ກົດໝາຍວ່າດ້ວຍນາຍຄູ:ວິໄສທັດຍາວນານຂອງ ຫວຽດນາມ ໃນການລົງທຶນໃຫ້ແກ່ການສຶກສາ

(VOVWORLD) - ກົດໝາຍວ່າດ້ວຍນາຍຄູ ໄດ້ຮັບການຮັບຮອງເອົາໃນວັນທີ 16 ມິຖຸນາປີ 2025 ຢູ່ ກອງປະຊຸມສະໄຫມສາມັນເທື່ອທີ 9 ສະພາແຫ່ງຊາດຊຸດທີ XV. ກົດໝາຍ ໄດ້ຮັບການສ້າງຂຶ້ນ ບໍ່ພຽງແຕ່ແມ່ນບາດກ້າວເດີນໃນກິດສະການປັບປຸງລະບອບລະບຽບການໃຫ້ສຳເລັດເທົ່ານັ້ນ ຫາກຍັງແມ່ນສານຢັ້ງຢືນ ການສຶກສາແມ່ນການໃຫ້ບຸລິມະສິດແຖວຫນ້າໃນຍຸດທະສາດພັດທະນາແບບຍືນຍົງຂອງປະເທດຊາດ, ສະແດງໃຫ້ເຫັນການເຊື່ອມໂຍງເຂົ້າກັບສາກົນ.

ກົດໝາຍວ່າດ້ວຍນາຍຄູ:ວິໄສທັດຍາວນານຂອງ ຫວຽດນາມ ໃນການລົງທຶນໃຫ້ແກ່ການສຶກສາ - ảnh 1ພາບປະກອບ: VOV

ກົດໝາຍວ່າດ້ວຍນາຍຄູ ເປັນຄັ້ງທຳອິດໄດ້ຮັບການປະກາດໃຊ້ ໄດ້ຫັນບັນດາທັດສະນະຂອງ ພັກ, ລັດ ກ່ຽວກັບທີ່ຕັ້ງບົດບາດ, ຄວາມສຳຄັນ, ລັກສະນະພິເສດຂອງອາຊີບຄູໃນກອບນິຕິກຳເປັນເອກະພາບໃຫ້ເປັນລະບອບລະບຽບການ.

ບັນດາຈຸດເດັ່ນສ່ອງແສງໃຫ້ເຫັນແຜນນະໂຍບາຍສະເຫມີຕົ້ນສະເຫມີປາຍຂອງພັກ ແລະ ລັດ

ພັກ ແລະ ລັດ ຫວຽດນາມ ຍາມໃດກໍ່ກຳນົດ ນາຍຄູ ແມ່ນປັດໄຈສຳຄັນທີ່ສຸດ, ເປັນພື້ນຖານທີ່ສຸດ, ເປັນຫລັກແຫລ່ງແກ່ນສານທີ່ສຸດເພື່ອຕັດສິນຊີ້ຂາດຄຸນນະພາບການສຶກສາ.

ກົດໝາຍວ່າດ້ວຍນາຍຄູໄດ້ຮັບການປະກາດໃຊ້ ໄດ້ກຳນົດທີ່ຕັ້ງດ້ານນິຕິກຳຢ່າງຄົບຖ້ວນໃຫ້ແກ່ ນາຍຄູໃນບັນດາຮາກຖານການສຶກສາພາກລັດແລະ ເອກະຊົນ ເປັນຄັ້ງທຳອິດ ນາຍຄູພາກເອກະຊົນ ໄດ້ຮັບການຮັບຮອງແມ່ນຜູ້ເຮັດວຽກງານພິເສດສະເພາະ, ມີມາດຖານອາຊີບ, ມີ ສິດ ແລະ ພັນທະຄ້າຍຄືກັນ ບໍ່ພຽງແຕ່ແມ່ນຜູ້ອອກແຮງງານຕາມສັນຍາຄືກ່ອນນີ້.

ກົດໝາຍສະບັບນີ້ ກໍກຳນົດ “ເງິນເດືອນຂອງນາຍຄູໄດ້ຮັບການຈັດອັນດັບສູງສຸດໃນລະບົບ ຕາຕະລາງເງິນເດືອນບໍລິຫານອາຊີບ ແລະ ມອບໃຫ້ລັດຖະບານກຳນົດລະອຽດກ່ຽວກັບນະໂຍບາຍເງິນເດືອນ ສຳລັບນາຍຄູ. ນອກນັ້ນ ຕາມການກຳນົດຂອງກົດໝາຍ, ນາຍຄູຍັງໄດ້ຊົມໃຊ້ຕື່ມບັນດາບ້ວງອຸດຫນູນພິເສດສະເພາະ, ຄວາມຮັບຜິດຊອບ, ການບຸລິມະສິດ, ການຫນູນຊ່ວຍເຂດປະສົບກັບຄວາມຫຍຸ້ງຍາກ.

