(VOVWORLD) -
ວັນທີ 5 ກັນຍາ, ນັກຮຽນ, ນັກສຶກສາ ຫວຽດນາມ ກ່ວາ 22 ລ້ານຄົນຈະກ້າວເຂົ້າສູ່ສົກຮຽນໃໝ່. ໃນຊຸມວັນຫຼັງການສ້າງຕັ້ງລັດເມື່ອ 80 ປີກ່ອນ, ຂະບວນການ “ລົບລ້າງໄພກືກໜັງສື” ໂດຍປະທານ ໂຮ່ຈິມິນ ລິເລີ່ມ ໄດ້ເປີດວິວັດທະນາການລົບລ້າງໄພກືກໜັງສືແບບທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດຂອງຊາດ. ຂະບວນການດັ່ງກ່າວໄດ້ສ້າງພື້ນຖານເພື່ອໃຫ້ທຸກວັນນີ້, ການສຶກສາ ຫວຽດນາມ ມານະພະຍາຍາມເຊື່ອມໂຍງເຂົ້າກັບສາກົນ, ປະກອບສ່ວນສ້າງສາປະເທດຊາດ.
ວັດຖຸພັນສະແດງຢູ່ງານວາງສະແດງ “ການລົບລ້າງໄພກືກໜັງສື-ສ້າງອະນາຄົດອັນສົດໃສ” |
ພາຍຫຼັງເວລາ 1 ວັນເມື່ອປະເທດສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ໄດ້ຮັບການສ້າງຕັ້ງຂຶ້ນ (ຄືວັນທີ 2 ກັນຍາ ປີ 1045), ລັດຖະບານຊົ່ວຄາວໄດ້ຈັດວາລະປະຊຸມຄັ້ງປະຖົມມະເລິກໃນວັນທີ 3 ກັນຍາ ປີ 1945. ໃນສະພາບການທີ່ປະຊາກອນ 90% ບໍ່ຮູ້ໜັງສືນັ້ນ, ປະທານ ໂຮ່ຈິມິນ ໄດ້ກຳນົດວ່າ ການລົບລ້າງໄພກືກໜັງສື ແມ່ນໜຶ່ງໃນບັນດາໜ້າທີ່ອັນຮີບດ່ວນຂອງປະເທດຊາດ.
ລົບລ້າງໄພກືກໜັງສືເພື່ອສ້າງສາປະເທດຊາດ
ສຂະບວນການ “ລົບລ້າງໄພກືກໜັງສື” ໄດ້ປະກົດຕົວຄືດັ່ງການກະທຳອັນຮີບດ່ວນ ແລະ ໄດ້ແຜ່ຂະຫຍາຍອອກຢ່າງກ້ວາງຂວາງໃນທົ່ວປະເທດ. ຮອດປີ 1959, ບັນດາເຂດທົ່ງພຽງ, ພູພຽງທາງພາກເໜືອໄດ້ປະຕິບັດການລົບລ້າງໄພກືກໜັງສືໃຫ້ແກ່ ປຊຊ ໃນເກນອາຍຸກແຕ່ 12-50 ປີຢ່າງສຳເລັດຜົນ. ພິເສດ, ຮອດທ້າຍປີ 1965, ການລົບລ້າງໄພກືກໜັງສືໄດ້ປະຕິບັດສຳເລັດໂດຍພື້ນຖານຢູ່ບັນດາແຂວງເຂດພູດອຍທາງພາກເໜືອ…
ຂະບວນການ “ລົບລ້າງໄພກືກໜັງສື” ໄດ້ປະກອບສ່ວນຍົກສູງພູມປັນຍາ, ປຸກລຸກຄວາມເອກອ້າງທະນົງໃຈຂອງຊາດ, ປັບປຸງຄວາມເຊື່ອໝັ້ນຂອງ ປຊຊ ຕໍ່ການຊີ້ນຳນຳພາຂອງພັກ. ນັ້ນແມ່ນບາດກ້າວເດີນເລີ່ມຕົ້ນທີ່ໜັກແໜ້ນໃຫ້ແກ່ພາລະກິດການສຶກສາປະຕິວັດ, ສ້າງພື້ນຖານໃຫ້ແກ່ວິວັດທະນາການ 80 ປີແຫ່ງການພັດທະນາໃນໄລຍະຫຼັງນີ້. ທ່ານ ຫງວຽນວັນດ່ວານ, ຜູ້ອຳນວຍການຫໍພິພິຕະພັນປະຫວັດສາດແຫ່ງຊາດ, ແຫ່ງກຳລັງຈັດງານວາງສະແດງ “ການລົບລ້າງໄພກືກໜັງສື-ສ້າງອະນາຄົດອັນສົດໃສ” ຢືນຢັນວ່າ:
ຂະບວນການນີ້ບໍ່ພຽງແຕ່ແມ່ນການຂົນຂວາຍຮຽນໜັງສືເທົ່ານັ້ນ, ຫາກຍັງແມ່ນການປຸກລຸກ ປຊຊ, ຊຸກຍູ້ເຈດຈຳນົງບືນຕົວຂຶ້ນ ແລະ ນ້ຳໃຈສາມັກຄີແຫ່ງຊາດອີກດ້ວຍ. ຈິດໃຈຮຽນເພື່ອເປັນຄົນ, ຮຽນເພື່ອຮັບໃຊ້ປະເທດຊາດ ພ້ອມທັງກໍ່ແມ່ນຄຳຢືນຢັນກ່ຽວກັບດ້ານຄຸນຄ່າຂອງພູມປັນຍາ ການສຶກສາທີ່ຍັງມີຄຸນຄ່າເໝືອນເດີມ, ພິເສດແມ່ນໃນພາລະກິດພັດທະນາປະເທດຊາດໃນທຸກວັນນີ້.
