(VOVWORLD) - ຕາແສງ ໂວແຈງ ແມ່ນເຂດປູກຕົ້ນຊາຈຸດສຸມຂອງແຂວງ ຖາຍງວຽນ ດ້ວຍເນື້ອທີ່ປູກຕົ້ນຊາກວ່າ 2.000 ເຮັກຕາ. ທ້ອງຖິ່ນພວມຍູ້ແຮງການໝູນໃຊ້ເຕັກໂນໂລຢີດີຈີຕອນເຂົ້າໃນການຜະລິດ, ຍົກສູງປະລິມານ, ເປີດກວ້າງຕະຫຼາດບໍລິໂພກ ແລະ ສ້າງເຄື່ອງໝາຍການຄ້າຕົ້ນຊາຕາມທິດພັດທະນາຢ່າງວ່ອງໄວ ແລະ ຍືນຍົງ.
ສະມາຊິກໃນສະຫະກອນຊາ ແຄກົກ ແນະນຳກ່ຽວກັບຊາໃຫ້ແກ່ແຂກ (ພາບ: VOV) |
ໃນບັນດາໂນນຊາສີຂຽວອຸ່ມທຸ່ມຢູ່ຄຸ້ມບ້ານ ແຄກົກ, ລົມຫາຍໃຈຂອງຍຸກສະໄໝເຕັກໂນໂລຢີໄດ້ຮັບການແຜ່ກະຈາຍຢ່າງເຫັນໄດ້ຊັດ. ເມື່ອກ່ອນນີ້, ການຫົດນ້ຳແມ່ນໃຊ້ແຮງງານຄົນທັງໝົດ, ແຕ່ປັດຈຸບັນ, ລະບົບຫົດນ້ຳອັດຕະໂນມັດ ແລະ ເຄິ່ງອັດຕະໂນມັດໄດ້ນຳເຂົ້າໝູນໃຊ້ຢູ່ໄຮ່ໂນນຕົ້ນຊາແລ້ວ. ສິ່ງທີ່ໜ້າສົນໃຈແມ່ນ ຢູ່ໃນເນື້ອທີ່ປູກຕົ້ນຊາຈຳນວນໜຶ່ງ, ເຕັກໂນໂລຢີດີຈີຕອນໄດ້ຮັບການໝູນໃຊ້ຢ່າງກວ້າງຂວາງ. ພຽງແຕ່ນຳໃຊ້ໂທລະສັບມືຖື, ພໍ່ແມ່ປະຊາຊົນກໍສາມາດຕິດຕາມສະພາບອາກາດ, ຕິດຕາມກວດກາການໃສ່ຝຸ່ນ, ເວລາຕ້ອງການຫົດນ້ຳ, ປະຊາຊົນພຽງແຕ່ກົດໃນໜ້າຈໍໂທລະສັບອັດສະລິຍະເທົ່ານັ້ນ. ທ່ານ ໂຕວັນຄຽມ, ຫົວໜ້າຄຸ້ມບ້ານ ແຄກົກ, ປະທານສະພາບໍລິຫານສະຫະກອນ ຊາ ແຄກົກ ໃຫ້ຮູ້ວ່າ:
“ແຕ່ລະມື້, ພໍ່ແມ່ປະຊາຊົນອອກແຮງງານຜະລິດແນວໃດແມ່ນຈະຕ້ອງຈົດໃສ່ປຶ້ມໄວ້. ດັ່ງນັ້ນ, ພວກຂ້າພະເຈົ້າຈຶ່ງໝູນໃຊ້ຊອັບແວ VNPT Green ເຂົ້າໃນການບັນທຶກປະຈຳວັນໃຫ້ແກ່ຄອບຄົວປູກຕົ້ນຊາໂດຍຕິດຕັ້ງໃນໂທລະສັບມືຖືໃຫ້ພໍ່ແມ່ປະຊາຊົນມີຄວາມສະດວກກວ່າຫຼາຍ. ນອກຈາກນັ້ນແລ້ວ ຍັງມີລະບົບຫົດນ້ຳອັດຕະໂນມັດແບບຄົບວົງຈອນ. ຢູ່ທີ່ນີ້, ພວກຂ້າພະເຈົ້າຫາກໍທົດລອງຮູບແບບໜຶ່ງທີ່ມີເນື້ອທີ່ກວ້າງປະມານ 2 ເຮັກຕາ”.
