ລຸ໊ງ​ຊຸ້ງ, ລຸ໊ງ​ລີ່ ລຸກ​ຂຶ້ນ​ພາຍຫຼັງ​ປະ​ສົບ​ໄພ​ພິບັດທຳ​ມະ​ຊາດ

(VOVWORLD) -  ບັນດາເຫດດິນເຊາະເຈື່ອນຢ່າງຮ້າຍແຮງຍ້ອນຝົກຕົກໜັກ ແລະ ຜົນກະທົບຈາກພາຍຸ Yagi ໄດ້ເກີດຂຶ້ນໃນຕອນເຊົ້າວັນທີ 9 ກັນຍາ ຢູ່ບ້ານລຸ໊ງລີ່, ຕາແສງ ກາແທັ່ງ ແລະ ບ້ານລຸ໊ງຊຸ້ງ, ຕາແສງ ອຽນລາກ, ເມືອງງວຽນບິ່ງ, ແຂວາງກາວບັ່ງ ໄດ້ເຮັດໃຫ້ ມີຜູ້ເສຍຊີວິດ 20 ຄົນ ແລະ ນັບສິບຄົນຖືກບາດເຈັບ, ມີເຮືອນຫຼາຍຫຼັງຖືກທັບຖົມ. ດ້ວຍການໜູນຊ່ວຍຂອງອຳນາດກາກປົກຄອງ, ປະຊາຊົນ ແລະ ຜູ້ໃຈບຸນໃຈກຸສົນ… ບັນດາຄອບຄົວຢູ່ແຫ່ງນີ້ໄດ້ກັບຄືນສູ່ສະພາບທີ່ເປັນປົກກະຕິເທື່ອລະກ້າວ, ເລີ່ມລົງມືສ້າງການດຳລົງຊີວິດຄືນໃໝ່.
ລຸ໊ງ​ຊຸ້ງ, ລຸ໊ງ​ລີ່ ລຸກ​ຂຶ້ນ​ພາຍຫຼັງ​ປະ​ສົບ​ໄພ​ພິບັດທຳ​ມະ​ຊາດ - ảnh 1ປ້າ ຈຽວມຸ່ຍລາຍ 

ນ້ອງເຈ່ຍລູກແລ່ນລົງໄປສຸກສາລາ ເພື່ອຫຼີກນ້ຳຖ້ວມຢ່າງທັນການ, ຫາກໍ່ມາຮອດສຸກສາລາ ກໍ່ໄດ້ຍິນສຽງລະເບີດດັງແຮງ, ນ້ອງແລ່ນທັງຮ້ອງທັງໄຫ້ເອີ້ນ ພໍ່ແມ່ເອີຍ, ພໍ່ແມ່ຢູ່ໃສແລ້ວ…ແຕ່ບໍ່ມີຜູ້ໃດຕອບນ້ອງ, ເຍືອງໄຟມີແຕ່ເຫັນຊາກຫັກພັງເທົ່ານັ້ນ.

