ບັນດາຜູ້ຮັກ​ສາ​ສັນ​ຍານ​​ຂອງ​ຄື້ນກະ​ຈາຍ​ສຽງ

(VOVWORLD) - ໃນຕະຫຼອດ 80 ປີທີ່ຮ່ວມເດືນທາງພ້ອມກັບຊາດ, ຄື້ນກະຈາຍສຽງຂອງວິທະຍຸກະຈາຍສຽງ ຫວຽດນາມ ຍາມໃດກໍໄດ້ຮັບການຮັກສາໃຫ້ອອກອາກາດຢ່າງລຽນຕິດ, ນຳເອົາຈັງຫວະການເຄື່ອນໄຫວຂອງປະເທດຊາດໄປເຖິງຜູ້ຟັງນັບລ້ານໆຄົນ. ຢູ່ເບື້ອງຫຼັງຂອງການເຄື່ອນໄຫວນັ້ນ ແມ່ນບຸກຄົນທີ່ມິດງຽບ, ຖືຫ້ອງຄວບຄຸມສັນຍານເໝືອດັ່ງເຮືອນຫຼັງທີ 2 ຂອງຕົນ, ຖືຄື້ນກະຈາຍສຽງແມ່ນລົມຫາຍໃຈຂອງຕົນ. ໃນລາຍການສາລະຄະດີພາກນີ້, ເຊີນທ່ານຜູ້ຟັງທັງຫຼາຍຊອກຮູ້ຄວາມເຂົ້າໃຈກ່ຽວກັບບຸກຄົນທີ່ເຮັດວຽກງານເຕັກນິກຂອງວິທະຍຸກະຈາຍສຽງ ຫວຽດນາມ ທັງເວັນ ແລະ ຄືນ ເພື່ອຮັກສາສັນຍານໃຫ້ແກ່ຄື້ນກະຈາຍສຽງໄດ້ແຜ່ກະຈາຍໄປທົ່ວທຸກແຖບຖິ່ນ.

 "ວຽກງານຂອງພວກຂ້າພະເຈົ້າຮຽກຮ້ອງຕ້ອງປະຕິບັດຕາມໂມງເວລາ. ຍາມໃດກໍຕ້ອງເຮັດຖືກໂມງ, ຖືກເວລາ, ບໍ່ວ່າເວລາຝົນຕົກ ຫຼືວ່າພາຍຸລົມແຮງ ກໍຕ້ອງມີໜ້າຢູ່ຫ້ອງການຖືກໂມງເວລາ, ພະຍາຍາມຮັກສາຄື້ນກະຈາຍສຽງຂອງວິທະຍຸກະຈາຍສຽງ ຫວຽດນາມ ໃຫ້ປອດໄພທີ່ສຸດ”.

"ຂ້າພະເຈົ້າໄດ້ເຮັດວຽກຢູ່ສະຖານີ ຟາດິນ ມາໄດ້ 15 ປີກວ່າແລ້ວ. ນີ້ແມ່ນສະຖານີທີ່ຢູ່ໄກຈາກສູນກາງ, ມີໝອກປົກຄຸມຕະຫຼອດປີ, ສະນັ້ນ ການໄປມາ, ການດຳລົງຊີວິດປະສົບກັບຄວາມຫຍຸງຍາກຫຼາບຢ່າງ. ຂ້າພະເຈົ້າ ພ້ອມດ້ວຍບັນດາເພື່ອນຮ່ວມງານພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກນັ້ນເພື່ອປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບການມອບໝາຍ”.

ບັນດາຜູ້ຮັກ​ສາ​ສັນ​ຍານ​​ຂອງ​ຄື້ນກະ​ຈາຍ​ສຽງ - ảnh 1ບັນດາພະນັກງານເຕັກນິກຂອງ ສູນຜະລິດ ແລະເກັບຮັກສາລາຍການ (ພາບ: VOV2)

ບັນດາຄຳແບ່ງປັນເຫຼົ່ານັ້ນ ພຽງແຕ່ເປັນສ່ວນໜຶ່ງຂອງວຽກງານອັນມິດງຽບຂອງພະນັກງານເຕັກນິກ, ບຸກຄົນທີ່ທັງປະຕິບັດໜ້າທີ່ຜະລິດບັນດາລາຍການກະຈາຍສຽງຂອງວິທະຍຸກະຈາຍສຽງ ຫວຽດນາມ, ທັງຮັບປະກັນໃຫ້ບັນດາລາຍການນັ້ນ ໄດ້ຮັບການອອກອາກາດຢ່າງສຳເລັດ”.

