ໝູ່ບ້ານຜະລິດແພໄຫມ ເຕີນເຈົາ - ອາຊີບເກົ່າແກ່ຍັງຄົງຕົວຕະຫລອດໄປ

(VOVWORLD) -  ເທດສະບານ ເຕີນເຈົາ ແຂວງ ອານຢາງ ແຕ່ດົນນານມາແລ້ວ ມີຫລາຍໆຄົນເອີ້ນວ່າ “ເຂດແພໄຫມ” ເພາະວ່າ ຢູ່ທີ່ນີ້ແມ່ນບ່ອນຜະລິດອອກແພໄຫມຫລາຍປະເພດທີ່ມີຄຸນນະພາບສູງ ເຄີຍເອີ້ນວ່າ: ແພໄຫມ ແຫລງໝີອາ( Lãnh Mỹ A). ໝູ່ບ້ານແຫ່ງນີ້ທຳການປູກມອນລ້ຽງມ້ອນທີ່ປະສົບຜົນສຳເລັດ, ມີຊື່ສຽງດ້ວຍຫລາຍຜະລິດຕະພັນແພໄຫມທີ່ງາມ, ມີຄຸນນະພາບດີ ໄດ້ຮັບຄວາມນິຍົມຈາກຜູ້ໃຊ້ ຜ່ານຊື່ແພໄຫມ ເຕີນເຈົາ.

ໝູ່ບ້ານຜະລິດແພໄຫມ ເຕີນເຈົາ - ອາຊີບເກົ່າແກ່ຍັງຄົງຕົວຕະຫລອດໄປ - ảnh 1ການຍ້ອມສີແພໄຫມດ້ວຍໝາກເກືອ . ພາບ: baoangiang.com.vn

ຕາມເອກະສານເກົ່າແກ່ແລ້ວ, ໃນຊຸມປີ 1920 ພໍ່ແມ່ປະຊາຊົນໝູ່ບ້ານ ລອງຮຶງ ປະຈຸບັນ ແມ່ນຕາແສງ ລອງເຈົາ ເທດສະບານ ເຕີນເຈົາ ສ່ວນຫລາຍທຳມາຫາກິນດ້ວຍອາຊີບປູກມອນລ້ຽງມ້ອນ, ຕ່ຳແພໄຫມ. ຮອດປີ 1940 ເຕີນເຈົາກາຍເປັນສູນກາງຂອງແພໄຫມໃຫຍ່ສຸດຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ແລະ ສ້າງເປັນ “ເສັ້ນທາງແພໄຫມ” ທີ່ເຕັມໄປດ້ວຍເທບນິຍາຍ.

ຮອດຊຸມປີ 1960 ຜະລິດຕະພັນແພໄຫມຂອງ ເຕີນເຈົາ ຜະລິດອອກມານັ້ນ ບໍ່ພຽງແຕ່ສະຫນອງໃຫ້ຄວາມຕ້ອງການຂອງປະຊາຊົນຢູ່ພາຍໃນປະເທດເທົ່ານັ້ນ ຫາກຍັງສົ່ງໄປຂາຍຢູ່ ບັນດາປະເທດຄື: ໄທ, ລາວ, ກຳປູເຈຍ.. ອີກດ້ວຍ. ໃນຊ່ວງເວລາຈຸດສຸມຂອງການຄ້າຂາຍນັ້ນ, ເຕີນເຈົາ ມີປະມານ 60 ໂຮງຕ່ຳແພໄຫມ, 120 ເຕົາດ່ອງໄຫມ.. ແຕ່ລະປີ ຈຳຫນ່າຍເສັ້ນໄຫມໄດ້ແຕ່ 4000 – 6000 ໂຕນ.

