ໂດຍມີຄວາມເມົາມົວກັບມໍລະດົກ ຫວຽດນາມ ພ້ອມກັບການຄົ້ນຄວ້າບັນດາເອກະສານກ່ຽວກັບຫົວສິງໂຕທີ່ເປັນມູນເຊື້ອຢູ່ ຫໍພິພິຕະພັນ ຝລັ່ງ ແລະ ສະຖາບັນຕາເວັນອອກໄກ ດົງບາກໂກ ຫວຽດນາມ, ນັກຄົ້ນຄວ້າ Kevin ເວືອງ, ພາຍຫຼັງດຳລົງຊີວິດ ແລະ ເຮັດວຽກຢູ່ ຝລັ່ງ ໄດ້ຕັດສິນໃຈກັບເມືອ ຫວຽດນາມ, ປະຕິບັດການຟື້ນຟູຫົວສິງໂຕບູຮານທາງພາກເໜືອຄືນໃໝ່. ຜ່ານງານວາງສະແດງ “ດວງຈັນ ຫວຽດນາມ” ທີ່ພວມຈັດຂຶ້ນຢູ່ສາລາບ້ານ ກິມເງິນ (ເຮືອນເລກທີ 42-44 ຮ່າງບາກ, ຮ່າໂນ້ຍ), ນັກຄົ້ນຄວ້າ Kevin ເວືອງ ພ້ອມກັບບັນດາສະມາຊິກໃນໂຄງການ ໄດ້ແຜ່ກະຈາຍຈຸດຄວາມງາມ ກໍຄືຄວາມໝາຍກ່ຽວກັບລວດລາຍທີ່ໄດ້ແຕ້ມຢູ່ຫົວສິງໂຕ.
“ເມື່ອຄົ້ນຄວ້າບັນດາເອກະສານ, ຮູບພາບຂອງ ຝລັ່ງ ເກັບຮັກສາໄວ້ກ່ຽວກັບວັນບຸນໄຫວ້ພະຈັນຂອງ ຫວຽດນາມ ໃນສະໄໝ ອິນດູຈີນ ຊຸມປີ 1930, 1940, ຂ້າພະເຈົ້ານັບຖືຕໍ່ບັນດາເຄື່ອງລະຫຼິ້ນພື້ນເມືອງເຊິ່ງບັນດານັກສິລະປະການ ຫວຽດນາມ ໃນສະໄໝນັ້ນໄດ້ເຮັດ ແລະ ເຮັດງາມທີ່ສຸດ. ໜ້າເສຍດາຍ, ປະຈຸບັນບັນດາເຄື່ອງລະຫຼິ້ນຫັດຖະກຳທີ່ເປັນມູນເຊື້ອນັ້ນໄດ້ຈາງຫາຍໄປ ແລະ ແທນທີ່ນັ້ນແມ່ນເຄື່ອງລະຫຼິ້ນດ້ວຍຢາງປລາດສະຕິກ, ຄວາມປາດຖະໜາຂອງຂ້າພະເຈົ້າແມ່ນຢາກຟື້ນຟູບັນດາເຄື່ອງລະຫຼິ້ນພື້ມເມືອງນັ້ນ”.
ຈາກການຄົ້ນຄວ້າ ແລະ ຟື້ນຟູຂອງນັກຄົ້ນຄວ້າວິຈິດສິນ Kevin ເວືອງ, ໂດຍອີງໃສ່ບັນດາເອກະສານຈາກຫໍພິພິຕະພັນ ຝລັ່ງ ແລະ ສະຖາບັນຕາເວັນອອກໄກ ດົງບາກໂກ ຫວຽດນາມ, ຫົວສິງໂຕທາງພາກເໜືອທີ່ເຮັດດ້ວຍໄມ້ໄຜ່, ຫວາຍ, ເຈ້ຍສາ, ສີ ຫວຽດນາມ ໄດ້ຮັບການຟື້ນຟູຢ່າງມີຊີວິດຊີວາ ແລະ ເໝືອນຈິງ. ເພື່ອເຮັດບັນດາຫົວສິງໂຕຂອງ ຫວຽດນາມ ໄດ້ນັ້ນ, ນັກຄົ້ນຄວ້າ Kevin ເວືອງ ຕ້ອງຄົ້ນຄວ້າເປັນເວລາ 5 ປີ, ສະສົມ ແລະ ມີລະບົບເອກະສານສະເພາະກ່ຽວກັບຫົວສິງໂຕຂອງພາກເໜືອ.
