ລົງຕົວຈິງຄົ້ນຫາວັດທະນະທຳ ຫວຽດນາມ ຜ່ານການເຄື່ອນໄຫວ “ມາໝູ່ບ້ານຮຽນຖັກແສ່ວດ້ວຍມື”

(VOVWORLD) - ບັນດາຫ້ອງຮຽນຖັກແສ່ວຢູ່ ກວັດດົ້ງ ພວມຄ່ອຍໆກາຍເປັນສະຖານທີ່ປາຍທາງໃໝ່, ສ້າງສະຖານທີ່ທ່ອງທ່ຽວຂອງນະຄອນຫຼວງແຫ່ງອະລິຍະທຳໃຫ້ຫຼາຍຂຶ້ນ.
ລົງຕົວຈິງຄົ້ນຫາວັດທະນະທຳ ຫວຽດນາມ ຜ່ານການເຄື່ອນໄຫວ “ມາໝູ່ບ້ານຮຽນຖັກແສ່ວດ້ວຍມື” - ảnh 1(ບັນດາຜູ້ຮຽນໄດ້ຕັ້ງໃຈຮັບຟັງບັນດານັກສິລະປະການແບ່ງປັນກ່ຽວກັບຜ້າ, ໄໝຍິບ)

ແຕ່ລະເຊົ້າຂອງວັນອັງຄານໃນອາທິດ, ເສັ້ນທາງພາໄປເຖິງໂຮງຖັກແສ່ວດ້ວຍມື ຕູທິ, ບ້ານ ກວັດດົ້ງ, ຕາແສງ ເທື້ອງຟຸກ, ຮ່າໂນ້ຍພັດຄຶກຄັກໄປດ້ວຍສຽງບາດຍ່າງຂອບັນດານັກຮຽນທີ່ມາຊອກຮູ້, ຮຽນຖັກແສ່ວດ້ວຍມືຜ່ານການເຄື່ອນໄຫວ workshop “ມາໝູ່ບ້ານຮຽນຖັກແສ່ວດ້ວຍມື”. ຫ້ອງຮຽນນ້ອຍໆນີ້ໄດ້ກາຍເປັນຈຸດນັດພົບທີ່ເປັນເອກະລັກສະເພາະ, ເປັນແຫ່ງທີ່ບໍ່ພຽງແຕ່ພາຜູ້ຮຽນໄປຊອກຫາມໍລະດົກວັດທະນະທຳຂອງ ຮ່າໂນ້ຍ ເທົ່ານັ້ນ, ຫາກຍັງແມ່ນເຂເຊື່ອມຕໍ່ລະຫວ່າງແຂກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດກັບໝູ່ບ້ານອາຊີບທີ່ເປັນມູນເຊື້ອ ຫວຽດນາມ ອີກດ້ວຍ.

ໝູ່ບ້ານ ກວັດດົ້ງ (ຕາແສງ ເທື້ອງຟຸກ), ຫ່າງຈາກໃຈກາງນະຄອນຫຼວງ ຮ່າໂນ້ຍ ໄປທາງທິດໃຕ້ກວ່າ 20 ກມ, ມີຊື່ສຽງດ້ວຍບັນດາຜະລິດຕະພັນຖັກແສ່ວດ້ວຍມື້ທີ່ເປັນເອກະລັກສະເພາະ. ໂດຍແມ່ນຜູ້ກຳເນີດ ແລະ ເຕີບໃຫຍ່ຢູ່ໝູ່ບ້ານ ກວັດດົ້ງ, ເອື້ອຍ ບຸ່ຍທິມາຍລານ, ຜູ້ກໍ່ຕັ້ງ “ຮ້ານຖັກແສ່ວດ້ວຍມື ຕູທິ”, ຫົວໜ່ວຍຈັດການເຄື່ອນໄຫວ “ມາໝູ່ບ້ານຮຽນຖັກແສ່ວດ້ວຍມື”, ແບ່ງປັນວ່າ ອາຊິບຖັກແສ່ວຂອງໝູ່ບ້ານໄດ້ຄົງຕົວມາເປັນເວລາກວ່າ 300 ປີແລ້ວ. ກໍ່ມີບາງໄລຍະ ອາຊີບນີ້ໄດ້ສູນຫາຍໄປ ຍ້ອນການແກ່ງແຍ້ງກັບບັນດາຜະລິດຕະພັນອຸດສາຫະກຳທີ່ມີລາຄາຖືກ, ຜະລິດເປັນຈຳນວນຫຼາຍ.

