(VOVWORLD) -
ໂດຍຕັ້ງຢູ່ຫ່າງຈາກນະຄອນພູດອຍ ເປີໄລກູ ປະມານ 30 ກມ, ໝູ່ບ້ານ ແກັບ, ຕາແສງ ອີອາລີ, ແຂວງ ຢາລາຍ ໃນຊຸມປີມໍ່ມານີ້ ໄດ້ກາຍເປັນຈຸດນັດພົບທີ່ລື້ງເຄີຍຂອງແຂກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ. ບໍ່ພຽງແຕ່ແມ່ນຍ້ອນທິວທັດທຳມະຊາດສວຍງາມ, ສະຫງົບງຽບຂອງເຂດພູຜາປ່າໄມ້ເທົ່ານັ້ນ ຫາກຍັງແມ່ນຍ້ອນອາຊີບຫັດຖະກຳຕ່ຳຫູກຂອງຊາວເຜົ່າ ຢາຣາຍ ຢູ່ທີ່ນີ້ ພວມໄດ້ຮັບການຟື້ນຟູ ແລະ ນຳລັກສະນະການທ່ອງທ່ຽວຍຸກສະໄໝໃໝ່ເຂົ້າໃນເຂດຊຸມຊົນອີກດ້ວຍ.
ເອື້ອຍ ເຣີຈຳຊວິງ - ສະມາຊິກຂອງໜ່ວຍຫັດຖະກຳຕ່ຳຫູກໝູ່ບ້ານ ແກັບ ໃຫ້ຮູ້ວ່າ: ຊາວເຜົ່າ ຢາຣາຍ ມັກເອົາສີແດງ, ດຳ, ຂາວ ເພື່ອຕ່ຳເປັນພື້ນຂອງແຜ່ນແພພື້ນເມືອງ, ດັ່ງນັ້ນ, ແຂກທ່ອງທ່ຽວນິຍົມສີສັນ, ລວດລາຍໃນຊຸດອາພອນຂອງຊາວເຜົ່າ ຢາຣາຍ ທີ່ສຸດ:
ແມ່ໄດ້ສອນອາຊີບຕ່ຳຫູກໃຫ້ແກ່ຂ້າພະເຈົ້າ, ປະຈຸບັນ, ນອກຈາກຕ່ຳຫູກເພື່ອຫຍິບສົ້ງເສື້ອ, ກະເປົາແລ້ວ, ຍັງຈະເຮັດເພື່ອຮັບໃຊ້ການທ່ອງທ່ຽວ, ເຮັດໃຫ້ແຂກເບິ່ງອີກ, ເຮັດຄືແນວນີ້ ທັງຮັກສາອາຊີບພື້ນເມືອງໄວ້ໄດ້, ທັງມີລາຍຮັບຕື່ມອີກເພື່ອປົວແປງຊີວິດການເປັນຢູ່.
ເຖີງວ່າບັນດາແຂກທ່ອງທ່ຽວໄດ້ນິຍົມແຜ່ນແພພື້ນເມືອງກໍ່ຕາມ, ແຕ່ເພື່ອໃຫ້ຜະລິດຕະພັນເຂົ້າໃກ້ກັບຕະຫຼາດກວ່າອີກ, ເອື້ອຍ ເຮິ ອວຽນ ນີເອ (H’Uyên Niê), ອາຍຸ 38 ປີ, ຜູ້ລິເລີ່ມກໍ່ຕັ້ງໜ່ວຍຫັດຖະກຳຕ່ຳຫູກ ໝູ່ບ້ານ ແກັບ ໄດ້ຄິດອອກວິທີເຮັດທີ່ມີຫົວຄິດປະດິດສ້າງ: ເຮັດໃຫ້ບັນດາແຜ່ນແພພື້ນເມືອງ ກາຍເປັນຂອງຕ້ອນທີ່ລະນຶກເລັກໝນ້ອຍໆ, ລາຄາເໝາະສົມກັບແຂກທ່ອງທ່ຽວ.
ໜ່ວຍຫັດຖະກຳຕ່ຳຫູກຕິດພັນກັບການທ່ອງທ່ຽວເຂດຊຸມຊົນຢູ່ໝູ່ບ້ານ ແກັບ ໄດ້ຮັບການສ້າງຕັ້ງຂຶ້ນກ່ອນນີ້ 6 ປີ (ປີ 2019) ດ້ວຍສະມາຊິກ 15 ຄົນ. ພາຍຫຼັງເວລາ 5 ປີ, ຈຳນວນສະມາຊິກໄດ້ເພີ່ມຂຶ້ນທົບ 2 ເທົ່າ. ໜ່ວຍດັ່ງກ່າວໄດ້ກຳນົດໃຫ້ນາຍຊ່າງຜັດປ່ຽນກັນເຂົ້າຮ່ວມການແນະນຳໃຫ້ແຂກ ເພື່ອໃຫ້ສະມາຊິກທຸກຄົນລ້ວນແຕ່ໄດ້ເຮັດ, ໄດ້ມີລາຍຮັບ. ເອື້ອຍ H’Uyên Niê ແບ່ງປັນວ່າ:
ໃນຮູບແບບການທ່ອງທ່ຽວເຂດຊຸມຊົນ, ພວກຂ້າພະເຈົ້າຜັດປ່ຽນບັນດານາຍຊ່າງ, ສ້າງເງື່ອນໄຂໃຫ້ນາຍຊ່າງທັງໝົດໃນໝູ່ບ້ານ, ໂດຍສະເພາະແມ່ນແມ່ຍິງຜູ້ທຸກຍາກ, ຍ້ອນວ່າ ເມື່ອເຂົາເຈົ້າເຂົ້າຮ່ວມໂດຍກົງເຂົ້າໃນຮູບແບບການທ່ອງທ່ຽວເຂດຊຸມຊົນ, ເຂົາເຈົ້າຈະໄດ້ຮັບເງິນໂດຍກົງ, ຈາກນັ້ນເຂົາເຈົ້າຈະມີຈິດໃຈຢາກເຮັດ ແລະ ມີຄວາມເມົາມົວເພື່ອຮັກສາສີສັນວັດທະນະທຳຂອງຕົນ.
