(VOVWORLD) - ຢູ່ ລາຍເຈົາ, ມີຊາວໜຸ່ມຊົນເຜົ່າສ່ວນໜ້ອຍຫຼາຍຄົນໄດ້ ແລະ ພວມ Startup ດ້ວຍບັນດາແນວຄວາມຄິດ, ຮູບແບບທີ່ມີຫົວຄິດປະດິດສ້າງ, ຕິດພັນກັບການພັດທະນາເສດຖະກິດດີຈີຕອນ. ປະສິດທິຜົນຂອງບັນດາຮູບແບບນີ້ໄດ້ຊ່ວຍຫຼາຍຄອບຄົວລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ ແລະ ປະກອບສ່ວນປ່ຽນແປງໂສມໜ້າຊົນນະບົດຂອງແຂວງພູສູງໜຶ່ງທີ່ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ.
ສວນ ປູກໝາກ strawberryຂອງອ້າຍ ຢ່ຢ່າງອາຈື |
ພາຍຫຼັງໄລຍະໜຶ່ງທີ່ຊອກຫາຄວາມຮູ້ໃນອິນເຕີເນັດ ແລະ ພາຫະນະສື່ມວນຊົນ, ກ່ອນນີ້ ສອງປີ (ປີ 2023) ອ້າຍ ຢ່າງອາຈື, ຊົນເຜົ່າມົ້ງ, ຢູ່ຕາແສງຊາຍແດນ ຢ່າວຊານ, ເມືອງ ຟອງໂຖ ໄດ້ກ້າທີ່ຈະຫັນປ່ຽນເນື້ອທີ່ປູກເຂົ້າກ່ວາ 5.000 ຕາແມັດມາເປັນການປູກໝາກ strawberry. ດ້ວຍການບົວລະບັດ ແລະ ຕົ້ນປູກເໝາະສົມກັບດິນຟ້າອາກາດ, ດັ່ງນັ້ນ ສວນປູກ strawberry ມີການພັດທະນາເປັນຢ່າງດີ. ເກືອບ 2 ປີມານີ້, ສວນ strawberry ໄດ້ມີລາຍຮັບທົບເກືອບ 10 ເທົ່າເມື່ອທຽບໃສ່ກັບການປູກເຂົ້າໃນເມື່ອກອນ.
ໃນເມື່ອກ່ອນ, ດິນຂອງຂ້າພະເຈົ້າແມ່ນປູກເຂົ້າ ພຽງແຕ່ໜຶ່ງລະດູເທົ່ານັ້ນ, ມີລາຍຮັບບໍ່ໄດ້ເທົ່າໃດ, ດັ່ງນັ້ນ ຂ້າພະເຈົ້າໄດ້ຊອກຮູ້ຮ່ຳຮຽນໝູນໃຊ້ຄວາມຮູ້ເຂົ້າໃນການປູກ strawberry. ຕົ້ນ strawberry ມີຄວາມເໝາະສົມກັບດິນຟ້າອາກາດ, ຄອບຄົວໄດ້ປູກແບບທຳມະດາ, ບໍ່ໃສ່ປຸ໋ຍເຄມີ ພຽງແຕ່ໃສ່ປຸ໋ຍສັດໜ້ອຍໜຶ່ງ ແລະ ເຮັດໜານປູກໃຫ້ສູງຂຶ້ນ ດັ່ງນັ້ນ ໝາກບໍ່ຕິດດິນ, ສະອາດຫຼາຍ. ຮອດລະດູ strawberry ອອກດອກ, ຄອບຄົວກໍ່ນຳໃຊ້ດອກນັ້ນເພື່ອລ້ຽງເຜິ້ງເອົານ້ຳເຜິ້ງ ແລະ ລະອອງເກສອນ.
