“ຮູບ​ແບບ​ການ​ບໍ​ລິ​ການ​ສາ​ທາ​ລະ​ນະ​ແບບ​ເຄື່ອນທີ່” - ບາດ​ກ້າວ​ບຸກ​ທະ​ລຸ​ຂອງ ຮ່າ​ໂນ້ຍ ​ໃນ​ການ​ຮັບ​ໃຊ້​ປະ​ຊາ​ຊົນ

(VOVWORLD) - ດ້ວຍເປົ້າໝາຍຮັບໃຊ້ປະຊາຊົນໃຫ້ດີທີ່ສຸດ, ນັບແຕ່ເດືອນຕຸລາ ປີນີ້, ນະຄອນຮ່າໂນ້ຍ ໄດ້ຜັນຂະຫຍາຍ “ຮູບແບບການບໍລິການສາທາລະນະແບບເຄື່ອນທີ່”. ບັນດາຖ້ຽວລົດໄດ້ຮັບການຕິດຕັ້ງໂຄງລ່າງເຕັກໂນໂລຢີ ແລະ ສິ່ງອຳນວຍຄວາມສະດວກຢູ່ຕາມຖະໜົນເສັ້ນຕ່າງໆຢູ່ ຮ່າໂນ້ຍ ເພື່ອຮັບໃຊ້ປະຊາຊົນກ່ຽວກັບການລະບຽບການບໍລິຫານ.




 “ຮູບ​ແບບ​ການ​ບໍ​ລິ​ການ​ສາ​ທາ​ລະ​ນະ​ແບບ​ເຄື່ອນທີ່” - ບາດ​ກ້າວ​ບຸກ​ທະ​ລຸ​ຂອງ ຮ່າ​ໂນ້ຍ ​ໃນ​ການ​ຮັບ​ໃຊ້​ປະ​ຊາ​ຊົນ - ảnh 1ຮູບແບບການບໍລິການສາທາລະນະເຄື່ອນທີ່  (ພາບ: VOV)

ສະຖານທີ່ທຳອິດເຊິ່ງ ຮ່າໂນ້ຍ ຜັນຂະຫຍາຍຮູບແບບການບໍລິການສາທາລະນະເຄື່ອນທີ່ ແມ່ນຢູ່ຫໍວັດທະນະທຳບ້ານ ໂດຍຢຸງ, ຕາແສງ ໝີດຶກ. ນັ້ນແມ່ນບ້ານ ເສດຖະກິດ - ສັງຄົມ ທີ່ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ມີຊາວເຜົ່າເມື່ອງເປັນຈຳນວນຫຼາຍ. ສຳລັບປະຊາຊົນ, ເລື່ອງພະນັກງານໄດ້ລົງໄປເຖິງບ້ານເພື່ອຊ່ວຍເຫຼືອ, ເຮັດລະບຽບການບໍລິຫານແມ່ນສິ່ງພິເສດ:

ຂ້າພະເຈົ້າມານີ້ເພື່ອເຮັດລະບຽບການບໍລິຫານກ່ຽວກັບທີ່ດິນ. ບໍ່ມີຍາມໃດທີ່ພວກຂ້າພະເຈົ້າໄດ້ຄືແນວນີ້, ພວກຂ້າພະເຈົ້າມີຄວາມພາກພູມໃຈຫຼາຍ. ພໍ່ແມ່ປະຊາຊົນບັນດາເຜົ່າຂ້າພະເຈົ້າດີໃຈຫຼາຍ.

ພວກຂ້າພະເຈົ້າປາດຖະໜາວ່າ ແຕ່ລະເດືອນລົດເຄື່ອນທີ່ຈະມາບ້ານເທື່ອໜຶ່ງເພື່ອຊ່ວຍໃຫ້ປະຊາຊົນຫຼຸດຜ່ອນຄວາມຫຍຸ້ງຍາກ.

ຈາກບ່ອນນີ້ໄປຍັງຕາແສງ ໝີດຶກ ເກືອບ 30 ກີໂລແມັດ ໄກຫຼາຍ. ປັດຈຸບັນ ພະນັກງານໄດ້ກັບມາບ້ານຄືແນວນີ້ ພວກຂ້າພະເຈົ້າດີໃຈຫຼາຍ.