“ກ່ຽວກັບເອກະສານ, ຈາກບັນດາສາງສຳເນົາຂອງຕ່າງປະເທດກ່ຽວກັບ ຫວຽດນາມ ກໍ່ຫຼາຍພໍສົມຄວນ, ແຕ່ຂັ້ນຕອນເຮັດແມ່ນຍາກທີ່ສຸດ. ປະຈຸບັນ, ບໍ່ມີຜູ້ໃດເຮັດຫົວສິງໂຕນັ້ນອີກ, ເພື່ອຊອກຜູ້ເຮັດກອບຫົວສິງໂຕໄດ້ນັ້ນ ກໍ່ຍາກທີ່ສຸດ. ມີບາງຈຸດເວລາທີ່ເຮັດວຽກທາງອອນລາຍ ແມ່ນເກືອບຄືວ່າບໍ່ສາມາດເປັນໄປໄດ້. ເມື່ອເຮັດວຽກໂດຍກົງກັບບັນດານັກສິລະປະການຈຶ່ງເຮັດຫົວສິງໂຕໄດ້ຄືປະຈຸບັນ”.
ເລື່ອງຟື້ນຟູໂຄງປະກອບຂອງຫົວສິງໂຕ ໄດ້ຮຽກຮ້ອງໃຫ້ນັກຄົ້ນຄວ້າຕ້ອງຊອກຮູ້ລົງເລິກລະອຽດບັນດາເອກະສານປະຫວັດສາດ ກໍຄືວິວັດການປະຕິບັດພ້ອມກັບບັນດານັກສິລະປະການ. ຕີລາຄາສູງວິວັດການຄົ້ນຄວ້າ ກໍຄືຄວາມມານະພະຍາຍາມຂອງ Kevin ເວືອງ, ທ່ານສາດສະດາຈານ, ນັກຄົ້ນຄວ້າ ເຈິ່ນເຫົາອຽນເທ, ຖືວ່າ:
“ມໍລະດົກໄດ້ສືບທອດ ແລະ ປ່ຽນແປງກ່ຽວກັບຄວາມຕ້ອງການຊອກຫາກົກເຄົ້າເຫງົ້າກໍຂອງມໍລະດົກ ຫວຽດນາມ ແມ່ນຈຳເປັນຮີບດ່ວນທີ່ສຸດ. ພວກເຮົາໄດ້ມີຄວາມເຂົ້າໃຈການປ່ຽນແປງດ້ານປະຫວັດສາດຂອງ ຫວຽດນາມ ໃນໄລຍະ 100 ປີມານີ້, ສົງຄາມ ແລ້ວການຂາດວັກຂາດຕອນດ້ານວັດທະນະທຳ, ເອກະສານ, ບໍ່ມີຄວາມຕໍ່ເນື່ອງ. ເລື່ອງ Kevin ເວືອງ ພວມເຮັດ, ໄປ ຝລັ່ງ, ໄປເຖິງຫໍພິພິຕະພັນເພື່ອຊອກຮູ້ ແມ່ນວຽກງານທີ່ໜ້າເຄົາລົບ”.
