(VOVWORLD) - ບັນດາແສງແດດທ້າຍມື້ໄດ້ຄ້ອຍມອດລົງແຕ່ສຽງເລື່ອຍໄມ້, ເຈາະຄວານໄມ້ຍັງດັງຂຶ້ນຢ່າງສະໝ່ຳສະເໝີ. ນັ້ນແມ່ນບັນດາສຽງທີ່ລຶ້ງເຄີຍ ຕິດພັນກັບຊາວໝູ່ບ້ານອາຊີບຈັກສານໄມ້ໄຜ່ໄມ້ຊອດ ທູຮົ່ງ, ຕາແສງ ຊວັນມາຍ, ຮ່າໂນ້ຍ ນັບແຕ່ດົນນານມາແລ້ວ. ຕອນຄ້າຍແລງ, ບັນດານາຍຊ່າງຍັງຄົງເມົາມົວເຈາະຄວານໄມ້ໄຜ່ໄມ້ຊອດຢູ່. ກິ່ນຂອງໄມ້ໄຜ່ໄມ້ເຮັ້ຍ ປະສົມກັບສຽງເວົ້າສຽງຫົວຂອງບັນດາເອື້ອຍນ້ອງແມ່ຍິງ ໄດ້ເຮັດໃຫ້ບັນຍາດກາດການເຮັດວຽກມີຄວາມອົບອຸ່ນຂຶ້ນຕື່ມ.
ຜະລິດຕະພັນຂອງໝູ່ບ້ານອາຊີບຈັກສານໄມ້ໄຜ່ໄມ້ຊອດ ທູຮົ່ງ (ພາບ: ຈິ້ງວັນໂບ້/VNP) |
ກ່ອນນີ້, ຢູ່ອ້ອມແອ້ມໝູ່ບ້ານ ທູຮົ່ງ ມີພຽງແຕ່ໄມ້ໄຜ່ໄມ້ຊອດ, ຊາວບ້ານໄດ້ສ້າງສາລາບ້ານດ້ວຍວັດຖຸດິບທີ່ມີຢູ່ນັ້ນ. ຜ່ານການເວລາ, ປຊຊ ຄ່ອຍໆໄດ້ເຮັດບັນດາເຄື່ອງໃຊ້ໃນຄົົວເຮືອນດ້ວຍໄມ້ໄຜ່ໄມ້ຊອດເປັນສ່ວນຫຼາຍຄື: ກະບຽນ, ກະຈາດ, ກະທຸ້ງ... ຕະຫຼອດຮອດໂຕະ, ຕັ່ງ, ຕຽງໄຜ່…ໃນເບື້ອງຕົ້ນ, ບັນດາຜະລິດຕະພັນນີ້ພຽງແຕ່ເພື່ອຮັບໃຊ້ຄວາມຕ້ອງການໃນການດຳເນີນຊີວິດໃນຄອບຄົວເທົ່ານັ້ນ. ຕາມການເວລາ, ດ້ວຍສີມືອັນຄ່ອງແຄ້ວ, ການປະດິດຄິດສ້າງຂອງຊາວບ້ານ ທູຮົ່ງ, ບັນດາຜະລິດຕະພັນເຮັດດ້ວຍໄມ້ໄຜ່ໄມ້ຊອດນັ້ນ ໄດ້ກາຍເປັນສິນຄ້າໄດ້ຮັບຄວາມນິຍົມຈາກຜູ້ບໍລິໂພກໃນທົ່ວທຸກແຫ່ງ. ນາຍຊ່າງ ດັ້ງເຟືອງກຸກ, ໝູ່ບ້ານອາຊີບຈັກສານໄມ້ໄຜ່ໄມ້ຊອດ ທູຮົ່ງ ໃຫ້ຮູ້ວ່າ:
ຜະລິດຕະພັນເຮັດດ້ວຍໄມ້ໄຜ່ໄມ້ຊອດຂອງມູ່ບ້ານ ທູຮົ່ງ ແໜ້ນໜາກວ່າຫຼາຍເມື່ອທຽບກັບຜະລິດຕະພັນອື່ນໆ. ໂຕະຕັ່ງທີ່ພວກຂ້າພະເຈົ້າເຮັດດ້ວຍໄມ້ໄຜ່ໄມ້ຊອດມີຄວາມແໜ້ນໜາທີ່ສຸດ. ກ່ອນທີ່ຈະເຮັດຕ້ອງເອົາໄມ້ໄຜ່ໄມ້ຊອດແຊ່ນ້ຳຢ່າງໜ້ອຍສຸດແມ່ນ 1 ປີ, ຫຼັງຈາກນັ້ນຈຶ່ງເອົາມາເຮັດ.