 ນັ້ນແມ່ນຄຳແບ່ງປັນຂອງ ເອື້ອຍດັ່ງມຸ່ຍແຄ, ຜູ້ໂຊກດີທີ່ຍັງມີຊີວິດລອດໃນເຫດດິນເຊາະເຈື່ອນທີ່ເກີດຂຶ້ນໃນຕອນເຊົ້າວັນທີ 9 ກັນຍາ, ຢູ່ບ້ານລຸ໊ງຊຸ້ງ, ຕາແສງ ອຽນລາກ, ເມືອງງວຽນບິ່ງ, ແຂວງ ກາວບັ່ງ. ເຫດດິນເຊາະເຈື່ອນໄດ້ທັບຖົມເຮືອນ 7 ຫຼັງ, ເຮັດໃຫ້ 11 ຄົນເສຍຊີວິດ ແລະ 11 ຖືກບາດເຈັບ. ສະເພາະຄອບຄົວຂອງເອື້ອຍດັ່ງມຸ່ຍແຄ ມີຜູ້ເສຍຊີວິດ 3 ຄົນ ນັ້ນແມ່ນ: ພໍ່, ແມ່ ແລະ ພີ່ນ້ອງຂອງເອື້ອຍ ແຄ, ນອກຈາກນັ້ນ ກໍຍັງມີອາວຖືກ ເຈັບໜັກອີກ. ເອື້ອຍດັ່ງມຸ່ຍແຄ ພ້ອມກັບລູກນ້ອຍທີ່ຍັງບໍ່ທັນຮອດປີ ໂຊກດີທີ່ລອດຊີວິດ. ໃນຫຼາຍມື້, ເອື້ອຍ ແຄ ບໍ່ກ້າປະລູກລົງຈາກຜ້າເຈ່ຍ, ຍ້ອນວ່າຢ້ານເກີດນ້ຳຖ້ວມນ້ຳຊຸໄຫຼມາຈະແລ່ນໜີບໍ່ທັນ. ແຕ່ພາຍຫຼັງໄດ້ຮັບກຳລັງໃຈຂອງທັງໝູ່ບ້ານ, ບ້ານໃກ້ເຮືອນຄຽງ, ຈິດໃຈຂອງເອື້ອຍກໍ່ຄ່ອຍໆໄດ້ກັບຄືນສູ່ປົກກະຕິ. ອຳນາດການປົກຄອງຕາແສງ, ເມືອງ ພ້ອມກັບຜູ້ໃຈບຸນໃຈກຸສົນໄດ້ໜູນຊ່ວຍຢ່າງຄົບຖ້ວນຄື: ເຂົ້າສານ, ສະບຽງອາຫານ, ໂສ້ງເສື້ອ ແລະ ເຄື່ອງຂອງທີ່ຈຳເປັນຫຼາຍຢ່າງໃຫ້ແກ່ເອື້ອຍ. ຄອບຄົວເອື້ອຍກໍ່ໄດ້ເລືອກບ່ອນໃໝ່ ໂດຍອຳນາດການປົກຄອງໜູນຊ່ວຍປຸກສ້າງເຮືອນຫຼັງໃໝ່. ເອື້ອຍດັ່ງມຸ່ຍແຄ ໃຫ້ຮູ້ວ່າ:

ສ້າງເຮືອນໃໝ່ ນ້ອງຈະເລືອກບ່ອນທີ່ບໍ່ສາມາດເກີດດິນເຊາະເຈື່ອນອີກ, ບໍ່ຢູ່ໃກ້ກັບບ່ອນອັນຕະລາຍຄືໜ້າຜາພູ, ບໍ່ໃກ້ຫ້ວຍເພື່ອຫຼີກລ້ຽງນ້ຳຖ້ວມ, ຫຼີກດິນເຊາະເຈື່ອນ.

ຫ່າງຈາກບ້ານ ລຸ໊ງຊຸ້ງ ພຽງແຕ່ປະມານ 3 ກີໂລແມັດ, ດິນເຊາະເຈື່ອນໄດ້ທັບຖົມເຮືອນ 7 ຫຼັງຢູ່ບ້ານທຸກຍາກ ລຸ໊ງລີ່, ຕາແສງ ກາແທັ່ງ. ພາຍຫຼັງເຫດການເກີດຂຶ້ນມາເປັນ 10 ມື້, ສະຖານທີ່ແຫ່ງນີ້ຍັງລະເນລະນາດເຕັມໄປດ້ວຍຂີ້ຕົມ, ສະຫຼັບກັບເສົາ ໄມ້ເຮືອນ, ມຸ້ງ, ຜ້າຫົ່ມໃນບັນດາຊາກຫັກພັງ… ເຫດດິນເຊາະເຈື່ອນໄດ້ເຮັດໃຫ້ມີ ຜູ້ເສຍຊີວິດ 9 ຄົນ, ຜູ້ຖືກບາດເຈັບ 3 ຄົນ ແລະ ເຮືອນຖືກເສຍຫາຍໝົດ 8 ຫຼັງ ແລະ ນັບສິບຄອບຄົວຢູ່ເຂດໃກ້ຄຽງຕ້ອງຍົກຍ້າຍໄປຍັງບ່ອນປອດໄພໂດຍດ່ວນ.

ໃນເຫດດິນເຊາະເຈື່ອນນີ້, ປ້າ ຈຽວມຸ່ຍລາຍ ບໍ່ພຽງແຕ່ເສຍລູກຊາຍ ແລະ ລູກໄພ້ເທົ່ານັ້ນ ຫາກເຮືອນຂອງປ້າກໍ່ຖືກທຳລາຍໝົດກ້ຽງ. ປ້າກາຍເປັນທີ່ເພິ່ງໃຫ້ແກ່ຫຼານ 2 ຄົນ, ຄົນໜຶ່ງອາຍຸ 11 ປີ ແລະ ຄົນໜຶ່ງອາຍຸ 5 ປີ. ໃນອາທິດຜ່ານມາ, ປ້າ ລາຍ ພ້ອມກັບ 6 ຄອບຄົວຖືກສູນເສຍເຮືອນຢູ່ ຢູ່ບ້ານລຸ໊ງລີ່ ໄດ້ຮັບເຮືອນໃໝ່ ໂດຍແຂວງ ກາວບັ່ງປຸກສ້າງຢູ່ໃນບ້ານໃຫ້. ປ້າໃຫ້ຮູ້ວ່າ:

ອຳນາດການປົກຄອງ, ບັນດາຜູ້ໃຈບຸນໃຈກຸສົນມື້ໃດກໍ່ມາຊ່ວຍເຫຼືອຂ້າພະເຈົ້າ ດັ່ງນັ້ນການກິນຢູ່ໄດ້ຮັບການຮັບປະກັນໂດຍພື້ນຖານຢ່າງພຽງພໍ. ເຮືອນກໍ່ໄດ້ເລີ່ມລົງມືກໍ່ສ້າງ ແລະ ຈະສຳເລັດໃນເດືອນຕຸລາ ດັ່ງນັ້ນກໍ່ມີຄວາມອຸ່ນອ່ຽນໃຈ, ບໍ່ຢາກໄດ້ຫຍັງຕື່ມອີກ. ດຽວນີ້ ທົ່ງນາກໍ່ຢູ່ທີ່ນີ້ ດັ່ງນັ້ນ ຂ້າພະເຈົ້າກໍ່ຢາກຢູ່ນຳບ້ານນີ້, ບໍ່ຢາກຍ້າຍໄປໃສ.

ລຸ໊ງ​ຊຸ້ງ, ລຸ໊ງ​ລີ່ ລຸກ​ຂຶ້ນ​ພາຍຫຼັງ​ປະ​ສົບ​ໄພ​ພິບັດທຳ​ມະ​ຊາດ - ảnh 2ການກໍ່ສ້າງເຮືອນໃໝ່ (ພາບ: VOV)

 ນອກຈາກບັນດາຄອບຄົວຖືກຜົນກະທົບໂດຍກົງ, ເຮືອນຊານຖືກຫັກພັງລົງ, ປັດຈຸບັນ ຢູ່ 2 ບ້ານ ລຸ໊ງຊຸ້ງ ແລະ ລຸ໊ງລີ່ ຍັງມີກ່ວາ 20 ຄອບຄົວທີ່ຕ້ອງຍົກຍ້າຍອອກຈາກເຂດມີຄວາມສ່ຽງເກີດດິນເຊາະເຈື່ອນ ໄປຍັງເຂດປອດໄພໂດຍດ່ວນ. ນອກຈາກການໜູນຊ່ວຍຂອງອຳນາດການປົກຄອງ, ໃນຊຸມມື້ຜ່ານມາ, ລຸ໊ງຊຸ້ງ ແລະ ລຸງ໊ລີ່ ມີຄະນະທຳການກຸສົນນັບສິບຄະນະມາໜູນຊ່ວຍເຄື່ອງຂອງທີ່ຈຳເປັນຄື: ເຂົ້າສານ, ໝີ່, ນ້ຳຕານ, ນ້ຳນົມ, ໂສ້ງເສື້ອ… ນັບທັງບັນດາວັດຖຸອຸປະກອນອອກແຮງງານຄື ຈົກ, ຊວ້ານ, ມີດກໍ່ໄດ້ມອບໃຫ້ປະຊາຊົນ. ເອື້ອຍ ຫງວຽນງອກເຟືອງອວຽນ ຢູ່ແຂວງ ບ່າເຣ້ຍ - ຫວູງເຕົ່າແບ່ງປັນວ່າ:

ຜ່ານສື່ມວນຊົນ, ສື່ສັງຄົມອອນໄລ ຂ້າພະເຈົ້າເຫັນວ່າ ທຸກຄົນຖືກເສຍຫາຍຢ່າງໜັກໜ່ວງ ແລະ ຮູ້ສຶກອີຕົນຫຼາຍ ດັ່ງນັ້ນ ມີສິ່ງໃດຂ້າພະເຈົ້າກໍ່ເອົາສິ່ງນັ້ນມາຊ່ວຍພໍ່ແມ່ປະຊາຊົນ. ຂ້າພະເຈົ້າເຫັນເຂົາເຈົ້າມີການຟື້ນຟູວ່ອງໄວ, ກໍ່ດີໃຈທີ່ສຸດ. ຂ້າພະເຈົ້າກໍ່ເຫັນແນວໂຮມປະເທດຊາດ ທຸກຂັ້ນ ແລະ ອຳນາດການປົກຄອງມີຄວາມເປັນຫ່ວງເປັນໃຍປະຊາຊົນທີ່ສຸດ ແລະ ທະຫານ, ຕຳຫຼວດກໍ່ມີຄວາມເອົາໃຈໃສ່, ຂ້າພະເຈົ້າເຫັນວ່າສະພາບການໄດ້ກັບຄືນສູ່ປົກກະຕິໂດຍພື້ນຖານແລ້ວ.

