ເສດ​ຖະ​ກິດ​ພາກ​ລັດ: ບ່ອນ​ອີງ​ຂອງ​ຊາດ​ໃນ​ສັງ​ກະ​ລາດ​ໃໝ່

(VOVWORLD) - ເນື້ອໃນຈຸດສຸມໜຶ່ງທີ່ສຳຄັນຂອງກອງປະຊຸມທົ່ວປະເທດ ຊາບຊືມ ແລະ ຜັນຂະຫຍາຍປະຕິບັດມະຕິເລກທີ 79 ຂອງກົມການເມືອງ ກ່ຽວກັບການພັດທະນາເສດຖະກິດພາກລັດ ຈັດຂຶ້ນໃນວັນທີ 25 ກຸມພາ ຢູ່ ຮ່າໂນ້ຍ ແມ່ນເຮັດແຈ້ງບົດບາດເສດຖະກິດພາກລັດ, ເສົາຄ້ຳໜຶ່ງທີ່ສຳຄັນຂອງພື້ນຖານເສດຖະກິດ. ໃນສະພາບການໂລກທີ່ມີການຜັນແປຢ່າງໄວວາ, ຫວຽດນາມ ພວມຍູ້ແຮງການເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງນັ້ນ, ເລື່ອງກຳນົດບົດບາດນີ້ຄືນໃໝ່ພັດກາຍເປັນຄວາມຈຳເປັນທີ່ສຸດ.
ເສດ​ຖະ​ກິດ​ພາກ​ລັດ: ບ່ອນ​ອີງ​ຂອງ​ຊາດ​ໃນ​ສັງ​ກະ​ລາດ​ໃໝ່ - ảnh 1ທ່ານເລຂາທິການໃຫ່ຍ ໂຕເລິມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

           ເສດຖະກິດພາກລັດ ຕ້ອງໄດ້ຫັນເປັນລະອຽດ ກາຍເປັນບັນດາ “ບ່ອນອີງ” ໃຫຍ່: ກ່ຽວກັບຄວາມໝັ້ນຄົງ ແລະ ອະທິປະໄຕເສດຖະກິດ; ການດັດສົມ, ຄວາມເປັນປົກກະຕິ ແລະ ຄວາມສາມາດທົນທານ; ນຳພາໃຫ້ແກ່ເສດຖະກິດພາກເອກະຊົນ; ນຳພານະວັດຕະກຳ ແລະ ເຕັກໂນໂລຊີແກ່ນສານ ແລະ ແມ່ນບ່ອນອີງກ່ຽວກັບມາດຖານຄຸ້ມຄອງບໍລິຫານ ແລະ ຄວາມຊື່ກົງໃນການປະຕິບັດວຽກງານພາກລັດໃນເສດຖະກິດຢ່າງແທ້ຈິງ.

ເສດ​ຖະ​ກິດ​ພາກ​ລັດ: ບ່ອນ​ອີງ​ຂອງ​ຊາດ​ໃນ​ສັງ​ກະ​ລາດ​ໃໝ່ - ảnh 2

ທ່ານ ຫງວຽນແທັງງີ້, ຫົວໜ້າຄະນະນະໂຍບາຍ, ຍຸດທະສາດສູນກາງ (ພາບ: VOV)

ຢັ້ງຢືນຄືນໃໝ່ບົດບາດເປັນເສົາຄ້ຳສະຖຽນລະພາບ

   ທີ່ກອງປະຊຸມ, ການນຳສູນກາງໄດ້ຢືນຢັນອີກເທື່ອໜຶ່ງວ່າ ເສດຖະກິດພາກລັດແມ່ນກຳລັງທີ່ຍາມໃດກໍ່ຮັບປະກັນເປົ້າໝາຍພັດທະນາແບບຍືນຍົງ ແລະ ສ້າງສັງຄົມສະຖຽນລະພາບ. ເສດຖະກິດພາກລັດ ຕ້ອງສວມບົດບາດຫຼັກແຫຼ່ງໃນສັງກະລາດໃໝ່ ແຕ່ບົດບາດຫຼັກແຫຼ່ງດ້ວຍຄຸນນະພາບ, ປະສິດທິຜົນ ແລະ ຄວາມສາມາດນຳພາ, ຫາກບໍ່ແມ່ນຄວາມເກື້ອກູນ ຫຼືແຜ່ຂະຈ່າຍແຫຼ່ງກຳລັງ. ທ່ານ ຫງວຽນແທັງງີ້, ຫົວໜ້າຄະນະນະໂຍບາຍ, ຍຸດທະສາດສູນກາງ ຢືນຢັນວ່າ:

          ມະຕິເລກທີ 79 ໄດ້ວາງອອກທັດສະນະໃໝ່ ກ່ຽວກັບກົນໄກຈັດແບ່ງ, ຄຸ້ມຄອງ, ຂຸດຄົ້ນ ແລະ ນຳໃຊ້ບັນດາແຫຼ່ງກຳລັງຂອງເສດຖະກິດພາກລັດ, ໃນນັ້ນເໜັ້ນໜັກບັນດາຈຸດໃໝ່ທີ່ມີລັກສະນະບຸກທະລຸ: ກົນໄກຈັດແບ່ງບັນດາແຫຼ່ງກຳລັງເສດຖະກິດພາກລັດ ຕ້ອງເຄື່ອນໄຫວດ້ວຍກົນໄກການຕະຫຼາດ. ບັນດາແຫຼ່ງກຳລັງເສດຖະກິດພາກລັດຕ້ອງໄດ້ຮັບການສຳຫຼວດກວດກາ, ສະຖິຕິ, ຊຳລະຢ່າງຄົບຖ້ວນຕາມຫຼັກການຕະຫຼາດ.

ເສດ​ຖະ​ກິດ​ພາກ​ລັດ: ບ່ອນ​ອີງ​ຂອງ​ຊາດ​ໃນ​ສັງ​ກະ​ລາດ​ໃໝ່ - ảnh 3ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ:VOV )

           ເນື້ອໃນໜຶ່ງໄດ້ເນັ້ນໜັກທີ່ກອງປະຊຸມແມ່ນ ເສດຖະກິດພາກລັດບໍ່ຕົກຢູ່ໂດດດຽວ, ຫາກຕ້ອງຊຸກຍູ້ ແລະ ໜູນຊ່ວຍບັນດາພາກສ່ວນເສດຖະກິດອື່ນພ້ອມກັນພັດທະນາ. ຍ້ອນການສົມທົບຢ່າງມີປະສິດທິຜົນລະຫວ່າງບັນດາພາກສ່ວນເສດຖະກິດ ຈຶ່ງຈະສ້າງເປັນກຳລັງແຮງສັງລວມໃຫ້ແກ່ພື້ນຖານເສດຖະກິດແຫ່ງຊາດ. ທີ່ກອງປະຊຸມ, ທ່ານເລຂາທິການໃຫ່ຍ ໂຕເລິມ ຊີ້ແຈ້ງວ່າ:

             ເສດຖະກິດພາກລັດແຂງແຮງ ບໍ່ແມ່ນເພື່ອບັງບຽດ, ຫາກໄດ້ກາຍເປັນຖານຮອງຮັບ, ເປີດທາງ ແລະ ຕໍ່ກຳລັງ, ເພື່ອໃຫ້ວິສາຫະກິດເອກະຊົນເຂົ້າຮ່ວມເລິກກວ່າໃນລະບົບມູນຄ່າ ແລະ ພັດທະນາອຸດສາກະກຳສຳຮອງ, ຍົກອັດຕາຫັນເປັນພາຍໃນປະເທດ, ຈາກນັ້ນ ກໍ່ສ້າງບັນດາກຸ່ມຮ່ວມສຳພັນລະຫວ່າງຂະແໜງດ້ວຍບັນດາຜູ້ນຳໜ້າທີ່ມີກຳລັງແກ່ງແຍ້ງກັບພາກພື້ນ ແລະ ໂລກຢ່າງພຽງພໍ. ຖ້າຫາກວ່າເສດຖະກິດພາກລັດເຮັດບົດບາດນຳພາໄດ້ດີ, ເສດຖະກິດພາກເອກະຊົນຈະມີບ່ອນອີງໃຫຍ່ເພື່ອມີຄວາມຍືນຍົງ ແລະ ກຳລັງແຮງສັງລວມຂອງພື້ນຖານເສດຖະກິດຈະເພີ່ມຂຶ້ນຢ່າງເຫັນໄດ້ຊັດ.