ສິ່ງທີ່ເຮັດໃຫ້ແພໄຫມ ແຫລງມີອາ ມີຄ່າແພງ ແລະ ຫາຍາກນັ້ນ ຍ້ອນວ່າມັນໄດ້ເຮັດໃຫ້ບັນດາເສັ້ນໄຫມງາມ, ດີທີ່ສຸດ ແລະ ຕ້ອງຜ່ານຜ່າຂັ້ນຕອນລະອຽດລະອໍ. ສີດຳເຫລືອມ. ແມ່ນໄດ້ຜະລິດຈາກໝາກເກືອ. ພໍ່ແມ່ປະຊາຊົນໃນໝູ່ບ້ານໃຫ້ຮູ້ວ່າ: ໝາກເກືອ ແມ່ນຕົ້ນໄມ້ມີສີດຳ, ໃບບາງ ໝາກແມ່ນຄ້າຍຄືກັນກັບໝາກລຳໄຍ. ຕົ້ນໝາກເກືອປູກ 5 ປີຈຶ່ງເກັບກູ້ໄດ້. ປ້າ ເລທິກຽວແຫ້ງ, ຮາກຖານຕ່ຳ ຍ້ອມແພໄຫມ  ແຫລງໝີອາ ຮົ່ງງອກ ຕາແສງ ລອງເຈົາ ເທດສະບານ ເຕີນເຈົາ ແບ່ງປັນວ່າ: 

“ໝາກເກືອ Diospyros mollis Griff ບົດໃຫ້ມັນອອກຢາງ, ເອົາຢາງນັ້ນ ເພື່ອໄປຍ້ອມ ຈຶ່ງເປັນແຫລງມີອານ ໄດ້ປະຈຸບັນ.  ໝາກເກືອຫາຍາກ ຍັງມີຫນ້ອຍ ບໍ່ພໍເພື່ອຮັບໃຊ້ການຍ້ອມສີໃຫ້ແພໄຫມ ແຫລງໝີອາ”

ແພໄຫມແຕ່ລະທ່ອນ ມີຄວາມຍາວ 21 ແມັດ ແລະຕ້ອງການໝາກເກືອປະມານ 90 ກິໂລກາມ. ຂັ້ນຕອນຍ້ອມສີໄດ້ຮັບຖືວ່າ ແມ່ນສຳຄັນ ແລະ ລະອຽດລະອໍ ຍ້ອນແພໄຫມ ບໍ່ພຽງແຕ່ຍ້ອມເທື່ອດຽວ ຊ້ຳບໍ່ຫນຳຕ້ອງຍ້ອມເປັນຮ້ອຍໆເທື່ອຈຶ່ງມີເສັ້ນໄຫມງາມ, ຫລັງຈາກນັ້ນ ຈຶ່ງນຳເອົາໄປຕາກແດດ. ວິວັດການຍ້ອມສີ, ຕາກແດດນັ້ນ ຕ້ອງໃຊ້ເວລາປະມານ 40 - 45 ວັນ. ແຕ່ເພື່ອໃຫ້ມີແຜ່ນແພໄຫມງາມ ມີສີດຳເຫລືອມ. ຕ້ອງຜ່ານຂັ້ນຕອນຍ້ອມ,ໄລອີກ. ອ້າຍ ຫງວຽນຫືວຈິ, ນັກສິລະປະກອນຂອງຮາກຖານຜະລິດແພໄຫມ ແຫລງໝີອາ ຢູ່ ເຕີນເຈົາ ແບ່ງປັນວ່າ:

“ຍ້ອມສີ ແຕ່ 10 12 ວັນ ແລ້ວເອົາໄປໄລເພື່ອທຸບ.ເຮົາສືບຕໍ່ໄລແລ້ວກັບໄປເຮັດຕອນທຳອິດຕື່ມປະມານ 9 - 10 ມື້, ແລ້ວນຳໄປຍ້ອມເທື່ອທີ 2. ຫລັງຈາກນັ້ນ ສືບຕໍ່ຍ້ອມສີເປັນຫລາຍເທື່ອອີກ ”

ຈຸດພົ້ນເດັ່ນ ແລະ ເປັນເອກະລັກສະເພາະຂອງ ແພໄຫມ ແຫລງໝີອາ ແມ່ນແພອ່ອນ,ນຸ້ມ ທົນທານ ແລະ …ດູດຄວາມຊຸມສູງສຸດ. ບັນດາຊຸດອາພອນທີ່ຕັດຫຍິບຈາກແພໄຫມປະເພດນີ້ ລ້ວນແຕ່ນຳມາໃຫ້ຜູ້ນຸ່ງຄວາມສະດວກສະບາຍ, ເຢັນ ໃນລະດູຮ້ອນ ແລະ ອຸ່ນໃນລະດູຫນາວ. ທ່ານ ຫງວຽນວັນລອງ ເທດສະບານ ເຕີນເຈົາ ແຂວງ ອານຢາງ ໃຫ້ຮູ້ວ່າ:

“ ແຫລງໝີອາ ແມ່ນປະເພດ ແພໄຫມເໝາະສົມກັບໝາກເກືອ. ນຳເອົາໝາກເກືອມາຍ້ອມສີກັບໝາກອື່ນ ຈະເຮັດໃຫ້ເສັ້ນໄຫມບໍ່ງາມ…

ໝູ່ບ້ານຜະລິດແພໄຫມ ເຕີນເຈົາ - ອາຊີບເກົ່າແກ່ຍັງຄົງຕົວຕະຫລອດໄປ - ảnh 2ຫ້ອງວາງສະແດງຜະລິດຕະພັນແພໄຫມ ເຕີນເຈົາ.ພາບ:baoangiang.com.vn

ຍ້ອນຕ້ອງເສຍເວລາຫລາຍ ແລະ ໃຊ້ກຳລັງເຫື່ອແຮງບໍ່ແມ່ນຫນ້ອຍ ຈຶ່ງຜະລິດອອກແພໄຫມງາມ ມີຄຸນນະພາບດີແລະ ລາຄາກໍ່ຢູ່ໃນລະດັບສູງ ສະນັ້ນ ໃນຊຸມປີ 60  ອາຊີບຜະລິດແພໄຫມທີ່ເປັນມູນເຊື້ອ ກໍ່ຄ່ອຍໆຖືກສູນຫາຍໄປ. ບັນດາສວນໝາກເກືອ ຄ່ອຍໆຖືກທຳລາຍ, ເນື້ອທີ່ປູກມອນລ້ຽງມ້ອນຖືກຮັດແຄບ. ເພື່ອອະນຸລັກຮັກສາ ແລະ ພັດທະນາອາຊີບຕຳແພໄຫມທີ່ເປັນມູນເຊື້ອຢູ່ເທດສະບານ ເຕີນເຈົາ ປີ 2006 ຄະນະກຳມະການປະຊາຊົນ ແຂວງ ອານຢາງ ໄດ້ຮັບຮູ້ໝູ່ບ້ານມູນເຊື້ອ - ໝູ່ບ້ານຜະລິດແພໄຫມ ເຕີນເຈົາ. ປະຈຸບັນ ໝູ່ບ້ານຜະລິດແພໄຫມເຕີນເຈົາ ໄດ້ມີການພັດທະນາດີຂຶ້ນ ແລະ ພໍ່ແມ່ປະຊາຊົນມີຊີວິດອີ່ມໜຳສຳລານກວ່າ ເພາະວ່າ ໃນການຜະລິດແພໄຫມນັ້ນ ໄດ້ມີເຄື່ອງຈັກຫນູນຊ່ວຍໃນຫລາຍຂັ້ນຕອນແລ້ວ.

ຜ່ານການຜັນແປຫລາຍໄລຍະປະຫວັດສາດ, ປະຊາຊົນຢູ່ ປາກແມ່ນ້ຳ ຕຽນ ຍັງຄົງສືບຕໍ່ “ຫລໍ່ລ້ຽງ” ອາຊີບທີ່ເປັນມູນເຊື້ອ, ຕ່ຳແພໄຫມສ້າງຊື່ສຽງຮຽງນາມໃຫ້ໝູ່ບ້ານ, ຜະລິດອອກປະເພດແພໄຫມ ແຫລ້ງໝີອາ ທີ່ມີຊື່ສຽງ ແລະ ເຮັດໃຫ້ຮູບພາບຂອງເຂດບ້ານນາຢູ່ພາກໃຕ້ ຫວຽດນາມ ຍິ່ງສວຍງາມ ແລະ ມີຄວາມເປັນເອກະລັກສະເພາະກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