ຍັງອີກ 3 - 4 ວັນແມ່ນຈະຮອດວັນບຸນຄຼິດສະມາດ 2025, ແຕ່ບັນຍາກາດຂອງວັນບຸນໄດ້ປົກຄຸມໄປທົ່ວຖະໜົນສາຍຕ່າງໆຂອງ ຮ່າໂນ້ຍ ແລະ ນະຄອນ ເຫວ້. ຈາກບັນດາຮ້ານຂາຍເຄື່ອງທີ່ລະນຶກ, ຮ້ານສັບພະສິນຄ້າ ຕະຫຼອດຮອດບັນດາເຂດຕະຫຼາດ, ຢູ່ແຫ່ງໃດກໍ່ເເຫັນສີແດງ - ສີຂຽວ - ສີຂາວທີ່ເປັນເອກະລັກສະເພາະຂອງວັນບຸນຄຼິດສະມາດ.
ວັນບຸນຄຼິດສະມາດປີນີ້, ຢູ່ ຮ່າໂນ້ຍ, ຜູ້ບໍລິໂພກໄດ້ມຸ່ງໄປເຖິງບັນດາຂອງຂວັນທີ່ມີລັກສະນະເປັນການລົງຕົວຈິງທີ່ໃໝ່ອ່ຽມ. ຕົ້ນແປກຫອມແມ່ນທາງເລືອກແຖວໜ້າຂອງລຸ້ນໜຸ່ມຫຼາຍຄົນຢູ່ ຮ່າໂນ້ຍ ເພື່ອປະດັບປະດາ ແລະ ມອບໃຫ້ຍາດຕິພີ່ນ້ອງໃນໂອກາດວັນບຸນຄຼິດສະມາດປີນີ້.
ບັນດາກະຖາງຕົ້ນໄມ້ສູງແຕ່ 20 – 60 ຊັງຕີແມັດ, ມີລາຄາແຕ່ 100.000 ດົ່ງ (4 USD), ເຊິ່ງໄດ້ກາຍເປັນທາງເລືອກທົ່ວໄປ ຍ້ອນມີກິ່ນຫອມ ແລະ ສາມາດປະດັບປະດາໄດ້ງາມຕາ. ຫຼາຍຄອບຄົວໄດ້ນຳໃຊ້ຕົ້ນແປກຫອມແທນໃຫ້ເຄື່ອງປະດັບປະດາແບບດັ້ງເດີມ. ເອື້ອຍ ແກັກທິທູ, ຢູ່ຕາແສງ ແທັງຊວັນ, ຮ່າໂນ້ຍ, ແບ່ງປັນວ່າ:
“ຂ້າພະເຈົ້າເຫັນວ່າ ຕົ້ນແປກນີ້ແມ່ນງາມຫຼາຍ, ມີກິ່ນຫອມອ່ອນອີກ. ຕົ້ນໄມ້ນ້ອຍໆ, ງາມໆຊື້ມາວາງໃສ່ໜ້າໂຕະແມ່ນເໝາະສົມທີ່ສຸດ. ລາຄາກໍ່ພໍດີ, ການບົວລະບັດກໍ່ງ່າຍ. ຂ້າພະເຈົ້າເຫັນວ່າ ນີ້ແມ່ນຂອງຂວັນທີ່ເໝາະສົມໃນໂອກາດວັນບຸນຄຼິດສະມາດ”.
ບັນດາເຄື່ອງປະດັບປະດາໃຫ້ແກ່ວັນບຸນຄຼິດສະມາດສືບຕໍ່ກວມເອົາອັດຕາສູງຢູ່ຕະຫຼາດ. ບັນດາປະເພດສິນຄ້າ, ຄື: ກະດິງ, ຮູບປັ້ນມະນຸດຫິມະ, ຊານຕາຄອດນ້ອຍໆ… ໄດ້ວາງຂາຍເປັນຈຳນວນຫຼາຍຢູ່ບັນດາຮ້ານຂາຍເຄື່ອງທີ່ລະນຶກ, ຮ້ານສັບພະສິນຄ້າ, ຕະຫຼາດທົ່ວໄປ. ເອື້ອຍ ດວ່ານທິງອັກ, ເຈົ້າຂອງຮ້ານຂາຍເຄື່ອງປະດັບວັນບຸນຄຼິດສະມາດ, ດຳລົງຊີວິດຢູ່ ຮ່າໂນ້ຍ, ໃຫ້ຮູ້ວ່າ:
“ປີນີ້, ແຮງຊື້ແມ່ນເປັນປົກກະຕິນັບແຕ່ຕົ້ນເດືອນ ທັນວາ. ລູກຄ້າໃຫ້ຄວາມສຳຄັນໃນການເລືອກເອົາບັນດາແບບ ເອີລົບເໜືອ. ສິນຄ້າກໍ່ມີຫຼາຍຮູບຫຼາຍແບບກວ່າ ສະນັ້ນຮ້ານຂອງຂ້າພະເຈົ້າກໍ່ນຳເຂົ້າເຄື່ອງເປັນປະຈຳ ເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າ”.
