ເພີ່ມຄວາມໄວໃນການແກ້ໄຂຜົນເສຍຫາຍຫຼັງນ້ຳຖ້ວມເພື່ອໃຫ້ປະຊາຊົນມີຊີວິດທີ່ເປັນປົກກະຕິກ່ອນບຸນເຕັດ ປີ 2026

(VOVWORLD) - ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ຮຽກຮ້ອງສ້າງແຜນການກໍ່ສ້າງເຮືອນຢູ່ໃຫ້ແກ່ປະຊາຊົນທີ່ເຮືອນຖືກເສຍຫາຍໃນເຫດເກີດຝົນຕົກ, ນ້ຳຖ້ວມ ໃຫ້ສຳເລັດກ່ອນວັນທີ 31 ມັງກອນ 2026 ເພື່ອໃຫ້ປະຊາຊົນໄດ້ມີເຮືອນຕ້ອນຮັບບຸນເຕັດ ປີ 2026.
ເພີ່ມຄວາມໄວໃນການແກ້ໄຂຜົນເສຍຫາຍຫຼັງນ້ຳຖ້ວມເພື່ອໃຫ້ປະຊາຊົນມີຊີວິດທີ່ເປັນປົກກະຕິກ່ອນບຸນເຕັດ ປີ 2026 - ảnh 1
ສະພາບຝົນຕົກ, ນ້ຳຖ້ວມຜ່ານມາ ຢູ່ພາກກາງ ແລະ ເຂດ ໄຕງວຽນ ໄດ້ສ້າງຄວາມເສຍຫາຍຢ່າງໃຫຍ່ຫຼວງກ່ຽວກັບຊີວິດອິນຊີ ແລະ ຊັບສິນ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນນັບພັນຄອບຄົວມີຄວາມຫຍຸ້ງຍາກທີ່ສຸດ.
ເພີ່ມຄວາມໄວໃນການແກ້ໄຂຜົນເສຍຫາຍຫຼັງນ້ຳຖ້ວມເພື່ອໃຫ້ປະຊາຊົນມີຊີວິດທີ່ເປັນປົກກະຕິກ່ອນບຸນເຕັດ ປີ 2026 - ảnh 2
ມີຫຼາຍເຂດຊຸມຊົນຖືກນ້ຳຖ້ວມຕັດຂາດກັບພາຍນອກ, ອຳນາດການປົກຄອງທ້ອງຖິ່ນໄດ້ສຸມໃສ່ຄວບຄຸມບັນດາເຂດທີ່ມີຄວາມສ່ຽງສູງ.
ເພີ່ມຄວາມໄວໃນການແກ້ໄຂຜົນເສຍຫາຍຫຼັງນ້ຳຖ້ວມເພື່ອໃຫ້ປະຊາຊົນມີຊີວິດທີ່ເປັນປົກກະຕິກ່ອນບຸນເຕັດ ປີ 2026 - ảnh 3
ພາຍຫຼັງເກີດໄພທຳມະຊາດ, ບັນດາກຳລັງທີ່ມີໜ້າທີ່ໄດ້ຜັນຂະຫຍາຍການກູ້ໄພກູ້ຊີບ ແລະ ໜູນຊ່ວຍການແກ້ໄຂຜົນເສຍຫາຍທີ່ຕາມມາ.
ເພີ່ມຄວາມໄວໃນການແກ້ໄຂຜົນເສຍຫາຍຫຼັງນ້ຳຖ້ວມເພື່ອໃຫ້ປະຊາຊົນມີຊີວິດທີ່ເປັນປົກກະຕິກ່ອນບຸນເຕັດ ປີ 2026 - ảnh 4
ພະນັກງານ, ນັກຮົບຊ່ວຍເຫຼືອປະຊາຊົນຕອນຖືກນ້ຳຖ້ວມ.
ເພີ່ມຄວາມໄວໃນການແກ້ໄຂຜົນເສຍຫາຍຫຼັງນ້ຳຖ້ວມເພື່ອໃຫ້ປະຊາຊົນມີຊີວິດທີ່ເປັນປົກກະຕິກ່ອນບຸນເຕັດ ປີ 2026 - ảnh 5
ວັນທີ 27 ພະຈິກ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ສົ່ງໂທລະເລກມອບໝາຍໃຫ້ປະທານບັນດາແຂວງ ດັກລັກ, ແຄ໊ງຮ່ວາ, ຢາລາຍ, ເລິມດົ່ງ ກວດກາຄືນ, ເກັບກຳສະຖິຕິຄອບຄົວທີ່ເຮືອນຢູ່ຖືກພັງທະລາຍທີ່ຕ້ອງກໍ່ສ້າງຄືນໃໝ່; ຈຳນວນເຮືອນຢູ່ທີ່ເປ່ເພຕ້ອງໄດ້ສ້ອມແປງ.