ຢູ່ຕາແສງເຂດຊາຍແດນ ບ້ານລາງ, ເມືອງ ຟອງໂຖ, ໂດຍເຫັນໄດ້ເຖິງຄວາມສາມາດບົ່ມຊ້ອນຈາກແຫຼ່ງວັດຖຸດິບທີ່ມີຢູ່ແລ້ວຂອງທ້ອງຖິ່ນ, ປີກາຍນີ້, ກຸ່ມສະມາຊິກຊາວໜຸ່ມ, ຊາວໜຸ່ມຕາແສງໄດ້ປະກອບທຶນຊື້ເຄື່ອງຈັກ, ເຕັກນິກ, ສ້າງຕັ້ງກຸ່ມຮ່ວມມືຊາວໜຸ່ມບ້ານລາງ. ດ້ວຍຂອດການໂຄສະນາໄດ້ປະຕິບັດເປັນຢ່າງດີ ແລະ ການໜູນຊ່ວຍຂອງອົງການຊາວໜຸ່ມ, ໜຶ່ງກວ່າປີມານີ້, ຜະລິດຕະພັນກ້ວຍອົບແຫ້ງໂດຍກຸ່ມຮ່ວມມືຜະລິດໄດ້ມີໜ້າຢູ່ຮ້ານສັບພະສິນຄ້າຫຼາຍແຫ່ງພາຍໃນປະເທດ, ເຊິ່ງສ້າງວຽກເຮັດງານທຳເປັນປະຈຳ ແລະ ແຫຼ່ງລາຍຮັບເປັນປົກກະຕິໃຫ້ແກ່ນັບສິບຄອບຄົວສະມາຊິກຊາວໜຸ່ມ, ຊາວໜຸ່ມ
ອ້າຍ ຢາງອາຟອງ, ເລຂາຄະນະຊາວໜຸ່ມຕາແສງ ບ້ານລາງ, ເມືອງ ຟອງໂຖ ໃຫ້ຮູ້ວ່າ: ກຸ່ມຮ່ວມມືຊາວໜຸ່ມ ບ້ານລ້າງ ແມ່ນຮູບແບບ Startup ທີ່ປະສົບຜົນສຳເລັດທຳອິດຂອງຄະນະສະມາຊິກຊາວໜຸ່ມ, ຊາວໜຸ່ມໃນທ້ອງຖິ່ນ. ການເຄື່ອນໄຫວຂອງກຸ່ມຮ່ວມມືບໍ່ພຽງແຕ່ຊ່ວຍໃຫ້ພໍ່ແມ່ປະຊາຊົນຊາວກະສິກອນຈຳໜ່າຍຜະລິດຕະພັນກ້ວຍໄດ້ເທົ່ານັ້ນ ຫາກຍັງປຸກລຸກຂະບວນການຊາວໜຸ່ມ Startup, ສ້າງຄວາມຮັ່ງມີຢູ່ທ້ອງຖິ່ນອີກດ້ວຍ:
ເມື່ອທ້ອງຖິ່ນມີໝາກກ້ວຍເປັນຈຳນວນຫຼາຍ ແລະ ປະສົບຄວາມຫຍຸ້ງຍາກໃນການຈຳໜ່າຍ, ບັນດາສະມາຊິກຊາວໜຸ່ມ, ຊາວໜຸ່ມໄດ້ກ້າຫານສ້າງກຸ່ມ ແລະ ສະເໜີຮູບແບບເພື່ອອົບກ້ວຍ. ທີໜຶ່ງແມ່ນສາມາດຮັກສາໄດ້ດົນກວ່າ, ທີສອງແມ່ນສາມາດສົ່ງໄປຂາຍຢູ່ຕະຫຼາດພາຍໃນປະເທດ.
ປີກາຍນີ້, ກຸ່ມໃຫ້ຄຳປຶກສາຊາວໜຸ່ມ Startup ຂຶ້ນກັບຄະນະຊາວໜຸ່ມແຂວງ ລາຍເຈົາ ໄດ້ໃຫ້ຄຳປຶກສາສະມາຊິກຊາວໜຸ່ມ, ຊາວໜຸ່ມ Startup, ສ້າງຄວາມຮັ່ງມີ ກວ່າ 2.000 ຄົນ. ມີຫຼາຍກຸ່ມໄດ້ສ້າງຕັ້ງຢູ່ບັນດາຕາແສງ, ເມືອງ, ເທດສະບານ ກາຍເປັນເວທີປາໄສເຕົ້າໂຮມບັນດາສະມາຊິກຊາວໜຸ່ມ, ຊາວໜຸ່ມດີເດັ່ນ, ສ້າງແຫຼ່ງບັນດານໃຈໃຫ້ແກ່ຊາວໜຸ່ມຫ້າວຫັນພັດທະນາເສດຖະກິດ. ເອື້ອຍ ລູ່ທິຢົວ, ເລຂາຄະນະຊາວໜຸ່ມຕາແສງ ນຸ່ງນ່າງ, ເມືອງ ຕາເດື່ອງ, ແຂວງ ລາຍເຈົາ ໃຫ້ຮູ້ວ່າ:
ໃນ 2 ປີມານີ້, ຂະບວນການຊາວໜຸ່ມ Startup, ສ້າງຄວາມຮັ່ງມີຂອງສະມາຊິກຊາວໜຸ່ມ, ຊາວໜຸ່ມໃນບໍລິເວນຕາແສງກໍ່ມີບາດກ້າວທີ່ດີ ແລະ ມີການປ່ຽນແປງໃໝ່. ສະມາຊິກຊາວໜຸ່ມໄດ້ມີຄວາມຮັບຮູ້ໃນການປ່ຽນປູກຜົນລະປູກຄື ປູກໂສມຕັງກຸຍ, ຕົ້ນໄມ້ກິນໝາກຂອງເຂດຮ້ອນ, ຕົ້ນໝາກໜອດ... ພວກຂ້າພະເຈົ້າຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອໜູນຊ່ວຍສະມາຊິກຊາວໜຸ່ມ, ຊາວໜຸ່ມກູ້ຢຶມເງິນ ກໍ່ຄືໜູນຊ່ວຍດ້ານເຕັກນິກ, ສ້າງກຸ່ມຮ່ວມມືເພື່ອໃຫ້ສະມາຊິກຊາວໜຸ່ມ, ຊາວໜຸ່ມມີຫຼາຍໂອກາດໄດ້ລົງຕົວຈິງ ແລະ ພົບປະແລກປ່ຽນ, ເປີດກວ້າງ ແລະ ພັດທະນາຮູບແບບ.
