(VOVWORLD) - ໃນຊີວິດເປັນນັກຂ່າວ, ການໄປເຮັດຂ່າວຢູ່ເມືອງເກາະ ເຈື່ອງຊາ ແມ່ນສິ່ງທີ່ພິເສດ ແລະ ຍາກທີ່ຈະຫຼົງລືມໄດ້ສຳລັບບັນດານັກຂ່າວ. ເຂົາເຈົ້າຕ້ອງຜ່ານຜ່າການເດີນທະເລທີ່ເຕັມໄປດ້ວຍພະຍຸລົມແຮງ, ໄປຍັງເກາະ ເຈື່ອງຊາ ເພື່ອຮູ້ສຶກໄດ້ເຖິງການເສຍສະຫຼະແບບມິດງຽບຂອງພະນັກງານ, ນັກຮົບ, ປະຊາຊົນເມືອງເກາະ, ຈາກນັ້ນ ກໍຜະລິດອອກບັນດາຜົນງານທີ່ແທດຈິງ, ມີຊີວິດຊີວາ, ປະກອບສ່ວນໂຄສະນາກ່ຽວກັບອະທິປະໄຕທະເລ, ໝູ່ເກາະທີ່ສັກກະລະຂອງຊາດ.
ຈຸດເວລາທີ່ສຽງແກກ່ຳປັ່ນລຳຕ່າງໆດັງຂຶ້ນຄືເປັນການລາທ່າກ່ຳປັ່ນເພື່ອອອກນອກຝັ່ງ, ມຸ່ງໄປທາງເກາະ ເຈື່ອງຊາ ໄດ້ຝັງເລິກໃນຄວາມຊົງຈຳຂອງບັນດານັກຂ່າວ - ກຳລັງປະຈັນບານໂຄສະນາເຜີຍແຜ່ກ່ຽວກັບທະເລໝູ່ເກາະ. ການທີ່ໄດ້ໄປຢາມເກາະ ເຈື່ອງຊາ ແມ່ນໂອກາດທີ່ຫາຍາກໃນຊີວິດເປັນນັກຂ່າວ, ດັ່ງນັ້ນ ນັກຂ່າວແຕ່ລະຄົນລ້ວນແຕ່ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອເຮັດຂ່າວ, ຍາດເວລາເກັບກຳຂໍ້ມູນຍິ່ງຫຼາຍກໍຍິ່ງດີ. ນາງ ທີຍຸງ, ນັກຂ່າວໜັງສືພິມ ຟາບລວດ (ກົດໝາຍ) ນະຄອນ ໂຮ່ຈີມິນ, ໄດ້ແບ່ງປັນວ່າ ໄປ ເຈື່ອງຊາ ຮູ້ສຶກວ່າ ມື້ໜຶ່ງຄືຍາວກວ່າປົກກະຕິ. ຍຸງ ຕື່ນແຕ່ເຊົ້າ, ຍາດໂອກາດຖ່າຍຮູບ, ຈົດຂໍ້ມູນ ແລະ ສຳພາດພະນັກງານ, ນັກຮົບ ແລະ ປະຊາຊົນເມືອງ ເກາະ.
“ຄວາມປະທັບໃຈທຳອິດຂອງຂ້າພະເຈົ້າກ່ຽວກັບ ເຈື່ອງຊາ ແມ່ນແດດ, ລົມ ແລະ ຄວາມເຄັມຂອງທະເລ. ເຖິງຢ່າງໃດກໍຕາມ, ຄວາມອົງອາດກ້າແກ່ນຂອງພະນັກງານ, ນັກຮົບ ແລະ ປະຊາຊົນ ເມືອງເກາະ ຈຶ່ງແມ່ນສິ່ງທີ່ຂ້າພະເຈົ້າຈື່ຈຳຕະຫຼອດຊີວິດ. ເມື່ອໂອ້ລົມກັບບັນດານັກຮົບໜຸ່ມ, ໃນເບື້ອງຕົ້ນ, ຂ້າພະເຈົ້າຄິດວ່າ ເຂົາເຈົ້າຈະບໍ່ມ່ວນຍ້ອນຢູ່ຫ່າງໄກຈາກຄອບຄົວ, ແຕ່ຂ້າພະເຈົ້າຮູ້ສຶກໄດ້ເຖິງຄວາມເອກອ້າງທະນົງໃຈ, ຄວາມຕັດສິນໃຈປົກປັກຮັກສາທະເລໝູ່ເກາະຂອງບ້ານເກີດເມືອງນອນທີ່ສະແດງອອກຜ່ານຮອຍຍິ້ມ, ສີໜ້າສີຕາຂອງເຂົາເຈົ້າ”.
