ເມືອງ ຫ່າກວາງ ຈຸດ​ພົ້ນ​ເດັ່ນ​ໃນ​ການ​ລົບ​ລ້າງ​ ເຮືອນ​ຢູ່​ຊົ່ວ​ຄາວ, ເຮືອນ​ຮົ່ວຊຸດໂຊມ​ຢູ່​ແຂວງ​ ກາວ​ບັ່ງ

(VOVWORLD) -  ໂຄງການ ລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວຊຸດໂຊມ ແມ່ນແຜນນະໂຍບາຍທີ່ທັນການຂອງແຂວງ າວບັ່ງ, ຊ່ວຍໃຫ້ຜູ້ທຸກຍາກມີເຮືອນຢູ່ຖາວອນ ແລະ ມີຊີວິດ, ວຽກເຮັດງານທຳທີ່ເປັນປົກກະຕິ. ດ້ວຍຫຼາຍວິທີການທີ່ເປັນເຈົົ້າການ, ມີໄຫວພິບ, ເມືອງ ຫ່າກວາງ ໄດ້ປະຕິບັດໂຄງການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວຊຸດໂຊມຢ່າງມີປະສິດທິຜົນ ແລະ ກາຍເປັນຈຸດພົ້ນເດັ່ນຢູ່ແຂວງ ກາວບັ່ງ.
ເມືອງ ຫ່າກວາງ ຈຸດ​ພົ້ນ​ເດັ່ນ​ໃນ​ການ​ລົບ​ລ້າງ​  ເຮືອນ​ຢູ່​ຊົ່ວ​ຄາວ, ເຮືອນ​ຮົ່ວຊຸດໂຊມ​ຢູ່​ແຂວງ​ ກາວ​ບັ່ງ - ảnh 1

ເຮືອນໃໝ່ຂອງອ້າຍ ຫຼີວັນນໍ ເບິ່ງຈາກມູສູງ (ພາບ: ງອກແອັງ)

      ເຮືອນຮົ່ວໝົດແລ້ວ, ຂ້າພະເຈົ້າໄດ້ຮັບການໜູນຊ່ວຍຈາກລັດ ເພື່ອເຮັດເຮືອນໃໝ່ ດ້ວຍຈຳນວນເງິນເກືອບ 2.000 USD. ປະຈຸບັນ ກໍ່ມີຄວາມອຸ່ນອ່ຽນໃຈທຳມາຫາກິນ, ຂໍຂອບອົກຂອບໃຈການນຳຕາແສງເປັນຢ່າງສູງ.

      ຄອບຄົວຂ້າພະເຈົ້າໄດ້ຮັບເງິນໜູນຊ່ວຍຈາກລັດກ່ວາ 1.600 USD ເພື່ອເຮັດເຮືອນຢູ່. ເຮືອນຮົ່ວເປ່ເພໝົດແລ້ວ, ປະຈຸບັນ ລັດໜູນຊ່ວຍເພື່ອເຮັດເຮືອນໃໝ່, ດີໃຈຫຼາຍ. ເມື່ອຝົນຕົກໜັກລົມແຮງກໍ່ບໍ່ຢ້ານຫຍັງແລ້ວ.

   ນີ້ແມ່ນຄຳແບ່ງປັນຂອງອ້າຍ ຊຸ່ງວັນດິ່ງ ແລະ ອ້າຍ ຫຼີວັນນໍ ຢູ່ຕາແສງ ເທື້ອງໂທນ, ເມືອງ ຫ່າກວາງ ພາຍຫຼັງໄດ້ຮັບການໜູນຊ່ວຍຈາກອຳນາດການປົກຄອງ ເພື່ອກໍ່ສ້າງເຮືອນຢູ່. ເມືອງ ຫ່າກວາງ ກຳນົດວ່າ ການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວຊຸດໂຊມ ທັງແມ່ນໜ້າທີ່ການເມືອງ ທັງແມ່ນໜຶ່ງໃນບັນດາໜ້າທີ່ບຸລິມະສິດໃນວຽກງານລົບລ້າງຄວາມທຸກຍາກ. ເຮືອນໃໝ່ແຕ່ລະຫຼັງໄດ້ກໍ່ສ້າງສຳເລັດ ກໍ່ໝາຍຄວາມວ່າ ຈະມີຄອບຄົວທຸກຍາກອີກຄອບຄົວໜຶ່ງມີເຮືອນຢູ່ຖາວອນ, ຈາກນັ້ນ ກໍ່ຈະອຸ່ນອ່ຽນໃຈອອກແຮງງານທຳການຜະລິດ, ບືນຕົວຂຶ້ນຫລຸດພົ້ນອອກຈາກຄວາມທຸກຍາກ.

