ຫວຽດນາມ ຊ່ວຍລາວສ້າງ ສະຖາບັນການເມືອງ - ການປົກຄອງແຫ່ງຊາດເຂດພາກໃຕ້ ລາວ
(VOVWORLD) - ພິທີວາງສິລະລຶກ ແມ່ນເຫດການປະຫວັດສາດເພື່ອແນໃສ່ສະເຫຼີມສະຫຼອງວັນຊາດ ລາວ ຄົບຮອບ 50 ປີ (1975-2025), ສະຫຼອງວັນຄ້າຍວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ (1920-2025), ມຸ່ງໄປເຖິງຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນ ປະຕິບັດລາວ
ພິທີວາງສິລະລຶກ ໂຄງການກໍ່ສ້າງ ສະຖາບັນການເມືອງ - ການປົກຄອງແຫ່ງຊາດທາງພາກໃຕ້ ລາວ
(ພາບ: VOV)
|
ພິທີວາງສິລະລຶກ ໂຄງການກໍ່ສ້າງ ສະຖາບັນການເມືອງ - ການປົກຄອງແຫ່ງຊາດທາງພາກໃຕ້ ລາວ ໄດ້ດຳເນີນໃນວັນທີ 3 ທັນວາ ຢູ່ແຂວງ ຈຳປາສັກ, ລາວ ດ້ວຍການເຂົ້າຮ່ວມຂອງທ່ານຮອງນາຍົກລັດຖະມົນຕີ ລາວ ກິແກ້ວ ໄຂຄຳພິທູນ, ທ່ານ ຫງວຽນຊວັນທັ້ງ ຜູ້ອຳນວຍການ ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ປະທານສະພາທິດສະດີສູນກາງ ພ້ອມກັບຜູ້ຕາງໜ້າບັນດາກະຊວງ, ຄະນະ, ຂະແໜງການຂອງສອງປະເທດ ຫວຽດນາມ ແລະ ລາວ.
ພິທີວາງສິລະລຶກ ແມ່ນເຫດການປະຫວັດສາດເພື່ອແນໃສ່ສະເຫຼີມສະຫຼອງວັນຊາດ ລາວ ຄົບຮອບ 50 ປີ (1975-2025), ສະຫຼອງວັນຄ້າຍວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ (1920-2025), ມຸ່ງໄປເຖິງຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນ ປະຕິບັດລາວ. ນີ້ກໍ່ແມ່ນໂຄງການສ້າງຂີດໝາຍແຫ່ງການຮ່ວມມືທີ່ເລິກເຊິ່ງລະຫວ່າງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ ແລະ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ໃນການພັດທະນາແຫຼ່ງຊັບພະຍາກອນມະນຸດ, ບຳລຸງສ້າງຖັນແຖວພະນັກງານໃຫ້ແກ່ພັກ ແລະ ລັດ ລາວ.