(ປະເພດສິນຄ້າ, ຄື: ກະດິງ, ຮູບປັ້ນມະນຸດຫິມະ, ຊານຕາຄອດນ້ອຍໆ… ໄດ້ວາງຂາຍເປັນຈຳນວນຫຼາຍ) |
ເມື່ອເນັ້ນໜັກເຖິງທ່າອ່ຽງປະດັບປະດາໃຫ້ແກ່ວັນບຸນຄຼິດສະມາດໃນປີນີ້ຂອງຊາວ ຮ່າໂນ້ຍ, ອ້າຍ ຫງວຽນຕວັນເຢືອງ, ເຈົ້າຂອງຮ້າຍຂາຍເຄື່ອງຢູ່ຖະໜົນ ຮ່າງມ໋າ, ໃຫ້ຮູ້ວ່າ:
“ທ່າອ່ຽງປະດັບປະດາຕົ້ນແປກປີນີ້, ທຸກຄົນໄດ້ນຳໃຊ້ດອກໄຟປະດັບຕ່າງ ແລະ ຈຳນວນເຄື່ອງປະດັບຢູ່ຕົ້ນແປກກໍ່ບໍ່ຫຼາຍຄືປີກ່ອນ. ປີນີ້ແມ່ນໄປຕາມວິທີ ງ່າຍໆກວ່າ”.
ເຖິງວ່າຫາກໍ່ຜ່ານຜ່າສະພາບນ້ຳຖ້ວມຄັ້ງປະຫວັດສາດກໍຕາມ, ແຕ່ບັນຍາກາດຂອງວັນບຸນຄຼິດສະມາດຍັງປົກຄຸມໄປທົ່ວຖະໜົນສາຍຕ່າງໆຢູ່ນະຄອນ ເຫວ້. ປີນີ້, ຕະຫຼາດເຄື່ອງປະດັບໃຫ້ວັນບຸນຄຼິດສະມາດຢູ່ ເຫວ້ ເປັນຫຼາຍຮູບຫຼາຍແບບກວ່າ. ລາຄາກໍ່ຖືກກວ່າ ເຮັດໃຫ້ລູກຄ້າມີທາງເລືອກຕື່ມອີກ. ເອື້ອຍ ໂງທິລານແອັງ, ຜູູ້ຈັດການຮ້ານຂາຍເຄື່ອງທີ່ລະນຶກຢູ່ນະຄອນ ເຫວ້, ແບ່ງປັນວ່າ:
“ປີນີ້ລາຄາກໍ່ດີກວ່າເມື່ອທຽບໃສ່ທຸກປີ. ນອກຈາກບັນດາເຄື່ອງປະດັບຕາມປົກກະຕິແລ້ວ, ປີນີ້ລູກຄ້າໄດ້ໃຫ້ຄວາມສຳຄັນໃນການຊື້ບັນດາເຄື່ອງປະດັບປະດາທີ່ງາມກວ່າ”.
ຈາກ ຮ່າໂນ້ຍ ຕະຫຼອດຮອດ ເຫວ້, ຕະຫຼາດວັນບຸນຄຼິດສະມາດ 2025 ຊີ້ໃຫ້ເຫັນການຟື້ນຟູ, ແຮງຊື້ເພີ່ມຂຶ້ນສະໝ່ຳສະເໝີ ແລະ ທ່າອ່ຽງບໍລິໂພກຫັນປ່ຽນຢ່າງຈະແຈ້ງໄປສູ່ຜະລິດຕະພັນທີ່ມີລັກສະນະງາມຕາ ແລະ ຄຸນນະພາບສູງ. ບໍ່ພຽງແຕ່ສ່ອງແສງຄວາມຕ້ອງການຊື້ໃນທ້າຍປີ, ຄວາມອຶກກະທຶກຄືກໂຄມນີ້ຍັງຊີ້ໃຫ້ເຫັນຄວາມເບີກບານໃນການດຳລົງຊີວິດ, ຈິດໃຈຕັ້ງໜ້າ ແລະ ຄວາມພູມໃຈຂອງປະຊາຊົນເມື່ອວັນບຸນພວມວຽນມາ.