ກົດໝາຍສະບັບນີ້ກໍ່ເປີດກວ້າງ ແລະ ໂຮມເຂົ້າລະບົບນະໂຍບາຍຫນູນຊ່ວຍນາຍຄູ, ໃຫ້ບຸລິມະສິດໃນການຮັບສະໝັກ, ຍົກຍ້າຍ, ຮັບພະນັກງານສຳລັບນາຍຄູເຮັດວຽກຢູ່ເຂດຫ່າງໄກສອກຫລີກ, ເຂດຊາຍແດນໝູ່ເກາະ; ດຶງດູດຜູ້ມີລະດັບຄວາມຮູ້ສູງ, ມີທັກສະອາຊີບເກັ່ງເຂົ້າຮ່ວມການສິດສອນ ເປັນຕົ້ນແມ່ນໃນບັນດາຂົງເຂດຍຸດທະສາດຄື: ວິທະຍາສາດ, ເຕັກໂນໂລຊີ, ການຫັນປ່ຽນດິຈີຕອນ, ການສຶກສາອາຊີບ.

 

ເຂົ້າເຖິງບັນດາມາດຖານຂອງໂລກ

ໃນສະພາບໂລກາພິວັດ, ເມື່ອປັນຍາຊົນກາຍເປັນຊັບພະຍາກອນຍຸດທະສາດ ແລະ ນະວັດຕະກຳແມ່ນກຳລັງຫນູນຫລັກແຫລ່ງແກ່ນສານໃຫ້ແກ່ການເຕີບໂຕ, ເລື່ອງແຕ່ລະປະເທດເອົາໃຈໃສ່ເຖິງການພັດທະນາຖັນແຖວນາຍຄູ ແມ່ນທ່າອ່ຽງທີ່ຈຳເປັນຢ່າງ ແນ່ນອນ. ຫວຽດນາມ ກໍ່ຢືນໃນທ່າອ່ຽງນັ້ນ.

ກົດໝາຍວ່າດ້ວຍນາຍຄູ ໄດ້ຮັບການສ້າງຂຶ້ນໂດຍອີງໃສ່ຫລັກການເຊື່ອມໂຍງ, ອີງໃສ່ເຖິງບັນດາມາດຖານສາກົນ. ນີ້ແມ່ນບັນດາຫລັກການພື້ນຖານເພື່ອແນໃສ່ຮັບປະກັນສິດ, ພັນທະ ແລະ ເງື່ອນໄຂອາຊີບໃຫ້ແກ່ຖັນແຖວພະນັກງານການສຶກສາຢູ່ທຸກຊັ້ນຮຽນ. ເລື່ອງປະກາດໃຊ້ກົດໝາຍວ່າດ້ວຍນາຍຄູ ຍັງພິສູດໃຫ້ເຫັນການກະທຳລະອຽດ ສະແດງໃຫ້ເຫັນຄວາມຮັບຜິດຊອບຂອງ ຫວຽດນາມ ໃນການປະຕິບັດເປົ້າໝາຍພັດທະນາແບບຍືນຍົງເລກທີ 4 ຂອງສປຊ: “ຮັບປະກັນພື້ນຖານການສຶກສາທີ່ມິຄຸນນະພາບສູງ, ຍຸຕິທຳ, ຮອບດ້ານ ແລະ ຊຸກຍູ້ກາລະໂອກາດຮ່ຳຮຽນຕະຫລອດຊີວິດໃຫ້ແກ່ທຸກຄົນ;

ທ່ານ Jonathan Wallace Baker  ຫົວຫນ້າ UNESCO ປະຈຳ ຫວຽດນາມ ຊົມເຊີຍເລ່ືອງສະພາແຫ່ງຊາດ ຫວຽດນາມ ຮັບຮອງເອົາກົດໝາຍວ່າດ້ວຍນາຍຄູ ພິເສດແມ່ນນະໂຍບາຍບຸກທະລຸເມື່ອຈັດເງິນເດືອນຂອງຄູອາຈານຢູ່ລະດັບສູງສຸດໃນລະບົບເງິນເດືອນບໍລິຫານອາຊີບທາງລັດຖະການ.