“ພາຍຫຼັງ “ຮ້ານຖັກແສ່ວ ຕູທິ” ໄດ້ສ້າງຕັ້ງຂຶ້ນ, ພວກຂ້າພະເຈົ້າໄດ້ຍາດແຍ່ງຫຼາຍໂອກາດເພື່ອນຳອາຊີບທີ່ເປັນມູນເຊື້ອໄປສູ່ມະຫາຊົນ ແລະ ນຳມາເຊິ່ງຜົນປະໂຫຍດທາງດ້ານເສດຖະກິດ ບໍ່ພຽງແຕ່ໃຫ້ແກ່ສ່ວນຕົວເທົ່ານັ້ນ, ຫາກຍັງໃຫ້ຫຼາຍໆຄົນຢູ່ໝູ່ບ້ານອີກດ້ວຍ. ຈາກນັ້ນ, ກໍ່ມີຫຼາຍຄົນ, ໃນນັ້ນມີໄວໜຸ່ມເປັນຈຳນວນຫຼາຍ ສະແດງຄວາມປາດຖະໜາຢາກໄດ້ຮຽນຖັກແສ່ວ, ເພື່ອຕົນເອງຈະສາມາດຖັແສ່ວໃສ່ຜ້າ, ປີກເສື້ອ, ຜ້າກັ້ງ… ສິ່ງດັ່ງກ່າວເຮັດໃຫ້ພວຂ້າພະເຈົ້າມີຄວາມຕັດສິນໃຈເປີດບັນດາຊຸດຮຽນຂອບຂະໜາດນ້ອຍ, ເຊື້ອເຊີນນັກສິລະປະການໃນໝູ່ບ້ານມາິດສອນໃຫ້ຜູ້ຮຽນ”.

ລົງຕົວຈິງຄົ້ນຫາວັດທະນະທຳ ຫວຽດນາມ ຜ່ານການເຄື່ອນໄຫວ “ມາໝູ່ບ້ານຮຽນຖັກແສ່ວດ້ວຍມື” - ảnh 2(ບັນດາຫ້ອງຮຽນຖັກແສ່ວຢູ່ ກວັດດົ້ງ ພວມຄ່ອຍໆກາຍເປັນສະຖານທີ່ປາຍທາງໃໝ່)

ຢູ່ກາງເຂດສວນທີ່ຂຽວເຢັນເຕັມໄປດ້ວຍດອກໄມ້ນັ້ນ, ບັນດາຜູ້ຮຽນໄດ້ຕັ້ງໃຈຮັບຟັງບັນດານັກສິລະປະການແບ່ງປັນກ່ຽວກັບຜ້າ, ໄໝຍິບຊະນິດຕ່າງໆ, ການປະສົມສີ… ເອື້ອຍ ຫງວຽນຮ່າເຟືອງ, ຜູ້ຮັບຜິດຊອບການເຄື່ອນໄຫວ workshop, ແບ່ງປັນວ່າ:

“ມີລູກຄ້າຫຼາຍຄົນໄດ້ຖາມເຈາະຈີ້ມ ແລະ ປາດຖະໜາຢາກເຂົ້າຮ່ວມຫ້ອງຮຽນຖັກແສ່ວດ້ວຍມືຢູ່ບ້ານ ກວັດດົ້ງ, ນີ້ກໍ່ແມ່ນແນວຄວາມິດຂອງພວກຂ້າພະເຈົ້າ. ພວກຂ້າພະເຈົ້າປາດຖະໜາວ່າ ຜູ້ມາຮຽນບໍ່ພຽງແຕຮຽນເຕັກນິກຫັດຖະກຳເທົ່ານັ້ນ ຫາກຍັງມາບ້ານ, ເຊື່ອມຕົວເຂົ້າກັບບັນຍາກາດໃນໝູ່ບ້ານ ແລະ ຈັງຫວະຊີວິດຂອງຊີບຖັກແສ່ວ ກວັດດົ້ງ ອີກດ້ວຍ”.

ເອື້ອຍ ຮົ່ງວໍ, ຊາວ ຫວຽດນາມ ອາໄສຢູ່ ອາເມລິກາ, ເຂົ້າຮ່ວມການເຄື່ອນໄຫວນີ້ແບ່ງປັນວ່າ ໄດ້ຮູ້ຈັກ ຕູທິ ເມື່ອຕອນກັບເມືອປະເທດ ແລະ ໄປຢ້ຽມຢາມໝູ່ບ້ານອາຊີບ ກວັດດົ້ງ. ຢູ່ທີ່ນີ້, ຮົ່ງວໍ ໄດ້ແວ່ຢາມໂຮງຖັກແສ່ວ ແລະ ມັນໄດ້ສ້າງຄວາມດຶງດູດໃຈໃນທັນທີ ຍ້ອນບັນດາຜະລິດຕະພັນຂອງໂຮງຖັກແສ່ວ.ຮົ່ງວໍ ໄດ້ຈົດທະບຽນຮຽນຖັກແສ່ວທັນທີ ແລະ ຍາດເວລາຮຽນໃນຕອນທີ່ກັບເມືອ ຫວຽດນາມ .