ເມືອງ ຫ່າກວາງ ຈຸດ​ພົ້ນ​ເດັ່ນ​ໃນ​ການ​ລົບ​ລ້າງ​  ເຮືອນ​ຢູ່​ຊົ່ວ​ຄາວ, ເຮືອນ​ຮົ່ວຊຸດໂຊມ​ຢູ່​ແຂວງ​ ກາວ​ບັ່ງ - ảnh 2

ພະນັກງານໄປຢ້ຽມຢາມຄອບຄົວອ້າຍ ຮວ່າງວັນຊີ ປຊຊ ເມືອງ ຫ່າກວາງ (ພາບ: ງອກແອັງ)

   ຈາກຈຳນວນເງິນກ່ວາ 1.5 ລ້ານ USD ຂອງກະຊວງຕຳຫຼວດ ແລະ ຄະນະກຳມະການ ປຊຊ ນະຄອນ ຮ່າໂນ້ຍ, ນັບແຕ່ປີ 2011 ມາຮອດປະຈຸບັນ, ແຂວງ ກາວບັ່ງ ໄດ້ໜູນຊ່ວຍ 826 ຄອບຄົວລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວຊຸດໂຊມໃນບໍລິເວນເມືອງ ຫ່າກວາງ. ນອກຈາກນັ້ນແລ້ວ ທາງເມືອງຍັງມີແຫຼ່ງກຳລັງຈາກງົບປະມານສູນກາງ, ແຂວງ, ເມືອງ, ການປະກອບສ່ວນຂອງບັນດາອົງການຈັດຕັ້ງ, ວິສາຫະກິດ, ຜູ້ມີໃຈບຸນໃຈກຸສົນ ແລະ ຊາວບ້ານ. ທ່ານ ຟ້າມຊວັນຕຸ່ງ ຮອງເລຂາຄະນະພັກເມືອງ, ປະທານຄະນະກຳມະການ ປຊຊ ເມືອງ ຫ່າກວາງ ໃຫ້ຮູ້ວ່າ:

   ໂຄງການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວຊຸດໂຊມ ແມ່ນໂຄງການວັດທະນະທຳມະນຸດ, ແທດຈິງສຳລັບບັນດາປະຊາຄົມຊົນເຜົ່ານສ່ວນໜ້ອຍ. ເມືອງ ຫ່າກວາງ ແມ່ນເມືອງທີ່ນຳໜ້າຢູ່ແຂວງ ກາວບັ່ງ ໃນໂຄງການນີ້. ແຕ່ປີ 2021 ມາຮອດປະຈຸບັນ, ເມືອງ ຫ່າງກວາງ ໄດ້ລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວຊຸດໂຊມໄດ້ 1.526 ຫຼັງແລ້ວ. ຮອດທ້າຍປີ 2025, ທາງເມືອງຈະໜູນຊ່ວຍລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວຊຸດໂຊມ ໃຫ້ບັນດາຄອບຄົວທີ່ມີເຮືອນຢູ່ຊົ່ວຄາວ, ເຮືອນທີ່ບໍ່ປອດໄພ ໂດຍພື້ນຖານ.

  ດ້ວຍວິທີເຮັດທີ່ມີຫົວຄິດປະດິດສ້າງ, ທິດນຳ “ເປີດເຜີຍ, ໃສແຈ້ງ”, ເມືອງ ຫ່າກວາງ ໄດ້ສຳຫຼວດກວດຄືນສະພາບການເຮືອນຢູ່ ຂອງບັນດາຄອບຄົວທຸກຍາກ, ຮັບຟັງຄວາມໃນໃຈ, ຄວາມມຸ່ງມາດປາດຖະໜາ ເພື່ອຊອກມາດຕະການໜູນຊ່ວຍ, ແກ້ໄຂຄວາມທຸກຍາກຂອງ ປຊຊ. ທ່ານນາງ ຫງວຽນທິເຟືອງ ຮອງປະທານຄະນະກຳມະການ ປຊຊ ເມືອງ ຫ່າກວາງ ໃຫ້ຮູ້ວ່າ:

   ປິ 2024, ເມືອງ ຫ່າກວາງ ໄດ້ຮັບໜ້າທີ່ລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວຊຸດໂຊມ 1.134 ຫຼັງ. ໃນ 6 ເດືອນຕົ້ນປີ 2024, ພວກຂ້າພະເຈົ້າລົບລ້າງໄດ້ເກືອບ 450 ຫຼັງແລ້ວ. ເມື່ອປະຕິບັດໂຄງການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວຊຸດໂຊມ ກໍ່ປະສົບກັບຄວາມຫຍຸ້ງຍາກ ຍ້ອນພໍ່ແມ່ ປຊຊ ຍັງມີຫຼາຍຮີດຄອງປະເພນີທີ່ຫຼ້າຫຼັງ ແຕ່ພວກຂ້າພະເຈົ້າກໍ່ຕ້ອງໂຄສະນາໃຫ້ ປຊຊ ເຂົ້າໃຈວ່າ ຮີດຄອງໃດທີ່ປະໄດ້ ກໍ່ຕ້ອງແກ້ໄຂ.

   ເມືອງ ຫ່າກວາງ ແຂວງ ກາວບັ່ງ ພວມມຸ່ງໄປເຖິງເປົ້າໝາຍລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວຊຸດໂຊມ ໃນປີ 2025 ເທື່ອລະກ້າວ. ເລື່ອງຜັນຂະຫຍາຍໂຄງການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວຊຸດໂຊມ ຢູ່ເມືອງ ຫ່າກວາງ ຢ່າງກວ້າງຂວາງນັ້ນ ພວມປະກອບສ່ວນເຂົ້າໃນວິວັດການຫລຸດຜ່ອນຄວາມທຸກຍາກ ແລະ ຍົກສູງຄຸນນະພາບຊີວິດການເປັນຢູ່ ໃຫ້ແກ່ ປຊຊ.



        

ຕອບກັບ

ຂ່າວ/ບົດ​ອື່ນ