ທ່ານຮວ່າງວັນແທັກ, ຮອງປະທານຄະນະກຳມະການປະຊາຊົນແຂວງ ກາວບັ່ງ ໃຫ້ຮູ້ວ່າ ບຸລິມະສິດໃຫຍ່ທີ່ສຸດຂອງອຳນາດການປົກຄອງ ແມ່ນເບິ່ງແຍງດູແລໃຫ້ແກ່ບັນດາຄອບຄົວສູນເສຍເຮືອນຊານ ໄດ້ມີບ່ອນຢູ່ອາໄສໃໝ່, ຮັບປະກັນດ້ານອາຫານການກິນ, ເຄື່ອງຂອງທີ່ຈຳເປັນໃນເບື້ອງຕົ້ນ, ຫຼັງຈາກນັ້ນແມ່ນການທຳມາຫາກິນລ້ຽງຊີບໃນໄລຍະຍາວໃຫ້ແກ່ບັນດາຄອບຄົວ.

ປັດຈຸບັນພວກຂ້າພະເຈົ້າພວມເລີ່ມລົງມືປຸກສ້າງ ເຮືອນ 6 ຫຼັງຢູ່ ບ້ານລຸ໊ງລີ່, ໃນໄລຍະຈະມາເຖິງແມ່ນ ບ້ານລຸ໊ງຊຸ້ງ ພວກຂ້າພະເຈົ້າຈະພະຍາຍາມປຸກສ້າງໃຫ້ສຳເລັດໃນປີນີ້, ຍິ່ງໄວກໍ່ຍິ່ງດີຍ້ອນວ່າເຂົາເຈົ້າພວມຢູ່ໃນເຮືອນຊົ່ວຄາວ. ໄປຄຽງຄູ່ກັບປຸກສ້າງເຮືອນຢູ່, ພວກຂ້າພະເຈົ້າໄດ້ຮຽກຮ້ອງໃຫ້ຂະແໜງກະສິກຳຮີບດ່ວນສຳຫຼວດກວດຄືນ, ສຶກສາຄົ້ນຄ້ວາ, ແນະນຳ ປະຊາຊົນຄວນປູກຕົ້ນໄມ້ຊະນິດໃດ, ລ້ຽງສັດປະເພດໃດເພື່ອມີການດຳລົງຊີວິດທີ່ເປັນປົກກະຕິ. ໃນໄລຍະຍາວ, ພວກຂ້າພະເຈົ້າຈະສືບຕໍ່ຈັດແບ່ງສະຖານທີ່ເໝາະສົມ, ມີຄວາມປອດໄພ ແລະ ມີດິນປູກຝັງ ໃຫ້ແກ່ບັນດາຄອບຄົວດຳລົງຊີວິດ.

ຍັງຕ້ອງມີເວລາຫຼາຍ ເພື່ອໃຫ້ລຸ໊ງຊຸ້ງ ແລະ ລຸ໊ງລີ່ ກັບຄືນສູ່ສະພາບການດຳລົງຊີວິດທີ່ເປັນປົກກະຕິຄືເມື່ອກ່ອນ. ເຖິງຢ່າງໃດກໍ່ຕາມ, ດ້ວຍຄວາມຕັດສິນໃຈຂອງອຳນາດການປົກຄອງ, ການຮ່ວມແຮງຮ່ວມໃຈຂອງປະຊາຄົມພ້ອມກັບຈິດໃຈຜ່ານຜ່າຄວາມຫຍຸ້ງຍາກຂອງປະຊາຊົນ ຈະກາຍເປັນພື້ນຖານເພື່ອບັນດາບ້ານເຂດພູສູງ ລຸກຂຶ້ນຢ່າງແຮງກວ່າອີກ ພາຍຫຼັງປະສົບໄພພິບັດທຳມະຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