ນາຍຊ່າງ ດັ້ງເຟືອງກຸກ (ພາບ:VOV ) |
ຈາກຄວາມສຸດຈິດສຸດໃຈຕໍ່ອາຊີບ, ບວກກັບຄວາມຄ່ອງແຄ້ວ, ອົດທົນ, ແມ່ຍິງໝູ່ບ້ານອາຊີບ ທູຮົ່ງ ພວມພ້ອມກັນພັດທະນາອາຊີບຫັດຖະກຳອຸດສາຫະກຳສີຂຽວໃນເຂດດິນແດນບ້ານເກີດເມືອງນອນຂອງຕົນ. ເອື້ອຍ ຫງວຽນທິຕວຽດ, ຊາວໝູ່ບ້ານອາຊີບ ທູຮົ່ງ ແບ່ງປັນວ່າ: ສຳລັບຊາວບ້ານແລ້ວ, ອາຊີບຈັກສານຫັດຖະກຳບໍ່ພຽງແຕ່ແມ່ນອາຊີບເພື່ອການທຳມາຫາກິນເທົ່ານັ້ນ ຫາກຍັງແມ່ນຄວາມຊົງຈຳ, ຄວາມເອກອ້າງທະນົງໃຈຂອງຫຼາຍລຸ້ນຄົນອີກດ້ວຍ. ດັ່ງນັ້ນ, ບັນດາໄວໜຸ່ມຍາມໃດກໍ່ຈະຊອກຫາທິດເດີນ ເພື່ອພັດທະນາ ແລະ ຮັກສາອາຊີບພື້ນເມືອງນີ້ໄວ້:
ຂ້າພະເຈົ້າຮັກ ແລະ ເຄົາລົບອາຊີບຂອງລຸ້ນກ່ອນທີ່ປະໄວ້ໃຫ້ລຸ້ນລູກຫຼານທີ່ສຸດ. ຂ້າພະເຈົ້າຢາກຮັກສາ ພັດທະນາອາຊີບນີ້ ເພື່ອໃຫ້ໝູ່ບ້ານອາຊີບຂອງຕົນສາມາດພັດທະນາດີກວ່າເກົ່າອີກ.
ແມ່ຍິງຍັງແມ່ນຜູ້ສົ່ງແຮງບັນດາໃຈໃຫ້ແກ່ປະຊາຄົມ ໃນການປ່ຽນແປງຄວາມຊີ້ນເຄີຍທຳການຜະລິດ ແລະ ໃຊ້ສອຍຕາມທິດປະຢັດ, ກົມກຽວກັບທຳມະຊາດ. ເພື່ອເໝາະສົມກັບຄວາມນິຍົມຂອງຜູ້ບໍລິໂພກ, ເອື້ອຍນ້ອງແມ່ຍິງໃນໝູ່ບ້ານອາຊີບແຫ່ງນີ້ ໄດ້ປະດິດຄິດສ້າງຜະລິດຕະພັນຢ່າງບໍ່ຢຸດຢັ້ງ ໃຫ້ທັງມີລັກສະນະພື້ນເມືອງ, ມີຄວາມລຽບງ່າຍ, ທັງປະສົມກົມກຽວກັບຄວາມຂະຫຍັນຂັນເຄື່ອນຂອງຊີວິດຕົວເມືອງ. ຮູບແບບ, ຄຸນນະພາບຜະລິດຕະພັນ ນັບມື້ນັບໄດ້ດຶງດູດຜູ້ບໍລິໂພກ. ອ້າຍ ຫງວຽນວັນບາ, ແຂກຊື້ສິນຄ້າ ໃຫ້ຮູ້ວ່າ:
ບັນດາຜະລິດຕະພັນຂອງໝູ່ບ້ານອາຊີບຈັກສານໄມ້ໄຜ່ໄມ້ຊອດແມ່ນການປະສົມຂອງຫຼາຍປັດໄຈ, ນັບແຕ່ຄຸນນະພາບ, ວັດທະນະທຳ, ຈິດວິນຍານຂອງໝູ່ບ້ານພື້ນເມືອງອີກດ້ວຍ.