ປັດຈຸບັນ, ຢູ່ສູນຜະລິດ ແລະ ສຳເນົາລາຍການຂອງວິທະຍຸກະຈາຍສຽງ ຫວຽດນາມ  ມີພະນັກງານວິສະວະກອນ, ເຕັກນິກກວ່າ 100 ຄົນຮັກສາສັນຍາຄື້ນກະຈາຍສຽງທັງເວັນ ແລະ ຄືນຢ່າງໝັ້ນໜຽວ. ຕາມທ່ານ ຮວິ່ງແທັງລອງ, ຮອງຜູ້ອຳນວຍການສູນຜະລິດ ແລະເກັບຮັກສາລາຍການ ແລ້ວ, ດ້ວຍຈຸດພິເສດແມ່ນຕ້ອງຜະລິດບັນດາລາຍການກະຈາຍສຽງປະຈຳວັນໃຫ້ແກ່ຄະນະບັນນາທິການ, ສະນັ້ນ ປະລິມານວຽກງານຂອງສູນແມ່ນຫຼາຍທີ່ສຸດ.

ຄວາມກົດດັນທີ່ສຸດສຳລັບພວກຂ້າພະເຈົ້າ, ນັ້ນແມ່ນຕ້ອງເຮັດແນວໃດເພື່ອຮັບປະກັນໄດ້ຄຸນນະພາບ. ພະນັກງານເຕັກນິກ, ວິສະວະກອນແຕ່ລະຄົນ ຕ້ອງພະຍາຍາມປະຕິບັດເພື່ອເຮັດນັບແຕ່ວຽກງານເລັກໆນ້ອຍໆທີ່ສຸດຈົນຮອດສຳເລັດລາຍການໜຶ່ງ”.

ບັນດາຜູ້ຮັກ​ສາ​ສັນ​ຍານ​​ຂອງ​ຄື້ນກະ​ຈາຍ​ສຽງ - ảnh 2ບັນດາຜູ້ຮັກສາສັນຍານຂອງຄື້ນກະຈາຍສຽງບັນດາລາຍການພາສາຕ່າງປະເທດ (ພາບ: VOV2)

ເມື່ອເຫັນປະຈັກຕາວຽກງານປະຈຳວັນຂອງບັນດາພະນັກງານເຕັກນິກຢູ່ທີ່ນີ້ ຈຶ່ງມີຄວາມເຂົ້າໃຈຢ່າງເລິກເຊິ່ງເຖິງບັນດາກຳລັງກົດດັນ ແລະ ຄວາມຫຍຸ້ງຍາກເຊິ່ງເຂົາເຈົ້າຕ້ອງຜ່ານຜ່ານັ້ນ, ຈຶ່ງຄຳນຶງໄດ້ເຖິງຄວາມສຸດຈິດສຸດໃຈ ແລະ ຄວາມຮັບຜິດຊອບຂອງບັນດາຜູ້ເຮັດວຽກງານເຕັກນິກລາຍການກະຈາຍສຽງ. ຜິດພາດພຽງເລກໜ້ອຍກໍອາດຈະເຮັດໃຫ້ຄື້ນກະຈາຍສຽງຖືກຂາດວັກຂາດຕອນ, ດັ່ງນັ້ນ ຮຽກຮ້ອງບັນດານັກເຕັກນິກຕ້ອງມີປະຕິກິລິຍາໄວ, ຊັດເຈນໃນແຕ່ລະການກະທຳ.

ທັງປຊາສຳພັນເຖິງບັນດາຫ້ອງອັດລາຍການ, ເອື້ອຍ ບຸ່ຍທິທູເຟືອງ, ຫົວໜ້າໜ່ວຍກະຈາຍສຽງ, ທັງຊັບຊ້ອນລຳດັບລາຍການອອກອາກາດໃຫ້ຖືກຕ້ອງເຖິງແຕ່ລະວິນາທີ.

“ເມື່ອເຮັດຕາຕະລາງເພື່ອອອກອາກາດແຕ່ 4 ໂມງ 45 ຮອດ 24 ໂມງ, ນັກເຕັກນິກຕ້ອງຊັບຊ້ອນບັນດາລາຍການ ແລະ ບົດເພງແນວໃດເພື່ອຮັບປະກັນໃຫ້ຕົງເວລາ ແລະ ເມື່ອເກີດມີເຫດກະທັນຫັນແມ່ນຕ້ອງແກ້ໄຂພາຍໃນ 10 ວິນາທີ”.

