຄັນໃນບັນດາຂົງເຂດນິຕິບັນຍັດ, ການຕິດຕາມກວດກາສູງສຸດ ແລະ ຕົກລົງຫຼາຍບັນຫາສຳຄັນຂອງປະເທດຊາດ
ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ແກ້ໄຂຫຼາຍບັນຫາສຳຄັນຂອງປະເທດຊາດ - ảnh 1ທ່ານ ເຈິ່ນແທັງເໝີນ ປະທານສະພາແຫ່ງຊາດແຫ່ງ ສສ. ຫວຽດນາມ ອາຍຸການ 2021 – 2026
(ພາບ: quochoi.vn)

        ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ອັດລົງໃນວັນທີ 29 ມິຖຸນາ, ຢູ່ ຮ່າໂນ້ຍ, ພາຍຫຼັງການເຮັດວຽກເປັນເວລາ 27 ວັນເຄິ່ງ. ບັນດາເນື້ອໃນທີ່ເຕື້ອງເຖິງໃນ ກອງປະຊຸມຄັ້ງນີ້ໄດ້ຕອບສະໜອງຄວາມຮຽກຮ້ອງຂອງປະເທດຊາດໃນສະພາບການໃໝ່, ກໍ່ຄືໃກ້ຊິດຕິດແທດກັບ ການດຳລົງຊີວິດ ແລະ ໄດ້ຮັບການຕີລາຄາສູງຈາກສະມາຊິກສະພາແຫ່ງຊາດ ກໍຄືຜູ້ມີສິດເລືອກຕັ້ງ ໃນທົ່ວປະເທດ.

        ກອງປະຊຸມໄດ້ພິຈາລະນາ, ຕົກລົງ ແລະ ປະຕິບັດສຳເລັດຫຼາຍເນື້ອໃນສຳຄັນໃນບັນດາຂົງເຂດນິຕິບັນຍັດ, ການຕິດຕາມກວດກາສູງສຸດ ແລະ ຕົກລົງຫຼາຍບັນຫາສຳຄັນຂອງປະເທດຊາດ, ຫັນບັນດາແຜນນະໂຍບາຍ, ມະຕິຂອງພັກເປັນບັນດາລະບຽບຂອງກົດໝາຍຢ່າງທັນການ, ປະກອບສ່ວນສຳຄັນເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ປະຕິບັດວຽກງານບຸກຄະລາກອນຂັ້ນສູງໃຫ້ສົມບູນແບບ, ບຸລະນະກົງຈັກການນຳ

   ໃນ 2 ມື້ເຮັດວຽກທຳອິດຂອງກອງປະຊຸມ, ສະພາແຫ່ງຊາດໄດ້ສະຫງວນເວລາໃຫ້ແກ່ວຽກງານບຸກຄະລາກອນ. ສະພາແຫ່ງຊາດໄດ້ຮັບຮອງເອົາມະຕິເລືອກຕັ້ງປະທານສະພາແຫ່ງຊາດແຫ່ງ ສສ. ຫວຽດນາມ ອາຍຸການ 2021 – 2026 ສຳລັບທ່ານ ເຈິ່ນແທັງເໝີນ; ຮັບຮອງເອົາມະຕິເລືອກຕັ້ງປະທານປະເທດແຫ່ງ ສສ. ຫວຽດນາມ ອາຍຸການ 2021 – 2026 ສຳລັບທ່ານ ໂຕເລິມ. ສະພາແຫ່ງຊາດກໍ່ດຳເນີນການເລືອກຕັ້ງ ຮອງປະທານສະພາແຫ່ງຊາດ, ກຳມະການໃນຄະນະປະຈຳສະພາແຫ່ງຊາດ, ໃຫ້ສັດຕະຍາບັນແຕ່ງຕັ້ງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຕຳຫຼວດ;  ໃຫ້ສັດຕະຍາບັນກຳມະການສະພາປ້ອງກັນຊາດ - ປ້ອງກັນຄວາມສະຫງົບ; ພ້ອມທັງ, ດຳເນີນວຽກງານບຸກຄະລາກອນຕາມສິດອຳນາດ ແລະ ບັນລຸໄດ້ຄວາມເຫັນດີເຫັນພ້ອມສູງຂອງບັນດາສະມາຊິກສະພາແຫ່ງຊາດ. ທ່ານ ຕ້າວັນຮະ, ສະມາຊິກ ສະພາແຫ່ງຊາດແຂວງ ກວາງນາມ, ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າມີຄວາມພາກພູມໃຈ, ຮັບຮອງເອົາໝາກຜົນການເລືອກຕັ້ງປະທານສະພາແຫ່ງຊາດ ດ້ວຍຈຳນວນບັດເຫັນດີຂອງສະມາຊິກທີ່ມີໜ້າທີ່ຢູ່ກອງປະຊຸມແມ່ນ 100%. ສິ່ງດັ່ງກ່າວສະແດງໃຫ້ເຫັນ ເຈດຈຳນົງ, ໜ້າທີ່ຄວາມຮັບຜິດຊອບຂອງສະມາຊິກສະພາແຫ່ງຊາດ ບໍ່ພຽງແຕ່ສຳລັບບັນດາການນຳ ທີ່ຫາກໍ່ໄດ້ຮັບການເລືອກຕັ້ງເທົ່ານັ້ນ, ຫາກຍັງແມ່ນໜ້າທີ່ຄວາມຮັບຜິດຊອບເຮັດແນວໃດເພື່ອໃຫ້ແທດເໝາະກັບ ເຈດຈຳນົງຂອງພັກ, ຈິດໃຈຂອງປະຊາຊົນໃນການເລືອກຕັ້ງບຸກຄະລາກອນສຳຄັນ ເພື່ອບໍລິຫານປະເທດຊາດ”.

ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ແກ້ໄຂຫຼາຍບັນຫາສຳຄັນຂອງປະເທດຊາດ - ảnh 2 ກອງປະຊຸມໄດ້ພິຈາລະນາ, ຕົກລົງ ແລະ ປະຕິບັດສຳເລັດຫຼາຍເນື້ອໃນສຳຄັນ
(ພາບ: quochoi.vn)

ປະຕິບັດວຽກງານນິຕິບັນຍັດໃຫ້ເປັນຢ່າງດີ

        ບັນດາສະມາຊິກສະພາແຫ່ງຊາດຕີລາຄາວ່າ, ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ແມ່ນກອງປະຊຸມຂອງການປ່ຽນແປງໃໝ່, ມີໄຫວພິບຂອງສະພາແຫ່ງຊາດ, ສ້າງຂີດໝາຍສຳຄັນ, ໂດຍສະເພາະແມ່ນວຽກງານນິຕິບັນຍັດ. ນີ້ກໍ່ແມ່ນກອງປະຊຸມທີ່ມີຈຳນວນເນື້ອໃນ ກ່ຽວກັບວຽກງານນິຕິບັນຍັດຫຼາຍທີ່ສຸດໃນກອງປະຊຸມ, ນັບແຕ່ຕົ້ນອາຍຸການມາຮອດປະຈຸບັນ, ດ້ວຍເລື່ອງ ສະພາແຫ່ງຊາດໄດ້ຮັບຮອງກົດໝາຍ 11 ສະບັບ, ມະຕິຂອງສະພາແຫ່ງຊາດ 21 ສະບັບ. ສະພາແຫ່ງຊາດກໍ່ປຶກສາຫາລື, ເປັນຄັ້ງທຳອິດປະກອບຄຳເຫັນໃສ່ກົດໝາຍອື່ນໆ 11 ສະບັບທີ່ກ່ຽວຂ້ອງເຖິງບັນດາບັນຫາເຊິ່ງສັງຄົມມີຄວາມສົນໃຈ.

        ກໍ່ທີ່ກອງປະຊຸມຄັ້ງນີ້, ເປັນຄັ້ງທຳອິດ, ສະພາແຫ່ງຊາດອະນຸຍາດກົດໝາຍ 4 ສະບັບ, ລວມມີ: ກົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍເຮືອນຢູ່, ກົດໝາຍວ່າດ້ວຍດຳເນີນທຸລະກິດອະສັງຫາລິມະສັບ, ກົດໝາຍວ່າດ້ວຍບັນດາອົງການສິນເຊື່ອ ໄດ້ຮັບການຮັບຮອງເອົາທີ່ບັນດາສະໄໝປະຊຸມກ່ອນ, ມີຜົນສັກສິດໄວກວ່າເວລາກຳກົດ, ແຕ່ວັນທີ 01 ສິງຫາ 2024 ແທນທີ່ຈະແມ່ນວັນທີ 01 ມັງກອນ 2025. ສະພາແຫ່ງຊາດກໍ່ຮັບຮອງເອົາຢ່າງທັນການ, ມີຜົນກະທົບໃນທັນທີສຳລັບນະໂຍບາຍຈຳນວນໜຶ່ງ. ສິ່ງດັ່ງກ່າວສະແດງໃຫ້ເຫັນລັກສະນະມີໄຫວພິບຂອງສະພາແຫ່ງຊາດ ໃນການປ່ຽນແປງເພື່ອຕອບສະໜອງ ຄວາມຮຽກຮ້ອງຂອງການດຳລົງຊີວິດຕາມຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ, ບັນດາວິສາຫະກິດ ແລະ ປະຊາຊົນໃນທົ່ວປະເທດ. ທ່ານນາງ ຫງວຽນທິແທັງເກິມ, ສະມາຊິກສະພາແຫ່ງຊາດແຂວງ ຕ່ຽນຢາງ, ໃຫ້ຮູ້ວ່າ:

        “ສິ່ງທີ່ຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດນັ້ນແມ່ນ, ນີ້ແມ່ນກອງປະຊຸມທີ່ມີປະລິມານໜ້າວຽກຫຼາຍທີ່ສຸດ, ເຖິງຢ່າງໃດກໍ່ຕາມ, ການຊັບຊ້ອນລາຍການ ກໍຄືເວລາແມ່ນເໝາະສົມທີ່ສຸດ. ມີບັນດາຮ່າງກົດໝາຍ ໄດ້ຮັບຮອງເອົາດ້ວຍອັດຕາ 100%, ຜ່ານນັ້ນ ກໍ່ສະແດງໃຫ້ເຫັນການກະກຽມຢ່າງ ລອບຄອບຖີ່ຖ້ວນຈາກລັດຖະບານ, ກໍຄືບົດບາດຂອງບັນດາກຳມາທິການ, ຄະນະປະຈຳສະພາແຫ່ງຊາດ ເພື່ອຮອດເວລາລົງມະຕິໄດ້ສ້າງເປັນຄວາມເຫັນດີເຫັນພ້ອມຢ່າງສູງ. ພວກຂ້າພະເຈົ້າມີຄວາມຫວັງ ຕໍ່ບັນດານະໂຍບາຍຊີ້ຂາດທີ່ສຳຄັນທີ່ໄດ້ຮັບຮອງເອົາ, ບັນດາຮ່າງກົດໝາຍມີຄວາມສຳຄັນຢ່າງໃຫຍ່ຫຼວງ, ພ້ອມກັນນັ້ນແມ່ນບັນດາບັນຫາເຊິ່ງຜູ້ມີສິດເລືອກຕັ້ງ, ປະຊາຊົນມີຄວາມສົນໃຈໃຫ້ເຂົ້າສູ່ຊີວິດຕົວຈິງໂດຍໄວ”.

ສະພາແຫ່ງຊາດສະແດງຄວາມຕັ້ງໜ້າ ແລະ ມີຄວາມຮັບຜິດຊອບໃນບັນດາບັນຫາສາກົນ

        ນອກຈາກບັນດາເນື້ອໃນທີ່ກ່ຽວຂ້ອງເຖິງບັນຫາຢູ່ພາຍໃນປະເທດ, ສະພາແຫ່ງຊາດ ຫວຽດນາມ ຍັງຮັບຮອງເອົາມະຕິໃຫ້ສັດຕະຍາບັນເອກະສານຂໍເຂົ້າເປັນສະມາຊິກສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ຂອງລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ດ້ວຍອັດຕາເຫັນດີສູງ ຈາກສະມາຊິກສະພາແຫ່ງຊາດ. ທ່ານ ຫວູຫາຍຮ່າ, ກຳມະການຄະນະປະຈຳສະພາ ແຫ່ງຊາດ, ຫົວໜ້າກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ຫວຽດນາມ, ເນັ້ນໜັກວ່າ:

        “ເລື່ອງສະພາແຫ່ງຊາດຊຸດທີ XV ໃຫ້ສັດຕະຍາບັນເອກະສານທີ່ກອງປະຊຸມສະໄໝສາມັນເທື່ອທີ 7 ຈະນຳ ຫວຽດນາມ ນອນໃນກຸ່ມ 6 ປະເທດ CPTPP ທຳອິດທີ່ໃຫ້ສັດຕະຍາບັນເອກະສານ, ສະແດງໃຫ້ເຫັນຄວາມຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງ ຫວຽດນາມ ໃນການຊຸກຍູ້ການພົວພັນດ້ານການຄ້າ - ການລົງທຶນ 2 ຝ່າຍລະຫວ່າງ ຫວຽດນາມ ແລະ ລາຊະອານາຈັກ ອັງກິດ; ຢືນຢັນບົດບາດ, ທີ່ຕັ້ງຂອງ ຫວຽດນາມ ຢູ່ພາກພື້ນ ແລະ ໃນໂລກ”.

        ບັນດາສະມາຊິກສະພາແຫ່ງຊາດເຊື່ອໝັ້ນວ່າ, ພ້ອມກັບຄວາມມານະພະຍາຍາມຂອງສະພາແຫ່ງຊາດ, ລັດຖະບານ ແລະ ກະຊວງ, ຂະແໜງການ, ອົງການທີ່ກ່ຽວຂ້ອງ, ບັນດານະໂຍບາຍຈະນຳເຂົ້າສູ່ຊີວິດຕົວຈິງ ໂດຍໄວ, ຜ່ານນັ້ນ, ກໍ່ປະກອບສ່ວນປະຕິບັດສຳເລັດຢ່າງສູງສຸດບັນດາເປົ້າໝາຍພັດທະນາເສດຖະກິດ - ສັງຄົມປີ 2024 ຂອງປະເທດຊາດ ແລະ ທັງອາຍຸການ 2021 – 2026.

ຕອບກັບ

ຂ່າວ/ບົດ​ອື່ນ