ການນຳໃຊ້ໂທລະສັບມືຖື ແລະ ບັນດາເຕັກໂນໂລຢີດີຈີຕອນເຂົ້າໃນການຄຸ້ມຄອງຊາ ໄດ້ເຮັດໃຫ້ການປູກຝັງ ແລະ ບົວລະບັດຊາໄດ້ດີກວ່າເກົ່າ (ພາບ: VOV) |
ສະເພາະຢູ່ຄຸ້ມບ້ານ ແຄກົກ, ຕາແສງ ໂວແຈງ, ມີທັງໝົດ 142 ຄອບຄົວ, ໃນນັ້ນ ມີເຖິງ 137 ຄອບຄົວທີ່ປູກຕົ້ນຊາ, ເນື້ອທີ່ລວມທັງໝົດເກືອບ 90 ເຮັກຕາ. ເລື່ອງໝູນໃຊ້ເຕັກໂນໂລຢີດີຈີຕອນ, ພິເສດແມ່ນ “ປຶ້ມບັນທຶກປະຈຳວັນຂອງຄອບຄົວກະສິກຳແບບເອເລັກໂຕນິກ” ເຂົ້າໃນການປູກຝັງໄດ້ເຮັດໃຫ້ແຕ່ລະຍອດຊາກາຍເປັນຜະລິດຕະພັນທີ່ມີຕົ້ນກຳເນີດຢ່າງຈະແຈ້ງ. ໄປຄຽງຄູ່ກັນນັ້ນ, ການໝູນໃຊ້ເຕັກໂນໂລຢີຫົດນ້ຳທີ່ທັນສະໄໝ ກໍຊ່ວຍເພີ່ມປະລິມານການຜະລິດ, ປະສິດທິຜົນທາງດ້ານເສດຖະກິດຂອງປະຊາຊົນກໍໄດ້ຮັບການຍົກສູງຂຶ້ນຢ່າງເຫັນໄດ້ຊັດ. ປ້າ ດົ່ງທິລຽນ, ຢູ່ຄຸ້ມບ້ານ ແຄກົກ, ແບ່ງປັນວ່າ:
“ກ່ຽວກັບການຄຸ້ມຄອງ, ປັດຈຸບັນໄດ້ຮັບການຄວບຄຸມຖືກຕາມເວລາ, ການບົວລະບັດກໍຖືກຕາມຂັ້ນຕອນ ແລະ ເໝາະສົມ. ດັ່ງນັ້ນ ເຮັດໃຫ້ຜູ້ບໍລິໂພກມີຄວາມເຊື່ອໝັ້ນຕໍ່ຜະລິດຕະພັນຂອງເຮົາຫຼາຍຂຶ້ນ. ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າຈະສືບຕໍ່ໝູນໃຊ້ເຕັກໂນໂລຢີເພື່ອໃຫ້ຕົ້ນຊານັບມື້ນັບພັດທະນາ”.
ໃນວິວັດການຫັນເປັນດີຈີຕອນຢູ່ ໂວແຈງ, ອຳນາດການປົກຄອງທ້ອງຖິ່ນໄດ້ສວມບົດບາດເປັນ “ຂົວຕໍ່” ເພື່ອນຳບັນດາໜ່ວຍສະຫະກອນ, ສະຫະກອນພ້ອມກັນເຂົ້າຮ່ວມລະບົບນິເວດດີຈີຕອນ. ຈາກການນຳໃຊ້ແອັບຟຼີເຄຊັນເພື່ອຕິດຕາມສະພາບອາກາດຕະຫຼອດຮອດການຕິດຕາມຄອບຄົວຊາວກະສິກອນ, ເຕັກໂນໂລຢີພວມຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍໃນການອອກແຮງງານລົງໃນລະດັບຕ່ຳສຸດ ແລະ ຊ່ວຍໃຫ້ພໍ່ແມ່ພີ່ນ້ອງກຳໄດ້ສະພາບການພັດທະນາຂອງຕົ້ນຊາຢ່າງຊັດເຈນ. ທ່ານນາງ ຫງວຽນທິຖຸຍ, ປະທານສະມາຄົມຊາວກະສິກອນຕາແສງ ໂວແຈງ, ໃຫ້ຮູ້ວ່າ:
“ໂດຍເລີ່ມຈາກຄວາມຕ້ອງການຕົວຈິງ, ສະນັ້ນ ເມື່ອພວກຂ້າພະເຈົ້າໝູນໃຊ້ເຕັກໂນໂລຢີເຂົ້າໃມການປູກຝັງ, ພໍ່ແມ່ພີ່ນ້ອງມີຄວາມດີໃຈຫຼາຍ. ພວກຂ້າພະເຈົ້າໄດ້ສົມທົບກັບກຸ່ມບໍລິສັດໄປຊະນີໂທລະຄົມມະນາຄົມ, ບັນດາໜ່ວຍງານວິຊາການ ແລະ ສະມາຄົມຊາວກະສິກອນຂອງແຂວງ ຈັດຊຸດຝຶກອົບຮົມລົງເລິກກ່ຽວກັບການຫັນເປັນດີຈີຕອນ. ໃນປີຜ່ານມາ, ບັນດາຄອບຄົວມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບບົດບາດ, ຄວາມສຳຄັນ ແລະ ຄວາມໝາຍຂອງການຫັນເປັນດີຈີຕອນ”.