          ກອງປະຊຸມກໍ່ໄດ້ວາງອອກຄຳຮຽກຮ້ອງສູງກ່ຽວກັບການຄຸ້ມຄອງບໍລິຫານລັດວິສາຫະກິດ. ເມື່ອໄດ້ກຳນົດບົດບາດຫຼັກແຫຼ່ງແລ້ວ, ເສດຖະກິດພາກລັດຍິ່ງຕ້ອງວາງອອກຄຳຮຽກຮ້ອງທີ່ສູງກວ່າກ່ຽວກັບລັກສະນະຈະແຈ້ງ, ມີລະບຽບວິໄນ ແລະ ຄວາມຮັບຜິດຊອບອະພິປາຍ.

ຜັນຂະຫຍາຍຢ່າງຂ້ຽວຂາດດ້ວຍການກະທຳອັນລະອຽດ

   ສັງກະລາດໃໝ່ເປີດອອກຫຼາຍໂອກາດ ແຕ່ກໍ່ເຕັມໄປດ້ວຍສິ່ງທ້າທາຍນາໆປະການ. ການຫັນປ່ຽນລະບົບສະໜອງທົ່ວໂລກ, ການແກ່ງແຍ້ງເຕັກໂນໂລຊີ, ຄຳຮຽກຮ້ອງພັດທະນາແບບຍືນຍົງ… ຮຽກຮ້ອງໃຫ້ ຫວຽດນາມ ຕ້ອງມີບັນດາ “ຜູ້ນຳໜ້າ” ທີ່ມີກຳລັງແຮງຢ່າງພຽງພໍເພື່ອຮັກສາຈັງຫວະ ແລະ ກຳນົດທິດ. ດັ່ງນັ້ນ, ເສດຖະກິດພາກລັດ, ເມື່ອໄດ້ຈັດຕັ້ງຢ່າງກະທັດລັດ, ເຄື່ອນໄຫວຢ່າງຈະແຈ້ງ ແລະ ມີການປ່ຽນແປ່ງໃໝ່ຢ່າງປະດິດຄິດສ້າງ ຈະບໍ່ພຽງແຕ່ແມ່ນເສົາຄ້ຳທີ່ເປັນປົກກະຕິເທົ່ານັ້ນ, ຫາກຍັງແມ່ນກຳລັງນຳໜ້າໃນການຫັນຄວາມຄາດຫວັງພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງປະກົດຜົນເປັນຈິງອີກດ້ວຍ. ທ່ານ ຫງວຽນຮວ່າບິນ ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ຊີ້ແຈ້ງວ່າ:

          ມີ 99 ໜ້າທີ່, ບັນດາໜ້າທີ່ນີ້ແມ່ນກ່ຽວກັບບັນດາເນື້ອໃນແກ່ນສານ. ນັ້ນແມ່ນ: ສ້າງແລວນິຕິກຳຄົບຊຸດໃຫ້ແກ່ການປະຕິບັດມະຕິ, ພັດທະນາບັນດາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ; ສ້າງບັນດາກົນໄກ, ນະໂຍບາຍບຸລິມະສິດ, ນະໂຍບາຍບຸລິມະສິດພິເສດສະເພາະ ເພື່ອຮັບປະກັນໃຫ້ບັນດາມະຕິໄດ້ຮັບການປະຕິບັດ. ພ້ອມກັນນັ້ນ, ກໍ່ກຳນົດແຈ້ງເນື້ອໃນ, ມີການຈັດແບ່ງ ແລະ ມີຂັ້ນຕອນຢ່າງຈະແຈ້ງໃຫ້ແກ່ບັນດາອົງການສຳນັກງານ, ທ້ອງຖິ່ນຕ່າງໆປະຕິບັດ.

             ດັ່ງນັ້ນ, ການຜັນຂະຫຍາຍມະຕິເລກທີ 79 ບໍ່ພຽງແຕ່ແມ່ນໜ້າທີ່ການເມືອງໃນສະເພາະໜ້າເທົ່ານັ້ນ, ຫາກຍັງແມ່ນບາດກ້າວຫັນຄວາມຮັບຮູ້ ແລະ ການກະທຳໃຫ້ປະກົດຜົນເປັນຈິງອີກດ້ວຍ, ກຳນົດເສດຖະກິດພາກລັດ ແມ່ນບົດບາດ “ພາທາງ” ໃນວິວັດການກ້າວເຂົ້າສູ່ສັງກະລາດພັດທະນາໃໝ່ຂອງຊາດ./.

 

ຕອບກັບ

ຂ່າວ/ບົດ​ອື່ນ