(VOVWORLD) - ເກືອບ 10 ປີຜ່ານມາ, ໂຄງການ “ຊ່ວຍເຫຼືອນ້ອງໄປໂຮງຮຽນ” ໂດຍທະຫານປ້ອງກັນຊາຍແດນແຂວງ ຢາລາຍ ປະຕິບັດໄດ້ກາຍເປັນບ່ອນເພີ່ງພາອັນໝັ້ນແກ່ນໃຫ້ແກ່ນັກຮຽນທຸກຍາກ, ລູກກຳພ້າ, ຜູ້ປະສົບກັບຄວາມຫຍຸ້ງຍາກ ມີໂອກາດສືບຕໍ່ໄດ້ໄປໂຮງຮຽນ. ບໍ່ພຽງແຕ່ແມ່ນກິດຈະກຳແຫ່ງຄວາມເມດຕາເທົ່ານັ້ນ, ໂຄງການດັ່ງກ່າວຍັງສ້າງສັນຍາລັກອັນດີງາມແຫ່ງນ້ຳໃຈຄວາມຮັກແພງລະຫວ່າງກອງທັບ - ປະຊາຊົນ, ຄວາມຮັບຜິດຊອບທີ່ມີຕໍ່ສັງຄົມ ແລະ ຄວາມເອກອ້າງທະນົງໃຈຕໍ່ອະນາຄົດຢູ່ເຂດຊາຍແດນທີ່ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ.
ນ້ອງ ຫງວຽນຖຸ່ຍເຢືອງ, ນັກຮຽນຫ້ອງ ມ.1 ໂຮງຮຽນມັດທະຍົມຕອນຕົ້ນ ກາດແຄັງ |
ຕອນຄ້າຍແລງ, ພາຍຫຼັງເລີກຮຽນ, ນ້ອງ ຫງວຽນຖຸ່ຍເຢືອງ, ນັກຮຽນຫ້ອງ ມ.1 ໂຮງຮຽນມັດທະຍົມຕອນຕົ້ນ ກາດແຄັງ (ຕາແສງ ເດຢີ, ແຂວງ ຢາລາຍ), ຟ້າວຟັ່ງກັບເມືອເຮືອນ, ແຕ່ງຢູ່ຄົວກິນ, ຊ່ວຍພໍ່ທີ່ຂາລ່ອຍທັງສອງເບື້ອງ. ໃນເຮືອນທີ່ໂລ່ງໂຈ່ງໂປ່ງ, ຊີວິດຂອງສອງພໍ່ລູກອາໄສພຽງແຕ່ການສ້ອມແປງລົດຖີບຂອງພໍ່ ດ້ວຍລາຍຮັບເລັກໆນ້ອຍໆ. ໂດຍເຂົ້າໃຈຕໍ່ສະພາບຂອງນ້ອງ, ນັບແຕ່ປີກາຍ, ປ້ອມທະຫານປ້ອງກັນຊາຍແດນ ກາດແຄັງ (ຂຶ້ນກັບກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ຢາລາຍ) ໄດ້ໃຫ້ການຊ່ວຍເຫຼືອນ້ອງ ເຢືອງ ຕາມໂຄງການ “ຊ່ວຍເຫຼືອນ້ອງໄປໂຮງຮຽນ”. ແຕ່ລະເດືອນ, ນ້ອງໄດ້ຮັບການຊ່ວຍເຫຼືອເງິນ 500.000 ດົ່ງ (20 USD), ພ້ອມດ້ວຍອາຫານ ແລະ ປຶ້ມຮຽນ. ຍ້ອນໄດ້ຮັບຄວາມເອົາໃຈໃສ່ຄືດັ່ງກ່າວ ເຮັດໃຫ້ສອງພໍ່ລູກນ້ອງ ເຢືອງ ມີຄວາມອຸ່ນອ່ຽນໃຈດຳລົງຊີວິດ. ນ້ອງ ເຢືອງ ແບ່ງປັນວ່າ:
“ລູກຮັກແພງພວກອາວທະຫານທີ່ສຸດ. ພວກອາວໄດ້ຊ່ວຍເຫຼືອທັງເງິນ, ທັງອຸປະກອນການຮຽນເພື່ອໃຫ້ລູກໄດ້ໄປໂຮງຮຽນ. ພວກອາວຖາມວ່າ ຍັງຂາດເຂີນຫຍັງບໍ, ພວກອາວຈະຊື້ໃຫ້, ແຕ່ລູກເວົ້າວ່າ ເຄື່ອງຂອງປີກາຍລູກຍັງໃຊ້ໄດ້ຢູ່, ຕອນໃດເຂົ້າສົກຮຽນໃໝ່ລູກຈຶ່ງຈະຊື້ເຄື່ອງໃໝ່”.