ຮູບແບບການບໍລິການສາທາລະນະເຄື່ອນທີ່ແມ່ນມາດຕະການທີ່ມີຫົວຄິດປະດິດສ້າງ, ສືບທອດບົດຮຽນປະສົບການຈາກຮູບແບບລົດເຄື່ອນທີ່ໃນຂົງເຂດການແພດ, ສັງຄົມ (ການບໍລິຈາກເລືອດ, ກວດປິ່ນປົວພະຍາດຢູ່ກັບທີ່), ໂດຍວົງຄະນະຍາດໄດ້ຮັບຮູ້ປະສິດທິຜົນ. ບັນດາປະເພດລົດທີ່ເໝາະສົມ ໄດ້ຮັບການປັບແປງກາຍເປັນຮູບແບບການບໍລິການສາທາລະນະແບບເຄື່ອນທີ່” ຊ່ວຍນຳການບໍລິການສາທາລະນະໄປເຖິງເຂດຊຸມຊົນ, ເຂດອຸດສາຫະກຳ, ເຂດຢູ່ຫ່າງໄກໃຈກາງເມືອງ, ພິເສດແມ່ນຊ່ວຍເຫຼືອໃຫ້ຜູ້ມີຄວາມສ່ຽງສູງກວ່າໝູ່, ຜູ້ອາຍຸສູງ, ຄົນພິການ, ກຳມະກອນຜູ້ອອກແຮງງານ. ເອື້ອຍ ຮວ່າງຮົ່ງຍຸງ ຢູ່ຕາແສງ ໝີດຶກ ໃຫ້ຮູ້ວ່າ:

ປົກກະຕິຂ້າພະເຈົ້າຕ້ອງເດີນທາງນັບສິບກີໂລແມັດ ຈິ່ງຮອດຫ້ອງການປົກຄອງຕາແສງ, ເຊິ່ງບໍ່ແມ່ນແກ້ໄຂຕອນເຊົ້າກໍ່ແລ້ວ ແລະ ຂ້າພະເຈົ້າຍັງມີລູກນ້ອຍດັ່ງນັ້ນ ການເດີນທາງໄປມາກໍ່ບໍ່ສະດວກ. ມື້ນີ້ສະດວກຫຼາຍ, ໃຊ້ເວລາແຕ່ 5 ນາທີ ກໍ່ມາຮອດຫໍວັດທະນະທຳ ແລະ ແກ້ໄຂແລ້ວຢ່າງວ່ອງໄວ.

 “ຮູບ​ແບບ​ການ​ບໍ​ລິ​ການ​ສາ​ທາ​ລະ​ນະ​ແບບ​ເຄື່ອນທີ່” - ບາດ​ກ້າວ​ບຸກ​ທະ​ລຸ​ຂອງ ຮ່າ​ໂນ້ຍ ​ໃນ​ການ​ຮັບ​ໃຊ້​ປະ​ຊາ​ຊົນ - ảnh 2ປະຊາຊົນອາດສາມາດປະຕິບັດລະບຽບການບໍລິຫານຢູ່ທີ່ນີ້ (ພາບ: VOV)

ຮູບແບບການບໍລິການເຄື່ອນທີ່ໄດ້ເຄື່ອນໄຫວຕາມແຜນການກຳນົດ 2 ຫາ 3 ຖ້ຽວ/ອາທິດ ຢູ່ແຕ່ລະເຂດ ແລະ ໄດ້ປະກາດແຈ້ງການກ່ອນນັ້ນ 3 ວັນ. ຮູບແບບນີ້ ບໍ່ພຽງແຕ່ໄດ້ຮັບ, ແນະນຳ, ແກ້ໄຂເອກະສານເທົ່ານັ້ນ ຫາກຍັງແມ່ນຊ່ອງທາງການສື່ສານ, ການຝືກອົບຮົມ, ໜູນຊ່ວຍທັກສະດີຈິຕອນໃຫ້ແກ່ປະຊາຊົນ, ປະກອບສ່ວນແຜ່ກະຈາຍການປະຕິບັດສຳເລັດການບໍລິການສາທາລະນະແບບທາງໄກ, ມີຄວາມໂປ່ງໄສ ແລະ ມີປະສິດທິຜົນ. ທ່ານ ຟ້າມຈ້ອງກົວ, ຮອງປະທານຄະນະກຳມະການປະຊາຊົນຕາແສງ ໝີດຶກ ໃຫ້ຮູ້ວ່າ:

ເມື່ອຜັນຂະຫຍາຍຮູບການບໍລິຫານລັດເຄື່ອນທີ່ນີ້ ພໍ່ແມ່ປະຊາຊົນມີຄວາມຮູ້ສຶກປະຕິຊົມຊື່ນຫຼາຍ. ນອກຈາກການບໍລິຫານລັດເຄື່ອນທີ່, ພວກຂ້າພະເຈົ້າກໍ່ໄດ້ຈັດການບໍລິຫຫານສາທສລະນະແບບຄົງທີ່ເພື່ອຮັບໃຊ້ພໍ່ແມ່ປະຊາຊົນ. ພວກຂ້າພະເຈົ້າຈະມານະພະຍາຍາມຮັກສາຮູບແບບນີ້ເພື່ອຮັບໃຊ້ປະຊາຊົນ.

ດ້ວຍຮູບແບບການບໍລິການສາທາລະນະເຄື່ອນທີ່, ປະຊາຊົນໄດ້ຮັບການແນະນຳ, ໜູນຊ່ວຍໃນການປະຕິບັດ ແລະ ຍື່ນເອກະສານບໍລິຫານໃນລົດໃຊ້ງານສະເພາະເລີຍ, ໄດ້ຕິດຕັ້ງໂຄງລ່າງເຕັກໂນໂລຢີຢ່າງຄົບຖ້ວນ, ສະດວກ ແລະ ທັນສະໄໝ. ບັນດາລະບຽບການໄດ້ຮັບການຮັບເອົາ, ແນະນຳ ແລະ ແກ້ໄຂແມ່ນບັນດາຂົງເຂດທີ່ຈຳເປັນຄື: ສຳມະໂນຄົວ, ທີ່ດິນ, ການເງິນ, ແຮງານ, ວຽກເຮັດງານທຳ… ທ່ານ ຮວ່າງວັນບັ່ງ, ຮອງຫົວໜ້າສູນການບໍລິການບໍລິຫານສາທາລະນະນະຄອນຮ່າໂນ້ຍ ໃຫ້ຮູ້ວ່າ:

ຖ້ຽວລົດການບໍລິການສາທາລະນະເຄື່ອນທີ່ ໄດ້ນຳການປະຕິບັດລະບຽບການບໍລິຫານເຂົ້າໃກ້ກັບປະຊາຊົນກວ່າ, ອຳນາດການປົກຄອງເຂົ້າໃກ້ກັບປະຊາຊົນກວ່າ. ຜ່ານນັ້ນ, ປະຊາຊົນກໍ່ໄດ້ຮັບການໜູນຊ່ວຍຢ່າງທັນການເພື່ອໃຫ້ປະຊາຊົນໝົດທຸກຄົນລ້ວນແຕ່ອາດສາມາດເຂົ້າເຖິງການບໍລິການສາທາລະນະ ຢ່າງມີຄວາມຍຸຕິທຳ. ຫຼັງຈາກນັ້ນ ພວກຂ້າພະເຈົ້າຈະຕີລາຄາກ່ຽວກັບລັກສະນະປະສິດທິຜົນ ແລະ ອາດສາມາດເພີ່ມຈຳນວນຖ້ຽວລົດເຄື່ອນໄຫວແບບນີ້.

ຮູບແບບການບໍລິການສາທາລະນະເຄື່ອນທີ່ແມ່ນບາດກ້າວບຸກທະລຸຂອງ ຮ່າໂນ້ຍ ໃນຈິນຕະນາການຮັບໃຊ້ການບໍລິຫານ, ເປີດວິທີເຂົ້າເຖິງໃໝ່: ອຳນາດປົກຄອງເປັນເຈົ້າການເຂົ້າມາໃກ້ກັບປະຊາຊົນ. ຂໍ້ລິເລີ່ມນີ້ສະແດງຄວາມຕັດສິນໃຈຂອງນະຄອນ ຮ່າໂນ້ຍ ໃນການຍູ້ແຮງການປະຕິຮູບການບໍລິຫານ, ປ່ຽນແປງໃໝ່ປະດິດຄິດສ້າງ ແລະ ນຳການບໍລິການສາທາລະນະທາງໄກຫຍັບເຂົ້າໃກ້ກັບປະຊາຊົນໝົດທຸກຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