ນາງ ທີຍຸງ, ນັກຂ່າວໜັງສືພິມ ຟາບລວດ |
ການໄປ ເຈື່ອງຊາ ແມ່ນເພື່ອມີຄວາມເຂົ້າໃຈກ່ຽວກັບຄວາມມານະພະຍາຍາມ ແລະ ນ້ຳໃຈຜ່ານຜ່າຄວາມທຸກຍາກ, ລຳບາກຂອງພະນັກງານ, ນັກຮົບ ແລະ ປະຊາຊົນເມືອງເກາະ… ຈາກນັ້ນ, ກໍກຳນົດຄວາມຮັບຜິດຊອບຂອງຕົນເມື່ອເວລາຂຽນບົດສ່ອງແສງກ່ຽວກັບຊີວິດການເປັນຢູ່ຂອງພະນັກງານ, ນັກຮົບ ແລະ ປະຊາຊົນທີ່ພວມປົກປັກຮັກສາທະເລໝູ່ເກາະບ້ານເກີດເມືອງນອນທັງເວັນ ແລະ ຄືນ ຢ່າງແທດຈິງ. ນັກຂ່າວ ລານເຟືອງ, ພະແນກລາຍການກະຈາຍສຽງພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ (VOV5) ຜູ້ທີ່ຕິດພັນກັບການໄປເຮັດຂ່າວຢູ່ ເຈື່ອງຊາ ແລະ ທະເລໝູ່ເກາະເປັນເວລາຫຼາຍປີ ໄດ້ແບ່ງປັນວ່າ:
“ສຳລັບຂ້າພະເຈົ້າແລ້ວ, ການໄປເຮັດຂ່າວຢູ່ ເຈື່ອງຊາ ມັນຕ່າງກັບການເຮັດຂ່າວຢູ່ເຂດດິນຕໍ່ແຜ່ນຫຼາຍ. ເມື່ອເປັນນັກຂ່າວ ຕ້ອງທຸ້ມກາຍທຸ້ມໃຈ, ກ້າໄປເກັບຂ່າວຢູ່ພູມສັນຖານທີ່ຍາກ ກັນດານ. ເພາະວ່າ ນັ້ນແມ່ນບ່ອນເພື່ອຝຶກຝົນຈັນຍາບັນ ແລະ ຍົກສູງວິຊາຊີບຂອງຕົນ. ຂ້າພະເຈົ້າເຄີຍໄປ ເຈື່ອງຊາ 07 ຄັ້ງ ແລະ ຄັ້ງໃດກໍເຕັມໄປດ້ວຍອາລົມຈິດຄວາມຮັກແພງ. ນັ້ນແມ່ນຄວາມຮັກທີ່ມີຕໍ່ທະເລ, ນັ້ນແມ່ນຄວາມເຄົາລົບຕໍ່ເຈດຈຳນົງຂອງບັນດາທະຫານເຮືອ, ເຖິງວ່າເງື່ອນໄຂດຳລົງຊີວິດຈະມີຄວາມຫຍຸ້ງຍາກຫຼາຍຢ່າງກໍຕາມ ແຕ່ບັນດາພະນັກງານ, ນັກຮົບຍັງອົງອາດກ້າແກ່ນປ້ອງກັນທະເລ, ປະຕິບັດສຳເລັດໜ້າທີ່ປົກປັກຮັກສາເຂດທະເລນ່ານຟ້າຂອງປະເທດຊາດເປັນຢ່າງດີ”.
ນັກຂ່າວ ລານເຟືອງ, ພະແນກລາຍການກະຈາຍສຽງພາກພາສາຕ່າງປະເທດ ຍາດເວລາສຳພາດທະຫານປົກປັກຮັກສາທະເລໝູ່ເກາະ |
ອາກາດຢູ່ ເຈື່ອງຊາ, ໂດຍສະເພາະແມ່ນຊຸມເດືອນທ້າຍປີ ແມ່ນປ່ຽນແປງຮ້າຍແຮງທີ່ສຸດ, ມີຄື້ນແຮງທີ່ສຸດ, ຝົນຕົກຫຼາຍ… ແຕ່ບັນດາຄວາມຫຍຸ້ງຍາກເຫຼົ່ານັ້ນ ຍິ່ງເຮັດໃຫ້ຄວາມສຸດຈິດສຸດໃຈ, ນ້ຳໃຈຄວາມຮັບຜິດຊອບຂອງບັນດານັກຂ່າວເພີ່ມຂຶ້ນຫຼາຍເທົ່າ. ນັກຂ່າວ ຫງວຽນເຖຫຼາມ, ຫົວໜ້າ, ບັນນາທິການໃຫຍ່ສູນການສື່ສານ ແຂວງ ກວາງນິງ, ແບ່ງປັນວ່າ ເມື່ອໄປ ເຈື່ອງຊາ, ບັນດານັກຂ່າວທັງສູ້ຊົນກັບເງື່ອນໄຂເກັບຂ່າວໃຫ້ສຳເລັດ, ທັງເອົາຊະນະຕົນເອງເພື່ອເຮັດຂ່າວ:
“ໃນການເດີນທາງໄປເຮັດຂ່າວຢູ່ ເຈື່ອງຊາ ຂອງຂ້າພະເຈົ້າ, ອາກາດແມ່ນບໍ່ສະດວກ. ຄື້ນ ບວກກັບລົມແຮງ, ຝົນຕົກໜັກ. ເຖິງຢ່າງໃດກໍຕາມ, ພວກຂ້າພະເຈົ້າກໍກຳນົດວ່າ ອາກາດພະຍຸຝົນຕົກຢູ່ເຂດທະເລໝູ່ເກາະ ແມ່ນເລື່ອງທຳມະດາ. ອາກາດຈະຮ້າຍແຮງກວ່າ ພວກຂ້າພະເຈົ້າກໍຈະພະຍາຍາມຈົນສຸດຄວາມສາມາດເພື່ອເກັບຂ່າວ, ບັນທຶກບັນດາຮູບພາບທີ່ແທດຈິງທີ່ສຸດ, ມີຊີວິດຊີວາທີ່ສຸດຢູ່ ເຈື່ອງຊາ ໄວ້ ແລ້ວນຳສະເໜີເຖິງປະຊາຊົນຢູ່ເຂດດິນຕໍ່ແຜ່ນ ແລະ ຊາວ ຫວຽດນາມ ອາໄສຢູ່ ຕ່າງປະເທດ”.