ນ້ອງ ຫງວຽນຖຸ່ຍເຢືອງ ແບ່ງປັນດ້ວຍຄວາມຕື້ນຕັນໃຈ |
ນັບແຕ່ປີ 2024 ມາຮອດປັດຈຸບັນ, ຢູ່ເທດສະບານ ກຸຍເຍິນ ຕາເວັນອອກ, ນ້ອງ ເຈິ່ນຮວິ່ງຖຸ່ຍຈາງ, ນັກຮຽນຫ້ອງປີ ມ.3 ເປັນໜຶ່ງໃນບັນດາກໍລະນີທີ່ປ້ອມທະຫານປ້ອງກັນຊາຍແດນ ເຍິນຫຼີ ຮັບຊ່ວຍເຫຼືອ. ພໍ່ຂອງນ້ອງເສຍຊີວິດຍ້ອນເກີດອຸບັດຕິເຫດແຕ່ຄາວນ້ອງຍັງນ້ອຍ, ແມ່ຂອງ ຈາງ ຕ້ອງໄປເຮັດຮັບຈ້າງຕະຫຼອດປີເພື່ອຫາເງິນສົ່ງລູກສອງຄົນໄປໂຮງຮຽນ. ຍ້ອນໄດ້ຮັບການຊ່ວຍເຫຼືອຈາກທະຫານປ້ອງກັນຊາຍແດນ, ແຕ່ລະເດືອນ ຈາງ ໄດ້ຮັບເງິນຊ່ວຍເຫຼືອ 500.000 ດົ່ງ ພ້ອມກັບເຄື່ອງນຸ່ງ, ປຶ້ມຂຽນ ແລະ ອຸປະກອນການຮຽນ. ເອື້ອຍ ຮວິ່ງທິໝີຮວາ, ແມ່ຂອງ ຈາງ ແບ່ງປັນດ້ວຍຄວາມຕື້ນຕັນໃຈວ່າ:
“ຄອບຄົວຂ້າພະເຈົ້າດີໃຈຫຼາຍ ເມື່ອໄດ້ຮັບຄວາມເອົາໃຈໃສ່, ການຢຶ້ຢາມຖາມຂ່າວຈາກອາວທະຫານ. ຂ້າພະເຈົ້າກໍລະດົມກຳລັງໃຈໃຫ້ລູກຕ້ອງຮຽນໃຫ້ເກັ່ງເພື່ອສົມກັບການຊ່ວຍເຫຼືອຂອງພວກອາວ, ເມື່ອມີຄວາມຮູ້ແລ້ວ ໃນຕໍ່ໜ້າຈະມີວຽກເຮັດງານທຳປົກກະຕິ, ຊີວິດຈຶ່ງບໍ່ລຳບາກ. ສົກຮຽນຜ່ານມາ, ລູກກໍເປັນນັກຮຽນເກັ່ງ. ຂ້າພະເຈົ້າກໍໄດ້ແຈ້ງໃຫ້ພວກອາວທະຫານຊາບ, ພວກອາວດີໃຈຫຼາຍ”.
ເອື້ອຍ ຮວິ່ງທິໝີຮວາ, ແມ່ຂອງ ຈາງ |
ໂຄງການ “ຊ່ວຍເຫຼືອນ້ອງໄປໂຮງຮຽນ” ໂດຍທະຫານປ້ອງກັນຊາຍແດນແຂວງ ຢາລາຍ ຜັນຂະຫຍາຍແຕ່ປີ 2016 ມາຮອດປັດຈຸບັນ ໄດ້ກາຍເປັນບ່ອນເພິ່ງພາທີ່ໝັ້ນແກ່ນໃຫ້ແກ່ນັກຮຽນທຸກຍາກເຂດຊາຍແດນ. ນ້ອງໆທີ່ປະສົບກັບຄວາມຫຍຸ້ງຍາກ 77 ຄົນໄດ້ຮັບການຊ່ວຍເຫຼືອຈົນຮອຮອດວລາຮຽນຈົບ ມ.7. ທ່ານພັນໂທ ຫງວຽນຫຶວງິ, ຫົວໜ້າການເມືອງ ປ້ອມປ້ອງກັນຊາຍແດນ ກາດແຄັງ, ກອງບັນຊາການທະຫານປ້ອງກັນຊາຍແດນ ຢາລາຍ, ໃຫ້ຮູ້ວ່າ:
“ກົມກອງພວກຂ້າພະເຈົ້າໄດ້ສົມທົບກັບອຳນາດການປົກຄອງທ້ອງຖິ່ນ, ໂຮງຮຽນ, ຄອບຄົວເພື່ອກຳໄດ້ສະພາບການຮຽນຂອງພວກລູກຜ່ານຄູປະຈຳຫ້ອງ ແລະ ຄອບຄົວ ເພື່ອມີມາດຕະການໜູນຊ່ວຍ, ຊ່ວຍເຫຼືອພວກນ້ອງໃຫ້ມີເງື່ອນໄຂຮ່ຳຮຽນ. ໂອກາດວັນບຸນເຕັດ ແລະ ໄຂສົກຮຽນໃໝ່, ທາງກົມກອງພວກຂ້າພະເຈົ້າກໍມອບອຸປະກອນການຮຽນ, ປຶ້ມຂຽນໃຫ້ແກ່ພວກນ້ອງ. ຕົ້ນສົກຮຽນໃໝ່ 2024 – 2025, ກົມກອງໄດ້ລະດົມການຊ່ວຍເຫຼືອລົດຖີບ 12 ຄັນ. ມີຫຼາຍນ້ອງທີ່ຮຽນຈົບແລ້ວ ກໍໄດ້ກັບມາຢື້ຢາມຖາມຂ່າວ ແລະ ຂອບໃຈກົມກອງພວກຂ້າພະເຈົ້າ”.
