(VOVWORLD) - ພາຍຫລັງຜັນຂະຫຍາຍມະຕິເລກທີ 57 - NQ/TW ຂອງກົມການເມືອງກ່ຽວກັບການບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະການຫັນເປັນດິຈິຕອນແຫ່ງຊາດ ມາເປັນເວລາ 6 ເດືອນ, ຫວຽດນາມ ໄດ້ຮັບຮູ້ການຫັນປ່ຽນຢ່າງເຫັນໄດ້ຊັດກ່ຽວກັບຄວາມຮັບຮູ້ ແລະ ການກະທຳໃນລະບົບການເມືອງ. ຈິດໃຈແມ່ນປ່ຽນແປງຈະແຈ້ງ,ບາງຂໍ້ຕິດຄັດກ່ຽວກັບລະບອບລະບຽບການໄດ້ແກ້ໄຂຢ່າງລຸລ່ວງ, ຫັນພື້ນຖານໂຄງລ່າງດ້ານເຕິກນິກເປັນດິຈິຕອນພັດທະນາ.
ມະຕິເລກທີ 57 ມີຄວາມໝາຍຍຸດທະສາດ, ກຳນົດທິດທາງພັດທະນາຢ່າງວ່ອງໄວ ແລະ ໝັ້ນຄົງຂອງປະເທດຊາດໃນໄລຍະໃຫມ່ ພິເສດ ໃນສະພາບການ ຫວຽດນາມ ພວມມານະພະຍາຍາມສຳເລັດບັນດາເປົ້າໝາຍຂອງອາຍຸການ ແລະ ຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ຊື່ງໄດ້ນຳເຂົ້າເຄື່ອນໄຫວຢ່າງເປັນທາງການຢູ່ 34 ແຂວງ, ນະຄອນ ນັບແຕ່ວັນທີ 1 ກໍລະກົດ ປີ 2025.
ພື້ນຖານນິຕິກຳ
ໃນ 15 ວັນທຳອິດຂອງເດືອນມິຖຸນາ, ຄະນະຊີ້ນຳສູນກາງ ກ່ຽວກັບການພັດທະນາວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດິຈິຕອນແຫ່ງຊາດ ໄດ້ປະກາດໃຊ້ ແລະ ຈັດຕັ້ງປະຕິບັດສອງແຜນການໃຫຍ່ໃນພາບດຽວຄື: ແຜນການເລກທີ 01 ກ່ຽວກັບການກະທຳຍຸດທະສາດຜັນຂະຫຍາຍມະຕິເລກທີ 57 ແລະ ແຜນການເລກທີ 02 ກ່ຽວກັບ “ການຊຸກຍູ້ການຫັນເປັນດິຈິຕອນຕໍ່ເນື່ອງ, ຄົບຊຸດ, ວ່ອງໄວ, ມີປະສິດທິຜົນ ຕອບສະຫນອງຄວາມຮຽກຮ້ອງຕ້ອງການໃນການສັບຊ້ອນກົງຈັກການຈັດຕັ້ງຂອງລະບົບການເມືອງ”. ນີ້ແມ່ນສອງແຜນການສະແດງໃຫ້ເຫັນວິທີສຳຜັດຢ່າງໃຫມ່ອ່ຽມ, ມີວິໄສທັດ, ຫັນບັນດາທັດສະນະຊີ້ນຳຕົວຈິງໃຫ້ເປັນລະອຽດ.
ສະພາແຫ່ງຊາດ ໄດ້ຮັບຮອງເອົາກົດໝາຍສຳຄັນ 2 ສະບັບ ທີ່ມີລັກສະນະພື້ນຖານ ນັ້ນແມ່ນ: ກົດໝາຍວ່າດ້ວຍວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ; ກົດໝາຍວ່າດ້ວຍອຸດສາຫະກຳເຕັກໂນໂລຊີ. ລັດຖະບານກໍ່ໄດ້ປະກາດໃຊ້ເອກະສານນິຕິກຳສຳຄັນຫລາຍສະບັບ (16 ດຳລັດ, 1 ມະຕິ), ໃນນັ້ນ ມີບັນດາດຳລັດກ່ຽວກັບການປະຕິຮູບລະບຽບການບໍລິຫານປະຕູດຽວ, ປະຕູເຊື່ອມຕໍ່ ແລະ ຈັດແບ່ງຂັ້ນ, ຈັດແບ່ງສິດໃຫ້ເໝາະສົມກັບຮູບແບບການຈັດຕັ້ງກົງຈັກອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ.