“ຊຸດຮຽນຂອງ ຕູທິ ພຽງແຕ່ 5 ຕອເທົ່ານັ້ນ, ແຕ່ຂ້າພະເຈົ້າຮຽນໄດ້ຫຼາຍພໍສົມຄວນ… ຈາກການຖັກແສ່ວພື້ນຖານ, ຕະຫຼອດຮອດການຖັກແສ່ວດອກໄມ້, ຕົ້ມໄມ້, ແມງກະເບື້ອ. ບັນດາເພື່ອນຢູ່ ຕູທິ ກໍ່ມີຄວາສຸດິດສຸດໃຈ ແລະ ອາຈານ ເຮືອງ ກໍ່ເກັ່ງຫຼາຍ, ສອນດ້ວຍຄວາມສຸດຈິສຸດໃຈ. ຂ້າພະເຈົ້າຄວາມພູມໃຈເມື່ອຮູ້ຈັກ ຕູທິ ແລະ ໄດ້ເຂົ້າຮ່ວມຊຸດຮຽນນີ້”.

ເພື່ອນຳການເຄື່ອນໄຫວດັ່ງກ່າວເຂົ້າໃກ້ກັບມະຫາຊົນ ພ້ອມກັບບັນດາການລົງຕົວຈິງກ່ຽວກັບອາຊີບຖັກແສ່ວຢູ່ ກວັດດົ້ງ, ຄາດວ່າ “ຮ້ານຖັກແສ່ວ ຕູທິ” ຈະສົມທົບກັບບັນດາບໍລິສັດທ່ອງທ່ຽວສ້າງລາຍການຖັກແສ່ວດ້ວຍມື ສະຫງວນໃຫ້ແຂກທ່ອງທ່ຽວສາກົນ, ມາຢ້ຽມຢາມໝູ່ບ້ານອາຊີບ ຕິດພັນກັບການຮຽນອາຊີບຕົວຈິງ. ເອື້ອຍ ບຸ່ຍທິມາຍລານ ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າປາດຖະໜາຢາກພັດທະນາຮູບແບບທ່ອງທ່ຽວລົງຕົວຈິງນີ້, ທັງເປັນການຮັກສາ, ໂຄສະນາບັນດາຄຸນຄ່າວັດທະນະທຳໝູ່ບ້ານອາຊີບ, ທັງສ້າງການຫາເງິນລ້ຽງຊີບໃຫ້ແກ່ຜູ້ເຮັດອາຊີບ. ເມື່ອແຂກທ່ອທ່ຽວສະຫງວນເວລາ, ເຫື່ອແຮງ ແລະ ຄວາມຄ່ອງແຄ້ວເພື່ອເຮັດເປັນຜະລິດຕະພັນໜຶ່ງນັ້ນ, ຄຸນຄ່າຂອງອາຊີບຫັດຖະກຳເປັນມູນເຊື້ອກໍ່ໄດ້ຮັບການຮັບຮູ້ຢ່າງຈະແຈ້ງກວ່າ; ຜູ້ເຮັດອາຊີບກໍ່ມີໂອກາດເພື່ອພົບປະ, ແບ່ງປັນເລື່ອງລາວກ່ຽວກັບອາຊີບ, ພ້ອມກັນນັ້ນ ກໍ່ມີຄວາມເຂົ້າໃຈກ່ຽວກັບຄວາມຕ້ອງການ, ຄວາມມັກຮັກຂອງລູກຄ້າຫຼາຍກວ່າອີກ”.

ແຂກທ່ອງທ່ຽວມາ ຮ່າໂນ້ຍ ນັບມື້ນັບຢາກຊອກຮູ້, ຢາກມີການລົງຕົວຈິງຈຸດວັດທະນະທຳທີ່ເປັນເອກະລັກສະເພາະ, ຍ້ອນເຫດນັ້ນ ບັນດາຫ້ອງຮຽນຖັກແສ່ວຢູ່ ກວັດດົ້ງ ພວມຄ່ອຍໆກາຍເປັນສະຖານທີ່ປາຍທາງໃໝ່, ສ້າງສະຖານທີ່ທ່ອງທ່ຽວຂອງນະຄອນຫຼວງແຫ່ງອະລິຍະທຳໃຫ້ຫຼາຍຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