ການພັດທະນາມະນຸດ - ແມ່ນຫນຶ່ງໃນບັນດາບຸລິມະສິດແຖວຫນ້າຂອງ ຫວຽດນາມ

(VOVWORLD) -ຕາມບົດລາຍງານດັດຊະນີການພັດທະນາມະນຸດ (HDRໂດຍໄດ້ຮັບການປະກາດຈາກ

ໂຄງການພັດທະນາຂອງສະຫະປະຊາຊາດ (UNDP)ໃນຕົ້ນເດືອນພຶດສະພາ, ດັດຊະນີການພັດທະນາມະນຸດ ຂອງຫວຽດນາມ ແມ່ນຂຶ້ນກັບກຸ່ມບັນດາປະເທດມີລະດັບການພັດທະນາສູງ.  ນີ້ແມ່ນໝາກຜົນແຫ່ງການປະຕິບັດບັນດາຄຳໝັ້ນສັນຍາຂອງລັດຖະບານ ຫວຽດນາມ ໃນການຍູ້ແຮງຄວາມກ້າວຫນ້າກ່ຽວກັບການພັດທະນາມະນຸດ. ພ້ອມທັງເປັນການພິສູດໃຫ້ເຫັນທັດສະນະທີ່ວ່າ ມະນຸດແມ່ນໃຈກາງຂອງການພັດທະນາ.

ການພັດທະນາມະນຸດ - ແມ່ນຫນຶ່ງໃນບັນດາບຸລິມະສິດແຖວຫນ້າຂອງ ຫວຽດນາມ - ảnh 1ດັດຊະນີ HDI  ຂອງຫວຽດນາມ ໄລຍະ 1990- 2023. (ພາບ: UNDP ປະຈຳ ຫວຽດນາມ)

ຫວຽດນາມ ໄດ້ ແລະ ພວມສືບຕໍ່ສ້າງລັດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ດ້ວຍບັນດານະໂຍບາຍສະເຫມີຕົ້ນສະເຫມີປາຍໃນການເຄົາລົບ ແລະ ຮັບປະກັນບັນດາສິດທິມະນຸດໂດຍໄດ້ເອົາເຂົ້າໃນທຸກຍຸດທະສາດ ແລະ ໂຄງການພັດທະນາຂອງປະເທດຊາດ.

ຜົນງານເປັນຫນ້າຮັບຮູ້ໃນການພັດທະນາມະນຸດ

ບົດລາຍງານຂອງ UNDP ຊີ້ໃຫ້ເຫັນວ່າ ດັດຊະນີການພັດທະນາມະນຸດ (HDI) ຂອງຫວຽດນາມ ປີ 2023 ບັນລຸລະດັບ 0,766, ແມ່ນນອນໃນກຸ່ມບັນດາປະເທດມີລະດັບການພັດທະນາມະນຸດສູງ, ຢືນອັນດັບທີ 93 ໃນຍອດຈຳນວນ 193 ປະເທດ ແລະ ເຂດແຄ້ວນ, ຢືນອັນດັບທີ 5 ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ຫຍັບຂຶ້ນຢ່າງແຮງດ້ວຍ 14 ຂັ້ນເມື່ອທຽບໃສ່ປີ 2022; ທ່ານນາງ ໂດ໋ເລທູງອັກ, ຜູ້ຊ່ວຍວຽກຜູ້ຕາງຫນ້າປະຈຳ, ຫົວຫນ້າຫ້ອງການເຕີບໂຕກວມລວມຂອງ UNDP ປະຈຳ ຫວຽດນາມ ຖືວ່າ:                            

“ຫວຽດນາມ ມີດັດຊະນີ HDI ແມ່ນ 0,766, ເພີ່ມຂຶ້ນເມື່ອທຽບໃສ່ການສຳຫລວດກ່ອນນັ້ນ. ແຕ່ປີ 1990 ມາຮອດປະຈຸບັນ, ດັດຊະນີ HDI ຂອງຫວຽດນາມ ກໍ່ເພີ່ມຂຶ້ນຫລາຍ. ສິ່ງນີ້ສະແດງໃຫ້ເຫັນຄຳໝັ້ນສັນຍາຂອງລັດຖະບານໃນການຍູ້ແຮງຄວາມກ້າວຫນ້າກ່ຽວກັບການພັດທະນາມະນຸດ. ໃນຂະນະນັ້ນ ບັນດາປະເທດໃນໂລກ ພວມປະສົບກັບຄວາມຫຍຸ້ງຍາກໃນການຍູ້ແຮງຄວາມກ້າວຫນ້າກ່ຽວກັບການພັດທະນາມະນຸດ ຢູ່ ຫວຽດນາມ, ບັນດານະໂຍບາຍຂອງລັດຖະບານ ອາດສາມາດພວມຫນູນຊ່ວຍຕາມທິດຕັ້ງຫນ້າກວ່າໃນບັນຫານີ້”