ສ້າງພຶ້ນຖານການສຶກສາເຊື່ອມໂຍງ
ຈາກບັນດາຫ້ອງຮຽນທີ່ປະຖົມປະຖານໃນໄລຍະຕໍ່ຕ້ານ, ພື້ນຖານການສຶກສາ ຫວຽດນາມ ໄດ້ຜ່ານຜ່າວິວັດທະນາການອັນຍາວນານ ເພື່ອກ້າວເຂົ້າສູ່ຍຸກສະໄໝທັນສະໄໝ, ເຊື່ອມໂຍງເຂົ້າກັບໂລກຢ່າງເລິກເຊິ່ງກ້ວາງຂວາງ. ໃນສະພາບການທີ່ການປະຕິວັດອຸດສາຫະກຳ 4.0 ແລະ ການປ່ຽນແປງຢ່າງໄວວາຂອງສັງຄົມນັ້ນ, ຂະແໜງການສຶກສາ ໄດ້ ແລະ ພວມຢັງຢືນບົດບາດແກ່ນສານໃນການພັດທະນາມະນຸດ, ຍົກສູງພູປັນຍາ ປຊຊ ແລະ ບຳລຸງສ້າງຜູ້ມີຄວາມເກັ່ງກ້າສາມາດ.
ພ້ອມກັນນັ້ນ, ໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການພັດທະນາການສຶກສາ ແລະ ບຳລຸງ ກໍ່ສ້າງພວມໄດ້ຮັບການສ້າງຂຶ້ນ; ກົດໝາຍວ່າດ້ວຍຄູອາຈານ, ກົດໝາຍວ່າດ້ວຍການສຶກສາ, ກົດໝາຍວ່າດ້ວຍການສຶກສາຂັ້ນມະຫາວິທະຍາໄລ ແລະ ກົດໝາຍວ່າດ້ວຍການສຶກສາວິຊາຊີບສະບັບປັບປຸງ ຄາດວ່າຈະໄດ້ປະກາດໃຊ້ໃນປີ 2025 ນີ້ ຈະສ້າງພື້ນຖານອັນໜັກແໜ້ນ ເພື່ອໃຫ້ພື້ນຖານການສຶກສາທັນສະໄໝ, ຄົບຊຸດ ແລະ ມີປະສິດທິຜົນໄດ້ນຳເຂົ້າເຄື່ອນໄຫວ. ເລື່ອງຫັນເປັນດີຈີຕອນ, ໝູນໃຊ້ປັນຍາປະດິດ, ເຕັກໂນໂລຊີ, ເຕັກນິກ… ກໍ່ພວມເປີດໂອກາດໃຫ້ການນສຶກສາກ້າວເຂົ້າສູ່ໄລຍະຍົກສູງຄຸນນະພາບ ແລະ ປ່ຽນໃໝ່ຢ່າງຮອບດ້ານ.
ສົກຮຽນ 2025-2026 ຈະເປີດບັນດາເສັ້ນທາງໃຫ່ມໃຫ້ແກ່ການສຶກສາ ຫວຽດນາມ. ໃນຈົດໝາຍລະດົມກຳລັງໃຈຂະແໜງການສຶກສາ ໃນໂອກາດໄຂສົກຮຽນໃໝ່ 2025-2026, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ເຊື່ອໝັ້ນວ່າ ນັກຮຽນ, ນັກສຶກສາຈະມີຄວາມຄາດຫວັງອັນໃຫ່ຍຫຼວງ ເພື່ອສ້າງສາປະເທດຊາດແຫ່ງວັດທະນາຖາວອນ; ຂະແໜງການສຶກສາສືບຕໍ່ມຸ່ງໄປເຖິງເປົ້າໝາຍການສ້າງ ແລະ ພັດມະນາມະນຸດຮອບດ້ານກ່ຽວກັບການພູມປັນຍາ, ຄຸນສົມບັດ, ທັກສະ, ຄຸນນະທາດ ແລະ ຄວາມຄາດຫວັງ, ຕອບສະໜອງຄຳຮຽກຮ້ອງພັດທະນາຢ່າງໄວວາ, ຍືນຍົງຂອງປະເທດຊາດໃນສັງກາດບຸກບືນ./.