ຕາມທ່ານແລ້ວ, ຄວາມເຫັນດີເຫັນພ້ອມສູງຂອງສະພາແຫ່ງຊາດ ເມື່ອຮັບຮອງເອົາກົດໝາຍສະບັບນີ້ໄດ້ສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງແຮງ ແລະ ມີວິໄສທັດຍາວໄກຂອງ ຫວຽດນາມ ໃນການລົງທຶນໃຫ້ແກ່ບັນດາຜູ້ພວມຮັກສາບົດບາດໃຈກາງໃນພາລະກິດແຫ່ງການຫັນປ່ຽນການສຶກສາ.

ທ່ານ Jonathan Wallace Baker ກໍ່ຖືວ່າ: ຜ່ານການມອບສິດໃຫ້ແກ່ການສຶກສາ ຫວຽດນາມ ພວມບໍ່ພຽງແຕ່ຮັດແຄບຄວາມແຕກໂຕນວິທີການເຂົ້າເຖິງການສຶກສາ ແລະ ຍົກສູງຄຸນນະພາບການຮ່ຳຮຽນເທົ່ານັ້ນ ຫາກຍັງປະກອບສ່ວນສ້າງສັງຄົມຮອບດ້ານ, ໝັ້ນຄົງເຂັ້ມແຂງ ແລະ ຜາສຸກກວ່າ.

ປະຫວັດສາດປະຕິວັດຫວຽດນາມ ສະແດງໃຫ້ເຫັນວ່າ ການສຶກສາບຳລຸງສ້າງ ມີບົດດາດສຳຄັນພິເສດສຳລັບບັນດາຜົນງານດີເດັ່ນແຫ່ງການພັດທະນາຂອງຊາດ. ລັດຖະທຳມະນູນປີ 2013 ໄດ້ຢັ້ງຢືນ “ການພັດທະນາການສຶກສາ ແມ່ນລັດຖະນະໂຍບາຍແຖວຫນ້າ ເພື່ອຍົກສູງຄວາມຮູ້ຂອງປະຊາຊົນ, ພັດທະນາແຫລ່ງຊັບພະຍາກອນມະນຸດ, ບຳລຸງສ້າງຜູ້ມີຄວາມເກັ່ງກ້າສາມາດ” (ມາດຕາ 61)

ກົດໝາຍວ່າດ້ວຍນາຍຄູ:ວິໄສທັດຍາວນານຂອງ ຫວຽດນາມ ໃນການລົງທຶນໃຫ້ແກ່ການສຶກສາ - ảnh 2ສະພາແຫ່ງຊາດລົງປະຊາມະຕິ ຮັບຮອງເອົາກົດໝາຍວ່າດ້ວຍນາຍຄູ. (ພາບ: VGP)

ເພ່ືອໃຫ້ສຳເລັດບັນດາເປົ້າໝາຍຍຸດທະສາດ 100 ປີແຫ່ງວັນສະຖາປະນາປະເທດຊາດ, ນຳປະເທດກ້າວເຂົ້າສູ່ສັງກາດບືນຕົວຂຶ້ນ, ຊັບພະຍາກອນມະນຸດມີຄຸນນະພາບສູງ ສືບຕໍ່ໄດ້ຮັບການກຳນົດຈາກກອງປະຊຸມສູນກາງຄັ້ງທີ 10 ຊຸດທີ XIII (ເດືອນ ພະຈິກປີ 2024) ວ່າ ແມ່ນບາດກ້າວບຸກທະລຸຍຸດທະສາດ ແລະ ການປ່ຽນແປງການສຶກສາບຳລຸງສ້າງແມ່ນຫນ້າທີ່, ມາດຕະການຍຸດທະສາດຂອງກອງປະຊຸມໃຫຍ່ຄັ້ງທີ XIV. 

ຈາກບັນດາຂໍ້ອ້າງອີງດັ່ງກ່າວ, ເລ່ືອງປະກາດໃຊ້ກົດໝາຍວ່າດ້ວຍນາຍຄູ ແມ່ນຄວາມຈຳເປັນທີ່ສຸດ ທັງຕອບສະຫນອງຄວາມຮຽກຮ້ອງຕ້ອງການການຫັນບັນດາທັດສະນະ, ແຜນນະໂຍບາຍຂອງພັກກ່ຽວກັບການພັດທະນາຖັນແຖວນາຍຄູເປັນລະບອບລະບຽບການ ທັງສົ່ງສານໄປຍັງເພື່ອນມິດສາກົນ ກ່ຽວກັບເລື່ອງ ຫວຽດນາມ ເຄົາລົບປັນຍາຊົນ, ຖືເປັນສຳຄັນອາຊີບນາຍຄູ ແລະ ພ້ອມແລ້ວທີ່ຈະຮ່ວມມືເພື່ອອະນາຄົດຮ່ຳຮຽນແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