ລັດຖະບານກໍ່ໄດ້ປະກາດໃຊ້ບັນຊີລາຍຊື່ເຕັກໂນໂລຊີຍຸດທະສາດ, ກຳນົດ 11 ໝວດເຕັກໂນໂລຊີມີບົດບາດຫລັກແຫລ່ງແກ່ນສານໃນວິວັດການພັດທະນາຢ່າງວ່ອງໄວ, ໝັ້ນຄົງ ແລະ ຍົກສູງກຳລັງຄວາມສາມາດແກ້ງແຍ່ງແຫ່ງຊາດ. ກ່ຽວກັບງົບປະມານຜັນຂະຫຍາຍມະຕິ, ຢູ່ກອງປະຊຸມປະຈຳເດືອນຂອງລັດຖະບານໃນວັນທີ 4 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢືນຢັນ: ໄດ້ຈັດແບ່ງງົບປະມານ 3% ໃຫ້ແກ່ວິທະຍາສາດເຕັກໂນໂລຊີ. ລັດຖະບານ ກໍ່ໄດ້ສະຫງວນຫລາຍແຫລ່ງອື່ນອີກເພື່ອປະຕິບັດມະຕິເລກທີ 57. ທ້າຍເດືອນພຶດສະພາ ຜ່ານມາ, ຂະແຫນງທະນາຄານ ໄດ້ປະກາດບ້ວງສິນເຊື່ອ 500.000 ຕື້ດົ່ງ ຈາກແຫລ່ງທຶນຂອງ 21 ທະນາຄານ ດ້ວຍອັດຕາດອກເບ້ຍຕ່ຳກວ່າຢ່າງຫນ້ອຍສຸດແມ່ນ 1% ໃຫ້ແກ່ພື້ນຖານໂຄງລ່າງ, ເຕັກໂນໂລຊີ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ (ພາບ: VGP) |
ຜົນງານລະອຽດ
ໃນ 6 ເດືອນຕົ້ນປີນີ້ ລະບົບຕິດຕາມກວດກາ, ຕີລາຄາການປະຕິບັດມະຕິເລກທີ 57-NQ/TW ແລະ ລະບົບຮັບເອົາ, ແກ້ໄຂການສ່ອງແສງ, ຂໍ້ສະເຫນີແນະ, ມາດຕະການວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດິຈິຕອນ ໄດ້ນຳເຂົ້າເຄື່ອນໄຫວ, ສ້າງການຮ່ວມສຳພັນລະຫວ່າງບັນດາລະບົບ ແລະ ເບື້ອງຕົ້ນສ້າງພື້ນຖານການຄຸ້ມຄອງໂດຍອີງໃສ່ຂໍ້ມູນເວລາຕົວຈິງ.
ລະບົບນິເວດວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳພັດທະນາຢ່າງແຮງ ດ້ວຍ 858 ວິສາຫະກິດວິທະຍາສາດ - ເຕັກໂນໂລຊີ, 45ວິສາຫະກິດເຕັກໂນໂລຊີສູງ ແລະ ກວ່າ 73.000 ວິສາຫະກິດເຕັກໂນໂລຊີພວມເຄື່ອນໄຫວ.
ຈຸດພົ້ນເດັ່ນໃນ 6 ເດືອນຕົ້ນປີ ແມ່ນການຮ່ວມເດີນທາງ, ການເຂົ້າຮ່ວມຢ່າງແຮງຂອງບັນດາວິສາຫະກິດເຕັກໂນໂລຊີໃຫຍ່ໃນປະເທດ. ກ່າວຄຳເຫັນທີ່ພິທີເລີ່ມລົງມືກໍ່ສ້າງກຸ່ມພື້ນທີ່ປະດິດຄິດສ້າງ CMC ຢູ່ ຮ່າໂນ້ຍ ໃນວັນທີ 1 ມິຖຸນາ ຜ່ານມາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ:
“ຕ້ອງຊຸກຍູ້ເປົ້າໝາຍຂອງປະເທດຊາດ, ກໍ່ສ້າງບັນດາແນວຄວາມຄິດດີເດັ່ນ, ຄວາມກ້າຫານໃນການຄົ້ນຄ້ວາວິທະຍາສາດ; ຕ້ອງປະຕິບັດໃຫ້ໄວທີ່ສຸດ, ກ້າຫານທີ່ສຸດກວ່າອີກໃນການຄົ້ນຄ້ວາວິທະຍາສາດ ແລະ ຫັນເປັນດິຈິຕອນ. ປະກອບສ່ວນພັດທະນາພື້ນຖານໂຄງລ່າງໃຫ້ແກ່ເສດຖະກິດ, ວິທະຍາສາດເຕັກໂນໂລຊີ, ພື້ນຖານໂຄງລ່າງດິຈິຕອນ, ພື້ນຖານໂຄງລ່າງສີຂຽວ, ພື້ນຖານໂຄງລ່າງຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ປະກອບສ່ວນສ້າງລະບອບລະບຽບການ, ບຳລຸງສ້າງແຫລ່ງຊັບພະຍາກອນມະນຸດ, ປ່ຽນໃຫມ່ວິທີການຈັດຕັ້ງການຄຸ້ມຄອງ, ພັດທະນາປະເທດຊາດ”.
ພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດິຈິຕອນ ແມ່ນປັດໄຈຕັດສິນຊີ້ຂາດການພັດທະນາຂອງບັນດາປະເທດ. 6 ເດືອນທ້າຍປີ ຫວຽດນາມ ຈະສຸມໃສ່ການຫັນເປັນດິຈິຕອນ, ສ້າງຂົວຕໍ່ເປັນຕາຍໃນຮູບແບບການບໍລິຫານສອງຂັ້ນ, ສ້າງສຳເລັດການກໍ່ສ້າງ, ນຳເຂົ້າຂຸດຄົ້ນ, ນຳໃຊ້ສູນຂໍ້ມູນແຫ່ງຊາດ; ຍູ້ແຮງການເຊື່ອມຕໍ່, ແບ່ງປັນຖານຂໍ້ມູນລະຫວ່າງພື້ນຖານຂໍ້ມູນ, ລະບົບຂໍ້ມູນ. ບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນ ສືບຕໍ່ຜັນຂະຫຍາຍພື້ນຖານໂຄງລ່າງດິຈິຕອນ, ກະຈາຍຄື້ນ 5G ໃນທົ່ວປະເທດ ຕິດພັນກັບການຊຸກຍູ້ຜັນຂະຫຍາຍ ອິນເຕີເນັດ ດາວທຽມ ຕອບສະຫນອງຄວາມຮຽກຮ້ອງຕ້ອງການການຫັນເປັນດິຈິຕອນແຫ່ງຊາດ.