ພາຍຫຼັງຜັນຂະຫຍາຍໂຄງການມາໄດ້ 10 ປີ, ທະຫານປ້ອງກັນຊາຍແດນຢາລາຍ ຊ່ວຍເຫຼືອນັກຮຽນໄດ້ 77 ຄົນແລ້ວ |
ປັດຈຸບັນ, ໃນຈຳນວນ 77 ນ້ອງທີ່ໄດ້ຮັບການຊ່ວຍເຫຼືອ, ມີ 25 ນ້ອງເສັງຕິດມະຫາວິທະຍາໄລ, ວິທະຍາໄລຢູ່ນະຄອນ ໂຮ່ຈີມິນ, ດ່າໜັງ, ເຫວ້. ເມື່ອໄຂສົກຮຽນ 2025 – 2026, ທະຫານປ້ອງກັນຊາຍແດນແຂວງ ຢາລາຍ ໄດ້ມອບຂອງຂວັນ 85 ພູດໃນໂຄງການ “ລູກລ້ຽງປ້ອມປ້ອງກັນຊາຍແດນ” ແລະ ທຶນການສຶກສາ 193 ທຶນໃນໂຄງການ “ຊ່ວຍເຫຼືອນ້ອງໄປໂຮງຮຽນ” ໃນທົ່ວເຂດຊາຍແດນ ຢາລາຍ. ທ່ານພັນເອກພິເສດ ດວ່ານງອກເບົ໊າ, ຫົວໜ້າການເມືອງ ກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ຢາລາຍ, ໃຫ້ຮູ້ວ່າ:
“ໄປຄຽງຄູ່ໜ້າທີ່ປ້ອງກັນອະທິປະໄຕອັນສັກສິດຂອງປະເທດຊາດໃຫ້ໝັ້ນຄົງແລ້ວ, ທະຫານປ້ອງກັນຊາຍແດນ ຍັງແມ່ນຜູ້ເປັນພໍ່, ເປັນອ້າຍຂອງພວກນ້ອງນ້ອຍອີກດ້ວຍ. ໄລຍະຈະມາເຖິງ, ພວກຂ້າພະເຈົ້າສືບຕໍ່ສົມທົບກັບຄອບຄົວ, ອຳນາດການປົກຄອງທ້ອງຖິ່ນ, ໂຮງຮຽນຢ່າງແໜ້ນແຟ້ນ ເພື່ອໃຫ້ຄວາມເອົາໃຈໃສ່, ສ້າງເງື່ອນໄຂເພື່ອໃຫ້ພວກນ້ອງອຸ່ນອຽນໃຈໄປໂຮງຮຽນ. ໄປຄຽງຄູ່ກັນນັ້ນ, ກຳລັງທະຫານປ້ອງກັນຊາຍແດນ ຢາລາຍ ຈະແຜ່ກະຈາຍບັນດາຄຸນຄ່າວັດທະນະທຳມະນຸດຂອງບັນດາໂຄງການດັ່ງກ່າວຢ່າງເລິກເຊິ່ງກວ້າງຂວາງ, ປະກອບສ່ວນສ້າງກຳລັງໜູນ, ຄວາມເຊື່ອໝັ້ນໃຫ້ແກ່ພວກນ້ອງທີ່ປະສົບກັບຄວາມຫຍຸ້ງຍາກ ໄດ້ມີໂອກາດພັດທະນາ”.
ຢູ່ເຂດຊາຍແດນ ຢາລາຍ, ໂຄງການ “ຊ່ວຍເຫຼືອນ້ອງໄປໂຮງຮຽນ” ຂອງທະຫານປ້ອງກັນຊາຍແດນໃນຕະຫຼອດໄລຍະຜ່ານມາ ໄດ້ຊ່ວຍໃຫ້ນັກຮຽນທຸກຍາກສືບຕໍ່ວິວັດການໄປໂຮງຮຽນ. ຈາກຄວາມຮັກແພງ ແລະ ຄວາມຮັບຜິດຊອບ, ບັນດາທະຫານປ້ອງກັນຊາຍແດນພວມພ້ອມກັບພວກນ້ອງສືບຕໍ່ສ້າງຄວາມໄຝ່ຝັນກ່ຽວກັບອະນາຄົດທີ່ສົດໃສກວ່າ./.