ຢູ່ຕາແສງ ໂວແຈງ, ການຫັນເປັນດີຈີຕອນບໍ່ພຽງແຕ່ແມ່ນຂະບວນການເທົ່ານັ້ນ, ຫາກຍັງແມ່ນໜ້າທີ່ຈຸດສຸມທີ່ໄດ້ຫັນເປັນລະອຽດດ້ວຍມະຕິຂອງອົງຄະນະພັກຕາແສງ ໂວແຈງ. ຕາມທ່ານ ຮວ່າງວັນທຽນ, ເລຂາພັກຕາແສງ ໂວແຈງ ແລ້ວ, ເປົ້າໝາຍຂອງທ້ອງຖິ່ນແມ່ນຫັນລະບົບມູນຄ່າເປັນດີຈີຕອນຢ່າງຮອບດ້ານ, ນັບແຕ່ຂອດປູກຝັງ, ເກັບກ່ຽວຕະຫຼອດຮອດການປຸງແຕ່ງ ແລະ ຈຳໜ່າຍຜະລິດຕະພັນຊາ:
“ພວກຂ້າພະເຈົ້າກຳນົດວ່າ ຕ້ອງຍູ້ແຮງການໝູນໃຊ້ວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນໃນຂົງເຂດກະສິກຳ, ຈຸດສຸມແມ່ນຕົ້ນຊາ. ພວກຂ້າພະເຈົ້າໄດ້ວາງເປົ້າໝາຍວ່າ 100% ວິສາຫະກິດ, ສະຫະກອນທີ່ມີເຂດວັດຖຸດິບຕົ້ນຊານັ້ນ ຈະໝູນໃຊ້ເຕັກໂນໂລຢີດີຈີຕອນເຂົ້າໃນການປູກຝັງ ແລະ ຄຸ້ມຄອງລະບົບຜະລິດຕະພັນກະເສດ. ຜ່ານນັ້ນ ກໍຮັບປະກັນຄວາມຈະແຈ້ງດ້ານຂ້ມູນ, ຕົ້ນກຳເນີດ, ຍົກສູງຄຸນນະພາບ ແລະ ເຄື່ອງໝາຍການຄ້າ ຊາ ໂວແຈງ ຂຶ້ນ”.
ການກົດເຂົ້າໃນໜ້າຈໍໂທລະສັບ, ບັນດາ “ປຶ້ມບັນທຶກປະຈຳວັນດີຈີຕອນ” ຂອງພໍ່ແມ່ຊາວກະກອນຢູ່ຄຸ້ມບ້ານ ແຄກົກ ພວມສ້າງໂສມໜ້າໃໝ່ໃຫ້ແກ່ຕາແສງ ໂວແຈງ. ການຫັນເປັນດີຈີຕອນ ບໍ່ພຽງແຕ່ຊ່ວຍຍົກສູງມູນຄ່າຕົ້ນຊາຂຶ້ນເທົ່ານັ້ນ ຫາກຍັງປ່ຽນແປງຈິນຕະນາການຂອງຊາວກະສິກອນຈາກການຜະລິດກະສິກຳແບບເກົ່າ ໄປສູ່ກະສິກຳເຕັກໂນໂລຢີສູງ, ອັນໄດ້ນຳມາເຊິ່ງປະສິດທິຜົນທາງດ້ານເສດຖະກິດສູງ./.