ສ່ວນບົດລາຍງານຄວາມຜາສຸກໂລກປີ 2025 ສະແດງໃຫ້ເຫັນວ່າ, ຫວຽດນາມ ຢືນອັນດັບທີ 46, ເພີ່ມຂຶ້ນ 8 ຂັ້ນເມື່ອທຽບໃສ່ປີ 2024. ນີ້ແມ່ນສັນຍານຕັ້ງຫນ້າ ຊີ້ໃຫ້ເຫັນຄຸນນະພາບການດຳລົງຊີວິດຂອງປະຊາຊົນທີ່ພວມໄດ້ຮັບການປັບປຸງຢ່າງເຫັນໄດ້ຊັດ ພ້ອມທັງສ່ອງແສງໃຫ້ເຫັນປະສິດທິຜົນຕັ້ງຫນ້າຂອງບັນດານະໂຍບາຍພັດທະນາມະນຸດ.

ໃນເກືອບ 40 ປີແຫ່ງການປ່ຽນແປງໃຫມ່, ພັກ, ລັດ ຫວຽດນາມ ໄດ້ຜັນຂະຫຍາຍຫລາຍໂຄງການເສດຖະກິດ ສັງຄົມໃຫຍ່ ເພື່ອແນໃສ່ຮັບປະກັນ ແລະ ຍົກສູງຄຸນນະພາບການຊົມໃຊ້ບັນດາສິດທິມະນຸດຂອງປະຊາຊົນທຸກຄົນ. ສິ່ງນີ້ເປັນການພິສູດໃຫ້ເຫັນຜ່ານບັນດາໝາກຜົນພົ້ນເດັ່ນຄື: ອັດຕາຄອບຄົວທຸກຍາກຫລາຍຂົ້ວປີ 2024 ລວມໃນທົ່ວປະເທດແມ່ນ 4,06% ຫລຸດລົງ 1,65% ເມື່ອທຽບໃສ່ປີ 2023, ອັດຕາຜູ້ໄດ້ຊົມໃຊ້ບັດປະກັນສຸຂະພາບໃນປະຊາຊົນແມ່ນ ບັນລຸ 94,1%, ອາຍຸຍືນຂອງປະຊາຊົນເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ.

ນອກນັ້ນ ຫວຽດນາມ ກໍ່ບັນລຸໄດ້ຫລາຍບາດກ້າວດີສົມຄວນໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ ແລະ ຍົກສູງຄຸນນະພາບຊີວິດຂອງປະຊາຊົນນັບລ້ານໆຄົນ.

ການພັດທະນາມະນຸດ - ແມ່ນຫນຶ່ງໃນບັນດາບຸລິມະສິດແຖວຫນ້າຂອງ ຫວຽດນາມ - ảnh 2ທ່ານ ຫງວຽນກີມເຊີນ, ລັດຖະມົນຕີ ກະຊວງສຶກສາ ແລະ ບຳລຸງສ້າງ. (ພາບ: VOV)

:ຍູ້ແຮງບັນດານະໂຍບາຍກ່ຽວກັບການພັດທະນາມະນຸດ

ພ້ອມກັບບັນດາໂຄງການ, ນະໂຍບາຍພວມໄດ້ຮັບການປະຕິບັດ, ໄລຍະຈະມາເຖິງ ມີຫລາຍລັດຖະນະໂຍບາຍສຳຄັນໃນຍຸດທະສາດພັດທະນາມະນຸດແບບຍືນຍົງເພ່ືອພັດທະນາປະເທດຊາດໃຫ້ຍືນຍົງກໍ່ຈະໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດ. ໃນນັ້ນ ເປັນຫນ້າສົນໃຈ ກົມການເມືອງໄດ້ຕົກລົງປະຕິບັດຍົກເວັ້ນຄ່າຮຽນໃຫ້ແກ່ນັກຮຽນປະມານ 2,3 ລ້ານຄົນ ນັບແຕ່ຊັ້ນອະນຸບານຕະຫລອດຮອດມັດທະຍົມສົມບູນແຫ່ງລັດ ໃນຂອບເຂດທົ່ວປະເທດນັບແຕ່ສົກຮຽນປີ 2025-2026. ນະໂຍບາຍຍົກເວັ້ນ ຄ່າຮຽນ ແມ່ນເພ່ືອແນໃສ່ມຸ່ງໄປເຖິງຄວາມກ້າວຫນ້າ ແລະ ຍຸຕິທຳສັງຄົມ. ທ່ານ ຫງວຽນກີມເຊີນ, ລັດຖະມົນຕີ ກະຊວງສຶກສາ ແລະ ບຳລຸງສ້າງຖືວ່າ:

“ນີ້ແມ່ນລັດຖະນະໂຍບາຍໃຫຍ່ທີ່ສຸດ ແລະ ຈະມີການກະທົບບໍ່ພຽງແຕ່ຂະແຫນງການສຶກສາເທົ່ານັ້ນ ຫາກຍັງສຳລັບທົ່ວສັງຄົມອີກດ້ວຍ, ສ້າງຄວາມຍຸຕິທຳໃນການສຶກສາ, ສ້າງຄວາມສະດວກໃນການສຶກສາແບບບັງຄັບ. ນີ້ຈະແມ່ນເງ່ືືອນໄຂເພື່ອໃຫ້ຂະແຫນງການສຶກສາສືບຕໍ່ປະຕິບັດການປ່ຽນແປງໃຫມ່ ແລະ ຍົກສູງຄຸນນະພາບການສຶກສາ”

ຖັດຈາກການຍົກເວັ້ນຄ່າຮຽນ, ໄລຍະຜ່ານມາ ທ່ານເລຂາທິການໃຫຍ່ ໂຕເລິມ ຍັງເຕື້ອງເຖິງເລື່ອງຈະຍົກເວັ້ນຄ່າກວດປິ່ນປົວພະຍາດໃຫ້ແກ່ປະຊາຊົນທຸກຄົນໄລຍະ 2030-2035. ແຜນນະໂຍບາຍນີ້ແມ່ນບາດກ້າວບຸກທະລຸໃຫຍ່, ສະແດງໃຫ້ເຫັນຈິດໃຈຂອງລັດເພື່ອປະຊາຊົນ, ຖືສຳຄັນຄຸນນະພາບການດຳລົງຊີວິດຂອງປະຊາຊົນເປັນໃຈກາງ. ທ່ານນາງຮອງສາດສະດາຈານ ປອ ບຸ່ຍທິອານ, ປະທານ ສະມາຄົມປັນຍາຊົນຍິງ ຮ່າໂນ້ຍ ເນັ້ນຫນັກວ່າ:

“ຂ້່າພະເຈົ້າຖືວ່າ ນີ້ແມ່ນແຜນນະໂຍບາຍອັນຖືກຕ້ອງທີ່ສຸດ, ຫັນບັນດາແຜນນະໂຍບາຍຂອງພັກກອມມູນິດ ຫວຽດນາມ ແຕ່ກ່ອນມາຮອດປະຈຸບັນໃຫ້ປະກົດຜົນເປັນຈິງ, ນັ້ນແມ່ນ ຍາມໃດກໍ່ເອົາໃຈໃສ່ເຖິງການຮັບປະກັນຊີວິດສັງຄົມ, ຖືປະຊາຊົນເປັນກົກ, ເປັນໃຈກາງໃຫ້ແກ່ທຸກການເຄ່ືອນໄຫວຢູ່ທຸກຂົງເຂດ.ນີ້ກໍ່ແມ່ນການຫັນເລ່ືອງບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫລັງໃຫ້ປະກົດຜົນເປັນຈິງ”

ບັນດານະໂຍບາຍ ແລະ ຍຸດທະສາດພັດທະນາຂອງ ຫວຽດນາມ ລ້ວນແຕ່ໄດ້ສ້າງຂຶ້ນດ້ວຍເປົ້າໝາຍຕອບສະຫນອງຄວາມຕ້ອງການຂອງມະນຸດ, ປົກປ້ອງສິດຜົນປະໂຫຍດໃຫ້ແກ່ປະຊາຊົນ ແລະ ສ້າງເງື່ອນໄຂໃຫ້ທຸກຄົນໄດ້ເຂົ້າຮ່ວມວິວັດການພັດທະນາ. ສິ່ງນີ້ໄດ້ນຳມາເຊິ່ງການປ່ຽນແປງທີ່ຕັ້ງຫນ້າໃນຍຸດທະສາດພັດທະນາລວມຂອງປະເທດຊາດກໍ່ຄືການພັດທະນາຮອບດ້ານມະນຸດເວົ້າສະເພາະ.

ຕອບກັບ

ຂ່າວ/ບົດ​ອື່ນ