(ຫົວສິງໂຕທີ່ງານວາງສະແດງ) |
ທີ່ງານວາງສະແດງ “ດວງຈັນ ຫວຽດນາມ”, Kevin ເວືອງ ໄດ້ແນະນຳຫົວສິງໂຕທາງພາກເໜືອຫຼາຍຊະນິດ. ພິເສດ, ເຫດການຍັງມີການສະແດງຟ້ອນສິງໂຕທີ່ເປັນເອກະລັກສະເພາະໂດຍ ທ່ານ ຫງວຽນຊວັນຫ່ຽນ (ອາຍຸ 78 ປີ) ຢູ່ ເຟືອງບານ, ຕາແສງ ຟຸງເຈົາ, ບ້ານ ເຈືອງມີ້, ຮ່າໂນ້ຍ. ຫົວສິງໂຕທີ່ນຳມາສະແດງລາຍການນັ້ນໄດ້ເຮັດແຕ່ປີ 1932 ແລະ ຮັກສາຜ່ານຫຼາຍລຸ້ນຄົນຢູ່ ເຟືອງບານ, ຕາແສງ ຟຸງເຈົາ.
ບັນດາຈຸດພິຖີພິຖັນ ແລະ ລວດລາຍອັນຍອດຍິ່ງຢູ່ຫົວສິງໂຕ ພ້ອມກັບບັນດາຫົວສິງໂຕທີ່ວາງສະແດງຢູ່ງານວາງສະແດງ “ດວງຈັນ ຫວຽດນາມ” ໄດ້ສ້າງຄວາມປະທັບໃຈຕໍ່ຜູ້ຊົມ.
“ນີ້ເປັນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ເຫັນປະຈັກຕາຫົວສິງໂຕບູຮານຄືແນວນັ້ນ ແລະ ໄດ້ເຫັນປະຈັກຕານັກສິລະປະການຟ້ອນສິງໂຕ. ຫົວສິງໂຕນີ້ໜັກທີ່ສຸດ ແຕ່ນັກສິລະປະການມີອາຍຸກວ່າ 70 ປີຍັງຟ້ອນໄດ້ຢ່າງຄ່ອງແຄ້ວທີ່ສຸດ”.
“ນ້ອງເຫັນວ່າຫົວສິງໂຕງາມທີ່ສຸດ, ຄ້າຍຄືກັບຫົວສິງໂຕບູຮານ ແລະ ເມື່ອເຮັດຫົວສິງໂຕອັນນ້ອຍໆຄືແນວນີ້ກໍ່ແມ່ນວິທີທີ່ດີເພື່ອສາມາດເຂົ້າເຖິງໄດ້ກັບຫຼາຍຄົນກວ່າ, ກໍຄືແມ່ນວິທີເພື່ອສຶກສາກ່ຽວກັບມູນເຊື້ອຄວາມມັກຮັກມໍລະດົກໄປສູ່ທຸກຄົນ”.
ພ້ອມກັບຫົວສິງໂຕບູຮານນັ້ນ, ງານວາງສະແດງຍັງວາດພາບພາຂອງງານບຸນໄຫວ້ພະຈັນທີ່ເປັນມູນເຊື້ອ, ດ້ວຍສີສັນ, ລົດຊາດຂອງລະດູບານໃໝ່, ຄື: ເຂົ້າໜົມປິ້ງ, ເຂົ້າໜົມໜຽວ, ສັດເຮັດຈາກແປ້ງເຂົ້າ, ຫົວສິງໂຕຂະໜາດນ້ອຍ, ໝາກໄມ້, ພ້ອມກັນຮັບປະທານໝາກໄມ້ຕາມນິທານໃນເມື່ອກ່ອນ. ທຸກສິ່ງທຸກຢ່າງເຫຼົ່ານັ້ນ ໄດ້ສ້າງເປັນບັນຍາກາດຂອງວັນບຸນໄຫວ້ພະຈັນທີ່ເຕັມໄປດ້ວຍຄວາມຄະນຶງຫາໃນຂອບເຂດຂອງສາລາບ້ານບູຮານ.