ເພີ່ມຄວາມໄວໃນການແກ້ໄຂຜົນເສຍຫາຍຫຼັງນ້ຳຖ້ວມເພື່ອໃຫ້ປະຊາຊົນມີຊີວິດທີ່ເປັນປົກກະຕິກ່ອນບຸນເຕັດ ປີ 2026 - ảnh 6
ທ່ານນາຍົກລັດຖະມົນຕີ ຮຽກຮ້ອງການໜູນຊ່ວຍ, ປະຕິບັດການສ້ອມແປງເຮືອນຢູ່ໃຫ້ແກ່ປະຊາຊົນສຳເລັດກ່ອນວັນທີ 30 ພະຈິກ 2025; ພ້ອມກັນນັ້ນ ກໍ່ສ້າງແຜນຮ່າງໃຫ້ແກ່ປະຊົນຜູ້ຖືກເສຍຫາຍດ້ານເຮືອນຢູ່ສຳເລັດກ່ອນວັນທີ 31 ມັງກອນ 2026 ເພື່ອໃຫ້ປະຊາຊົນມີເຮືອນຕ້ອນຮັບບຸນເຕັດ ປີ 2026.
ເພີ່ມຄວາມໄວໃນການແກ້ໄຂຜົນເສຍຫາຍຫຼັງນ້ຳຖ້ວມເພື່ອໃຫ້ປະຊາຊົນມີຊີວິດທີ່ເປັນປົກກະຕິກ່ອນບຸນເຕັດ ປີ 2026 - ảnh 7
ວັນທີ 21 ພະຈິກ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ປຸກລະດົມບັ້ນຂົນຂວາຍບໍລິຈາກຊ່ວຍເຫຼືອພໍ່ແມ່ປະຊາຊົນເຂດຖືກນ້ຳຖ້ວມ.
ເພີ່ມຄວາມໄວໃນການແກ້ໄຂຜົນເສຍຫາຍຫຼັງນ້ຳຖ້ວມເພື່ອໃຫ້ປະຊາຊົນມີຊີວິດທີ່ເປັນປົກກະຕິກ່ອນບຸນເຕັດ ປີ 2026 - ảnh 8
ເພີ່ມຄວາມໄວໃນການແກ້ໄຂຜົນເສຍຫາຍຫຼັງນ້ຳຖ້ວມເພື່ອໃຫ້ປະຊາຊົນມີຊີວິດທີ່ເປັນປົກກະຕິກ່ອນບຸນເຕັດ ປີ 2026 - ảnh 9
ຕາມການສະຖິຕິບໍ່ທັນຄົບຖ້ວນ, ໄລ່ຮອດວັນທີ 24 ພະຈິກ, ທົ່ວລະບົບແນວໂຮມປະເທດຊາດ ຫວຽດນາມ ທຸກຂັ້ນ ຂົນຂວາຍໜູນຊ່ວຍການແກ້ໄຂຜົນເສຍຫາຍຫຼັງພາຍຸ, ນ້ຳຖ້ວມ ໄດ້ຈຳນວນເງິນ 3.200 ຕື້ດົ່ງ.
ເພີ່ມຄວາມໄວໃນການແກ້ໄຂຜົນເສຍຫາຍຫຼັງນ້ຳຖ້ວມເພື່ອໃຫ້ປະຊາຊົນມີຊີວິດທີ່ເປັນປົກກະຕິກ່ອນບຸນເຕັດ ປີ 2026 - ảnh 10
ຕອນຄ່ຳວັນທີ 23 ພະຈິກ, ຕາແສງ ຢຽນດ່ຽນ ເປັນທ້ອງຖິ່ນທຳອິດຂອງແຂວງ ແຄ໊ງຮ່ວາ ທີ່ໄດ້ເບີກຈ່າຍເງິນໜູນຊ່ວຍໃຫ້ແກ່ປະຊາຊົນເຂດນ້ຳຖ້ວມ.
ເພີ່ມຄວາມໄວໃນການແກ້ໄຂຜົນເສຍຫາຍຫຼັງນ້ຳຖ້ວມເພື່ອໃຫ້ປະຊາຊົນມີຊີວິດທີ່ເປັນປົກກະຕິກ່ອນບຸນເຕັດ ປີ 2026 - ảnh 11
ທະຫານຊ່ວຍປະຊາຊົນອະນາໄມຢູ່ສຸກສາລາ, ເຂດຊຸມຊົນ, ໂຮງຮຽນພາຍຫຼັງພາຍຸ.
