(vovworld) -
ຂ້າພະເຈົ້າຢາກຂຽນກ່ຽວກັບທ່ານນາງ Nguyen Thi Binh, ຜູ້ຍິງທີ່ດີເດັ່ນຂອງຫວຽດນາມ, ຂຽນກ່ຽວກັບປະເທດຫວຽດນາມ, ພິເສດແມ່ນສົງຄາມຢູ່ຫວຽດນາມ, ນັບທັງທຸກສິ່ງທຸກຢ່າງພາຍຫຼັງສົງຄາມຫວຽດນາມ ອີກ. ນັ້ນແມ່ນຄວາມໃນໃຈຂອງນັກປະພັນຍິງຄົນຍີ່ປຸ່ນ Hiramatsu Tomoko, ຜູ້ທີ່ໄດ້ເຂົ້າຮ່ວມຂະບວນການຕ້ານສົງຄາມຢູ່ຫວຽດນາມ ແລະໄດ້ສະໜັບສະໜູນຫວຽດນາມ ຢ່າງສຸດຈິດສຸດໃຈ.
ທ່ານນາງ Nguyen Thi Binh, ອະດີດຮອງປະທານປະເທດ, ອະດີດລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ
(ພາບ: google.com.vn)
|
ຈາກການນິຍົມຮູບພາບຜູ້ຍິງຫວຽດນາມ ທີ່ດີເດັ່ນ ທ່ານນາງ Nguyen Thi Binh, ອະດີດຮອງປະທານປະເທດ, ອະດີດລັດຖະມົນຕີກະຊວງການຕ່າງປະເທດລັດຖະບານປະຕິວັດຊົ່ວຄາວ ສາທາລະນະລັດພາກໃຕ້ຫວຽດນາມ, ທີ່ການເຈລະຈາສັນຍາປາຮີ (ປີ 1972), ນັກປະພັນຍີ່ປຸ່ນ Hiramatsu Tomoko ໄດ້ມີຄວາມຕັ້ງໃຈຂຽນປຶ້ມທີ່ມີຫົວຂໍ້ວ່າ: ”Nguyen Thi Binh, ຜູ້ຍິງທີ່ເຮັດໃຫ້ໂລກມີການປ່ຽນແປງ”. ຈາກນັ້ນ, ນັກປະພັນ Hiramatsu Tomoko ໄດ້ມີການເຄື່ອນໄຫວໜູນຊ່ວຍຫວຽດນາມຢ່າງແທດຈິງຫຼາຍຢ່າງ. ປີ 1969, ເມື່ອດຳເນີນກອງປະຊຸມ ປາຮີ ກ່ຽວກັບບັນຫາສົງຄາມຢູ່ຫວຽດນາມ ນັ້ນ, ນັກປະພັນ Hiramatsu Tomoko ໄດ້ເຫັນຮູບພາບແມ່ຍິງຫວຽດນາມ ຜູ້ໜຶ່ງທີ່ຕາງໜ້າໃຫ້ແກ່ຫວຽດນາມ ໃນເຫດການນີ້.
”ເວລານັ້ນ, ຂ້າພະເຈົ້າຮູ້ສຶກຕື້ນຕັນໃຈທີ່ສຸດກ່ຽວກັບຊາວຫວຽດນາມ. ເພາະວ່າ, ມີຜູ້ຍິງຄົນໜຶ່ງໄດ້ຕ່າງໜ້າໃຫ້ຊາດວິລະຊົນເພື່ອປຶກສາຫາລືກ່ຽວກັບບັນຫາສັນຕິພາບໃຫ້ແກ່ຫວຽດນາມ. ຮູບພາບທ່ານນາງ Binh ໄດ້ພາໃຫ້ຂ້າພະເຈົ້າຄິດເລີຍວ່າ ”ຫວຽດນາມ ຈະໄດ້ຮັບໄຊຊະນະ ຕໍ່ອາເມລິກາຢ່າງແນ່ນອນ”.
