(VOVWORLD) - ການຢ້ຽມຢາມ ສປປ ລາວ ຂອງ ສະຫາຍ ເລຂາທິການໃຫຍ່ ໂຕເລິມ ໄດ້ຈັດຂຶ້ນໃນຊ່ວງເວລາທີ່ສອງປະເທດຂອງພວກເຮົາຮ່ວມກັນສະເຫຼີມສະຫຼອງເຫດການສຳຄັນຫຼາຍຢ່າງໃນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ ແລະ ຫວຽດນາມ. ນີ້ແມ່ນຄຳແບ່ງປັນຂອງທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ປະຈຳ ຫວຽດນາມ ເມື່ອຕອບສຳພາດຕໍ່ນັກຂ່າວ VOV.