ນອກຈາກຜະລິດຕະພັນທີ່ເປັນມູນເຊື້ອແລ້ວ, ຊາວໝູ່ບ້ານອາຊີບ ທູຮົ່ງ ຍັງໄດ້ສ້າງບັນດາກິດຈະກຳດ້ວຍໄມ້ໄຜ່ໄມ້ຊອດທີ່ມີຂອບຂະໜາດໃຫ່ຍຄື: ເຮືອນຢູ່, ກິດຈະກຳສະຖາປັດຕະຍາກຳຕ່າງໆ…ເຄັດລັບຂອງນາຍຊ່າງໝູ່ບ້ານອາຊີບ ທູຮົ່ງ ແມ່ນດ້ານເຕັກນິກເຈາະຄວານ, ເມື່ອຕໍ່ຄານໃສ່ຮູທີ່ເຈາະຄວານນັ້ນ ຈະແໜ້ນໜາດີ, ບໍ່ຄອນອອດແອດ. ໄປຄຽງຄູ່ບັນດາບົດຮຽນປະສົບການທີ່ໄດ້ຖ່າຍທອດຈາກລຸ້ນກ່ອນ, ນາຍຊ່າງຍັງໄດ້ຮຽນຮູ້ ແລະ ມານະພະຍາຍາມສ້າງສີມືຂອງຕົນໃຫ້ດີກວ່າເກົ່າ, ເພື່ອໃຫ້ໝູ່ບ້ານອາຊີບພັດທະນາແບບຍືນຍົງ. ນາຍຊ່າງ ຫງວຽນຊວັນເຕື້ອ ໃຫ້ຮູ້ວ່າ:
ຢູ່ໝູ່ບ້ານອາຊີບ ທູຮົ່ງ, ເມື່ອສ້າງເຮືອນດ້ວຍໄມ້ໄຜ່ແມ່ນມີລັກສະນະພິເສດສະເພາະ, ປະຈຸບັນ, ກໍ່ໄດ້ສົ່ງອອກບັນດາຜະລິດຕະພັນໄປຂາຍຢູ່ ໄຕ້ຫວັນ (ຈີນ), ສ.ເກົາຫຼີ, ຈີນ…ໃນອະນາຄົດຈະພັດທະນາຕື່ມອີກ ເພື່ອຮັກສາສີສັນຂອງຊາດໄວ້.
ຜ່ານໄລຍະເວລາຄົງຕົວເປັນເວລາກວ່າ 300 ປີ, ໝູ່ບ້ານອາຊີບຈັກສານໄມ້ໄຜ່ໄມ້ຊອດ ທູຮົ່ງ ໄດ້ຜ່ານຜ່າທຸກຄວາມຫຍຸ້ງຍາກລຳບາກ. ດ້ວຍບັນດານະໂຍບາຍຟື້ນຟູບັນດາໝູ່ບ້ານອາຊີບພື້ນເມືອງຂອງລັດຖະບານ, ໝູ່ບ້ານອາຊີບ ທູຮົ່ງ ນັບມື້ນັບມີຈຸດຢືນອັນໝັ້ນແກ່ນ. ບັນດາການປະກອບສ່ວນຂອງແມ່ຍິງຢູ່ທີ່ນີ້ ໄດ້ສ້າງເປັນເຄື່ອງໝາຍການຄ້າໝູ່ບ້ານອາຊີບຈັກສານໄມ້ໄຜ່ໄມ້ຊອດ ທູຮົ່ງ ໃຫ້ມີຄວາມພັດທະນາໄປໄກກວ່າອີກ./.