ນັກປະພັນຍິງຄົນຍີ່ປຸ່ນ Hiramatsu Tomoko
ມີຄວາມຕື້ນຕັນໃຈເມື່ອໄດ້ພົບປະກັບທ່ານນາງ Nguyen Thi Binh
(ພາບ: google.com.vn)
|
ໃນຕະຫຼອດຊຸມເດືອນປີຕໍ່ໆໄປ, ຄວາມຄິດກ່ຽວກັບແມ່ຍິງຫວຽດນາມ ຜູ້ໜຶ່ງທີ່ໄດ້ຕ່າງໜ້າໃຫ້ຊາດວິລະຊົນໃນການເຈລະຈານັ້ນ ຍາມໃດກໍ່ຝັງເລິກຢູ່ໃນໃຈຂອງນັກປະພັນຜູ້ນີ້. ຄວາມປາຖະໜາຢາກຂຽນປື້ມກ່ຽວກັບແມ່ຍິງຫວຽດນາມ ນັ້ນ ໄດ້ຊຸກຍູ້ທ່ານນາງໄປຊອກຫາເອກະສານຢູ່ບັນດາສະຖາບັນຄົ້ນຄ້ວາ, ຫໍພິພິດທະພັນຢູ່ຍີ່ປຸ່ນ, ແຕ່ເຖິງປີ 2005, ທ່ານນາງຈຶ່ງມາຫວຽດນາມເປັນເທື່ອທຳອິດ, ແລະ ມີໂອກາດໄດ້ພົບປະໂດຍກົງກັບທ່ານນາງ Nguyen Thi Binh. ນັກປະພັນ Hiramatsu Tomoko ເວົ້າຄວາມໃນໃຈສູ່ຟັງວ່າ:
”ຂ້າພະເຈົ້າຖືວ່າ, ນີ້ແມ່ນຄວາມເປັນກຽດ, ເພາະວ່າ, ໂດຍແມ່ນນັກປະພັນທຳມະດາຄືຂ້າພະເຈົ້າ ແຕ່ພັດໄດ້ພົບປະໂດຍກົງກັບຜູ້ຍິງທີ່ດີເດັ່ນຂອງຊາດຫວຽດນາມ. ຂ້າພະເຈົ້າມີໂອກາດໄດ້ພົບປະໂດຍກົງກັບທ່ານນາງ Nguyen Thi Binh 3 ເທື່ອແລ້ວ. ປື້ມຂອງຂ້າພະເຈົ້າທີ່ຂຽນກ່ຽວກັບທ່ານນາງ Nguyen Thi Binh ໄດ້ຮັບການໂຄສະນາ ແລະ ຄັດສະເໜີໃນໜັງສືພິມທີ່ສຳຄັນຂອງຍີ່ປຸ່ນ, ແລະ ປື້ມດັ່ງກ່າວໄດ້ສ້າງຄວາມດຶງດູດຊາວຍີ່ປຸ່ນດ້ວຍຈຳນວນຫຼວງຫຼາຍ”
ໃນປຶ້ມທີ່ມີຫົວຂໍ້ວ່າ: ”Nguyen Thi Binh, ຜູ້ໜຶ່ງທີ່ເຮັດໃຫ້ໂລກມີການປ່ຽນແປງ” ດ້ວຍຄວາມໜາ 300 ໜ້ານັ້ນ. ນັກປະພັນHiramatsu Tomoko ໄດ້ພັນລະນາຄວາມຈິງກ່ຽວກັບຮູບພາບຂອງທ່ານນາງ Nguyen Thi Binh, ການປະກອບສ່ວນຂອງນາງໃນພາລະກິດປະຕິວັດຫວຽດນາມ, ພິເສດແມ່ນຄວາມສາມາດດ້ານການທູດຂອງທ່ານນາງໃນການເຈລະຈາສັນຍາ ປາຮີ, ຢຸດຕິສົງຄາມຢູ່ຫວຽດນາມ, ອັນໄດ້ຊ່ວຍໃຫ້ປະຊາຊົນໂລກມີຄວາມເຂົ້າໃຈແຈ້ງກ່ຽວກັບສົງຄາມທີ່ເປັນທຳຂອງຊາວຫວຽດນາມ. ໃນປື້ມຫົວນີ້ ນັກປະພັນHiramatsu Tomoko ກໍ່ໄດ້ຂຽນກ່ຽວກັບຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຫວຽດນາມ, ບັນດາຜົນຮ້າຍຢ້ອນຫຼັງ ໂດຍທະຫານອາເມລິກາ ກໍ່ຂຶ້ນໃຫ້ແກ່ປະຊາຊົນຫວຽດນາມ ໃນສົງຄາມຄັ້ງນີ້. ເງິນຂາຍປື້ມທັງໝົດ ນັກປະພັນHiramatsu Tomoko ໄດ້ສະໜັບສະໜູນໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຫວຽດນາມ.
ນັກປະພັນ Hiramatsu Tomoko
ໄດ້ຮັບຫຼຽນກາ ”ເພື່ອສັນຕິພາບ, ມິດຕະພາບລະຫວ່າງປະຊາຊາດ”
(ພາບ: google.com.vn)
|
ເພື່ອຮັບຮູ້ບຸນຄູນ, ການສະໜັບສະໜູນ, ການປະກອບສ່ວນຂອງທ່ານນາງທີ່ສະຫງວນໃຫ້ແກ່ຫວຽດນາມ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ມອບຫຼຽນກາ ”ເພື່ອສັນຕິພາບ, ມິດຕະພາບລະຫວ່າງປະຊາຊາດ” ໃຫ້ແກ່ທ່ານນາງ. ສຳຫຼັບນັກປະພັນ Hiramatsu Tomoko ແລ້ວ, ນີ້ແມ່ນລາງວັນທີ່ມີຄູນຄ່າດ້ານຈິດໃຈອັນໃຫຍ່ຫຼວງທີ່ສຸດ. ຜ່ານນັ້ນໄດ້ປະກອບສ່ວນຮັດແໜ້ນນ້ຳໃຈສາມັກຄີລະຫວ່າງສອງຊາດນຳກັນ