ພາຍຫຼັງຊັບຊ້ອນຕາຕະລາງສັນຍານແລ້ວ ຈະໄດ້ສົ່ງໄປຍັງຫ້ອງຄວບຄຸມລວມ, ບ່ອນທີ່ບັນດານັກເຕັກນິກກວດກາຄວບຄຸມສັນຍານຂອງບັນດາລາຍການທັງໝົດ, ຮັບປະກັນໃຫ້ຄື້ນກະຈາຍຕໍ່ເນືອງ ແລະ ປອດໄພ. ທ່ານ ບຸ່ຍກວັກສູງ, ຫົວໜ້າໜ່ວຍຄວບຄຸມທີ່ມີປະສົບການເຮັດວຽກມາກວ່າ 20 ປີແບ່ງປັນວ່າ:

“ພວກຂ້າພະເຈົ້າຄວບຄຸມ 21 ລະບົບກະຈາຍສຽງ, ເຄື່ອນໄຫວຕະຫຼອດ 24 ຊົ່ວໂມງ, ຮັບປະກັນໃຫ້ຄື້ນກະຈາຍສຽງຕໍ່ເນື່ອງ, ບໍ່ຂາດວັກຂາດຕອນ. ວຽກງານນີ້ເຄັ່ງຕຶງຫຼາຍ, ບໍ່ທຳມະດາ”.

ນອກຈາກການຕິດພັນກັບລະບົບເຄື່ອງຈັກທີ່ສັບສົນແລ້ວ, ບັນດາພະນັກງານເຕັກນິກຂອງສູນຜະລິດ ແລະເກັບຮັກສາລາຍການ ຍັງຮັບ - ສົ່ງສັນຍານໂດຍກົງໃຫ້ບັນດາເຫດການການເມືອງທີ່ສຳຄັນຂອງປະເທດຊາດອີກດ້ວຍ. ທ່ານ ຮວິ່ງແທັງລອງ, ຮອງຜູ້ອຳນວຍການສູນຜະລິດ ແລະເກັບຮັກສາລາຍການ, ຢັ້ງຢືນວ່າ ເຖິງວ່າເຄື່ອງຈັກຈະທັນສະໄໝຂະໜາດໃດ ກໍບໍ່ສາມາດປ່ຽນແທນບົດບາດຂອງບັນດາພະນັກງານເຕັກນິກໄດ້.

“ເມື່ອເຄື່ອງຈັກມີບັນຫາ ຕ້ອງມີນັກເຕັກນິກ ແກ້ໄຂໃນທັນທີ. ວຽກງານຂອງເຮົາແມ່ນຕ້ອງຮັບປະກັນຄວາມປອດໄພໃຫ້ຄື້ນຕະຫຼອດເວລາ, ເຖິງວ່າອຸດສາຫະກຳຈະພັດທະນາແນວໃດ, ຊັບພະຍາກອນມະນຸດກໍແມ່ນປັດໄຈທີ່ສຳຄັນໃນແຕ່ລະຕ່ອງໂສ້, ໃນການເຄື່ອນໄຫວຂອງວິທະຍຸກະຈາຍສຽງ”.

ຢູ່ເບື້ອງຫຼັງຂອງແຕ່ລະພາກຂ່າວ, ແຕ່ລະລາຍການໄດ້ອອກອາກາດໃນຄື້ນກະຈາຍສຽງແຫ່ງຊາດນັ້ນ ແມ່ນຄວາມສຸດຈິດສຸດໃຈ ແລະ ນ້ຳໃຈຄວາມຮັບຜິດຊອບຂອງບັນດາບຸກຄົນຜູ້ອຸທິດສ່ວນຢ່າງມິດງຽບ. ເຂົາເຈົ້າບບໍ່ໄດ້ປາກົດຕົວຕໍ່ມະຫາຊົນ ແຕ່ແມ່ນບຸກຄົນທີ່ຮັກສາໃຫ້ຄື້ນກະຈາຍສຽງແຫ່ງຊາດໃຫ້ໄດ້ອອກອກາດຢ່າງຕໍ່ເນືອງ./.


ຕອບກັບ

ຂ່າວ/ບົດ​ອື່ນ