ທ່ານ ພັນຕີ, ນັກຂ່າວ ຫງວຽນແຄັງງອກ, ສູນວິທະຍຸກະຈາຍສຽງ - ໂທລະພາບ ກອງທັບ ກໍເຄີຍເດີນທາງໄປ ເຈື່ອງຊາ 4 ເທື່ອ ໄດ້ແບ່ງປັນວ່າ ການໄປເຮັດຂ່າວ ແລະ ບັນທຶກຈຸດເວລາອັນສັກກະລະບູຊາຢູ່ ເຈື່ອງຊາ ນັ້ນ ແມ່ນຄວາມເອກອ້າງທະນົງໃຈທີ່ບໍ່ອາດພັນລະນາດ້ວຍຄຳເວົ້າໄດ້:
“ບັນດານ້ຳໃຈເຊິ່ງບັນດານັກຮົບ ແລະ ປະຊາຊົນ ເຈື່ອງຊາ ມີຕໍ່ນັກຂ່າວພວກຂ້າພະເຈົ້າ ແມ່ນອົບອຸ່ນ ແລະ ຈິງໃຈທີ່ສຸດ... ສິ່ງດັ່ງກ່າວເຮັດໃຫ້ຄວາມຮັກຂອງພວກຂ້າພະເຈົ້າ ທີ່ມີຕໍ່ ເຈື່ອງຊາ ຍິ່ງເພີ່ມຂຶ້ນ. ແຕ່ລະຄັ້ງທີ່ມານີ້, ບໍ່ພຽງແຕ່ແມ່ນໜ້າທີ່ເທົ່ານັ້ນ ຫາກຍັງແມ່ນການເດີນທາງແຫ່ງຄວາມຮັກຊາດ, ຄວາມຮັບຜິດຊອບ ແລະ ຄວາມເອກອ້າງທະນົງໃຈອີກດ້ວຍ”.
ນັກຂ່າວ ຫງວຽນເຖຫຼາມ ພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກເພື່ອເຮັດຂ່າວ (ພາບ: VOV5) |
ກ່ຳປັ່ນແຕ່ລະຖ້ຽວທີ່ມາ ເຈື່ອງຊາ ແກ່ຍາວພຽງແຕ່ 7 – 15 ວັນ, ສະນັ້ນ ສຳລັບບັນດານັກຂ່າວ, ແຕ່ລະຈຸດເວລາທີ່ຜ່ານພົ້ນໄປລ້ວນແຕ່ແມ່ນສິ່ງທີ່ລ້ຳຄ່າ, ທຸກຄົນຕ່າງກໍມານະພະຍາຍາມເພື່ອສ່ອງແສງກ່ຽວກັບຊີວິດຂອງທະຫານ, ປະຊາຊົນ ແລະ ແຕ່ລະລົມຫາຍໃຈຂອງທະເລໝູ່ເກາະຂອງບ້ານເກີດເມືອງນອນໃຫ້ໄວສຸດ, ທັນການທີ່ສຸດ. ບັນດາຜົນງານ ຄືດັ່ງເປັນຄື້ນຂົວຕໍ່ລະຫວ່າງເຂດດິນຕໍ່ແຜ່ນກັບທະເລໝູ່ເກາະ ແລະ ຢູ່ສອງຟາກແຫ່ງຄວາມຊົງຈຳນັ້ນ, ທະເລໝູ່ເກາະ ແລະ ດິນຕໍ່ແຜ່ນ ໄດ້ເຊື່ອມຕໍ່ດ້ວຍບັນດາ ຜູ້ສື່ຂ່າວຈາກໝູ່ເກາະ ເຈື່ອງຊາ ທີ່ຮັກແພງ.