ຢູ່ ລາຍເຈົາ ປັດຈຸບັນມີ 200 ຮູບແບບສະມາຊິກຊາວໜຸ່ມ, ຊາວໜຸ່ມດຳເນີນເສດຖະກິດທີ່ມີມູນຄ່າແຕ່ 100 ລ້ານດົ່ງຂຶ້ນໄປ, ຂຶ້ນກັບບັນດາຂົງເຂດຜະລິດກະສິກຳ, ປ່າໄມ້, ການປະມົງ, ຫັດຖະກຳ, ສ້າງ ແລະ ດຳເນີນທຸລະກິດການບໍລິການທ່ອງທ່ຽວ. ບັນດາຮູບແບບສ່ວນຫຼາຍມີຂອບສະໜາດກາງ ແລະ ນ້ອຍ, ດ້ວຍຍອດມູນຄ່າການບໍລິການແຕ່ 100 ລ້ານດົ່ງ ຫາ 1 ຕື້ດົ່ງ/ປີ, ນຳມາເຊິ່ງຜົນກຳໄລແຕ່ 50 ລ້ານດົ່ງ ຫາ 200 ລ້ານດົ່ງ/ປີ. ເອື້ອຍ ເບທິບັ່ງ, ຮອງເລຂາຄະນະຊາວໜຸ່ມແຂວງ ລາຍເຈົາ ໃຫ້ຮູ້ວ່າ:
ຄະນະປະຈຳຄະນະຊາວໜຸ່ມຈະສືບຕໍ່ຜັນຂະຫຍາຍໂຄງການໜູນຊ່ວຍຊາວໜຸ່ມ Startup, ສ້າງຄວາມຮັ່ງມີ, ປະຕິບັດວຽກງານໂຄສະນາ, ຍົກອອກແບບຢ່າງທີ່ດີ, ສ້າງແຫຼ່ງບັນດານໃຈໃຫ້ແກ່ສະມາຊິກຊາວໜຸ່ມ, ຊາວໜຸ່ມດີເດັ່ນໃນການ Startup, ພັດທະນາເສດຖະກິດ. ຕັ້ງໜ້າເຊັນບັນດາໂຄງການສົມທົບກັນເພື່ອສ້າງແຫຼ່ງທຶນໃຫ້ແກ່ຊາວໜຸ່ມ, ມານະພະຍາຍາມປະຕິບັດສຳເລັດການສ້າງກອງທຶນໜູນຊ່ວຍຊາວໜຸ່ມ Startup. ຜ່ານນັ້ນ, ກໍ່ໝູນໃຊ້ຄວາມສາມາດບົ່ມຊ້ອນ, ທ່າແຮງ, ບັນດາລະບົບບຸລິມະສິດຂອງແຂວງຢ່າງສຸດຂີດເພື່ອສ້າງທ່ວງທ່າໃຫ້ແກ່ຊາວໜຸ່ມສືບຕໍ່ພັດທະນາ.
ເລື່ອງລາວກ່ຽວກັບບັນດາຊາວໜຸ່ມ ລາຍເຈົາ Startup, ສ້າງຄວາມຮັ່ງມີໃນສັງກາດໃໝ່ບໍ່ພຽງແຕ່ແມ່ນເລື່ອງລາວຂອງຄວາມມານະພະຍາຍາມສ່ວນຕົວເທົ່ານັ້ນ, ຫາກຍັງແມ່ນແບບຢ່າງໃນການ Startup ຂອງໄວໜຸ່ມອີກດ້ວຍ. ບໍ່ພຽງແຕ່ຜ່ານຜ່າຄວາມຫຍຸ້ງຍາກ, ເຂົາເຈົ້າຍັງມີຄວາມກ້າຫານຕ້ອນຮັບໂອກາດຈາກການປະຕິວັດອຸດສາຫະກຳ 4.0, ຍົກອອກ ແລະ ໝູນໃຊ້ບັນດາຂໍ້ລິເລີ່ມ Startup ເຂົ້າໃນຕົວຈິງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ - ສັງຄົມແບບຍືນຍົງຂອງບ້ານເກີດເມືອງນອນ.