ໃນຫຼາຍປີມານີ້, ແຕ່ລະປີ, ໝູ່ບ້ານທ່ອງທ່ຽວ ອີອາລີ ໄດ້ຕ້ອນຮັບແຂກທ່ອງທ່ຽວມາຢ້ຽມຢາມແຕ່ 4000-5000 ເທື່ອຄົນ. ຕົວເລກດັ່ງກ່າວບໍ່ຫຼາຍແຕ່ກໍ່ແມ່ນສັນຍານທີ່ໜ້າພາກພູມໃຈ ຊື່ງສະແດງໃຫ້ເຫັນທິດເດີນອັນຖືກຕ້ອງ ໃນການອະນຸລັກຮັກສາສີສັນວັດທະນະທຳ ຕິດພັນກັບການພັດທະນາການທ່ອງທ່ຽວແບບຍືນຍົງ. ສິ່ງດັ່ງກ່າວເຮັດໃຫ້ໃຫ້ນາຍຊ່າງ ເຣີ ເຈິມ ມອນ, ເຖິງວ່າ ອາຍຸສູງແລ້ວກໍ່ຕາມ ແຕ່ຍັງຄົງມີຈິດໃຈເຫື່ອແຮງ ເມົາມົວຕ່ຳຫູກຢູ່:
ຢາກໃຫ້ລູກຫຼານຮັກສາອາຊີບຂອງລຸ້ນພໍ່ລຸ້ນອ້າຍນີ້ໄວ້, ເຖິງວ່າມັນຈະຍາກກໍ່ຕາມ ແຕ່ຕ້ອງພະຍາຍາມ ຍ້ອນວ່າ, ທັງຕ່ຳຫູກ ທັງອະນຸລັກຮັກສາຈຸດຄວາມງາມດ້ານວັດທະນະທຳ ທັງມີລາຍຮັບຕື່ມອີກ.
ຕາມທ່ານ ຫງວຽນຕຽນຢຸງ, ປະທານຄະນະກຳມະການ ປຊຊ ຕາແສງ ອີອາລີ, ຮູບແບບການທ່ອງທ່ຽວເຂດຊຸມຊົນ ຕິດພັນກັບອາຊີບຕ່ຳແຜ່ນແພພື້ນເມືອງຢູ່ໝູ່ບ້ານ ແກັບ ພວມຄ່ອຍໆກາຍເປັນຈຸດພົ້ນເດັ່ນໃນການທ່ອງທ່ຽວຢູ່ທ້ອງຖິ່ນ. ຮູບແບບນີ້ໄດ້ເຄື່ອນໄຫວຢ່າງມີປະສິດທິຜົນ ແລະ ແຜ່ກະຈາຍຈິດໃຈເປັນເຈົ້າການໃນວົງຄະນະຍາດຊາວເຜົ່າ ຢາຣາຍ:
ເຮັດການທ່ອງທ່ຽວເຂດຊຸມຊົນແມ່ນໄດ້ສ້າງວຽກເຮັດງານທຳໃຫ້ແກ່ ປຊຊ. ເມື່ອແຂກຕ່າງປະເທດມີຄວາມຕ້ອງການ ກໍ່ຕ້ອງສ້າງລາຍການທ່ອງທ່ຽວໃຫ້ແກ່ເຂົາເຈົ້າ ຫຼືຂາຍບັນດາຜະລິດຕະພັນຫັດຖະກຳ, ທັງໄດ້ພັດທະນາການທ່ອງທ່ຽວເຂດຊຸມຊົນ ທັງອະນຸລັກຮັກສາວັດທະນະທຳ.
ປຊຊ ໝູ່ບ້ານ ແກັບ ໄດ້ເຊື່ອມຕໍ່ກັບບັນດາບໍລິສັດທ່ອງທ່ຽວ, ພ້ອມທັງຊອກຫາທິດທາງເປີດກ້ວາງຂອບເຂດການດຳເນີນຊີວິດລວມ ເພື່ອໃຫ້ ປຊຊ ມີບ່ອນສອນວິຊາຊີບ, ຕ້ອນຮັບແຂກ, ວາງສະແດງຜະລິດຕະພັນ. ຍ້ອນວ່າ ສຳລັບເຂົາເຈົ້າ, ແຜ່ນແພພື້ນເມືອງແຕ່ລະຜືນແມ່ນ “ສານແຫ່ງວັດທະນະທຳ” ທີ່ຕ້ອງໄດ້ຮັບການແຜ່ກະຈາຍດ້ວຍທັງຫົວໃຈ ແລະ ພູມປັນຍາຂອງຜູ້ເຮັດອາຊີບ, ເປີດອອກທິດທາງພັດທະນາການທ່ອງທ່ຽວເຂດຊຸມຊົນ ຕິດພັນກັບການອະນຸລັກຮັກສາວັດທະນະທຳທ້ອງຖິ່ນ./.