ເພີ່ມຄວາມໄວໃນການແກ້ໄຂຜົນເສຍຫາຍຫຼັງນ້ຳຖ້ວມເພື່ອໃຫ້ປະຊາຊົນມີຊີວິດທີ່ເປັນປົກກະຕິກ່ອນບຸນເຕັດ ປີ 2026 - ảnh 12
ວຽກງານແກ້ໄຂຜົນເສຍຫາຍຫຼັງພາຍນ້ຳໄຫຼຊຸ ແລະ ດິນເຊາະເຈື່ອນ ພວມຮີບເຮັ່ງຜັນຂະຫຍາຍຢູ່ຫຼາຍທ້ອງຖິ່ນ ເພື່ອໃຫ້ການດຳລົງຊີວິດຂອງປະຊາຊົນກັບຄືນສູ່ເປັນປົກກະຕິໂດຍໄວ.
ເພີ່ມຄວາມໄວໃນການແກ້ໄຂຜົນເສຍຫາຍຫຼັງນ້ຳຖ້ວມເພື່ອໃຫ້ປະຊາຊົນມີຊີວິດທີ່ເປັນປົກກະຕິກ່ອນບຸນເຕັດ ປີ 2026 - ảnh 13
ເພີ່ມຄວາມໄວໃນການແກ້ໄຂຜົນເສຍຫາຍຫຼັງນ້ຳຖ້ວມເພື່ອໃຫ້ປະຊາຊົນມີຊີວິດທີ່ເປັນປົກກະຕິກ່ອນບຸນເຕັດ ປີ 2026 - ảnh 14
ເພີ່ມຄວາມໄວໃນການແກ້ໄຂຜົນເສຍຫາຍຫຼັງນ້ຳຖ້ວມເພື່ອໃຫ້ປະຊາຊົນມີຊີວິດທີ່ເປັນປົກກະຕິກ່ອນບຸນເຕັດ ປີ 2026 - ảnh 15
ພ້ອມກັບການໜູນຊ່ວຍຢູ່ພາຍໃນປະເທດ, ປະຊາຄົມຊາວຕ່າງປະເທດ, ຫຼາຍອົງການ ແລະ ຄູ່ຮ່ວມມືສາກົນກໍ່ມີການກະທຳແທດຈິງເພື່ອໜູນຊ່ວຍ ຫວຽດນາມ ຜ່ານຜ່າຄວາມຫຍຸ້ງຍາກ.
ເພີ່ມຄວາມໄວໃນການແກ້ໄຂຜົນເສຍຫາຍຫຼັງນ້ຳຖ້ວມເພື່ອໃຫ້ປະຊາຊົນມີຊີວິດທີ່ເປັນປົກກະຕິກ່ອນບຸນເຕັດ ປີ 2026 - ảnh 16
ວັນທີ 23 ພະຈິກ, ສະຖານທູດ ຫວຽດນາມ ປະຈຳ ສີລັງກາ ແລະ ປະຊາຄົມ ຫວຽດນາມ ຢູ່ທີ່ນີ້ໄດ້ເຂົ້າຮ່ວມງານຕະຫຼາດນັດການກຸສົນສາກົນ 2025 ຢູ່ນະຄອນຫຼວງ Colombo, ສີລັງກາ. ລາຍຮັບຈາກການຂາຍເຄື່ອງຈະໄດ້ສົ່ງມາ ຫວຽດນາມ ໜູນຊ່ວຍພໍ່ແມ່ປະຊາຊົນເຂດຖືກນ້ຳຖ້ວມຢູ່ພາຍໃນປະເທດ ແລະ ປະກອບສ່ວນໃຫ້ການເຄື່ອນໄຫວການກຸສົນຈຳນວນໜຶ່ງຢູ່ ສີລັງກາ.
ເພີ່ມຄວາມໄວໃນການແກ້ໄຂຜົນເສຍຫາຍຫຼັງນ້ຳຖ້ວມເພື່ອໃຫ້ປະຊາຊົນມີຊີວິດທີ່ເປັນປົກກະຕິກ່ອນບຸນເຕັດ ປີ 2026 - ảnh 17
ຕອນບ່າຍວັນທີ 27 ພະຈິກ, ທີ່ກອງປະຊຸມນັດສາມັນປະຈຳເດືອນ ກະຊວງການຕ່າງປະເທດ ຫວຽດນາມ, ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ ໄດ້ຮັບການແບ່ງປັນ, ລະດົມກຳລັງໃຈ ແລະ ການໜູນຊ່ວຍຈາກປະຊາຄົມສາກົນ ດ້ວຍມູນຄ່າໄລ່ຮອດວັນທີ 27 ພະຈິກ ແມ່ນເກືອບ 16 ລ້ານ USD.

ຕອບກັບ

ຂ່າວ/ບົດ​ອື່ນ